ປະຖົມມະການ 13
13
ອັບຣາມແຍກທາງກັບໂລດ
1ອັບຣາມຈຶ່ງອອກຈາກເອຢິບຂຶ້ນໄປເນເກັບ ພ້ອມດ້ວຍເມຍຂອງເພິ່ນ ແລະ ທຸກສິ່ງທີ່ເພິ່ນມີ ແລະ ໂລດກໍໄປກັບເພິ່ນ. 2ອັບຣາມໄດ້ກາຍເປັນຄົນຮັ່ງມີຫລາຍ ມີທັງສັດລ້ຽງ, ເງິນ ແລະ ຄຳຫລາຍ.
3ຈາກເນເກັບເພິ່ນໄດ້ເດີນທາງຈາກບ່ອນໜຶ່ງໄປຫາບ່ອນໜຶ່ງຈົນເພິ່ນໄດ້ມາເຖິງເບັດເອນ, ມາເຖິງບ່ອນທີ່ຢູ່ລະຫວ່າງເມືອງເບັດເອນ ແລະ ເມືອງອາອີ ບ່ອນທີ່ເພິ່ນເຄີຍໄດ້ຕັ້ງເຕັນຂອງເພິ່ນຂຶ້ນກ່ອນໜ້ານີ້ 4ແລະ ເປັນບ່ອນທີ່ເພິ່ນໄດ້ສ້າງແທ່ນບູຊາຂຶ້ນເປັນຄັ້ງທຳອິດ. ທີ່ນັ້ນອັບຣາມໄດ້ຮ້ອງອອກນາມຂອງພຣະເຈົ້າຢາເວ.
5ເວລານັ້ນ ໂລດ ເຊິ່ງກຳລັງຍົກຍ້າຍມາກັບອັບຣາມ ກໍມີຝູງແບ້, ຝູງແກະ ແລະ ຝູງງົວ ພ້ອມທັງມີເຕັນດ້ວຍ. 6ແຕ່ດິນແດນນັ້ນບໍ່ພຽງພໍໃຫ້ອັບຣາມກັບໂລດຢູ່ຮ່ວມກັນໄດ້, ເພາະພວກເພິ່ນມີຊັບສົມບັດຈໍານວນຫລວງຫລາຍຈຶ່ງບໍ່ພຽງພໍຢູ່ຮ່ວມກັນໄດ້. 7ແລ້ວກໍມີການຜິດຖຽງກັນເກີດຂຶ້ນລະຫວ່າງຄົນລ້ຽງສັດຂອງອັບຣາມ ແລະ ຄົນລ້ຽງສັດຂອງໂລດ. ໃນເວລານັ້ນ ຊາວການາອານ ແລະ ຊາວເປຣິຊີຍັງອາໄສຢູ່ໃນດິນແດນນັ້ນຢູ່.
8ດັ່ງນັ້ນ ອັບຣາມຈຶ່ງເວົ້າກັບໂລດວ່າ, “ຂໍຢ່າໃຫ້ມີການຜິດຖຽງກັນລະຫວ່າງເຈົ້າ ແລະ ຂ້ອຍ, ຫລື ລະຫວ່າງຄົນລ້ຽງສັດຂອງເຈົ້າ ແລະ ຄົນລ້ຽງສັດຂອງຂ້ອຍ, ເພາະພວກເຮົາເປັນພີ່ນ້ອງໃກ້ຊິດກັນ. 9ທີ່ດິນທັງໝົດກໍຢູ່ຕໍ່ໜ້າເຈົ້າບໍ່ແມ່ນບໍ? ພວກເຮົາແຍກທາງກັນສາ. ຖ້າເຈົ້າໄປທາງຊ້າຍຂ້ອຍກໍຈະໄປທາງຂວາ; ຖ້າເຈົ້າໄປທາງຂວາຂ້ອຍກໍຈະໄປທາງຊ້າຍ”.
