ມັດທາຍ 21
21
ພຣະເຢຊູເຈົ້າເຂົ້າສູ່ນະຄອນເຢຣູຊາເລັມໃນຖານະກະສັດ
(ມຣກ 11:1-10; ລກ 19:29-38; ຢຮ 12:12-15)
1ເມື່ອພຣະເຢຊູເຈົ້າ ແລະ ພວກສາວົກເຂົ້າມາໃກ້ນະຄອນເຢຣູຊາເລັມແລ້ວ ກໍມາຮອດບ້ານເບັດຟາເຄທີ່ພູເຂົາໝາກກອກ, ພຣະເຢຊູເຈົ້າໄດ້ໃຊ້ສາວົກສອງຄົນລ່ວງໜ້າໄປກ່ອນ 2ໂດຍສັ່ງພວກເພິ່ນວ່າ, “ຈົ່ງເຂົ້າໄປໃນບ້ານທີ່ຢູ່ຕໍ່ໜ້າພວກເຈົ້ານັ້ນ ແລະ ເມື່ອພວກເຈົ້າພົບລໍແມ່ໂຕໜຶ່ງທີ່ຖືກມັດຢູ່ກັບລໍນ້ອຍລູກຂອງມັນຢູ່ທີ່ນັ້ນ. ຈົ່ງແກ້ເຊືອກອອກ ແລ້ວຈູງມາຫາເຮົາ. 3ຖ້າມີຜູ້ໃດເວົ້າສິ່ງໃດ, ຈົ່ງບອກວ່າອົງພຣະຜູ້ເປັນເຈົ້າຕ້ອງການ ແລ້ວລາວກໍຈະປ່ອຍໃຫ້ທັນທີ”.
4ເຫດການນີ້ເປັນໄປຕາມທີ່ໄດ້ກ່າວໄວ້ຜ່ານທາງຜູ້ທຳນວາຍວ່າ:
5“ຈົ່ງບອກລູກສາວແຫ່ງຊີໂອນວ່າ,
‘ເບິ່ງແມ, ກະສັດຂອງເຈົ້າມາຫາເຈົ້າ
ຜູ້ອ່ອນສຸພາບ ແລະ ຂີ່ລໍ
ແລະ ຢູ່ເທິງລໍນ້ອຍ ລູກສັດໃຊ້ງານໂຕໜຶ່ງ’”.#21:5 ຊກຢ 9:9
6ພວກສາວົກທັງສອງຈຶ່ງໄປເຮັດຕາມທີ່ພຣະເຢຊູເຈົ້າສັ່ງ. 7ພວກເພິ່ນໄດ້ນໍາລໍແມ່ ແລະ ລູກລໍມາ, ເອົາເສື້ອຄຸມຂອງຕົນປູເທິງຫລັງລໍເຫລົ່ານັ້ນເພື່ອໃຫ້ພຣະເຢຊູເຈົ້າຂຶ້ນນັ່ງ. 8ແລ້ວປະຊາຊົນເປັນຈຳນວນຫລວງຫລາຍໄດ້ເອົາເສື້ອຄຸມຂອງຕົນປູຕາມຫົນທາງ, ບາງຄົນກໍໄດ້ຕັດເອົາງ່າໄມ້ຈາກຕົ້ນໄມ້ມາປູຕາມຫົນທາງ. 9ປະຊາຊົນທີ່ຍ່າງອອກໜ້າໄປກ່ອນພຣະອົງ ແລະ ຜູ້ທີ່ຕິດຕາມມາກໍຮ້ອງຂຶ້ນວ່າ,
“ໂຮຊັນນາ#21:9 ພາສາເຮັບເຣີ ແປວ່າ “ຊ່ວຍໃຫ້ພົ້ນ!” ເຊິ່ງກາຍເປັນຄຳສະແດງການສັນລະເສີນເຊັ່ນກັນດຽວກັບຂໍ້ 15ແດ່ບຸດດາວິດ!
“ສັນລະເສີນພຣະອົງຜູ້ມາໃນນາມຂອງອົງພຣະຜູ້ເປັນເຈົ້າ!”#21:9 ພສສ 118:26
“ໂຮຊັນນາໃນສະຫວັນສູງສຸດ!”
10ເມື່ອພຣະເຢຊູເຈົ້າເຂົ້າໄປໃນນະຄອນເຢຣູຊາເລັມແລ້ວ ປະຊາຊົນທົ່ວນະຄອນກໍແຕກຕື່ນ ແລະ ຖາມກັນວ່າ, “ຄົນນີ້ແມ່ນຜູ້ໃດ?”
11ປະຊາຊົນຕອບວ່າ, “ຄົນນີ້ແມ່ນພຣະເຢຊູເຈົ້າຜູ້ທຳນວາຍທີ່ມາຈາກເມືອງນາຊາເຣັດແຂວງຄາລີເລ”.
ພຣະເຢຊູເຈົ້າທີ່ວິຫານ
(ມຣກ 11:15-18; ລກ 19:45-47)
12ພຣະເຢຊູເຈົ້າໄດ້ເຂົ້າໄປໃນເດີ່ນວິຫານ ແລະ ໄດ້ຂັບໄລ່ບັນດາຄົນທີ່ຊື້ຂາຍຢູ່ທີ່ນັ້ນອອກໄປ. ພຣະອົງໄດ້ຂວ້ຳໂຕະຂອງຄົນຮັບແລກປ່ຽນເງິນ ແລະ ຕັ່ງນັ່ງຂອງຄົນຂາຍນົກເຂົາ. 13ພຣະອົງກ່າວຕໍ່ພວກເຂົາວ່າ, “ມີຄຳຂຽນໄວ້ໃນພຣະຄຳພີວ່າ, ‘ວິຫານຂອງເຮົາຈະເປັນທີ່ເອີ້ນວ່າສະຖານທີ່ແຫ່ງການອະທິຖານ’#21:13 ອຊຢ 56:7 ແຕ່ພວກເຈົ້າກຳລັງເຮັດໃຫ້ກາຍເປັນ ‘ຖ້ຳໂຈນ’#21:13 ຢມຢ 7:11”.
14ຄົນຕາບອດ ແລະ ຄົນຂາພິການກໍພາກັນມາຫາພຣະເຢຊູເຈົ້າທີ່ວິຫານ ແລະ ພຣະອົງກໍຮັກສາພວກເຂົາໃຫ້ຫາຍດີ. 15ແຕ່ເມື່ອພວກຫົວໜ້າປະໂລຫິດ ແລະ ພວກຄູສອນກົດບັນຍັດເຫັນສິ່ງຍິ່ງໃຫຍ່ທີ່ພຣະອົງໄດ້ກະທຳ ແລະ ໄດ້ຍິນພວກເດັກນ້ອຍຮ້ອງສຽງດັງໃນເຂດວິຫານວ່າ, “ໂຮຊັນນາ ແດ່ບຸດຂອງດາວິດ”, ແລ້ວພວກເຂົາກໍບໍ່ພໍໃຈ.
16ດັ່ງນັ້ນ ພວກເຂົາຈຶ່ງຖາມພຣະອົງວ່າ, “ເຈົ້າບໍ່ໄດ້ຍິນຄຳທີ່ເດັກນ້ອຍເຫລົ່ານັ້ນກຳລັງເວົ້າກັນບໍ?”
ພຣະເຢຊູເຈົ້າຕອບວ່າ, “ໄດ້ຍິນແລ້ວ ພວກເຈົ້າບໍ່ເຄີຍອ່ານພົບບໍໃນຄຳທີ່ວ່າ,
“‘ອົງພຣະຜູ້ເປັນເຈົ້າ, ພຣະອົງຈັດໃຫ້ຄຳສັນເສີນອັນແທ້ຈິງ
ອອກມາຈາກຮິມສົບຂອງເດັກນ້ອຍ ແລະ ເດັກອ່ອນ’#21:16 ພສສ 8:2”.
17ແລ້ວພຣະອົງກໍຈາກພວກເຂົາໄປ ແລະ ອອກຈາກນະຄອນໄປຍັງບ້ານເບັດທານີ, ບ່ອນທີ່ພຣະອົງພັກຄ້າງຄືນຢູ່ທີ່ນັ້ນ.
ພຣະເຢຊູເຈົ້າສາບແຊ່ງຕົ້ນໝາກເດື່ອ
(ມຣກ 11:12-14,20-24)
18ໃນເວລາເຊົ້າ, ຂະນະທີ່ພຣະເຢຊູເຈົ້າກັບຄືນເຂົ້າໄປໃນນະຄອນອີກ ພຣະອົງຫິວເຂົ້າ. 19ເມື່ອພຣະອົງເຫັນຕົ້ນໝາກເດື່ອຕົ້ນໜຶ່ງຢູ່ແຄມທາງ ພຣະອົງຈຶ່ງຍ່າງເຂົ້າໄປໃກ້ ແລະ ເຫັນວ່າຕົ້ນໝາກເດື່ອຕົ້ນນັ້ນບໍ່ມີໝາກມີແຕ່ໃບເທົ່ານັ້ນ. ດັ່ງນັ້ນ ພຣະອົງຈຶ່ງກ່າວຕໍ່ຕົ້ນໝາກເດື່ອຕົ້ນນັ້ນວ່າ, “ເຈົ້າຢ່າໄດ້ເກີດໝາກອີກຕໍ່ໄປ!” ໃນທັນໃດນັ້ນ ຕົ້ນໝາກເດື່ອນັ້ນກໍຫ່ຽວແຫ້ງລົງ.
20ເມື່ອພວກສາວົກເຫັນເຊັ່ນນີ້, ພວກເພິ່ນກໍພາກັນປະຫລາດໃຈ. ແລ້ວພາກັນເວົ້າວ່າ, “ຕົ້ນໝາກເດື່ອຫ່ຽວແຫ້ງໄປຢ່າງໄວວາເຊັ່ນນີ້ໄດ້ຢ່າງໃດ?”
21ພຣະເຢຊູເຈົ້າຕອບວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຖ້າພວກເຈົ້າມີຄວາມເຊື່ອ ແລະ ບໍ່ສົງໄສ ພວກເຈົ້າກໍເຮັດຕໍ່ຕົ້ນໝາກເດື່ອຕົ້ນນີ້ໄດ້ເໝືອນດັ່ງທີ່ເຮົາໄດ້ເຮັດ, ບໍ່ພຽງເທົ່ານັ້ນ ແຕ່ພວກເຈົ້າຍັງສາມາດສັ່ງພູໜ່ວຍນີ້ວ່າ, ‘ຈົ່ງເຄື່ອນຍ້າຍໄປຕົກລົງສູ່ທະເລ’ ກໍຈະເປັນໄປຕາມນັ້ນ. 22ຖ້າພວກເຈົ້າເຊື່ອ ພວກເຈົ້າກໍຈະໄດ້ຮັບທຸກສິ່ງທີ່ພວກເຈົ້າອະທິຖານຂໍ”.
ບັນຫາເລື່ອງສິດອຳນາດຂອງພຣະເຢຊູເຈົ້າ
(ມຣກ 11:27-33; ລກ 20:1-8)
23ພຣະເຢຊູເຈົ້າເຂົ້າໄປໃນເດີ່ນວິຫານ ແລະ ໃນຂະນະທີ່ພຣະອົງສັ່ງສອນຢູ່ນັ້ນ ພວກຫົວໜ້າປະໂລຫິດ ແລະ ພວກເຖົ້າແກ່ຂອງປະຊາຊົນກໍມາຫາພຣະອົງ. ພວກເຂົາໄດ້ຖາມວ່າ, “ເຈົ້າເຮັດສິ່ງເຫລົ່ານີ້ດ້ວຍສິດອຳນາດໃດ? ແລະ ຜູ້ໃດໃຫ້ສິດອຳນາດນີ້ແກ່ເຈົ້າ?”
24ພຣະເຢຊູເຈົ້າຕອບວ່າ, “ເຮົາຈະຖາມພວກເຈົ້າຂໍ້ໜຶ່ງເໝືອນກັນ. ຖ້າພວກເຈົ້າຕອບເຮົາ ເຮົາກໍຈະບອກພວກເຈົ້າວ່າເຮົາເຮັດສິ່ງເຫລົ່ານີ້ດ້ວຍສິດອຳນາດໃດ. 25ບັບຕິສະມາຂອງໂຢຮັນມາຈາກໃສ? ມາຈາກສະຫວັນ ຫລື ມາຈາກຂອງມະນຸດ?”
ພວກເຂົາໄດ້ປຶກສາກັນເອງ ແລະ ເວົ້າວ່າ, “ຖ້າພວກເຮົາຕອບວ່າ ‘ມາຈາກສະຫວັນ’ ລາວກໍຈະຖາມວ່າ ‘ເປັນຫຍັງພວກເຈົ້າຈຶ່ງບໍ່ເຊື່ອໂຢຮັນ?’ 26ແຕ່ຖ້າພວກເຮົາເວົ້າວ່າ, ‘ມາຈາກມະນຸດ’ ພວກເຮົາກໍຢ້ານປະຊາຊົນເພາະທຸກຄົນຖືວ່າໂຢຮັນເປັນຜູ້ທຳນວາຍ”.
27ດັ່ງນັ້ນ ພວກເຂົາຈຶ່ງຕອບພຣະເຢຊູເຈົ້າວ່າ, “ພວກເຮົາບໍ່ຮູ້ຈັກ”.
ແລ້ວພຣະອົງຈຶ່ງກ່າວວ່າ, “ເຮົາກໍຈະບໍ່ບອກພວກເຈົ້າເໝືອນກັນວ່າເຮົາເຮັດສິ່ງເຫລົ່ານີ້ດ້ວຍສິດອຳນາດໃດ.
ຄຳອຸປະມາເລື່ອງລູກຊາຍສອງຄົນ
28“ພວກເຈົ້າຄິດຢ່າງໃດ? ມີຊາຍຜູ້ໜຶ່ງມີລູກຊາຍສອງຄົນ ລາວໄປຫາລູກຊາຍກົກ ແລະ ບອກວ່າ, ‘ລູກເອີຍ, ມື້ນີ້ຈົ່ງໄປເຮັດວຽກໃນສວນອະງຸ່ນເດີ້’.
29“ລູກຊາຍກົກຕອບວ່າ, ‘ລູກບໍ່ໄປ’, ແຕ່ຕໍ່ມາລາວກໍປ່ຽນໃຈ ແລະ ກໍໄປເຮັດວຽກ.
30“ແລ້ວພໍ່ກໍໄປຫາລູກຊາຍຜູ້ທີສອງ ແລະ ບອກຢ່າງດຽວກັນ. ລູກຊາຍຜູ້ນີ້ຕອບວ່າ, ‘ເຈົ້າ ລູກຈະໄປ’ ແຕ່ລາວບໍ່ໄດ້ໄປ.
31“ໃນລູກສອງຄົນນີ້ຜູ້ໃດເຮັດຕາມໃຈພໍ່?”
ພວກເຂົາຕອບວ່າ, “ແມ່ນລູກຊາຍກົກ”.
ພຣະເຢຊູເຈົ້າກ່າວວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຄົນເກັບພາສີ ແລະ ຍິງໂສເພນີ ກຳລັງເຂົ້າໄປໃນອານາຈັກຂອງພຣະເຈົ້າກ່ອນພວກເຈົ້າ. 32ເພາະໂຢຮັນບັບຕິສະໂຕໄດ້ມາເພື່ອຊີ້ບອກທາງແຫ່ງຄວາມຊອບທຳໃຫ້ແກ່ພວກເຈົ້າ ແລະ ພວກເຈົ້າບໍ່ເຊື່ອເພິ່ນ, ແຕ່ຄົນເກັບພາສີ ແລະ ຍິງໂສເພນີໄດ້ເຊື່ອເພິ່ນ ແລະ ເຖິງແມ່ນວ່າພວກເຈົ້າໄດ້ເຫັນສິ່ງນີ້ແລ້ວກໍຕາມ ພວກເຈົ້າກໍຍັງບໍ່ຍອມກັບໃຈ ແລະ ເຊື່ອເພິ່ນ.
ຄຳອຸປະມາເລື່ອງຄົນເຊົ່າສວນອະງຸ່ນ
(ມຣກ 12:1-12; ລກ 20:9-19)
33“ຈົ່ງຟັງຄຳອຸປະມາເລື່ອງໜຶ່ງອີກຄື ມີເຈົ້າຂອງສວນຄົນໜຶ່ງທີ່ເຮັດສວນອະງຸ່ນ ເພິ່ນໄດ້ເຮັດຮົ້ວອ້ອມສວນໄວ້, ເຈາະອ່າງເພື່ອໃຊ້ເປັນບ່ອນຢຽບເອົານໍ້າອະງຸ່ນ ແລະ ໄດ້ສ້າງຫໍຄອຍໄວ້ເພື່ອເຝົ້າຍາມ. ຫລັງຈາກນັ້ນ ເພິ່ນໄດ້ໃຫ້ພວກຊາວສວນເຊົ່າ ແລ້ວເພິ່ນຍ້າຍອອກໄປບ່ອນອື່ນ. 34ເມື່ອໃກ້ຈະເຖິງລະດູເກັບກ່ຽວ ເພິ່ນກໍໃຊ້ບັນດາຜູ້ຮັບໃຊ້ຂອງຕົນໄປຫາພວກຄົນເຊົ່າສວນເພື່ອຮັບຜົນລະປູກຂອງເພິ່ນ.
35“ແຕ່ພວກຄົນເຊົ່າສວນໄດ້ຈັບບັນດາຜູ້ຮັບໃຊ້ຂອງເພິ່ນ ພວກເຂົາຂ້ຽນຕີຄົນໜຶ່ງ, ຂ້າຄົນໜຶ່ງ ແລະ ເອົາຫີນແກວ່ງໃສ່ຄົນທີສາມ. 36ດັ່ງນັ້ນ ເພິ່ນຈຶ່ງສົ່ງຜູ້ຮັບໃຊ້ຄົນອື່ນໄປຫາພວກເຂົາອີກຫລາຍກວ່າຄັ້ງທຳອິດ ແຕ່ພວກຄົນເຊົ່າສວນກໍເຮັດຕໍ່ຄົນເຫລົ່ານັ້ນຢ່າງດຽວກັນ. 37ໃນທີ່ສຸດ ເພິ່ນຈຶ່ງສົ່ງລູກຊາຍຂອງຕົນໄປຫາພວກເຂົາ. ເພິ່ນກ່າວວ່າ, ‘ພວກເຂົາຈະໃຫ້ຄວາມເຄົາລົບນັບຖືລູກຊາຍຂອງເຮົາ’.
38“ແຕ່ເມື່ອພວກຄົນເຊົ່າສວນເຫັນຜູ້ເປັນລູກຊາຍ ພວກເຂົາຈຶ່ງເວົ້າກັນວ່າ, ‘ຄົນນີ້ຄືຜູ້ສືບທອດມໍລະດົກ. ໃຫ້ພວກເຮົາຂ້າມັນແລ້ວຢຶດເອົາມໍລະດົກຂອງມັນ’. 39ດັ່ງນັ້ນ ພວກເຂົາຈຶ່ງຈັບລູກຊາຍຂອງເຈົ້າຂອງສວນໂຍນລາວຖິ້ມອອກໄປນອກສວນອະງຸ່ນແລ້ວຂ້າລາວ.
40“ເຫດສະນັ້ນ ເມື່ອເຈົ້າຂອງສວນອະງຸ່ນມາ ເພິ່ນຈະເຮັດຢ່າງໃດກັບພວກຄົນເຊົ່າສວນ?”
41ພວກເຂົາຕອບວ່າ, “ເພິ່ນຈະນໍາບັນດາຄົນຊົ່ວເຫລົ່ານັ້ນໄປສູ່ຈຸດຈົບທີ່ຊົ່ວຮ້າຍ ແລະ ຍົກສວນອະງຸ່ນນັ້ນໃຫ້ຄົນອື່ນເຊົ່າ ຜູ້ທີ່ຍອມມອບສ່ວນແບ່ງຈາກຜົນຜະລິດຂອງຕົນໃຫ້ເພິ່ນເມື່ອເຖິງລະດູເກັບກ່ຽວ”.
42ແລ້ວພຣະເຢຊູເຈົ້າກໍກ່າວແກ່ພວກເຂົາວ່າ, “ພວກເຈົ້າບໍ່ເຄີຍອ່ານພຣະຄຳພີຂໍ້ນີ້ບໍວ່າ:
“‘ຫີນທີ່ຊ່າງກໍ່ໄດ້ຖິ້ມແລ້ວ
ບັດນີ້ກໍໄດ້ກາຍເປັນຫີນເສົາເອກ,#21:42 ຫລື ຫີນຫົວມຸມ
ອົງພຣະຜູ້ເປັນເຈົ້າໄດ້ກະທຳການນີ້
ແລະ ເປັນສິ່ງທີ່ອັດສະຈັນໃນສາຍຕາຂອງພວກເຮົາ’#21:42 ພສສ 118:22,23?
43“ດັ່ງນັ້ນ ເຮົາຈຶ່ງບອກພວກເຈົ້າວ່າ, ອານາຈັກຂອງພຣະເຈົ້າຈະຖືກຍົກໄປຈາກພວກເຈົ້າ ແລະ ມອບໃຫ້ແກ່ບັນດາຊົນຊາດທີ່ຈະເຮັດໃຫ້ມັນຜະລິດຜົນ. 44ຜູ້ໃດທີ່ລົ້ມທັບຫີນນີ້ ຜູ້ນັ້ນຈະຕ້ອງແຕກໝຸ່ນໄປ ແຕ່ຖ້າຫີນນີ້ຕົກທັບຜູ້ໃດ ຜູ້ນັ້ນກໍຈະແຫລກໝຸ່ນໄປເປັນຕ່ອນໆ”.#21:44 ເອກະສານເກົ່າທີ່ຂຽນດ້ວຍມືບາງສະບັບບໍ່ມີຂໍ້ 44
45ເມື່ອພວກຫົວໜ້າປະໂລຫິດ ແລະ ພວກຟາຣີຊາຍໄດ້ຍິນຄຳອຸປະມາຂອງພຣະເຢຊູເຈົ້າ ພວກເຂົາຮູ້ຈັກວ່າພຣະອົງກຳລັງເວົ້າກ່ຽວກັບພວກເຂົາ. 46ພວກເຂົາຈຶ່ງຊອກຫາທາງທີ່ຈະຈັບພຣະອົງ, ແຕ່ຍ້ອນພວກເຂົາຢ້ານປະຊາຊົນ ເພາະປະຊາຊົນຖືວ່າພຣະອົງເປັນຜູ້ທຳນວາຍ.
Currently Selected:
ມັດທາຍ 21: LCV
Highlight
Share
Copy
Want to have your highlights saved across all your devices? Sign up or sign in
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.