YouVersion Logo
Search Icon

ໂຢຮັນ 15

15
ເຄືອອະງຸ່ນ ແລະ ບັນດາ​ກິ່ງ
1“ເຮົາ​ເປັນ​ເຄືອອະງຸ່ນ​ແທ້ ແລະ ພຣະບິດາເຈົ້າ​ຂອງ​ເຮົາ​ເປັນ​ຜູ້ເບິ່ງແຍງຮັກສາ. 2ທຸກ​ກິ່ງ​ໃນ​ເຮົາ​ທີ່​ບໍ່​ເກີດຜົນ​ພຣະອົງ​ລິ​ຖິ້ມ​ເສຍ, ສ່ວນ​ທຸກ​ກິ່ງ​ທີ່​ເກີດຜົນ​ພຣະອົງ​ຕອນ#15:2 ຄຳ​ວ່າ ຕອນ ໃນ​ພາສາ​ກຣີກ​ມີ​ຄວາມໝາຍ​ວ່າ ຊຳລະ​ໃຫ້​ສະອາດ​ນຳ​ດ້ວຍ​ເພື່ອ​ວ່າ​ໃຫ້​ເກີດຜົນ​ຫລາຍຂຶ້ນ. 3ພວກເຈົ້າ​ສະອາດ​ແລ້ວ​ເພາະ​ຖ້ອຍຄຳ​ທີ່​ເຮົາ​ໄດ້​ກ່າວ​ກັບ​ພວກເຈົ້າ. 4ຈົ່ງ​ເຂົ້າສະໜິດ​ຢູ່​ໃນ​ເຮົາ ແລະ ເຮົາ​ເຂົ້າສະໜິດ​ຢູ່​ໃນ​ພວກເຈົ້າ. ກິ່ງ​ຈະ​ເກີດຜົນ​ເອງ​ບໍ່​ໄດ້​ນອກຈາກ​ຈະ​ຕິດ​ຢູ່​ກັບ​ເຄືອ​ສັນໃດ, ພວກເຈົ້າ​ທັງຫລາຍ​ກໍ​ຈະ​ເກີດຜົນ​ເອງ​ບໍ່​ໄດ້ ນອກຈາກ​ຈະ​ເຂົ້າສະໜິດ​ຢູ່​ໃນ​ເຮົາ​ສັນນັ້ນ.
5“ເຮົາ​ເປັນ​ເຄືອອະງຸ່ນ ພວກເຈົ້າ​ເປັນ​ກິ່ງ. ຖ້າ​ຜູ້ໃດ​ເຂົ້າສະໜິດ​ຢູ່​ໃນ​ເຮົາ ແລະ ເຮົາ​ຢູ່​ໃນ​ຜູ້​ນັ້ນ, ຜູ້​ນັ້ນ​ແຫລະ​ຈະ​ເກີດຜົນ​ຫລາຍ ເພາະ​ຖ້າ​ແຍກ​ຈາກ​ເຮົາ​ແລ້ວ ພວກເຈົ້າ​ບໍ່​ສາມາດ​ເຮັດ​ສິ່ງໃດ​ໄດ້. 6ຖ້າ​ຜູ້ໃດ​ບໍ່​ເຂົ້າສະໜິດ​ຢູ່​ໃນ​ເຮົາ ຜູ້​ນັ້ນ​ຈະ​ເປັນ​ເໝືອນ​ກິ່ງ​ໜຶ່ງ​ທີ່​ຖືກ​ຕັດ​ຖິ້ມ ແລະ ຫ່ຽວແຫ້ງ​ໄປ, ກິ່ງ​ເຫລົ່ານີ້​ຈະ​ຖືກ​ເກັບ​ໄປ​ໂຍນຖິ້ມ​ໃສ່​ໄຟ ແລະ ເຜົາໄໝ້. 7ຖ້າ​ພວກເຈົ້າ​ເຂົ້າສະໜິດ​ຢູ່​ໃນ​ເຮົາ ແລະ ຖ້ອຍຄຳ​ຂອງ​ເຮົາ​ຝັງ​ຢູ່​ໃນ​ພວກເຈົ້າ​ແລ້ວ, ພວກເຈົ້າ​ປາຖະໜາ​ສິ່ງໃດ​ຈົ່ງ​ຂໍ ແລ້ວ​ພວກເຈົ້າ​ຈະ​ໄດ້​ຮັບ​ສິ່ງນັ້ນ. 8ເມື່ອ​ພວກເຈົ້າ​ເກີດຜົນ​ຫລາຍ​ກໍ​ເປັນ​ການ​ຖວາຍ​ກຽດ​ແກ່​ພຣະບິດາເຈົ້າ​ຂອງ​ເຮົາ ແລະ ເປັນ​ການ​ສະແດງ​ໃຫ້​ເຫັນ​ວ່າ​ພວກເຈົ້າ​ເອງ​ເປັນ​ສາວົກ​ຂອງ​ເຮົາ.
9“ພຣະບິດາເຈົ້າ​ໄດ້​ຮັກ​ເຮົາ​ຢ່າງໃດ ເຮົາ​ກໍ​ຮັກ​ພວກເຈົ້າ​ຢ່າງນັ້ນ. ບັດນີ້ ຈົ່ງ​ຕັ້ງໝັ້ນ​ຢູ່​ໃນ​ຄວາມຮັກ​ຂອງ​ເຮົາ. 10ຖ້າ​ພວກເຈົ້າ​ເຊື່ອຟັງ​ຄຳສັ່ງ​ຂອງ​ເຮົາ ພວກເຈົ້າ​ກໍ​ຈະ​ຕັ້ງໝັ້ນ​ຢູ່​ໃນ​ຄວາມຮັກ​ຂອງ​ເຮົາ, ເໝືອນດັ່ງ​ທີ່​ເຮົາ​ໄດ້​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະບິດາເຈົ້າ​ຂອງ​ເຮົາ ແລະ ຕັ້ງ​ຢູ່​ໃນ​ຄວາມຮັກ​ຂອງ​ພຣະອົງ. 11ເຮົາ​ໄດ້​ບອກ​ສິ່ງ​ນີ້​ແກ່​ພວກເຈົ້າ​ເພື່ອ​ວ່າ​ຄວາມຊື່ນຊົມຍິນດີ​ຂອງ​ເຮົາ​ຈະ​ຢູ່​ໃນ​ພວກເຈົ້າ ແລະ ເພື່ອ​ວ່າ​ຄວາມຊື່ນຊົມຍິນດີ​ຂອງ​ພວກເຈົ້າ​ຈະ​ຄົບເຕັມບໍລິບູນ. 12ຄຳສັ່ງ​ຂອງ​ເຮົາ​ກໍ​ຄື: ຈົ່ງ​ຮັກ​ເຊິ່ງກັນແລະກັນ​ເໝືອນ​ດັ່ງ​ທີ່​ເຮົາ​ໄດ້​ຮັກ​ພວກເຈົ້າ. 13ບໍ່​ມີ​ຜູ້ໃດ​ມີ​ຄວາມຮັກ​ຍິ່ງໃຫຍ່​ກວ່າ​ນີ້​ຄື: ການ​ທີ່​ຜູ້​ໜຶ່ງ​ຍອມ​ສະຫລະ​ຊີວິດ​ເພື່ອ​ມິດສະຫາຍ​ຂອງ​ຕົນ. 14ຖ້າ​ພວກເຈົ້າ​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ເຮົາ ພວກເຈົ້າ​ກໍ​ເປັນ​ມິດສະຫາຍ​ຂອງ​ເຮົາ. 15ເຮົາ​ບໍ່​ເອີ້ນ​ພວກເຈົ້າ​ວ່າ​ຄົນຮັບໃຊ້​ອີກ​ຕໍ່ໄປ, ເພາະວ່າ​ຄົນຮັບໃຊ້​ບໍ່​ຮູ້ຈັກ​ວ່າ​ນາຍ​ຂອງ​ຕົນ​ກຳລັງ​ເຮັດ​ຫຍັງ, ແຕ່​ເຮົາ​ເອີ້ນ​ພວກເຈົ້າ​ວ່າ​ມິດສະຫາຍ ເພາະວ່າ​ທຸກສິ່ງ​ທີ່​ເຮົາ​ໄດ້​ຮຽນຮູ້​ຈາກ​ພຣະບິດາເຈົ້າ​ຂອງ​ເຮົາ ເຮົາ​ໄດ້​ສະແດງ​ໃຫ້​ພວກເຈົ້າ​ຮູ້​ແລ້ວ. 16ບໍ່​ແມ່ນ​ພວກເຈົ້າ​ທັງຫລາຍ​ໄດ້​ເລືອກ​ເອົາ​ເຮົາ, ແຕ່​ເຮົາ​ໄດ້​ເລືອກ​ເອົາ​ພວກເຈົ້າ ແລະ ໄດ້​ແຕ່ງຕັ້ງ​ພວກເຈົ້າ​ໃຫ້​ໄປ ແລະ ເກີດຜົນ, ເພື່ອ​ຜົນ​ຂອງ​ພວກເຈົ້າ​ຈະ​ຕັ້ງ​ຢູ່​ຖາວອນ. ເພື່ອວ່າ​ເມື່ອ​ພວກເຈົ້າ​ຈະ​ຂໍ​ສິ່ງໃດ​ຈາກ​ພຣະບິດາເຈົ້າ​ໃນ​ນາມ​ຂອງ​ເຮົາ ພຣະອົງ​ກໍ​ຈະປະທານ​ສິ່ງ​ນັ້ນ​ໃຫ້​ແກ່​ພວກເຈົ້າ. 17ນີ້​ແມ່ນ​ຄຳສັ່ງ​ຂອງ​ເຮົາ​ຄື: ຈົ່ງ​ຮັກ​ເຊິ່ງກັນແລະກັນ.
ໂລກ​ກຽດຊັງ​ພວກສາວົກ
18“ຖ້າ​ໂລກ​ກຽດຊັງ​ພວກເຈົ້າ, ຈົ່ງ​ຮູ້​ວ່າ​ໂລກ​ໄດ້​ກຽດຊັງ​ເຮົາ​ກ່ອນ​ແລ້ວ. 19ຖ້າ​ພວກເຈົ້າ​ເປັນ​ຂອງ​ໂລກ. ໂລກ​ກໍ​ຈະ​ຮັກ​ພວກເຈົ້າ​ໃນ​ຖານະ​ທີ່​ເປັນ​ຂອງ​ມັນ. ແຕ່​ເພາະ​ພວກເຈົ້າ​ບໍ່​ໄດ້​ເປັນ​ຂອງ​ໂລກ​ເພາະວ່າ​ເຮົາ​ໄດ້​ເລືອກ​ເອົາ​ພວກເຈົ້າ​ອອກ​ມາ​ຈາກ​ໂລກ​ແລ້ວ. ດ້ວຍເຫດນີ້ ໂລກ​ຈຶ່ງ​ກຽດຊັງ​ພວກເຈົ້າ. 20ຈົ່ງ​ລະນຶກ​ເຖິງ​ຂໍ້ຄວາມ​ທີ່​ເຮົາ​ໄດ້​ກ່າວ​ແກ່​ພວກເຈົ້າ​ໄວ້​ວ່າ: ‘ຄົນຮັບໃຊ້​ບໍ່​ຫ່ອນ​ໃຫຍ່​ກວ່າ​ນາຍ​ຂອງ​ຕົນ’#15:20 ຢຮ 13:16 ຖ້າ​ພວກເຂົາ​ຂົ່ມເຫັງ​ເຮົາ, ພວກເຂົາ​ກໍ​ຈະ​ຂົ່ມເຫັງ​ພວກເຈົ້າ​ເໝືອນກັນ. ຖ້າ​ພວກເຂົາ​ເຊື່ອຟັງ​ຄຳສອນ​ຂອງ​ເຮົາ, ພວກເຂົາ​ກໍ​ຈະ​ເຊື່ອຟັງ​ຄຳສອນ​ຂອງ​ພວກເຈົ້າ​ເໝືອນກັນ. 21ພວກເຂົາ​ຈະ​ປະຕິບັດ​ຕໍ່​ພວກເຈົ້າ​ຢ່າງ​ນີ້​ເພາະ​ເຫັນ​ແກ່​ນາມ​ຂອງ​ເຮົາ, ເພາະ​ພວກເຂົາ​ບໍ່​ຮູ້ຈັກ​ພຣະອົງ​ຜູ້​ທີ່​ໃຊ້​ເຮົາ​ມາ. 22ຖ້າ​ເຮົາ​ບໍ່​ໄດ້​ມາ​ກ່າວ​ແກ່​ພວກເຂົາ, ພວກເຂົາ​ກໍ​ຄົງ​ບໍ່​ມີ​ຄວາມຜິດບາບ. ແຕ່​ບັດນີ້ ພວກເຂົາ​ບໍ່​ມີ​ຂໍ້​ແກ້ໂຕ​ໃຫ້​ກັບ​ຄວາມບາບ​ຂອງ​ຕົນ​ແລ້ວ. 23ຜູ້​ທີ່​ກຽດຊັງ​ເຮົາ​ກໍ​ກຽດຊັງ​ພຣະບິດາເຈົ້າ​ຂອງ​ເຮົາ​ເໝືອນກັນ. 24ຖ້າ​ເຮົາ​ບໍ່​ໄດ້​ເຮັດ​ກິດຈະການ​ໃນ​ທ່າມກາງ​ພວກເຂົາ ເຊິ່ງ​ບໍ່​ເຄີຍ​ມີ​ຜູ້ໃດ​ໄດ້​ເຮັດ​ມາ​ກ່ອນ​ນັ້ນ, ພວກເຂົາ​ກໍ​ຄົງ​ບໍ່​ມີ​ຄວາມບາບ. ແຕ່​ບັດນີ້ ພວກເຂົາ​ໄດ້​ເຫັນ ແລະ ໄດ້​ກຽດຊັງ​ທັງ​ເຮົາ​ກັບ​ພຣະບິດາເຈົ້າ​ຂອງ​ເຮົາ. 25ແຕ່​ເພື່ອ​ໃຫ້​ເປັນຈິງ​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ໜັງສື​ກົດບັນຍັດ​ຂອງ​ພວກເຂົາ​ທີ່​ວ່າ: ‘ພວກເຂົາ​ໄດ້​ກຽດຊັງ​ເຮົາ​ໂດຍ​ບໍ່​ມີ​ເຫດຜົນ’.#15:25 ພສສ 35:19; 69:4
26“ເຮົາ​ຈະ​ສົ່ງ​ອົງ​ພຣະຜູ້ຊ່ວຍ​ຈາກ​ພຣະບິດາເຈົ້າ​ມາ​ຫາ​ພວກເຈົ້າ​ຄື ພຣະວິນຍານ​ແຫ່ງ​ຄວາມຈິງ ເຊິ່ງ​ເປັນ​ຜູ້​ທີ່​ມາ​ຈາກ​ພຣະບິດາເຈົ້າ, ເມື່ອ​ພຣະອົງ​ມາ​ແລ້ວ ພຣະອົງ​ຈະ​ເປັນ​ພະຍານ​ໃຫ້​ແກ່​ເຮົາ. 27ແລະ ພວກເຈົ້າ​ຈະ​ຕ້ອງ​ເປັນ​ພະຍານ​ເໝືອນກັນ, ເພາະ​ພວກເຈົ້າ​ໄດ້​ຢູ່​ກັບ​ເຮົາ​ມາ​ຕັ້ງ​ແຕ່​ຕົ້ນ​ແລ້ວ.

Currently Selected:

ໂຢຮັນ 15: LCV

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in