ປະຖົມມະການ 9

9
ພຣະເຈົ້າ​ໄດ້​ເຮັດ​ພັນທະສັນຍາ​ແກ່​ໂນອາ
1ພຣະເຈົ້າ​ໄດ້​ອວຍພອນ​ແກ່​ໂນອາ ແລະ​ພວກ​ລູກຊາຍ​ທັງ​ສາມ​ຄົນ​ຂອງ​ລາວ​ວ່າ, “ຈົ່ງ​ມີ​ລູກຫລານ​ໃຫ້​ມາກ​ຫລາຍ ເພື່ອ​ວ່າ​ເຊື້ອສາຍ​ຂອງ​ເຈົ້າ​ຈະ​ມີ​ຊີວິດ​ຢູ່​ທົ່ວ​ເທິງ​ແຜ່ນດິນ​ໂລກ​ນີ້. 2ສັດ​ທຸກ​ຊະນິດ, ນົກ​ທຸກ​ໂຕ, ສັດ​ເລືອຄານ ແລະ​ປາ​ທຸກ​ຊະນິດ​ຈະ​ມີ​ຊີວິດ​ຢູ່​ໂດຍ​ຢ້ານກົວ​ພວກເຈົ້າ. 3ບັດນີ້ ເຈົ້າ​ກິນ​ສັດ​ນັ້ນ ແລະ​ພືດ​ໃບ​ຂຽວ​ໄດ້ ເພາະ​ເຮົາ​ໄດ້​ໃຫ້​ສິ່ງ​ເຫຼົ່ານີ້​ແກ່​ພວກເຈົ້າ​ເປັນ​ອາຫານ. 4ແຕ່​ມີ​ສິ່ງ​ໜຶ່ງ​ທີ່​ເຈົ້າ​ບໍ່​ຕ້ອງ​ກິນ​ຄື: ຊີ້ນ​ທີ່​ມີ​ເລືອດ; ເພາະ​ເລືອດ​ແມ່ນ​ຫລັກ​ສຳຄັນ​ແຫ່ງ​ຊີວິດ. 5ຖ້າ​ຜູ້ໃດ​ທຳລາຍ​ຊີວິດ​ມະນຸດ ຜູ້ນັ້ນ​ຈະ​ຖືກ​ລົງໂທດ. ສັດ​ທຸກ​ໂຕ​ທີ່​ທຳລາຍ​ຊີວິດ​ມະນຸດ ຈະ​ຖືກ​ລົງໂທດ​ເຖິງ​ແກ່​ຄວາມ​ຕາຍ. 6ມະນຸດ​ໄດ້​ຖືກ​ສ້າງ​ໃຫ້​ມີ​ຮູບລັກສະນະ​ຂອງ​ພຣະເຈົ້າ; ສະນັ້ນ ຜູ້ໃດ​ກໍຕາມ​ທີ່​ຂ້າ​ເພື່ອນ​ມະນຸດ ກໍ​ຈະ​ຖືກ​ເພື່ອນ​ມະນຸດ​ຄົນອື່ນ​ຂ້າ​ເໝືອນກັນ.
7ຈົ່ງ​ມີ​ລູກຫລານ​ໃຫ້​ມາກ​ຫລາຍ ເພື່ອ​ວ່າ​ເຊື້ອສາຍ​ຂອງ​ເຈົ້າ​ຈະ​ມີ​ຊີວິດ​ຢູ່​ທົ່ວ​ໄປ​ເທິງ​ແຜ່ນດິນ​ໂລກ.”
8ພຣະເຈົ້າ​ໄດ້​ກ່າວ​ແກ່​ໂນອາ ແລະ​ພວກ​ລູກຊາຍ​ຂອງ​ລາວ​ວ່າ, 9“ບັດນີ້ ເຮົາ​ເຮັດ​ພັນທະສັນຍາ​ຕໍ່​ພວກເຈົ້າ​ພ້ອມ​ກັບ​ເຊື້ອສາຍ​ຂອງ​ພວກເຈົ້າ 10ແລະ​ທຸກສິ່ງ​ທີ່​ມີ​ຊີວິດ​ເຊັ່ນ: ນົກ​ທຸກ​ຊະນິດ ແລະ​ສັດ​ທຸກ​ຊະນິດ ຄື​ທຸກໆ​ສິ່ງ​ທີ່​ອອກ​ມາ​ຈາກ​ເຮືອ​ນຳ​ເຈົ້າ​ນັ້ນ. 11ດ້ວຍ​ຖ້ອຍຄຳ​ດັ່ງ​ຕໍ່ໄປນີ້ ເຮົາ​ຈຶ່ງ​ຕັ້ງ​ພັນທະສັນຍາ​ກັບ​ເຈົ້າ​ຄື: ເຮົາ​ສັນຍາ​ວ່າ​ຈະ​ບໍ່​ທຳລາຍ​ທຸກສິ່ງ​ທີ່​ມີ​ຊີວິດ​ດ້ວຍ​ນໍ້າ​ຖ້ວມ​ອີກ; ນໍ້າ​ຖ້ວມ​ແຜ່ນດິນ​ໂລກ​ແບບ​ນີ້​ຈະ​ບໍ່ມີ​ອີກ​ຈັກເທື່ອ.” 12ພຣະເຈົ້າ​ຊົງ​ກ່າວ​ວ່າ, “ນີ້​ແມ່ນ​ໝາຍສຳຄັນ​ຂອງ​ພັນທະສັນຍາ ຊຶ່ງ​ເຮົາ​ກຳລັງ​ເຮັດ​ຢູ່ ລະຫວ່າງ​ເຮົາ​ກັບ​ເຈົ້າ ແລະ​ທຸກໆ​ສິ່ງ​ທີ່​ມີ​ຊີວິດ​ທີ່​ຢູ່​ກັບ​ເຈົ້າ ເພື່ອ​ຄົນ​ລຸ້ນ​ຫລັງ​ທັງໝົດ​ໃນ​ອະນາຄົດ, 13ເຮົາ​ຕັ້ງ​ຮຸ້ງກິນນໍ້າ​ໄວ້​ໃນ​ທ້ອງຟ້າ. ຮຸ້ງ​ກິນ​ນໍ້າ​ຈະ​ເປັນ​ໝາຍສຳຄັນ​ແຫ່ງ​ພັນທະສັນຍາ​ທີ່​ເຮົາ​ໄດ້​ຕັ້ງ​ໄວ້​ກັບ​ແຜ່ນດິນ​ໂລກ. 14ເມື່ອໃດ ເຮົາ​ເຮັດ​ໃຫ້​ເມກ​ປົກຄຸມ​ທົ່ວ​ທ້ອງຟ້າ ແລະ​ໃຫ້​ຮຸ້ງ​ປາກົດ​ຂຶ້ນ 15ເມື່ອນັ້ນ ເຮົາ​ກໍ​ຈະ​ນຶກ​ເຖິງ​ພັນທະສັນຍາ ທີ່​ເຮົາ​ໃຫ້​ແກ່​ເຈົ້າ ແລະ​ສັດ​ທັງປວງ​ວ່າ ເຮົາ​ຈະ​ບໍ່​ທຳລາຍ​ທຸກສິ່ງ​ທີ່​ມີ​ຊີວິດ​ດ້ວຍ​ນໍ້າ​ອີກ​ຈັກເທື່ອ. 16ເມື່ອ​ຮຸ້ງ​ປາກົດ​ຂຶ້ນ​ໃນ​ເມກ ເຮົາ​ຈະ​ເຫັນ ແລະ​ເຮົາ​ກໍ​ຈະ​ລະນຶກເຖິງ​ພັນທະສັນຍາ​ອັນ​ຕະຫລອດໄປ ລະຫວ່າງ​ເຮົາ​ກັບ​ທຸກສິ່ງ​ທີ່​ມີ​ຊີວິດ​ຢູ່​ໃນ​ແຜ່ນດິນ​ໂລກ.” 17ພຣະເຈົ້າ​ຊົງ​ກ່າວ​ກັບ​ໂນອາ​ວ່າ, “ອັນນີ້ ແມ່ນ​ໝາຍສຳຄັນ​ຂອງ​ພັນທະສັນຍາ ຊຶ່ງ​ເຮົາ​ເຮັດ​ໄວ້​ກັບ​ທຸກສິ່ງ​ທີ່​ມີ​ຊີວິດ​ຢູ່​ເທິງ​ແຜ່ນດິນ​ໂລກ.”
ໂນອາ​ກັບ​ພວກ​ລູກຊາຍ​ຂອງຕົນ
18ລູກຊາຍ​ຂອງ​ໂນອາ​ທີ່​ອອກ​ມາ​ຈາກ​ເຮືອ​ໃຫຍ່ ມີ​ດັ່ງນີ້: ເຊມ, ຮາມ ແລະ​ຢາເຟດ. (ຮາມ​ເປັນ​ພໍ່​ຂອງ​ຊົນເຜົ່າ​ການາອານ.) 19ລູກຊາຍ​ທັງ​ສາມ​ຂອງ​ໂນອາ​ນີ້​ເປັນ​ບັນພະບຸລຸດ​ຂອງ​ປະຊາຊາດ​ທັງໝົດ​ທີ່​ເທິງ​ແຜ່ນດິນ​ໂລກ.
