ໂຢຮັນ 16
16
1“ຂໍ້ຄວາມທັງໝົດນີ້ເຮົາໄດ້ບອກພວກເຈົ້າໄວ້ ເພື່ອພວກເຈົ້າຈະບໍ່ຫລົງທາງໄປ. 2ພວກເຂົາຈະຂັບໄລ່ພວກເຈົ້າອອກຈາກທຳມະສາລາ, ໃນຄວາມເປັນຈິງແລ້ວ ເວລາກຳລັງຈະມາເຖິງເມື່ອຜູ້ທີ່ຂ້າພວກເຈົ້າຈະຄິດວ່າພວກເຂົາກຳລັງຮັບໃຊ້ພຣະເຈົ້າຢູ່. 3ພວກເຂົາຈະເຮັດຢ່າງນັ້ນເພາະພວກເຂົາບໍ່ຮູ້ຈັກພຣະບິດາເຈົ້າ ແລະ ບໍ່ຮູ້ຈັກເຮົາ. 4ເຮົາໄດ້ບອກສິ່ງເຫລົ່ານີ້ແກ່ພວກເຈົ້າ ເພື່ອວ່າເມື່ອເວລາຂອງພວກເຂົາມາເຖິງ ພວກເຈົ້າຈະໄດ້ລະນຶກວ່າເຮົາໄດ້ເຕືອນພວກເຈົ້າໄວ້ແລ້ວ. ເຮົາບໍ່ໄດ້ບອກສິ່ງເຫລົ່ານີ້ແກ່ພວກເຈົ້າຕັ້ງແຕ່ຕົ້ນ ເພາະວ່າເຮົາຍັງຢູ່ກັບພວກເຈົ້າ.
ພາລະກິດຂອງພຣະວິນຍານບໍລິສຸດເຈົ້າ
5“ແຕ່ບັດນີ້ ເຮົາກຳລັງຈະໄປຫາພຣະອົງຜູ້ທີ່ໃຊ້ເຮົາມາ, ແຕ່ກໍບໍ່ມີຜູ້ໃດຈັກຄົນໃນພວກເຈົ້າທີ່ຖາມເຮົາວ່າ, ‘ພຣະອົງກຳລັງຈະໄປໃສ?’ 6ເພາະເຮົາໄດ້ບອກສິ່ງເຫລົ່ານີ້ແກ່ພວກເຈົ້າໄວ້ແລ້ວ ພວກເຈົ້າຈຶ່ງເຕັມໄປດ້ວຍຄວາມທຸກໂສກ. 7ແຕ່ເຮົາບອກຄວາມຈິງແກ່ພວກເຈົ້າວ່າ, ການທີ່ເຮົາຈະຈາກພວກເຈົ້າໄປນັ້ນກໍເພື່ອຜົນປະໂຫຍດຂອງພວກເຈົ້າ. ຖ້າເຮົາບໍ່ຈາກໄປ ອົງພຣະຜູ້ຊ່ວຍກໍຈະບໍ່ມາຫາພວກເຈົ້າ, ແຕ່ຖ້າເຮົາຈາກໄປເຮົາຈະໃຊ້ພຣະອົງມາຫາພວກເຈົ້າ. 8ເມື່ອພຣະອົງມາ, ພຣະອົງຈະເຮັດໃຫ້ໂລກສຳນຶກໃນຄວາມຜິດໃນເລື່ອງບາບ, ຄວາມຊອບທຳ ແລະ ການພິພາກສາ: 9ໃນເລື່ອງຄວາມບາບ ກໍເພາະມະນຸດບໍ່ເຊື່ອໃນເຮົາ, 10ໃນເລື່ອງຄວາມຊອບທຳ ກໍເພາະເຮົາກຳລັງຈະໄປຫາພຣະບິດາເຈົ້າ ບ່ອນທີ່ພວກເຈົ້າບໍ່ສາມາດເຫັນເຮົາອີກຕໍ່ໄປ, 11ແລະ ໃນເລື່ອງການພິພາກສາ ກໍເພາະບັດນີ້ຜູ້ປົກຄອງໂລກນີ້ຖືກຕັດສິນລົງໂທດແລ້ວ.
12“ເຮົາຍັງມີອີກຫລາຍສິ່ງທີ່ຈະກ່າວກັບພວກເຈົ້າ, ຫລາຍເກີນກວ່າທີ່ພວກເຈົ້າຈະຮັບໄດ້ໃນເວລານີ້. 13ແຕ່ເມື່ອພຣະວິນຍານແຫ່ງຄວາມຈິງມາ ພຣະອົງຈະນຳພວກເຈົ້າໄປສູ່ຄວາມຈິງທັງໝົດ. ພຣະອົງຈະບໍ່ກ່າວໂດຍພຣະອົງເອງແຕ່ຈະກ່າວສະເພາະສິ່ງທີ່ໄດ້ຍິນ ແລະ ຈະບອກພວກເຈົ້າໃຫ້ຮູ້ຈັກເຖິງສິ່ງທີ່ຈະເກີດຂຶ້ນ. 14ພຣະອົງຈະຖວາຍກຽດເຮົາໂດຍການນຳເອົາສິ່ງທີ່ເປັນຂອງເຮົາມາສະແດງໃຫ້ພວກເຈົ້າໄດ້ຮູ້. 15ທຸກສິ່ງທີ່ເປັນຂອງພຣະບິດາເຈົ້າກໍເປັນຂອງເຮົາ. ດ້ວຍເຫດນີ້, ເຮົາຈຶ່ງກ່າວວ່າພຣະວິນຍານຮັບສິ່ງທີ່ເປັນຂອງເຮົານັ້ນມາສະແດງໃຫ້ພວກເຈົ້າໄດ້ຮູ້”.
16ພຣະເຢຊູເຈົ້າກ່າວຕໍ່ໄປອີກວ່າ, “ອີກບໍ່ດົນພວກເຈົ້າຈະບໍ່ເຫັນເຮົາ ແລະ ຫລັງຈາກນັ້ນບໍ່ດົນພວກເຈົ້າກໍຈະເຫັນເຮົາ”.
ຄວາມທຸກໂສກຂອງພວກສາວົກຈະກາຍເປັນຄວາມຊື່ນຊົມຍິນດີ
17ສາວົກຂອງພຣະອົງບາງຄົນຈຶ່ງຖາມກັນວ່າ, “ພຣະອົງໝາຍຄວາມວ່າຢ່າງໃດທີ່ກ່າວວ່າ, ‘ອີກບໍ່ດົນພວກເຈົ້າຈະບໍ່ເຫັນເຮົາ ແລະ ຫລັງຈາກນັ້ນບໍ່ດົນພວກເຈົ້າກໍຈະເຫັນເຮົາ’? ແລະ ຍັງເວົ້າວ່າ ‘ເພາະເຮົາກຳລັງຈະໄປຫາພຣະບິດາເຈົ້າ’?” 18ພວກເພິ່ນຍັງຖາມກັນວ່າ, “ທີ່ພຣະອົງກ່າວວ່າ ‘ອີກບໍ່ດົນ’ ນັ້ນໝາຍຄວາມວ່າຢ່າງໃດ? ພວກເຮົາບໍ່ເຂົ້າໃຈສິ່ງທີ່ພຣະອົງກ່າວເລີຍ”.
19ພຣະເຢຊູເຈົ້າເຫັນວ່າພວກເພິ່ນຢາກຖາມພຣະອົງກ່ຽວກັບເລື່ອງນີ້, ດັ່ງນັ້ນພຣະອົງຈຶ່ງກ່າວກັບພວກເພິ່ນວ່າ, “ພວກເຈົ້າກຳລັງຖາມກັນໃນເລື່ອງທີ່ເຮົາໄດ້ກ່າວນັ້ນວ່າເຮົາໝາຍຄວາມວ່າຢ່າງໃດທີ່ກ່າວວ່າ, ‘ອີກບໍ່ດົນພວກເຈົ້າຈະບໍ່ເຫັນເຮົາ ແລະ ຫລັງຈາກນັ້ນອີກບໍດົນພວກເຈົ້າກໍຈະເຫັນເຮົາ’ ແມ່ນບໍ? 20ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ພວກເຈົ້າຈະຮ້ອງໄຫ້ຄ່ຳຄວນໃນຂະນະທີ່ໂລກຊື່ນຊົມຍິນດີ. ພວກເຈົ້າຈະມີຄວາມທຸກໂສກແຕ່ຄວາມທຸກໂສກຂອງພວກເຈົ້ານັ້ນຈະກາຍເປັນຄວາມຊື່ນຊົມຍິນດີ. 21ຍິງທີ່ຈະເກີດລູກກໍຍ່ອມເຈັບປວດເພາະເຖິງກຳນົດແລ້ວ, ແຕ່ເມື່ອລູກເກີດອອກມາແລ້ວນາງກໍລືມຄວາມເຈັບປວດທໍລະມານເພາະນາງຊື່ນຊົມຍິນດີທີ່ເດັກນ້ອຍຄົນໜຶ່ງໄດ້ເກີດມາໃນໂລກ. 22ພວກເຈົ້າກໍເໝືອນກັນ ບັດນີ້ເປັນເວລາແຫ່ງຄວາມທຸກໂສກຂອງພວກເຈົ້າ, ແຕ່ເຮົາຈະເຫັນພວກເຈົ້າອີກ ແລະ ພວກເຈົ້າຈະຊື່ນຊົມຍິນດີ, ແລະ ບໍ່ມີຜູ້ໃດຈະເອົາຄວາມຊື່ນຊົມຍິນດີຂອງພວກເຈົ້າໄປໄດ້. 23ໃນວັນນັ້ນພວກເຈົ້າຈະບໍ່ຖາມເຮົາເຖິງສິ່ງໃດອີກ. ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ສິ່ງໃດທີ່ພວກເຈົ້າຂໍຈາກພຣະບິດາເຈົ້າໃນນາມຂອງເຮົາ ພຣະອົງກໍຈະປະທານສິ່ງນັ້ນໃຫ້ແກ່ພວກເຈົ້າ. 24ຈົນເຖິງບັດນີ້ພວກເຈົ້າຍັງບໍ່ໄດ້ຂໍສິ່ງໃດໃນນາມຂອງເຮົາເລີຍ. ຈົ່ງຂໍແລ້ວພວກເຈົ້າຈະໄດ້ຮັບ ແລະ ຄວາມຊື່ນຊົມຍິນດີຂອງພວກເຈົ້າຈະເຕັມບໍລິບູນ.
25“ເຖິງແມ່ນວ່າເຮົາໄດ້ກ່າວເປັນຄຳປຽບທຽບຕະຫລອດມາ, ແຕ່ອີກບໍ່ດົນເຮົາຈະບໍ່ໃຊ້ພາສາແບບນີ້ອີກຕໍ່ໄປ ແຕ່ເຮົາຈະບອກພວກເຈົ້າຢ່າງຈະແຈ້ງກ່ຽວກັບເລື່ອງພຣະບິດາເຈົ້າຂອງເຮົາ. 26ໃນວັນນັ້ນ ພວກເຈົ້າຈະຂໍຈາກພຣະບິດາເຈົ້າໃນນາມຂອງເຮົາ. ເຮົາບໍ່ໄດ້ເວົ້າວ່າເຮົາຈະຂໍພຣະບິດາເຈົ້າແທນພວກເຈົ້າ. 27ດ້ວຍວ່າ ພຣະບິດາເຈົ້າເອງກໍຮັກພວກເຈົ້າ ເພາະພວກເຈົ້າໄດ້ຮັກເຮົາ ແລະ ໄດ້ເຊື່ອວ່າເຮົາມາຈາກພຣະເຈົ້າ. 28ເຮົາມາຈາກພຣະບິດາເຈົ້າ ແລະ ເຂົ້າມາໃນໂລກ, ບັດນີ້ ເຮົາກຳລັງຈະໄປຈາກໂລກ ແລະ ກັບໄປຫາພຣະບິດາເຈົ້າ”.
29ແລ້ວພວກສາວົກຂອງພຣະເຢຊູເຈົ້າຈຶ່ງເວົ້າວ່າ, “ບັດນີ້ ພຣະອົງກ່າວຢ່າງຈະແຈ້ງໂດຍບໍ່ມີຄຳປຽບທຽບ. 30ດຽວນີ້ພວກຂ້ານ້ອຍຮູ້ແລ້ວວ່າພຣະອົງຮູ້ຈັກທຸກສິ່ງ ແລະ ພຣະອົງບໍ່ຈຳເປັນຕ້ອງໃຫ້ຜູ້ໃດມາຖາມພຣະອົງ. ສິ່ງນີ້ເຮັດໃຫ້ພວກຂ້ານ້ອຍທັງຫລາຍເຊື່ອວ່າພຣະອົງມາຈາກພຣະເຈົ້າ”.
31ພຣະເຢຊູເຈົ້າຕອບວ່າ, “ບັດນີ້ພວກເຈົ້າເຊື່ອແລ້ວບໍ? 32ແຕ່ເວລານັ້ນກຳລັງຈະມາ ແລະ ກໍໄດ້ມາເຖິງແລ້ວ ເມື່ອພວກເຈົ້າແຕ່ລະຄົນຈະຕ້ອງກະແຈກກະຈາຍກັນໄປຍັງເຮືອນຂອງຕົນ. ພວກເຈົ້າຈະປະຖິ້ມເຮົາໄວ້ແຕ່ຜູ້ດຽວ. ແຕ່ເຮົາກໍບໍ່ໄດ້ຢູ່ຜູ້ດຽວ ເພາະພຣະບິດາເຈົ້າຂອງເຮົາຢູ່ກັບເຮົາ.
33“ເຮົາໄດ້ບອກເລື່ອງນີ້ແກ່ພວກເຈົ້າເພື່ອພວກເຈົ້າຈະໄດ້ມີສັນຕິສຸກໃນເຮົາ. ໃນໂລກນີ້ພວກເຈົ້າຈະມີຄວາມທຸກຍາກລໍາບາກ ແຕ່ຈົ່ງຊື່ນໃຈເທາະ! ເພາະເຮົາໄດ້ຊະນະໂລກແລ້ວ”.
Currently Selected:
ໂຢຮັນ 16: LCV
Highlight
Share
Copy

Want to have your highlights saved across all your devices? Sign up or sign in
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.