10ໂລດເບິ່ງໄປອ້ອມຮອບ ແລະ ເຫັນວ່າທົ່ງພຽງຂອງຈໍແດນທັງໝົດໄປເຖິງເມືອງໂຊອານັ້ນມີນ້ຳອຸດົມສົມບູນດີ, ເໝືອນດັ່ງສວນຂອງພຣະເຈົ້າຢາເວ, ເໝືອນດັ່ງດິນແດນເອຢິບ. (ຂະນະນັ້ນພຣະເຈົ້າຢາເວຍັງບໍ່ທັນໄດ້ທຳລາຍເມືອງໂຊໂດມ ແລະ ເມືອງໂກໂມຣາ.) 11ດັ່ງນັ້ນ ໂລດຈຶ່ງໄດ້ເລືອກເອົາທົ່ງພຽງຈໍແດນທັງໝົດສຳລັບຕົນເອງ ແລະ ອອກເດີນທາງໄປສູ່ທິດຕາເວັນອອກ. ຊາຍທັງສອງໄດ້ແຍກທາງກັນ: 12ອັບຣາມໄດ້ອາໄສຢູ່ໃນດິນແດນການາອານ, ສ່ວນໂລດໄດ້ອາໄສຢູ່ຕາມເມືອງຕ່າງໆໃນທົ່ງພຽງ ແລະ ໄດ້ຕັ້ງເຕັນຂອງຕົນໃກ້ກັບເມືອງໂຊໂດມ. 13ໃນເວລານັ້ນ ປະຊາຊົນຂອງເມືອງໂຊໂດມຊົ່ວຮ້າຍ ແລະ ເຮັດບາບຕໍ່ສູ້ພຣະເຈົ້າຢາເວຢ່າງໜັກ.
14ພຣະເຈົ້າຢາເວໄດ້ກ່າວແກ່ອັບຣາມຫລັງຈາກທີ່ໂລດໄດ້ແຍກທາງຈາກເພິ່ນວ່າ, “ຈົ່ງເບິ່ງໄປອ້ອມຮອບຈາກບ່ອນທີ່ເຈົ້າຢູ່, ເບິ່ງໄປທາງທິດເໜືອ ແລະ ທິດໃຕ້, ທິດຕາເວັນອອກ ແລະ ທິດຕາເວັນຕົກ. 15ດິນແດນທັງໝົດທີ່ເຈົ້າເຫັນນີ້ເຮົາຈະມອບໃຫ້ແກ່ເຈົ້າ ແລະ ເຊື້ອສາຍ#13:15 ຫລື ເມັດພັນ ເຊັ່ນດຽວກັບຂໍ້ 16ຂອງເຈົ້າຕະຫລອດໄປ. 16ເຮົາຈະເຮັດໃຫ້ເຊື້ອສາຍຂອງເຈົ້າເປັນເໝືອນຂີ້ຝຸ່ນດິນເທິງແຜ່ນດິນໂລກ, ເພື່ອວ່າຖ້າຜູ້ໃດສາມາດນັບຂີ້ຝຸ່ນດິນໄດ້ ກໍສາມາດນັບເຊື້ອສາຍຂອງເຈົ້າໄດ້. 17ຈົ່ງໄປ, ຍ່າງໄປໃຫ້ທົ່ວຄວາມຍາວ ແລະ ຄວາມກວ້າງຂອງດິນແດນນີ້, ເພາະເຮົາກຳລັງຈະມອບດິນແດນນີ້ໃຫ້ແກ່ເຈົ້າ”.
18ດັ່ງນັ້ນ ອັບຣາມຈຶ່ງໄປອາໄສຢູ່ໃກ້ຕົ້ນໄມ້ໃຫຍ່ຂອງມຳເຣທີ່ເຮັບໂຣນ, ບ່ອນທີ່ເພິ່ນໄດ້ຕັ້ງເຕັນຂອງເພິ່ນຂຶ້ນ. ເພິ່ນໄດ້ສ້າງແທ່ນບູຊາແກ່ພຣະເຈົ້າຢາເວຢູ່ທີ່ນັ້ນ.
Currently Selected:
ປະຖົມມະການ 13: LCV
Highlight
Share
Copy
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.