ໂຢຮັນ 15
15
ເຄືອອະງຸ່ນ ແລະ ບັນດາກິ່ງ
1“ເຮົາເປັນເຄືອອະງຸ່ນແທ້ ແລະ ພຣະບິດາເຈົ້າຂອງເຮົາເປັນຜູ້ເບິ່ງແຍງຮັກສາ. 2ທຸກກິ່ງໃນເຮົາທີ່ບໍ່ເກີດຜົນພຣະອົງລິຖິ້ມເສຍ, ສ່ວນທຸກກິ່ງທີ່ເກີດຜົນພຣະອົງຕອນ#15:2 ຄຳວ່າ ຕອນ ໃນພາສາກຣີກມີຄວາມໝາຍວ່າ ຊຳລະໃຫ້ສະອາດນຳດ້ວຍເພື່ອວ່າໃຫ້ເກີດຜົນຫລາຍຂຶ້ນ. 3ພວກເຈົ້າສະອາດແລ້ວເພາະຖ້ອຍຄຳທີ່ເຮົາໄດ້ກ່າວກັບພວກເຈົ້າ. 4ຈົ່ງເຂົ້າສະໜິດຢູ່ໃນເຮົາ ແລະ ເຮົາເຂົ້າສະໜິດຢູ່ໃນພວກເຈົ້າ. ກິ່ງຈະເກີດຜົນເອງບໍ່ໄດ້ນອກຈາກຈະຕິດຢູ່ກັບເຄືອສັນໃດ, ພວກເຈົ້າທັງຫລາຍກໍຈະເກີດຜົນເອງບໍ່ໄດ້ ນອກຈາກຈະເຂົ້າສະໜິດຢູ່ໃນເຮົາສັນນັ້ນ.
5“ເຮົາເປັນເຄືອອະງຸ່ນ ພວກເຈົ້າເປັນກິ່ງ. ຖ້າຜູ້ໃດເຂົ້າສະໜິດຢູ່ໃນເຮົາ ແລະ ເຮົາຢູ່ໃນຜູ້ນັ້ນ, ຜູ້ນັ້ນແຫລະຈະເກີດຜົນຫລາຍ ເພາະຖ້າແຍກຈາກເຮົາແລ້ວ ພວກເຈົ້າບໍ່ສາມາດເຮັດສິ່ງໃດໄດ້. 6ຖ້າຜູ້ໃດບໍ່ເຂົ້າສະໜິດຢູ່ໃນເຮົາ ຜູ້ນັ້ນຈະເປັນເໝືອນກິ່ງໜຶ່ງທີ່ຖືກຕັດຖິ້ມ ແລະ ຫ່ຽວແຫ້ງໄປ, ກິ່ງເຫລົ່ານີ້ຈະຖືກເກັບໄປໂຍນຖິ້ມໃສ່ໄຟ ແລະ ເຜົາໄໝ້. 7ຖ້າພວກເຈົ້າເຂົ້າສະໜິດຢູ່ໃນເຮົາ ແລະ ຖ້ອຍຄຳຂອງເຮົາຝັງຢູ່ໃນພວກເຈົ້າແລ້ວ, ພວກເຈົ້າປາຖະໜາສິ່ງໃດຈົ່ງຂໍ ແລ້ວພວກເຈົ້າຈະໄດ້ຮັບສິ່ງນັ້ນ. 8ເມື່ອພວກເຈົ້າເກີດຜົນຫລາຍກໍເປັນການຖວາຍກຽດແກ່ພຣະບິດາເຈົ້າຂອງເຮົາ ແລະ ເປັນການສະແດງໃຫ້ເຫັນວ່າພວກເຈົ້າເອງເປັນສາວົກຂອງເຮົາ.
9“ພຣະບິດາເຈົ້າໄດ້ຮັກເຮົາຢ່າງໃດ ເຮົາກໍຮັກພວກເຈົ້າຢ່າງນັ້ນ. ບັດນີ້ ຈົ່ງຕັ້ງໝັ້ນຢູ່ໃນຄວາມຮັກຂອງເຮົາ. 10ຖ້າພວກເຈົ້າເຊື່ອຟັງຄຳສັ່ງຂອງເຮົາ ພວກເຈົ້າກໍຈະຕັ້ງໝັ້ນຢູ່ໃນຄວາມຮັກຂອງເຮົາ, ເໝືອນດັ່ງທີ່ເຮົາໄດ້ເຊື່ອຟັງຄຳສັ່ງຂອງພຣະບິດາເຈົ້າຂອງເຮົາ ແລະ ຕັ້ງຢູ່ໃນຄວາມຮັກຂອງພຣະອົງ. 11ເຮົາໄດ້ບອກສິ່ງນີ້ແກ່ພວກເຈົ້າເພື່ອວ່າຄວາມຊື່ນຊົມຍິນດີຂອງເຮົາຈະຢູ່ໃນພວກເຈົ້າ ແລະ ເພື່ອວ່າຄວາມຊື່ນຊົມຍິນດີຂອງພວກເຈົ້າຈະຄົບເຕັມບໍລິບູນ. 12ຄຳສັ່ງຂອງເຮົາກໍຄື: ຈົ່ງຮັກເຊິ່ງກັນແລະກັນເໝືອນດັ່ງທີ່ເຮົາໄດ້ຮັກພວກເຈົ້າ. 13ບໍ່ມີຜູ້ໃດມີຄວາມຮັກຍິ່ງໃຫຍ່ກວ່ານີ້ຄື: ການທີ່ຜູ້ໜຶ່ງຍອມສະຫລະຊີວິດເພື່ອມິດສະຫາຍຂອງຕົນ. 14ຖ້າພວກເຈົ້າປະຕິບັດຕາມຄຳສັ່ງຂອງເຮົາ ພວກເຈົ້າກໍເປັນມິດສະຫາຍຂອງເຮົາ. 15ເຮົາບໍ່ເອີ້ນພວກເຈົ້າວ່າຄົນຮັບໃຊ້ອີກຕໍ່ໄປ, ເພາະວ່າຄົນຮັບໃຊ້ບໍ່ຮູ້ຈັກວ່ານາຍຂອງຕົນກຳລັງເຮັດຫຍັງ, ແຕ່ເຮົາເອີ້ນພວກເຈົ້າວ່າມິດສະຫາຍ ເພາະວ່າທຸກສິ່ງທີ່ເຮົາໄດ້ຮຽນຮູ້ຈາກພຣະບິດາເຈົ້າຂອງເຮົາ ເຮົາໄດ້ສະແດງໃຫ້ພວກເຈົ້າຮູ້ແລ້ວ. 16ບໍ່ແມ່ນພວກເຈົ້າທັງຫລາຍໄດ້ເລືອກເອົາເຮົາ, ແຕ່ເຮົາໄດ້ເລືອກເອົາພວກເຈົ້າ ແລະ ໄດ້ແຕ່ງຕັ້ງພວກເຈົ້າໃຫ້ໄປ ແລະ ເກີດຜົນ, ເພື່ອຜົນຂອງພວກເຈົ້າຈະຕັ້ງຢູ່ຖາວອນ. ເພື່ອວ່າເມື່ອພວກເຈົ້າຈະຂໍສິ່ງໃດຈາກພຣະບິດາເຈົ້າໃນນາມຂອງເຮົາ ພຣະອົງກໍຈະປະທານສິ່ງນັ້ນໃຫ້ແກ່ພວກເຈົ້າ. 17ນີ້ແມ່ນຄຳສັ່ງຂອງເຮົາຄື: ຈົ່ງຮັກເຊິ່ງກັນແລະກັນ.
ໂລກກຽດຊັງພວກສາວົກ
18“ຖ້າໂລກກຽດຊັງພວກເຈົ້າ, ຈົ່ງຮູ້ວ່າໂລກໄດ້ກຽດຊັງເຮົາກ່ອນແລ້ວ. 19ຖ້າພວກເຈົ້າເປັນຂອງໂລກ. ໂລກກໍຈະຮັກພວກເຈົ້າໃນຖານະທີ່ເປັນຂອງມັນ. ແຕ່ເພາະພວກເຈົ້າບໍ່ໄດ້ເປັນຂອງໂລກເພາະວ່າເຮົາໄດ້ເລືອກເອົາພວກເຈົ້າອອກມາຈາກໂລກແລ້ວ. ດ້ວຍເຫດນີ້ ໂລກຈຶ່ງກຽດຊັງພວກເຈົ້າ. 20ຈົ່ງລະນຶກເຖິງຂໍ້ຄວາມທີ່ເຮົາໄດ້ກ່າວແກ່ພວກເຈົ້າໄວ້ວ່າ: ‘ຄົນຮັບໃຊ້ບໍ່ຫ່ອນໃຫຍ່ກວ່ານາຍຂອງຕົນ’#15:20 ຢຮ 13:16 ຖ້າພວກເຂົາຂົ່ມເຫັງເຮົາ, ພວກເຂົາກໍຈະຂົ່ມເຫັງພວກເຈົ້າເໝືອນກັນ. ຖ້າພວກເຂົາເຊື່ອຟັງຄຳສອນຂອງເຮົາ, ພວກເຂົາກໍຈະເຊື່ອຟັງຄຳສອນຂອງພວກເຈົ້າເໝືອນກັນ. 21ພວກເຂົາຈະປະຕິບັດຕໍ່ພວກເຈົ້າຢ່າງນີ້ເພາະເຫັນແກ່ນາມຂອງເຮົາ, ເພາະພວກເຂົາບໍ່ຮູ້ຈັກພຣະອົງຜູ້ທີ່ໃຊ້ເຮົາມາ. 22ຖ້າເຮົາບໍ່ໄດ້ມາກ່າວແກ່ພວກເຂົາ, ພວກເຂົາກໍຄົງບໍ່ມີຄວາມຜິດບາບ. ແຕ່ບັດນີ້ ພວກເຂົາບໍ່ມີຂໍ້ແກ້ໂຕໃຫ້ກັບຄວາມບາບຂອງຕົນແລ້ວ. 23ຜູ້ທີ່ກຽດຊັງເຮົາກໍກຽດຊັງພຣະບິດາເຈົ້າຂອງເຮົາເໝືອນກັນ. 24ຖ້າເຮົາບໍ່ໄດ້ເຮັດກິດຈະການໃນທ່າມກາງພວກເຂົາ ເຊິ່ງບໍ່ເຄີຍມີຜູ້ໃດໄດ້ເຮັດມາກ່ອນນັ້ນ, ພວກເຂົາກໍຄົງບໍ່ມີຄວາມບາບ. ແຕ່ບັດນີ້ ພວກເຂົາໄດ້ເຫັນ ແລະ ໄດ້ກຽດຊັງທັງເຮົາກັບພຣະບິດາເຈົ້າຂອງເຮົາ. 25ແຕ່ເພື່ອໃຫ້ເປັນຈິງຕາມທີ່ມີຄຳຂຽນໄວ້ໃນໜັງສືກົດບັນຍັດຂອງພວກເຂົາທີ່ວ່າ: ‘ພວກເຂົາໄດ້ກຽດຊັງເຮົາໂດຍບໍ່ມີເຫດຜົນ’.#15:25 ພສສ 35:19; 69:4
26“ເຮົາຈະສົ່ງອົງພຣະຜູ້ຊ່ວຍຈາກພຣະບິດາເຈົ້າມາຫາພວກເຈົ້າຄື ພຣະວິນຍານແຫ່ງຄວາມຈິງ ເຊິ່ງເປັນຜູ້ທີ່ມາຈາກພຣະບິດາເຈົ້າ, ເມື່ອພຣະອົງມາແລ້ວ ພຣະອົງຈະເປັນພະຍານໃຫ້ແກ່ເຮົາ. 27ແລະ ພວກເຈົ້າຈະຕ້ອງເປັນພະຍານເໝືອນກັນ, ເພາະພວກເຈົ້າໄດ້ຢູ່ກັບເຮົາມາຕັ້ງແຕ່ຕົ້ນແລ້ວ.
Currently Selected:
ໂຢຮັນ 15: LCV
Highlight
Share
Copy

Want to have your highlights saved across all your devices? Sign up or sign in
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.

: