YouVersion Logo
Search Icon

ມັດທາຍ 7

7
ການຕັດສິນ​ຄົນອື່ນ
(ລກ 6:41,42)
1“ຢ່າ​ຕັດສິນ, ເພື່ອ​ພວກເຈົ້າ​ເອງ​ຈະ​ບໍ່​ຖືກ​ຕັດສິນ​ເໝືອນກັນ. 2ດ້ວຍວ່າ ພວກເຈົ້າ​ຕັດສິນ​ຄົນ​ອື່ນ​ຢ່າງໃດ ພວກເຈົ້າ​ກໍ​ຈະ​ຖືກ​ຕັດສິນ​ຢ່າງນັ້ນ ແລະ ພວກເຈົ້າ​ຈະ​ຕວງ​ໃຫ້​ເຂົາ​ດ້ວຍ​ເຄື່ອງຜອງ​ອັນ​ໃດ ພວກເຈົ້າ​ກໍ​ຈະ​ໄດ້​ຮັບ​ດ້ວຍ​ເຄື່ອງຜອງ​ອັນ​ນັ້ນ.
3“ເປັນຫຍັງ​ເຈົ້າ​ຈຶ່ງ​ແນມເບິ່ງ​ຜົງ​ຂີ້ເລື່ອຍ​ທີ່​ຢູ່​ໃນ​ຕາ​ຂອງ​ພີ່ນ້ອງ​ຂອງ​ເຈົ້າ ແລະ ໄມ້​ທັງ​ທ່ອນ​ທີ່​ຢູ່​ໃນ​ຕາ​ຂອງ​ເຈົ້າ​ເອງ​ພັດ​ແນມເບິ່ງ​ບໍ່​ເຫັນ? 4ດ້ວຍ​ເຫດ​ໃດ ເຈົ້າ​ຈຶ່ງ​ເວົ້າ​ຕໍ່​ພີ່ນ້ອງ​ຂອງ​ເຈົ້າ​ວ່າ, ‘ຈົ່ງ​ໃຫ້​ຂ້ອຍ​ເຂ່ຍ​ເອົາ​ຜົງ​ຂີ້ເລື່ອຍ​ອອກ​ຈາກ​ຕາ​ຂອງ​ເຈົ້າ’ ໃນ​ເມື່ອ​ເຈົ້າ​ກໍ​ມີ​ໄມ້​ທັງ​ທ່ອນ​ຢູ່​ໃນ​ຕາ​ຂອງ​ຕົນ​ຢູ່​ຕະຫລອດ​ເວລາ? 5ພວກ​ຄົນ​ໜ້າຊື່ໃຈຄົດ ຈົ່ງ​ເອົາ​ໄມ້​ທັງ​ທ່ອນ​ອອກ​ຈາກ​ຕາ​ຂອງ​ຕົນ​ເອງ​ກ່ອນ, ແລ້ວ​ຫລັງຈາກນັ້ນ​ເຈົ້າ​ກໍ​ຈະ​ເຫັນ​ແຈ້ງ​ດີ ເພື່ອ​ເຂ່ຍ​ຜົງ​ຂີ້ເລື່ອຍ​ອອກ​ຈາກ​ຕາ​ຂອງ​ພີ່ນ້ອງ​ຂອງ​ເຈົ້າ​ໄດ້.
6“ຢ່າ​ເອົາ​ຂອງ​ສັກສິດ​ໃຫ້​ແກ່​ໝາ, ຢ່າ​ໂຍນ​ໄຂ່ມຸກ​ຂອງ​ເຈົ້າ​ໃຫ້​ໝູ. ຖ້າ​ເຈົ້າ​ເຮັດ​ຢ່າງນັ້ນ, ພວກມັນ​ຈະ​ຢຽບຢ່ຳ​ໄວ້​ພື້ນ​ຕີນ​ຂອງ​ພວກມັນ, ແລ້ວ​ກັບ​ຄືນ​ມາ​ຈີກ​ເຈົ້າ​ອອກ​ເປັນ​ຕ່ອນໆ.
ຂໍ, ຊອກ, ເຄາະ
(ລກ 11:9-13)
7“ຈົ່ງ​ຂໍ​ແລ້ວ​ພວກເຈົ້າ​ຈະ​ໄດ້​ຮັບ, ຈົ່ງ​ສະແຫວງ​ຫາ​ແລ້ວ​ພວກເຈົ້າ​ຈະ​ໄດ້​ພົບ, ຈົ່ງ​ເຄາະ​ແລ້ວ​ປະຕູ​ຈະ​ເປີດ​ໃຫ້​ແກ່​ພວກເຈົ້າ. 8ດ້ວຍວ່າ ທຸກຄົນ​ທີ່​ຂໍ​ກໍ​ຈະ​ໄດ້​ຮັບ, ທຸກຄົນ​ທີ່​ສະແຫວງ​ຫາ​ກໍ​ຈະ​ໄດ້​ພົບ ແລະ ທຸກຄົນ​ທີ່​ເຄາະ ປະຕູ​ກໍ​ຈະ​ເປີດ​ໃຫ້.
9“ມີ​ຜູ້ໃດ​ໃນ​ພວກເຈົ້າ​ຖ້າ​ລູກຊາຍ​ຂໍ​ເຂົ້າຈີ່​ຈະ​ເອົາ​ກ້ອນຫີນ​ໃຫ້? 10ຫລື ຖ້າ​ລູກ​ຂໍ​ປາ​ຈະ​ເອົາ​ງູ​ໃຫ້? 11ເຫດສະນັ້ນ ເຖິງແມ່ນວ່າ​ພວກເຈົ້າ​ຜູ້​ເປັນ​ຄົນຊົ່ວ​ຍັງ​ຮູ້ຈັກ​ເອົາ​ຂອງ​ດີ​ໃຫ້​ແກ່​ລູກ​ຂອງ​ຕົນ, ຫລາຍ​ກວ່າ​ນັ້ນ​ອີກ​ຈັກ​ເທົ່າໃດ! ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ຜູ້​ສະຖິດ​ໃນ​ສະຫວັນ​ຈະ​ໃຫ້​ຂອງ​ດີ​ໃຫ້​ແກ່​ບັນດາ​ຜູ້​ທີ່​ຂໍ​ຈາກ​ພຣະອົງ. 12ດັ່ງນັ້ນ, ສິ່ງໃດ​ທີ່​ພວກເຈົ້າ​ຢາກ​ໃຫ້​ຄົນ​ອື່ນ​ເຮັດ​ຕໍ່​ພວກເຈົ້າ ກໍ​ຈົ່ງ​ເຮັດ​ຕໍ່​ພວກເຂົາ​ຢ່າງນັ້ນ​ເໝືອນກັນ, ເພາະ​ນີ້​ແມ່ນ​ຂໍ້​ສະຫລຸບ​ທັງໝົດ​ຂອງ​ໜັງສື​ກົດບັນຍັດ ແລະ ໜັງສື​ຜູ້ທຳນວາຍ.
ປະຕູ​ແຄບ ແລະ ປະຕູ​ກວ້າງ
13“ຈົ່ງ​ເຂົ້າໄປ​ທາງ​ປະຕູ​ແຄບ, ເພາະວ່າ​ປະຕູ​ກວ້າງ ແລະ ທາງ​ກວ້າງ​ກໍ​ນຳ​ໄປ​ສູ່​ຄວາມຈິບຫາຍ ແລະ ຄົນ​ເປັນ​ຈຳນວນ​ຫລາຍ​ກໍ​ເຂົ້າ​ໄປ​ທາງ​ນັ້ນ. 14ແຕ່​ປະຕູ​ທີ່​ນໍາ​ໄປ​ສູ່​ຊີວິດ​ກໍ​ນ້ອຍ ແລະ ທາງ​ກໍ​ຄັບແຄບ ແລະ ຄົນ​ທີ່​ພົບ​ທາງ​ນັ້ນ​ກໍ​ມີ​ໜ້ອຍ.
ຕົ້ນໄມ້ ແລະ ຜົນ​ຂອງ​ມັນ
15“ຈົ່ງ​ລະວັງ​ພວກ​ຜູ້ທຳນວາຍ​ປອມ. ພວກເຂົາ​ມາ​ຫາ​ພວກເຈົ້າ​ໃນ​ຄາບ​ຂອງ​ແກະ, ແຕ່​ພາຍໃນ​ແລ້ວ​ພວກເຂົາ​ໂຫດຮ້າຍ​ຄື​ໝາປ່າ. 16ພວກເຈົ້າ​ຈະ​ຮູ້​ວ່າ​ພວກເຂົາ​ເປັນ​ຜູ້ໃດ​ໄດ້​ຈາກ​ຜົນ​ຂອງ​ພວກເຂົາ. ມີ​ຜູ້ໃດ​ເກັບ​ໝາກອະງຸ່ນ​ໄດ້​ຈາກ​ຟຸ່ມໜາມ ແລະ ມີ​ຜູ້ໃດ​ເກັບ​ໝາກເດື່ອ​ໄດ້​ຈາກ​ຕົ້ນໜາມ? 17ໃນ​ທຳນອງ​ດຽວ​ກັນ ຕົ້ນໄມ້​ດີ​ຍ່ອມ​ເກີດ​ໝາກ​ດີ, ສ່ວນ​ຕົ້ນໄມ້​ບໍ່​ດີ​ຍ່ອມ​ເກີດ​ໝາກ​ບໍ່​ດີ. 18ຕົ້ນໄມ້​ດີ​ຈະ​ເກີດ​ໝາກ​ບໍ່​ດີ​ກໍ​ບໍ່​ໄດ້ ແລະ ຕົ້ນໄມ້​ບໍ່​ດີ​ຈະ​ເກີດ​ໝາກ​ດີ​ກໍ​ບໍ່​ໄດ້. 19ຕົ້ນໄມ້​ທຸກ​ຕົ້ນ​ທີ່​ເກີດຜົນ​ບໍ່​ດີ​ຍ່ອມ​ຖືກ​ຕັດ ແລະ ຖືກ​ໂຍນ​ຖິ້ມ​ລົງ​ໃນ​ໄຟ. 20ເຫດສະນັ້ນ ພວກເຈົ້າ​ຈະ​ຮູ້​ວ່າ​ພວກເຂົາ​ເປັນ​ຜູ້ໃດ​ໄດ້​ຈາກ​ຜົນ​ຂອງ​ພວກເຂົາ.
ສາວົກ​ແທ້ ແລະ ສາວົກ​ບໍ່​ແທ້
21“ບໍ່​ແມ່ນ​ທຸກຄົນ​ທີ່​ເອີ້ນ​ເຮົາ​ວ່າ, ‘ອົງພຣະຜູ້ເປັນເຈົ້າ, ອົງພຣະຜູ້ເປັນເຈົ້າ’ ຈະ​ໄດ້​ເຂົ້າ​ໃນ​ອານາຈັກ​ສະຫວັນ, ເຂົ້າ​ໄດ້​ແຕ່​ຜູ້​ທີ່​ປະຕິບັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະບິດາເຈົ້າ​ຂອງ​ເຮົາ​ຜູ້​ຢູ່​ໃນ​ສະຫວັນ. 22ໃນ​ວັນ​ນັ້ນ ຫລາຍ​ຄົນ​ຈະ​ເວົ້າ​ກັບ​ເຮົາ​ວ່າ, ‘ອົງພຣະຜູ້ເປັນເຈົ້າ, ອົງພຣະຜູ້ເປັນເຈົ້າ, ພວກຂ້ານ້ອຍ​ໄດ້​ປະກາດ​ພຣະຄຳ​ໃນ​ນາມ​ຂອງ​ພຣະອົງ, ໄດ້​ຂັບໄລ່​ຜີມານຮ້າຍ​ອອກ​ໃນ​ນາມ​ຂອງ​ພຣະອົງ ແລະ ໄດ້​ເຮັດ​ການ​ອັດສະຈັນ​ຫລາຍ​ປະການ​ໃນ​ນາມ​ຂອງ​ພຣະອົງ​ບໍ່​ແມ່ນ​ບໍ?’ 23ເມື່ອ​ນັ້ນ​ເຮົາ​ຈະ​ບອກ​ພວກເຂົາ​ຢ່າງ​ຈະແຈ້ງ​ວ່າ, ‘ເຮົາ​ບໍ່​ເຄີຍ​ຮູ້ຈັກ​ພວກເຈົ້າ. ຈົ່ງ​ໜີ​ໄປ​ຈາກ​ເຮົາ, ພວກ​ຄົນ​ຊົ່ວ​ທັງຫລາຍ!’
ຄົນສະຫລາດ ແລະ ຄົນໂງ່
(ລກ 6:47-49)
24“ເຫດສະນັ້ນ, ທຸກຄົນ​ທີ່​ໄດ້​ຍິນ​ຖ້ອຍຄຳ​ເຫລົ່ານີ້​ຂອງ​ເຮົາ ແລະ ນຳ​ເອົາ​ໄປ​ປະຕິບັດ ກໍ​ເປັນ​ເໝືອນ​ຄົນ​ສະຫລາດ​ທີ່​ກໍ່ສ້າງ​ເຮືອນ​ຂອງ​ຕົນ​ຢູ່​ເທິງ​ດານຫີນ. 25ຝົນ​ກໍ​ຕົກ, ນ້ຳ​ກໍ​ນອງ​ຖ້ວມ​ຂຶ້ນ​ມາ ແລະ ລົມ​ກໍ​ພັດ​ປະທະ​ເຮືອນ​ນັ້ນ ແຕ່​ເຮືອນ​ນັ້ນ​ກໍ​ບໍ່​ໄດ້​ພັງ​ລົງ​ເພາະ​ມີ​ຮາກຖານ​ຢູ່​ເທິງ​ດານຫີນ. 26ສ່ວນ​ຄົນ​ທີ່​ໄດ້​ຍິນ​ຖ້ອຍຄຳ​ເຫລົ່ານີ້​ຂອງ​ເຮົາ ແລະ ບໍ່​ໄດ້​ນຳ​ເອົາ​ໄປ​ປະຕິບັດຕາມ ລາວ​ກໍ​ເປັນ​ເໝືອນ​ຄົນໂງ່​ຜູ້​ໜຶ່ງ​ທີ່​ກໍ່ສ້າງ​ເຮືອນ​ຂອງ​ຕົນ​ເທິງ​ດິນຊາຍ. 27ເມື່ອ​ຝົນຕົກ​ລົງ​ມາ, ກະແສນ້ຳ​ກໍ​ນອງ​ຖ້ວມ​ຂຶ້ນ​ມາ ແລະ ລົມ​ກໍ​ພັດ​ປະທະ​ເຮືອນ​ນັ້ນ ເຮືອນ​ກໍ​ພັງທະລາຍ​ລົງ”.
28ເມື່ອ​ພຣະເຢຊູເຈົ້າ​ກ່າວ​ສິ່ງ​ເຫລົ່ານີ້​ຈົບ​ແລ້ວ, ປະຊາຊົນ​ຕ່າງ​ກໍ​ປະຫລາດໃຈ​ໃນ​ຄຳສັ່ງສອນ​ຂອງ​ພຣະອົງ, 29ເພາະວ່າ​ພຣະອົງ​ໄດ້​ສັ່ງສອນ​ເໝືອນ​ຜູ້​ມີ​ສິດອຳນາດ ແລະ ບໍ່​ເໝືອນ​ກັບ​ພວກ​ຄູສອນກົດບັນຍັດ​ຂອງ​ພວກເຂົາ.

Currently Selected:

ມັດທາຍ 7: LCV

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in