ປະຖົມມະການ 11
11
ຫໍຄອຍຂອງບາບີໂລນ
1ແຕ່ທຳອິດນັ້ນ ມະນຸດທົ່ວທັງແຜ່ນດິນໂລກປາກເວົ້າພາສາດຽວກັນ ແລະໃຊ້ຖ້ອຍຄຳແບບດຽວກັນ. 2ເມື່ອພວກເຂົາທ່ອງທ່ຽວໄປທາງທິດຕາເວັນອອກ ຈຶ່ງພົບທົ່ງຮາບພຽງແຫ່ງໜຶ່ງທີ່ບາບີໂລນ ແລະພາກັນຕັ້ງຖິ່ນຖານຫຼັກແຫຼ່ງຢູ່ທີ່ນັ້ນ. 3ພວກເຂົາເວົ້າກັນວ່າ, “ມາເທາະ ຈົ່ງພາກັນປັ້ນດິນຈີ່ ແລະເຜົາມັນໃຫ້ແຂງ.” ດັ່ງນັ້ນ ພວກເຂົາຈຶ່ງມີດິນຈີ່ເພື່ອກໍ່ສ້າງ ແລະມີຢາງໃຊ້ຕາງປະທາຍເພື່ອຕິດດິນຈີ່ເຂົ້າກັນ. 4ພວກເຂົາເວົ້າວ່າ, “ບັດນີ້ ຈົ່ງພາກັນສ້າງເມືອງກັບທັງໃຫ້ມີຫໍຄອຍທີ່ມີຍອດສູງຈຸຟ້າສະຫວັນ ເພື່ອພວກເຮົາຈະໄດ້ສ້າງຊື່ສຽງໄວ້ ແລະຈະບໍ່ຖືກພັດພາກຈາກກັນໄປທົ່ວເທິງແຜ່ນດິນໂລກນີ້.”
5ແລ້ວພຣະເຈົ້າຢາເວກໍໄດ້ລົງມາ ເພື່ອເບິ່ງຕົວເມືອງກັບຫໍຄອຍທີ່ມະນຸດໄດ້ສ້າງຂຶ້ນ 6ແລະພຣະອົງຊົງກ່າວວ່າ, “ບັດນີ້ ມະນຸດທ້ອນໂຮມກັນເປັນພວກດຽວ ແລະຕ່າງກໍປາກເວົ້າພາສາດຽວກັນ; ສິ່ງນີ້ເປັນພຽງຂັ້ນເລີ່ມຕົ້ນຂອງສິ່ງທີ່ພວກເຂົາກຳລັງຈະກະທຳ. ບໍ່ດົນນານ ພວກເຂົາກໍຈະສາມາດເຮັດທຸກສິ່ງຕາມທີ່ພວກເຂົາຕ້ອງການ 7ສະນັ້ນ ພວກເຮົາຕ້ອງລົງໄປເຮັດໃຫ້ພາສາຂອງເຂົາສັບສົນແຕກຕ່າງກັນ ແລະພວກເຂົາຈະເວົ້າບໍ່ເຂົ້າໃຈກັນ.” 8ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງເຮັດໃຫ້ພວກເຂົາພັດພາກຈາກກັນ ໄປຢູ່ທົ່ວທຸກຫົນທຸກແຫ່ງເທິງແຜ່ນດິນໂລກ ແລະພວກເຂົາກໍໄດ້ຢຸດການກໍ່ສ້າງເມືອງ. 9ດັ່ງນັ້ນ ເຂົາໄດ້ໃສ່ຊື່ສະຖານທີ່ນັ້ນວ່າ, “ບາເບນ” ເພາະໃນທີ່ນັ້ນ ພຣະເຈົ້າຢາເວໄດ້ເຮັດໃຫ້ພາສາຂອງບັນດາປະຊາຊາດແຕກຕ່າງກັນ ແລະຈາກທີ່ນັ້ນ ພຣະເຈົ້າຢາເວໄດ້ເຮັດໃຫ້ພວກເຂົາພັດພາກຈາກກັນໄປທົ່ວເທິງແຜ່ນດິນໂລກ.
ບັນດາເຊື້ອສາຍຂອງເຊມ
(1 ຂຄ 1:24-27)
10ເຊື້ອສາຍຂອງເຊມມີຄວາມເປັນມາດັ່ງນີ້: ສອງປີຫລັງຈາກນໍ້າຖ້ວມ ເມື່ອເຊມອາຍຸໄດ້ 100 ປີ ເພິ່ນມີລູກຊາຍຜູ້ໜຶ່ງຊື່ວ່າ, ອາກປັກຊາດ. 11ຫລັງຈາກນັ້ນຕໍ່ມາ ເພິ່ນກໍມີອາຍຸຍືນຕື່ມອີກ 500 ປີ ແລະມີລູກຊາຍຍິງຕື່ມອີກຫລາຍຄົນ.
12ເມື່ອອາກປັກຊາດອາຍຸໄດ້ 35 ປີ ເພິ່ນມີລູກຊາຍຜູ້ໜຶ່ງຊື່ວ່າ ເຊລາ; 13ຫລັງຈາກນັ້ນຕໍ່ມາ ເພິ່ນກໍມີອາຍຸຍືນຕື່ມອີກ 403 ປີ ແລະມີລູກຊາຍຍິງຕື່ມອີກຫລາຍຄົນ.
14ເມື່ອເຊລາອາຍຸໄດ້ 30 ປີ ເພິ່ນມີລູກຊາຍຜູ້ໜຶ່ງຊື່ວ່າ ເອເບ; 15ຫລັງຈາກນັ້ນຕໍ່ມາ ເພິ່ນກໍມີອາຍຸຍືນຕື່ມອີກ 403 ປີ ແລະມີລູກຊາຍຍິງຕື່ມອີກຫລາຍຄົນ.
16ເມື່ອເອເບອາຍຸໄດ້ 34 ປີ ເພິ່ນມີລູກຊາຍຜູ້ໜຶ່ງຊື່ວ່າ ເປເລັກ; 17ຫລັງຈາກນັ້ນຕໍ່ມາ ເພິ່ນກໍມີອາຍຸຍືນຕື່ມອີກ 430 ປີ ແລະມີລູກຊາຍຍິງຕື່ມອີກຫລາຍຄົນ.
18ເມື່ອເປເລັກອາຍຸໄດ້ 30 ປີ ເພິ່ນມີລູກຊາຍຜູ້ໜຶ່ງຊື່ວ່າ ເຣອູ; 19ຫລັງຈາກນັ້ນຕໍ່ມາ ເພິ່ນກໍມີອາຍຸຍືນຕື່ມອີກ 209 ປີ ແລະມີລູກຊາຍຍິງຕື່ມອີກຫລາຍຄົນ.
20ເມື່ອເຣອູອາຍຸໄດ້ 32 ປີ ເພິ່ນມີລູກຊາຍຜູ້ໜຶ່ງຊື່ວ່າ ເສຣຸກ; 21ຫລັງຈາກນັ້ນຕໍ່ມາ ເພິ່ນກໍມີອາຍຸຍືນຕື່ມອີກ 207 ປີ ແລະມີລູກຊາຍຍິງຕື່ມອີກຫລາຍຄົນ.
22ເມື່ອເສຣຸກອາຍຸໄດ້ 30 ປີ ເພິ່ນມີລູກຊາຍຜູ້ໜຶ່ງຊື່ວ່າ ນາໂຮ; 23ຫລັງຈາກນັ້ນຕໍ່ມາອີກ ເພິ່ນກໍມີອາຍຸຍືນຕື່ມອີກ 200 ປີ ແລະມີລູກຊາຍຍິງຕື່ມອີກຫລາຍຄົນ.
24ເມື່ອນາໂຮອາຍຸໄດ້ 29 ປີ ເພິ່ນມີລູກຊາຍຜູ້ໜຶ່ງຊື່ວ່າ, ເຕຣາ; 25ຫລັງຈາກນັ້ນຕໍ່ມາ ເພິ່ນກໍມີອາຍຸຍືນຕື່ມອີກ 119 ປີ ແລະມີລູກຊາຍຍິງຕື່ມອີກຫລາຍຄົນ.
26ເມື່ອເຕຣາອາຍຸໄດ້ 70 ປີ ເພິ່ນມີລູກຊາຍສາມຄົນດັ່ງນີ້: ອັບຣາມ, ນາໂຮ ແລະຮາຣານ.
ບັນດາເຊື້ອສາຍຂອງເຕຣາ
27ຕໍ່ໄປນີ້ແມ່ນເຊື້ອສາຍຂອງເຕຣາ ຜູ້ເປັນພໍ່ຂອງອັບຣາມ, ນາໂຮ ແລະຮາຣານ. ຮາຣານເປັນພໍ່ຂອງໂລດ 28ແລະຮາຣານໄດ້ຕາຍໄປທີ່ບ້ານເກີດຂອງຕົນເອງທີ່ອູເຣໃນບາບີໂລນ ໃນຂະນະທີ່ພໍ່ຂອງຕົນຍັງມີຊີວິດຢູ່. 29ອັບຣາມແຕ່ງງານກັບນາງຊາຣາຍ ແລະນາໂຮແຕ່ງງານກັບນາງມີລະກາ ລູກສາວຂອງຮາຣານ ຜູ້ທີ່ເປັນພໍ່ຂອງອິດສະຄາ. 30ຊາຣາຍບໍ່ສາມາດມີລູກເພາະນາງເປັນໝັນ.
31ເຕຣາ ພາອັບຣາມລູກຊາຍຂອງຕົນ ແລະໂລດ ລູກຊາຍຂອງຮາຣານຫລານຂອງຕົນ ໜີໄປຈາກເມືອງອູເຣໃນບາບີໂລນ. ເພິ່ນຍັງພາຊາຣາຍລູກໃພ້ຂອງຕົນໜີໄປພ້ອມ ເພື່ອຈະເຂົ້າໄປອາໄສຢູ່ໃນການາອານ. ພວກເຂົາໄດ້ເດີນທາງມາຮອດເມືອງຮາຣານ ແລະຕັ້ງຖິ່ນຖານຢູ່ທີ່ນັ້ນ. 32ເຕຣາຕາຍຢູ່ທີ່ເມືອງຮາຣານນີ້ ເມື່ອເພິ່ນອາຍຸໄດ້ 205 ປີ.
اکنون انتخاب شده:
ປະຖົມມະການ 11: ພຄພ
هایلایت
به اشتراک گذاشتن
کپی

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید
@ 2012 United Bible Societies. All Rights Reserved.