20ໂນອາ ຜູ້​ທີ່​ເປັນ​ພໍ່ນາ ເປັນ​ຄົນ​ທຳອິດ​ທີ່​ປູກ​ຕົ້ນ​ອະງຸ່ນ. 21ຫລັງຈາກ​ດື່ມ​ນໍ້າ​ອະງຸ່ນ​ຫລາຍ​ຈົນ​ມືນເມົາ ເພິ່ນ​ຈຶ່ງ​ຫລົງ​ແກ້​ເຄື່ອງນຸ່ງຫົ່ມ​ຂອງຕົນ​ອອກ ແລ້ວ​ນອນ​ເປືອຍກາຍ​ຢູ່​ໃນ​ຜ້າເຕັນ. 22ເມື່ອ​ຮາມ​ພໍ່​ຂອງ​ການາອານ​ເຫັນ​ພໍ່​ຂອງຕົນ ກຳລັງ​ນອນ​ເປືອຍກາຍ​ຢ່າງ​ມືນເມົາ​ຢູ່​ເຊັ່ນ​ນັ້ນ ລາວ​ຈຶ່ງ​ຟ້າວ​ໄປ​ບອກ​ອ້າຍ​ທັງສອງ. 23ແລ້ວ​ເຊມ​ກັບ​ຢາເຟດ​ກໍ​ຖື​ເອົາ​ເສື້ອຄຸມ​ຜືນ​ໜຶ່ງ ພາດ​ໃສ່​ບ່າ​ຂອງ​ພວກເຂົາ​ມາ. ພວກເຂົາ​ຍ່າງ​ຖອຍ​ຫລັງ​ເຂົ້າ​ມາ​ຫາ​ພໍ່ ແລ້ວ​ປົດ​ເສື້ອ​ທີ່​ພາດ​ຢູ່​ເທິງ​ບ່າ​ນັ້ນ​ປົກ​ຕົວ​ພໍ່​ໄວ້​ໂດຍ​ປິ່ນ​ໜ້າ​ໜີ ເພາະ​ບໍ່​ຢາກ​ເຫັນ​ພໍ່​ຂອງ​ພວກ​ຕົນ​ຢູ່​ໃນ​ສະພາບ​ເປືອຍກາຍ​ເຊັ່ນນີ້. 24ເມື່ອ​ໂນອາ​ຕື່ນ​ຂຶ້ນ​ມາ ແລະ​ຊວ່າງ​ເມົາ ເພິ່ນ​ກໍ​ຮູ້​ສິ່ງ​ທີ່​ລູກຊາຍ​ຫລ້າ​ໄດ້​ເຮັດ​ກັບ​ຕົນ 25ຈຶ່ງ​ຮ້ອງ​ຂຶ້ນ​ວ່າ,
“ກູ​ຂໍ​ສາບແຊ່ງ​ຊາວ​ການາອານ
ມັນ​ຈະ​ເປັນ​ຂ້ອຍ​ຂ້າ​ຮັບໃຊ້​ພວກ​ອ້າຍ​ຂອງ​ມັນ
26ຂໍ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ​ຊົງ​ອວຍພອນ​ເຊມ;
ຊາວ​ການາອານ​ຈະ​ເປັນ​ຂ້ອຍຂ້າ​ຮັບໃຊ້​ຂອງ​ເຊມ​ແນ່ແທ້.
27ຂໍ​ພຣະເຈົ້າ​ຊ່ວຍ​ຢາເຟດ ໃຫ້​ຮັ່ງ​ມີເປັນດີ;
ມີ​ເຊື້ອສາຍ​ຢ່າງ​ຫລວງຫລາຍ​ເຫຼືອ​ນັບ.
ຂໍ​ໃຫ້​ເຊື້ອສາຍ​ຢາເຟດ​ຢູ່​ຮ່ວມ​ກັບ​ເຊື້ອສາຍ​ເຊມ;
ຊາວ​ການາອານ​ຈະ​ເປັນ​ທາດຮັບໃຊ້​ຂອງ​ຢາເຟດ.”
28ຫລັງຈາກ​ນໍ້າ​ຖ້ວມ​ແຜ່ນດິນ​ໂລກ​ແລ້ວ ໂນອາ​ກໍ​ມີ​ອາຍຸ​ຕໍ່ມາ​ອີກ 350 ປີ; 29ເພິ່ນ​ໄດ້​ຕາຍໄປ​ເມື່ອ​ເພິ່ນ​ອາຍຸ​ໄດ້ 950 ປີ.

اکنون انتخاب شده:

ປະຖົມມະການ 9: ພຄພ

های‌لایت

به اشتراک گذاشتن

کپی

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید