ມັດທາຍ 20
20
ຄຳອຸປະມາເລື່ອງຄົນງານໃນສວນອະງຸ່ນ
1“ດ້ວຍວ່າ ອານາຈັກສະຫວັນປຽບເໝືອນເຈົ້າຂອງສວນຜູ້ໜຶ່ງ ເຊິ່ງອອກໄປແຕ່ເຊົ້າເພື່ອຈ້າງຄົນມາເຮັດວຽກໃນສວນອະງຸ່ນຂອງຕົນ. 2ເພິ່ນໄດ້ເຫັນດີວ່າຈະຈ່າຍຄ່າແຮງງານໃຫ້ພວກເຂົາວັນລະໜຶ່ງເດນາຣິອົນ#20:2 ໜຶ່ງເດນາຣິອົນເທົ່າກັບຄ່າຈ້າງຂອງຄົນງານມື້ໜຶ່ງ ແລ້ວກໍໃຊ້ພວກເຂົາໄປເຮັດວຽກໃນສວນອະງຸ່ນຂອງຕົນ.
3“ໃນເວລາປະມານເກົ້າໂມງເຊົ້າເພິ່ນກໍອອກໄປ ແລະ ເຫັນຫລາຍຄົນຢືນຢູ່ທີ່ຕະຫລາດບໍ່ເຮັດຫຍັງ 4ເພິ່ນຈຶ່ງບອກພວກເຂົາວ່າ, ‘ໃຫ້ພວກເຈົ້າໄປເຮັດວຽກໃນສວນອະງຸ່ນຂອງຂ້ອຍເໝືອນກັນ ແລະ ຂ້ອຍຈະຈ່າຍຄ່າແຮງງານໃຫ້ຕາມສົມຄວນ’. 5ດັ່ງນັ້ນ ພວກເຂົາຈຶ່ງໄປ.
“ໃນເວລາປະມານຕອນທ່ຽງ ແລະ ຕອນປະມານສາມໂມງແລງ ເຈົ້າຂອງສວນອະງຸ່ນກໍອອກໄປເຮັດຄືເກົ່າອີກ. 6ໃນເວລາປະມານຫ້າໂມງແລງ ເພິ່ນກໍອອກໄປອີກ ແລະ ເຫັນຍັງມີຫລາຍຄົນຢືນຢູ່ທີ່ນັ້ນ ເພິ່ນຈຶ່ງຖາມພວກເຂົາວ່າ, ‘ເປັນຫຍັງພວກເຈົ້າຈຶ່ງມາຢືນຢູ່ທີ່ນີ້ໝົດມື້ບໍ່ເຮັດຫຍັງ?’
7“ພວກເຂົາຕອບວ່າ, ‘ເພາະບໍ່ມີຜູ້ໃດຈ້າງພວກເຮົາ’.
“ເພິ່ນຈຶ່ງບອກພວກເຂົາວ່າ, ‘ໃຫ້ພວກເຈົ້າໄປເຮັດວຽກຢູ່ໃນສວນອະງຸ່ນຂອງຂ້ອຍເໝືອນກັນ’.
8“ເມື່ອຮອດຕອນແລງມາ ເຈົ້າຂອງສວນອະງຸ່ນກໍບອກຜູ້ຈັດການສວນຂອງຕົນວ່າ, ‘ຈົ່ງເອີ້ນຄົນງານມາ ແລະ ຈ່າຍຄ່າແຮງງານໃຫ້ພວກເຂົາ, ເລີ່ມຕັ້ງແຕ່ຜູ້ຮັບຈ້າງຄົນຫລ້າສຸດໄປຈົນເຖິງຜູ້ຮັບຈ້າງຄົນທຳອິດ’.
9“ພວກຄົນຮັບຈ້າງຜູ້ທີ່ມາເລີ່ມເຮັດວຽກໃນເວລາປະມານຫ້າໂມງແລງ ກໍໄດ້ຮັບເງິນຄົນລະໜຶ່ງເດນາຣິອົນ. 10ດັ່ງນັ້ນ ຜູ້ຮັບຈ້າງພວກທີ່ມາທຳອິດກໍຄິດວ່າຕົນຈະໄດ້ຮັບຫລາຍກວ່ານັ້ນ ແຕ່ກໍໄດ້ຮັບຄົນລະໜຶ່ງເດນາຣິອົນເໝືອນກັນ. 11ເມື່ອພວກເຂົາຮັບເງິນແລ້ວຈຶ່ງຈົ່ມຕໍ່ເຈົ້າຂອງສວນວ່າ, 12‘ຄົນຮັບຈ້າງຜູ້ທີ່ມາຕາມຫລັງເຮັດວຽກພຽງຊົ່ວໂມງດຽວເທົ່ານັ້ນ ສ່ວນພວກເຮົາເຮັດວຽກໜັກຕາກແດດຮ້ອນມາໝົດມື້ ແຕ່ທ່ານໄດ້ຈ່າຍໃຫ້ພວກເຮົາເທົ່າກັບພວກເຂົາ’.
13“ແຕ່ເຈົ້າຂອງສວນອະງຸ່ນຕອບຄົນໜຶ່ງໃນພວກເຂົາວ່າ, ‘ສະຫາຍເອີຍ, ຂ້ອຍບໍ່ໄດ້ສໍ້ໂກງເຈົ້າ ເຈົ້າຕົກລົງເຮັດວຽກໃຫ້ຂ້ອຍວັນລະໜຶ່ງເດນາຣິອົນບໍ່ແມ່ນບໍ? 14ດັ່ງນັ້ນ ຮັບຄ່າຈ້າງຂອງເຈົ້າ ແລະ ກັບເມືອສາ. ຂ້ອຍພໍໃຈຈະໃຫ້ຄົນຮັບຈ້າງຜູ້ທີ່ມາສຸດທ້າຍນີ້ເທົ່າກັນກັບເຈົ້າ. 15ຂ້ອຍບໍ່ມີສິດເຮັດໃນສິ່ງທີ່ຂ້ອຍຢາກເຮັດກັບເງິນຂອງຂ້ອຍບໍ? ຫລື ວ່າເຈົ້າອິດສາເພາະເຫັນຂ້ອຍໃຈດີ?’
16“ດັ່ງນັ້ນ ຄົນທີ່ເປັນຜູ້ປາຍຈະກັບເປັນຜູ້ຕົ້ນ ແລະ ຄົນທີ່ເປັນຜູ້ຕົ້ນຈະກັບເປັນຜູ້ປາຍ”.
ພຣະເຢຊູເຈົ້າທຳນວາຍເຖິງຄວາມຕາຍຂອງພຣະອົງຄັ້ງທີສາມ
(ມຣກ 10:32-34; ລກ 18:31-33)
17ຂະນະທີ່ພຣະເຢຊູເຈົ້າກຳລັງຂຶ້ນໄປນະຄອນເຢຣູຊາເລັມ, ພຣະອົງໄດ້ພາພວກສາວົກສິບສອງຄົນແຍກອອກໄປຕ່າງຫາກ ແລະ ກ່າວກັບພວກເພິ່ນວ່າ, 18“ພວກເຮົາກຳລັງຂຶ້ນໄປນະຄອນເຢຣູຊາເລັມ ແລະ ບຸດມະນຸດຈະຖືກມອບໄວ້ກັບພວກຫົວໜ້າປະໂລຫິດ ແລະ ພວກຄູສອນກົດບັນຍັດ. ພວກເຂົາຈະລົງໂທດພຣະອົງໃຫ້ເຖິງຕາຍ. 19ແລະ ຈະມອບພຣະອົງໃຫ້ກັບຄົນຕ່າງຊາດ ພວກເຂົາຈະເຢາະເຢີ້ຍພຣະອົງ, ຈະຂ້ຽນຕີພຣະອົງ ແລະ ຈະຄຶງພຣະອົງໄວ້ເທິງໄມ້ກາງແຂນ ແລ້ວໃນວັນທີສາມພຣະອົງຈະເປັນຄືນມາສູ່ຊີວິດ!”
ຄຳຮ້ອງຂໍຂອງແມ່ຄົນໜຶ່ງ
(ມຣກ 10:35-45)
20ຕໍ່ມາ ເມຍຂອງເຊເບດາຍໄດ້ມາຫາພຣະເຢຊູເຈົ້າພ້ອມກັບລູກຊາຍທັງສອງຂອງຕົນ, ພວກເພິ່ນຄຸເຂົ່າລົງຕໍ່ໜ້າພຣະອົງ ແລະ ຂໍສິ່ງໜຶ່ງຈາກພຣະອົງ.
21ພຣະອົງຖາມວ່າ, “ເຈົ້າຕ້ອງການຫຍັງ?”
ນາງຕອບວ່າ, “ຂໍໃຫ້ລູກຊາຍຂອງຂ້ານ້ອຍໄດ້ນັ່ງໃນອານາຈັກຂອງພຣະອົງ, ຄືໄດ້ນັ່ງທີ່ເບື້ອງຂວາຂອງພຣະອົງຄົນໜຶ່ງ ແລະ ເບື້ອງຊ້າຍຂອງພຣະອົງອີກຄົນໜຶ່ງ”.
22ພຣະເຢຊູເຈົ້າກ່າວແກ່ພວກເພິ່ນວ່າ, “ພວກເຈົ້າບໍ່ຮູ້ຈັກໃນສິ່ງທີ່ພວກເຈົ້າກຳລັງຂໍນັ້ນ, ພວກເຈົ້າຈະດື່ມຈາກຈອກທີ່ເຮົາກຳລັງຈະດື່ມນັ້ນໄດ້ບໍ?”
ພວກເຂົາຕອບວ່າ, “ພວກເຮົາດື່ມໄດ້”.
23ພຣະເຢຊູເຈົ້າກ່າວແກ່ພວກເພິ່ນວ່າ, “ພວກເຈົ້າຈະໄດ້ດື່ມຈາກຈອກຂອງເຮົາແທ້ ແຕ່ການທີ່ຈະໄດ້ນັ່ງທີ່ເບື້ອງຂວາ ຫລື ເບື້ອງຊ້າຍຂອງເຮົານັ້ນບໍ່ແມ່ນເຮົາຈະເປັນຜູ້ອະນຸຍາດ. ບ່ອນເຫລົ່ານັ້ນເປັນຂອງບັນດາຜູ້ທີ່ພຣະບິດາເຈົ້າຂອງເຮົາຈັດຕຽມໄວ້ແລ້ວ”.
24ເມື່ອສາວົກອີກສິບຄົນໄດ້ຍິນເລື່ອງນີ້ແລ້ວ ພວກເພິ່ນກໍບໍ່ພໍໃຈກັບສອງອ້າຍນ້ອງນັ້ນ. 25ພຣະເຢຊູເຈົ້າຈຶ່ງເອີ້ນພວກສາວົກມາພ້ອມໜ້າກັນ ແລະ ກ່າວວ່າ, “ພວກເຈົ້າທັງຫລາຍຕ່າງກໍຮູ້ດີວ່າຜູ້ປົກຄອງຂອງຄົນຕ່າງຊາດຍ່ອມເປັນນາຍເໜືອພວກເຂົາ ແລະ ເຈົ້າໜ້າທີ່ຊັ້ນໃຫຍ່ກໍໃຊ້ສິດອຳນາດເໜືອພວກເຂົາ. 26ແຕ່ສຳລັບພວກເຈົ້າບໍ່ເປັນດັ່ງນັ້ນ ກົງກັນຂ້າມຖ້າຜູ້ໃດໃນພວກເຈົ້າຢາກເປັນໃຫຍ່ ຜູ້ນັ້ນຕ້ອງເປັນຜູ້ຮັບໃຊ້ຂອງພວກເຈົ້າທັງຫລາຍ, 27ແລະ ຖ້າຜູ້ໃດໃນພວກເຈົ້າຢາກເປັນເອກ ຜູ້ນັ້ນຕ້ອງເປັນຜູ້ຮັບໃຊ້ຂອງພວກເຈົ້າ 28ເໝືອນດັ່ງບຸດມະນຸດບໍ່ໄດ້ມາເພື່ອໃຫ້ຄົນອື່ນຮັບໃຊ້ ແຕ່ມາເພື່ອຮັບໃຊ້ ແລະ ສະຫລະຊີວິດຂອງພຣະອົງເປັນຄ່າໄຖ່ເພື່ອຄົນທັງຫລາຍ”.
ຊາຍຕາບອດສອງຄົນເບິ່ງເຫັນໄດ້
(ມຣກ 10:46-52; ລກ 18:35-43)
29ໃນຂະນະທີ່ພຣະເຢຊູເຈົ້າ ແລະ ພວກສາວົກຂອງພຣະອົງກຳລັງອອກຈາກເມືອງເຢຣີໂກ, ປະຊາຊົນຈໍານວນຫລວງຫລາຍກໍໄດ້ຕິດຕາມພຣະອົງໄປ. 30ມີຊາຍຕາບອດສອງຄົນກຳລັງນັ່ງຢູ່ແຄມທາງ, ເມື່ອໄດ້ຍິນວ່າພຣະເຢຊູເຈົ້າກຳລັງຜ່ານມາທາງນັ້ນ ພວກເຂົາກໍຮ້ອງຂຶ້ນວ່າ, “ອົງພຣະຜູ້ເປັນເຈົ້າ ບຸດດາວິດເອີຍ, ຂໍເມດຕາພວກຂ້ານ້ອຍດ້ວຍ!”
31ປະຊາຊົນໄດ້ຫ້າມໄວ້ ແລະ ບອກພວກເຂົາໃຫ້ມິດຢູ່, ແຕ່ພວກເຂົາຍິ່ງຮ້ອງດັງຂຶ້ນວ່າ, “ອົງພຣະຜູ້ເປັນເຈົ້າ ບຸດດາວິດເອີຍ, ຂໍເມດຕາພວກຂ້ານ້ອຍດ້ວຍ!”
32ພຣະເຢຊູເຈົ້າຈຶ່ງຢຸດ ແລະ ເອີ້ນຊາຍຕາບອດສອງຄົນນັ້ນມາ. ພຣະອົງຖາມພວກເຂົາວ່າ, “ພວກເຈົ້າຕ້ອງການໃຫ້ເຮົາເຮັດຫຍັງໃຫ້ພວກເຈົ້າ?”
33ພວກເຂົາຈຶ່ງຕອບວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ພວກຂ້ານ້ອຍຢາກເຫັນຮຸ່ງ”.
34ພຣະເຢຊູເຈົ້າສົງສານພວກເຂົາ ຈຶ່ງບາຍຕາຂອງພວກເຂົາ. ໃນທັນໃດນັ້ນ ພວກເຂົາກໍເຫັນຮຸ່ງ ແລະ ຕິດຕາມພຣະອົງໄປ.
Chwazi Kounye ya:
ມັດທາຍ 20: LCV
Pati Souliye
Pataje
Kopye
Ou vle gen souliye ou yo sere sou tout aparèy ou yo? Enskri oswa konekte
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.

: