Logo YouVersion
Eicon Chwilio

ລູກາ 6

6
ບັນຫາເລື່ອງວັນຊະບາໂຕ
(ມທ 12:1-8; ມລກ 2:23-28)
1ວັນໜຶ່ງ ໃນວັນຊະບາໂຕຜູ້ທຳນວາຍ ພຣະເຢຊູເຈົ້າກຳລັງຍ່າງຜ່ານທົງນາພວກສາວົກຂອງພຣະອົງໄດ້ເດັດເອົາຮວງເຂົ້າ ແລະເກັດກິນ. 2ພວກ ຟາຣີຊາຍ​ບາງຄົນ​ຈຶ່ງ​ເວົ້າ​ວ່າ, “ເປັນຫັງ​ພວກເຈົ້າ​ຈຶ່ງ​ເຮັດ​ໃນ​ສິ່ງ​ທີ່​ກົດບັນຍັດ​ຂອງ​ພວກເຮົາ​ບໍ່​ອະນຸຍາດ​ໃຫ້​ເຮັດ​ໃນ​ວັນ​ຊະບາໂຕ?”
3ພຣະເຢຊູເຈົ້າ ຕອບ​ພວກເຂົາ​ວ່າ, “ພວກເຈົ້າ​ບໍ່ໄດ້​ອ່ານ​ບໍ​ກ່ຽວກັບ​ສິ່ງ​ທີ່​ດາວິດ​ໄດ້​ເຮັດ​ເມື່ອ​ລາວ ແລະ​ຄົນ​ຂອງຕົນ​ຫິວ​ເຂົ້າ? 4ຄື​ລາວ​ໄດ້​ເຂົ້າ​ໄປ​ໃນ​ທີ່​ສະຖິດ​ຂອງ​ພຣະເຈົ້າ ເອົາ​ເຂົ້າຈີ່​ທີ່​ໄດ້​ຖວາຍ​ແກ່​ພຣະເຈົ້າ​ມາ​ກິນ ແລະ​ຍັງ​ແບ່ງປັນ​ໃຫ້​ພັກພວກ​ຂອງຕົນ​ກິນ​ດ້ວຍ, ຊຶ່ງ​ກົດບັນຍັດ​ຫ້າມ​ບໍ່​ໃຫ້​ຜູ້ໃດ​ກິນ​ເຂົ້າຈີ່​ນີ້ ນອກຈາກ​ປະໂຣຫິດ​ເທົ່ານັ້ນ.”
5ແລ້ວ​ພຣະເຢຊູເຈົ້າ​ກໍໄດ້​ບອກ​ພວກເຂົາ​ວ່າ, “ບຸດ​ມະນຸດ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ວັນ​ຊະບາໂຕ.”
ພຣະເຢຊູເຈົ້າຊົງໂຜດຊາຍມືລີບ
(ມທ 12:9-14; ມລກ 3:1-6)
6ໃນ​ວັນ​ຊະບາໂຕ​ອີກ​ວັນ​ໜຶ່ງ ພຣະເຢຊູເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ທຳມະສາລາ ແລະ​ສັ່ງສອນ​ໃນ​ທີ່ນັ້ນ ມີ​ຊາຍ​ຄົນ​ໜຶ່ງ​ທີ່​ມື​ເບື້ອງ​ຂວາ​ລີບ. 7ພວກ​ທຳມະຈານ​ກັບ​ພວກ​ຟາຣີຊາຍ​ບາງຄົນ ຢາກ​ຫາ​ຂໍ້​ຟ້ອງ​ພຣະເຢຊູເຈົ້າ​ວ່າ ເຮັດ​ຜິດ ພວກເຂົາ​ຈຶ່ງ​ຊອມ​ເບິ່ງ​ວ່າ ພຣະອົງ​ຈະ​ໂຜດ​ຮັກສາ​ຄົນ​ໃຫ້​ດີ​ພະຍາດ​ໃນ​ວັນ​ຊະບາໂຕ​ຫລື​ບໍ່. 8ແຕ່​ພຣະເຢຊູເຈົ້າ ຮູ້ຈັກ​ຄວາມ​ຄິດ​ຂອງ​ພວກເຂົາ ຈຶ່ງ​ກ່າວ​ແກ່​ຊາຍ​ມື​ລີບ​ນັ້ນ​ວ່າ, “ຈົ່ງ​ຢືນ​ຂຶ້ນ ແລະ​ມາ​ທາງ​ໜ້າ​ພີ້.” ຊາຍ​ຄົນ​ນັ້ນ​ຈຶ່ງ​ລຸກ​ຂຶ້ນ ແລະ​ໄປ​ຢືນ​ໃນ​ທີ່ນັ້ນ. 9ແລ້ວ​ພຣະເຢຊູເຈົ້າກໍ​ກ່າວ​ແກ່​ພວກເຂົາ​ວ່າ, “ເຮົາ​ຂໍ​ຖາມ​ພວກເຈົ້າ​ວ່າ, ‘ກົດ​ວັນ​ຊະບາໂຕ​ຂອງ​ພວກເຮົາ​ອະນຸຍາດ​ໃຫ້​ພວກເຮົາ​ເຮັດ​ດີ ຫລື​ເຮັດ​ຊົ່ວ? ໃຫ້​ຊ່ວຍ​ຊີວິດ​ໄວ້ ຫລື​ໃຫ້​ທຳລາຍ​ຊີວິດ​ຖິ້ມ?’” 10ພຣະອົງ​ຫລຽວ​ເບິ່ງ​ໜ້າ​ພວກເຂົາ​ທຸກຄົນ​ແລ້ວ​ກ່າວ ແກ່​ຊາຍ​ມື​ລີບ​ວ່າ, “ຈົ່ງ​ຢຽດ​ມື​ເຈົ້າ​ອອກ” ຊາຍ​ມື​ລີບ​ຢຽດ​ມື​ຂອງຕົນ​ອອກ ແລະ​ມື​ຂອງ​ລາວ​ກໍດີ​ເປັນ​ປົກກະຕິ.
11ຝ່າຍ​ຄົນ​ເຫຼົ່ານັ້ນ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ຄຽດແຄ້ນ ແລະ​ໄດ້​ປຶກສາ​ກັນ​ວ່າ​ຈະ​ເຮັດ​ຢ່າງ​ໃດ​ກັບ​ພຣະເຢຊູເຈົ້າ.
ພຣະເຢຊູເຈົ້າຊົງເລືອກເອົາອັກຄະສາວົກສິບສອງຄົນ
(ມທ 10:1-4; ມລກ 3:13-19)
12ໃນ​ເວລາ​ນັ້ນ, ພຣະເຢຊູເຈົ້າ​ໄດ້​ຂຶ້ນ​ໄປ​ເທິງ​ພູ​ໜ່ວຍ​ໜຶ່ງ ເພື່ອ​ພາວັນນາ​ອະທິຖານ ແລະ​ໃຊ້​ເວລາ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ​ຢູ່​ທີ່​ນັ້ນ​ຕະຫລອດ​ຄືນ. 13ຄັນ​ຮຸ່ງ​ເຊົ້າ​ແລ້ວ, ພຣະອົງ​ໄດ້​ເອີ້ນ​ບັນດາ​ສາວົກ​ມາ​ຫາ​ພຣະອົງ ແລະ​ໃນ​ພວກເຂົາ​ພຣະອົງ​ເລືອກ​ເອົາ​ສິບສອງ​ຄົນ ແລ້ວ​ພຣະອົງ​ຊົງ​ຕັ້ງ​ຊື່​ໃຫ້​ວ່າ ອັກຄະສາວົກ. 14ຄື​ຊີໂມນ (ທີ່​ພຣະອົງ​ຕັ້ງ​ຊື່​ໃຫ້​ວ່າ, “ເປໂຕ”) ແລະ ອັນເດອາ​ນ້ອງຊາຍ​ຂອງຕົນ, ຢາໂກໂບ ແລະ ໂຢຮັນ, ຟີລິບ ແລະ ບາຣະໂທໂລມາຍ 15ມັດທາຍ ແລະ ໂທມາ, ຢາໂກໂບ​ລູກຊາຍ​ຂອງ​ອາລະຟາຍ, ຊີໂມນ ຜູ້​ທີ່​ເອີ້ນ​ກັນ​ວ່າ, “ເຊໂລເຕ” 16ຢູດາ​ລູກຊາຍ​ຂອງ​ຢາໂກໂບ ແລະ ຢູດາ​ອິດສະກາຣີອົດ​ຜູ້​ທີ່​ທໍລະຍົດ​ຕໍ່​ພຣະເຢຊູເຈົ້າ.
ພຣະເຢຊູເຈົ້າສັ່ງສອນ ແລະ ຊົງໂຜດຄົນໃຫ້ດີພະຍາດ
(ມທ 4:23-25)
17ເມື່ອ​ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ຂອງ​ພຣະອົງ​ລົງ​ມາ​ແຕ່​ພູ​ແລ້ວ ກໍ​ຢຸດ​ຢືນ​ຢູ່​ທີ່​ຮາບພຽງ​ແຫ່ງ​ໜຶ່ງ ໃນ​ບ່ອນ​ນັ້ນ ມີ​ລູກສິດ​ຂອງ​ພຣະອົງ​ຫລາຍ​ຄົນ​ພ້ອມ​ດ້ວຍ​ປະຊາຊົນ​ຈຳນວນ​ຫລວງຫລາຍ ທີ່​ມາ​ຈາກ​ທົ່ວ​ທັງ​ແຂວງ​ຢູດາຍ ຈາກ​ນະຄອນ​ເຢຣູຊາເລັມ ແລະ​ຈາກ​ຝັ່ງ​ທະເລ​ຂອງ​ເມືອງ​ຕີເຣ​ກັບ​ເມືອງ​ຊີໂດນ, 18ພວກເຂົາ​ມາ​ເພື່ອ​ຟັງ​ພຣະອົງ ແລະ​ເພື່ອ​ໃຫ້​ພຣະອົງ​ຊົງ​ໂຜດ​ຮັກສາ​ໃຫ້​ດີ​ພະຍາດ​ໂຣຄາ​ຂອງ​ພວກເຂົາ ແລະ​ບັນດາ​ຜູ້​ທີ່​ຖືກຜີມານຮ້າຍ​ລົບກວນ ກໍ​ຊົງ​ໂຜດ​ໃຫ້​ດີ​ເໝືອນກັນ 19ປະຊາຊົນ​ທຸກຄົນ​ຕ່າງ​ກໍ​ພະຍາຍາມ​ແຕະຕ້ອງ​ພຣະອົງ ເພາະ​ຣິດອຳນາດ​ອອກ​ຈາກ​ພຣະອົງ ແລະ​ຊົງ​ໂຜດ​ຮັກສາ​ພະຍາດ​ໂຣຄາ​ຂອງ​ພວກເຂົາ​ທຸກຄົນ​ໃຫ້​ຫາຍ​ດີ.
ພຣະເຢຊູສອນສາວົກຂອງພຣະອົງ
(ມທ 5:1-12)
20ເມື່ອ​ພຣະເຢຊູເຈົ້າ​ແນມ​ເບິ່ງ​ພວກ​ສາວົກ​ຂອງ​ພຣະອົງ​ແລ້ວ ກໍ​ກ່າວ​ວ່າ,
“ພວກເຈົ້າ​ທີ່​ຍາກຈົນ​ກໍ​ເປັນ​ສຸກ,
ເພາະ​ອານາຈັກ​ຂອງ​ພຣະເຈົ້າ
ເປັນ​ຂອງ​ພວກເຈົ້າ
21ພວກເຈົ້າ​ທີ່​ອຶດຢາກ​ດຽວ​ນີ້ ກໍ​ເປັນ​ສຸກ,
ເພາະວ່າ ພຣະເຈົ້າ​ຈະ​ຊົງ​ໂຜດ
ໃຫ້​ພວກເຈົ້າ​ອີ່ມ​ເຕັມ
ພວກເຈົ້າ​ທີ່​ຮ້ອງ​ໄຫ້​ດຽວ​ນີ້​ກໍ​ເປັນ​ສຸກ,
ເພາະວ່າ ພວກເຈົ້າ​ຈະ​ໄດ້​ຫົວ.”
22“ພວກເຈົ້າ​ກໍ​ເປັນ​ສຸກຫຼາຍ ເມື່ອ​ຄົນ​ທັງຫລາຍ​ກຽດຊັງ​ພວກເຈົ້າ, ຂັບໄລ່​ພວກເຈົ້າ​ໃຫ້​ໜີໄປ, ຕິຕຽນ​ນິນທາ​ພວກເຈົ້າ ແລະ​ປະຕິເສດ​ຊື່​ຂອງ​ພວກເຈົ້າ​ວ່າ​ຊົ່ວ ເພາະ​ພວກເຈົ້າ​ເຫັນ​ແກ່​ພຣະເຢຊູເຈົ້າ. 23ໃນ​ວັນ​ນັ້ນ ພວກເຈົ້າ​ຈົ່ງ​ຊົມຊື່ນ​ຍິນດີ ແລະ​ຈົ່ງ​ຕື່ນ​ເຕັ້ນ​ດ້ວຍ​ຄວາມ​ຍິນດີ ເພາະ​ເບິ່ງແມ! ບຳເໜັດ​ຂອງ​ພວກເຈົ້າ​ມີ​ບໍຣິບູນ​ຢູ່​ໃນ​ສະຫວັນ ເພາະວ່າ​ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ເຮັດ​ຢ່າງ​ນັ້ນ ແກ່ຜູ້ທຳນວາຍ​ເໝືອນກັນ.”
24“ແຕ່​ວິບັດ​ມີ​ແກ່​ພວກເຈົ້າ ຜູ້​ເປັນ​ຄົນ​ຮັ່ງມີ,
ເພາະ​ພວກເຈົ້າ​ມີ​ຊີວິດ​ຢູ່​ຢ່າງ​ສຸກ​ສະບາຍ
25ວິບັດ​ມີ​ແກ່​ພວກເຈົ້າ ທີ່​ອີ່ມ​ເຕັມ​ດຽວ​ນີ້
ເພາະວ່າ​ພວກເຈົ້າ​ຈະ​ອຶດຢາກ
ວິບັດ​ມີ​ແກ່​ພວກເຈົ້າ ທີ່​ກຳລັງ​ຫົວ
ຢູ່​ດຽວ​ນີ້
ເພາະ​ພວກເຈົ້າ​ຈະ​ທຸກໂສກ
ແລະ​ຮ້ອງ​ໄຫ້.”
26ວິບັດ​ມີ​ແກ່​ພວກເຈົ້າ ເມື່ອ​ມີ​ຄົນ​ຍ້ອງຍໍ​ວ່າ​ພວກເຈົ້າ​ດີ ເພາະ​ບັນພະບຸລຸດ​ຂອງ​ພວກເຂົາ​ກໍໄດ້​ເວົ້າ​ຢ່າງ​ດຽວກັນ​ນີ້​ແຫຼະ ແກ່​ພວກ​ຜູ້​ປະກາດ​ພຣະທຳ​ປອມ.
ຄວາມຮັກຕໍ່ສັດຕູ
(ມທ 5:38-48; 7:12)
27“ແຕ່​ເຮົາ​ບອກ​ເລື່ອງ​ນີ້​ແກ່​ພວກເຈົ້າ​ທີ່​ໄດ້​ຟັງ​ເຮົາ​ວ່າ, ຈົ່ງ​ຮັກ​ສັດຕູ​ຂອງ​ພວກເຈົ້າ ຈົ່ງ​ເຮັດ​ດີ​ແກ່​ຜູ້​ທີ່​ກຽດຊັງ​ພວກເຈົ້າ, 28ຈົ່ງ​ອວຍພອນ​ຄົນ​ທີ່​ປ້ອຍດ່າ​ພວກເຈົ້າ ແລະ​ຈົ່ງ​ພາວັນນາ​ອະທິຖານ​ເພື່ອ​ຄົນ​ທີ່​ຂົ່ມເຫັງ​ພວກເຈົ້າ. 29ຖ້າ​ຜູ້ໃດ​ຕົບ​ແກ້ມ​ເຈົ້າ​ເບື້ອງ​ໜຶ່ງ ຈົ່ງ​ປິ່ນ​ໃຫ້​ລາວ​ຕົບ​ອີກ​ເບື້ອງ​ໜຶ່ງ ຖ້າ​ຜູ້ໃດ​ຍາດ​ເອົາ​ເສື້ອ​ຊັ້ນນອກ​ຂອງ​ເຈົ້າ​ໄປ ຖ້າ​ເຂົາ​ຈະ​ເອົາ​ເສື້ອ​ຊັ້ນ​ໃນ​ກໍ​ຢ່າ​ຫວງຫ້າມ. 30ຈົ່ງ​ໃຫ້​ແກ່​ທຸກຄົນ​ທີ່​ຂໍ​ຈາກ​ເຈົ້າ ແລະ​ຖ້າ​ຜູ້ໃດ​ເອົາ​ສິ່ງ​ຂອງ​ເຈົ້າ​ໄປ ຢ່າ​ສູ່​ທວງ​ຖາມ​ເອົາ​ຄືນ. 31ເຈົ້າ​ຢາກ​ໃຫ້​ຄົນອື່ນ​ເຮັດ​ຢ່າງ​ໃດ​ແກ່​ເຈົ້າ ຈົ່ງ​ເຮັດ​ຢ່າງ​ນັ້ນ​ແກ່​ເຂົາ​ເໝືອນກັນ.”
32“ຖ້າ​ພວກເຈົ້າ​ຮັກ​ຄົນ​ທີ່​ຮັກ​ພວກເຈົ້າ​ແຕ່​ເທົ່ານັ້ນ ຈະ​ເປັນ​ຄຸນ​ຫັງ​ແກ່​ພວກເຈົ້າ? ແມ່ນແຕ່​ບັນດາ​ຄົນ​ບາບ​ກໍ​ຍັງ​ຮັກ ຜູ້​ທີ່​ຮັກ​ພວກເຂົາ​ເໝືອນກັນ. 33ແລະ ຖ້າ​ພວກເຈົ້າ​ເຮັດ​ດີ ຕໍ່​ຄົນ​ທີ່​ເຮັດ​ດີ​ຕໍ່​ພວກເຈົ້າ​ແຕ່​ເທົ່ານັ້ນ ຈະ​ເປັນ​ຄຸນ​ຫັງ​ແກ່​ພວກເຈົ້າ? ແມ່ນແຕ່​ຄົນ​ບາບ​ທັງຫລາຍ​ກໍ​ຍັງ​ເຮັດ​ຢ່າງ​ນັ້ນ​ເໝືອນກັນ 34ແລະ ຖ້າ​ພວກເຈົ້າ​ໃຫ້​ຄົນ​ຢືມ ໂດຍ​ຫວັງ​ຈະ​ໄດ້​ຄືນ​ຈາກ​ເຂົາ​ແຕ່​ເທົ່ານັ້ນ ຈະ​ເປັນ​ຄຸນ​ຫັງ​ແກ່​ພວກເຈົ້າ? ແມ່ນແຕ່​ຄົນ​ບາບ​ກໍ​ຍັງ​ໃຫ້​ຄົນ​ບາບ​ຢືມ ໂດຍ​ຫວັງ​ຈະ​ໄດ້​ຮັບ​ຄືນ​ເທົ່າ​ກັນ. 35ຈົ່ງ​ຮັກ​ສັດຕູ​ຂອງ​ພວກເຈົ້າ ຈົ່ງ​ເຮັດ​ດີ​ຕໍ່​ພວກເຂົາ, ຈົ່ງ​ໃຫ້​ພວກເຂົາ​ຢືມ​ໂດຍ​ບໍ່​ຫວັງ​ຈະ​ໄດ້​ຮັບ​ຄືນ ແລ້ວ​ພວກເຈົ້າ​ກໍ​ຈະ​ໄດ້​ບຳເໜັດ​ອັນ​ຍິ່ງໃຫຍ່ ແລະ​ພວກເຈົ້າ​ກໍ​ຈະ​ເປັນ​ລູກ​ຂອງ​ພຣະເຈົ້າ​ອົງ​ສູງສຸດ ເພາະວ່າ​ພຣະອົງ​ຍັງ​ຊົງ​ໂຜດ​ແກ່​ຄົນ​ເນ​ລະ​ຄຸນ​ແລະ​ຄົນຊົ່ວ. 36ເຈົ້າ​ທັງຫລາຍ​ຈົ່ງ​ມີ​ຄວາມ​ເມດຕາປານີ ເໝືອນ​ຢ່າງ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ ຜູ້​ຊົງ​ມີ​ຄວາມ​ເມດຕາປານີ.”
ເລື່ອງການຕັດສິນຄົນອື່ນ
(ມທ 7:1-5)
37“ຢ່າ​ຕັດສິນ​ຄົນອື່ນ ແລະ​ພຣະເຈົ້າ​ຈະ​ບໍ່​ຕັດສິນ​ພວກເຈົ້າ ຢ່າ​ກ່າວໂທດ​ຄົນອື່ນ​ເພື່ອ​ພຣະເຈົ້າ​ຈະ​ບໍ່​ກ່າວໂທດ​ພວກເຈົ້າ ຈົ່ງ​ຍົກໂທດ​ໃຫ້​ຄົນອື່ນ​ເພື່ອ​ພຣະເຈົ້າ​ຈະ​ຍົກໂທດ​ໃຫ້​ພວກເຈົ້າ. 38ຈົ່ງ​ໃຫ້​ເຂົາ ແລະ​ພຣະເຈົ້າ​ຈະ​ຊົງ​ໃຫ້​ເຈົ້າ ແລະ​ໃນ​ຕັກ​ຂອງ​ເຈົ້າ ຈະ​ໄດ້​ຮັບ​ຕວງ​ດ້ວຍ​ເຄື່ອງ​ຜອງ​ຍັດ​ສັ່ນ​ລົງ​ແໜ້ນ​ເຕັມລົ້ນ ເພາະວ່າ​ພວກເຈົ້າ​ຈະ​ຕວງ​ໃຫ້​ເຂົາ​ດ້ວຍ​ເຄື່ອງ​ຜອງ​ອັນ​ໃດ ພຣະເຈົ້າ​ຈະ​ຊົງ​ຕວງ​ໃຫ້​ພວກເຈົ້າ​ດ້ວຍ​ເຄື່ອງ​ຜອງ​ອັນ​ນັ້ນ.”
39ແລ້ວ​ພຣະເຢຊູເຈົ້າ​ກໍ​ຍັງ​ໄດ້​ກ່າວ​ແກ່​ພວກເຂົາ​ເປັນ​ຄຳອຸປະມາ​ວ່າ, “ຄົນ​ຕາບອດ​ຈະ​ຈູງ​ຄົນ​ຕາບອດ​ກໍ​ບໍ່ໄດ້ ຖ້າ​ເຂົາ​ເຮັດ ທັງສອງ​ກໍ​ຈະ​ຕົກລົງ​ໃນ​ຂຸມ. 40ສາວົກ​ໃຫຍ່​ກວ່າ​ຄູ​ຂອງຕົນ, ແຕ່​ສິດ​ທຸກຄົນ​ເມື່ອ​ໄດ້​ຮັບ​ການ​ຝຶກສອນ​ຢ່າງ​ຄົບຖ້ວນ​ແລ້ວ ກໍ​ຈະ​ເປັນ​ດັ່ງ​ຄູ​ຂອງຕົນ.”
41“ເປັນຫັງເຈົ້າຈຶ່ງເຫັນບາບນ້ອຍໆທີ່ເປັນຄືຂີ້ເລື້ອຍເລັກນ້ອຍໆໃນຕາພີ່ນ້ອງຂອງເຈົ້າແລະຍັງບໍ່ສົນໃຈກັບບາບໃຫຍ່ທີ່ເຈົ້າມີເຊິ່ງເປັນຄືກັບແຜ່ນໄມ້ໃນຕາຂອງເຈົ້າ! 42ການ​ບອກ​ໝູ່​ຂອງ​ເຈົ້າ​ວ່າ, ‘ເພື່ອນ​ເອີຍ, ຂໍ​ໃຫ້​ຂ້ອຍ​ຊ່ວຍ​ເຈົ້າ​ແກ້ໄຂ​ຄວາມ​ຜິດ​ພາດ​ນ້ອຍໆ​ຂອງ​ເຈົ້າ, ເມື່ອ​ເຈົ້າ​ບໍ່​ໄດ້​ແກ້​’ ໄຂ​ຄວາມ​ຜິດ​ອັນ​ໃຫຍ່​ຂອງ​ຕົວ​ເອງ​ເທື່ອ. ຖ້າເຈົ້າເຮັດແບບນັ້ນ ເຈົ້າເປັນຄົນໜ້າຊື່ໃຈຄົດ! ກ່ອນອື່ນ ໝົດ ແກ້ໄຂຄວາມຜິດຂອງເຈົ້າເອງ. ຫຼັງ​ຈາກ​ນັ້ນ​, ທ່ານ​ຈະ​ສາ​ມາດ​ຊ່ວຍ​ໃຫ້ໝຸ່​ເພື່ອນ​ຂອງ​ທ່ານ​ເພື່ອ​ແກ້​ໄຂ​ກັບ​ຄວາມ​ຜິດ​ພາດ​ຂະ​ຫນາດ​ນ້ອຍ​ຂອງ​ຕົນ​ເອງ​.”
ເລື່ອງຕົ້ນໄມ້ແລະຜົນຂອງມັນ
(ມທ 7:16-20; 12:33-35)
43“ຕົ້ນໄມ້​ດີ ບໍ່​ຫ່ອນ​ເກີດຜົນ​ບໍ່​ດີ ແລະ​ຕົ້ນໄມ້​ບໍ່​ດີ ກໍ​ບໍ່​ຫ່ອນ​ເກີດຜົນ​ດີ. 44ຕົ້ນໄມ້​ທຸກ​ຕົ້ນ​ຍ່ອມ​ຮູ້​ໄດ້​ດ້ວຍ​ຜົນ​ຂອງ​ມັນ ພວກເຈົ້າ​ບໍ່​ຫ່ອນ​ເກັບ​ໝາກ​ເດື່ອເທດ​ຈາກ​ຕົ້ນ​ມີ​ໜາມ ແລະ​ບໍ່​ຫ່ອນ​ເກັບ​ໝາກ​ອະງຸ່ນ​ຈາກ​ເຄືອ​ໜາມ. 45ຄົນ​ດີ​ຍ່ອມ​ເອົາ​ສິ່ງ​ດີ​ອອກ​ມາ​ຈາກ​ຄັງ​ດີ​ແຫ່ງ​ໃຈ​ຂອງຕົນ ຄົນຊົ່ວ​ຍ່ອມ​ເອົາ​ສິ່ງ​ຊົ່ວ​ອອກ​ມາ​ຈາກ​ຄັງ​ຊົ່ວ​ແຫ່ງ​ໃຈ​ຂອງຕົນ ເພາະວ່າ ໃຈ​ເຕັມ​ລົ້ນ​ດ້ວຍ​ສິ່ງໃດ ປາກ​ກໍ​ເວົ້າ​ສິ່ງ​ນັ້ນ​ອອກ​ມາ.”
ເລື່ອງຮາກຖານສອງຢ່າງ
(ມທ 7:22-27)
46“ເປັນຫັງ​ເຈົ້າ​ທັງຫລາຍ​ຈຶ່ງ​ເອີ້ນ​ເຮົາ​ວ່າ, ‘ພຣະອົງເຈົ້າ​ຂ້າ ພຣະອົງເຈົ້າ​ຂ້າ’ ແຕ່​ບໍ່ໄດ້​ປະຕິບັດ​ຕາມ​ສິ່ງ​ທີ່​ເຮົາ​ບອກ​ພວກເຈົ້າ? 47ທຸກຄົນ​ທີ່​ມາ​ຫາ​ເຮົາ ແລະ​ຟັງ​ຖ້ອຍຄຳ​ຂອງເຮົາ ແລະ​ນຳ​ເອົາ​ໄປ​ປະຕິບັດ ເຮົາ​ຈະແຈ້ງ​ໃຫ້​ພວກເຈົ້າ​ຮູ້​ວ່າ ຜູ້ນັ້ນ​ປຽບ​ເໝືອນ​ຜູ້ໃດ. 48ກໍ​ປຽບ​ເໝືອນ​ຄົນ​ຜູ້ໜຶ່ງ ທີ່​ກໍ່ສ້າງ​ຕຶກ​ຂອງຕົນ ລາວ​ຂຸດ​ດິນ​ລົງ​ເລິກ ແລະ​ຕັ້ງ​ຮາກຖານ​ໃສ່​ເທິງ​ດານ​ຫີນ ແລະ​ເມື່ອ​ນໍ້າ​ມາ​ຖ້ວມ ແລ້ວ​ແປວ​ນໍ້າ​ກໍ​ໄຫລ​ທັ່ງ​ໃສ່, ແຕ່​ບໍ່​ອາດ​ເຮັດ​ໃຫ້​ຕຶກ​ນັ້ນ​ຫວັ່ນໄຫວ ເພາະວ່າ​ໄດ້​ສ້າງ​ດີ​ແລ້ວ. 49ສ່ວນ​ຄົນ​ທີ່​ໄດ້ຍິນ​ຖ້ອຍຄຳ​ຂອງເຮົາ ແລະ​ບໍ່​ປະຕິບັດ​ຕາມ ລາວ​ກໍ​ປຽບ​ເໝືອນ​ຄົນ​ຜູ້ໜຶ່ງ ທີ່​ກໍ່ສ້າງ​ຕຶກ​ຂອງຕົນ​ເທິງ​ດິນ ໂດຍ​ບໍ່​ກໍ່​ຮາກຖານ ເມື່ອ​ແປວ​ນໍ້າ​ໄຫລ​ທັ່ງ​ໃສ່​ຕຶກ​ນັ້ນ ມັນ​ກໍ​ເຈື່ອນ​ລົງ​ທັນທີ ແລະ​ຄວາມ​ພິນາດ​ຈິບຫາຍ​ຂອງ​ຕຶກ​ນັ້ນ​ກໍ​ໃຫຍ່ຫລວງ.”

Dewis Presennol:

ລູກາ 6: BGL

Uwcholeuo

Rhanna

Copi

None

Eisiau i'th uchafbwyntiau gael eu cadw ar draws dy holl ddyfeisiau? Cofrestra neu mewngofnoda