ລູກາ 1
1
ບົດໄຂເນື້ອເລື່ອງ
1ທ່ານເທໂອຟີໂລທີ່ນັບຖື:
ມີຫລາຍຄົນໄດ້ລົງມືຮຽບຮຽງເລື່ອງເຫດການຕ່າງໆ ຊຶ່ງສຳເລັດແລ້ວໃນທ່າມກາງພວກເຮົາ. 2ຕາມທີ່ພວກເຂົາ ຜູ້ໄດ້ເຫັນດ້ວຍຕາຕົນເອງຕັ້ງແຕ່ຕົ້ນ ແລະເປັນຜູ້ປະກາດຖ້ອຍຄຳນັ້ນ ຈຶ່ງໄດ້ສົ່ງສືບຕໍ່ມາໃຫ້ພວກເຮົາຮູ້. 3ດັ່ງນັ້ນແຫລະ ທ່ານເທໂອຟີໂລທີ່ນັບຖື ຫລັງຈາກທີ່ຂ້າພະເຈົ້າໄດ້ສຶກສາຢ່າງຖີ່ຖ້ວນຮອບຄອບ ເຖິງສິ່ງເຫຼົ່ານີ້ທັງໝົດແລ້ວຕັ້ງແຕ່ຕົ້ນ ຂ້າພະເຈົ້າຈຶ່ງເຫັນດີຮຽບຮຽງເລື່ອງລາວຕາມລຳດັບເພື່ອປະໂຫຍດແກ່ທ່ານ. 4ຂ້າພະເຈົ້າເຮັດເຊັ່ນນີ້ກໍເພື່ອທ່ານຈະຮູ້ຄວາມຈິງຢ່າງຄັກແນ່ ເຖິງເລື່ອງລາວທີ່ເປັນແກ່ນສານທີ່ທ່ານໄດ້ຮັບຮູ້ກ່ອນນັ້ນ.
ທຳນວາຍການເກີດຂອງໂຢຮັນບັບຕິສະໂຕ
5ໃນຄາວທີ່ເຮໂຣດໄດ້ເປັນກະສັດແຫ່ງຢູດາຍ ກໍໄດ້ມີປະໂຣຫິດຜູ້ໜຶ່ງ ຢູ່ໃນໝວດຂອງປະໂຣຫິດອາບີຢາຊື່ວ່າ ເຊກາຣີຢາ. ເມຍຂອງເພິ່ນກໍສືບເຊື້ອສາຍມາຈາກປະໂຣຫິດອາໂຣນເໝືອນກັນຊື່ວ່າ ເອລີຊາເບັດ. 6ສອງຜົວເມຍນີ້ດຳເນີນຊີວິດຢ່າງຖືກຕ້ອງຕໍ່ສາຍພຣະເນດຂອງພຣະເຈົ້າ ໂດຍເຊື່ອຟັງກົດບັນຍັດຂອງອົງພຣະຜູ້ເປັນເຈົ້າ ແລະຂໍ້ຄຳສັ່ງຂອງພຣະອົງຢ່າງບໍ່ມີທີ່ຕິ. 7ແຕ່ພວກເພິ່ນບໍ່ມີລູກ ເພາະນາງເອລີຊາເບັດເປັນໝັນ ແລະທັງສອງກໍເຖົ້າແກ່ແລ້ວ.
8ວັນໜຶ່ງ ເຊກາຣີຢາກຳລັງປະຕິບັດໜ້າທີ່ຂອງຕົນຢູ່ໃນພຣະວິຫານ ເພາະຖືກຜຽນໃນໝວດຂອງຕົນ. 9ຕາມທຳນຽມຂອງພວກປະໂຣຫິດແລ້ວ ເພິ່ນໄດ້ຮັບເລືອກໂດຍການໃຊ້ສະຫລາກ ໃຫ້ເພິ່ນເຂົ້າໄປໃນພຣະວິຫານຂອງອົງພຣະຜູ້ເປັນເຈົ້າ ເພື່ອເຜົາເຄື່ອງຫອມຖວາຍທີ່ແທ່ນບູຊາ. 10ສ່ວນປະຊາຊົນຢູ່ຂ້າງນອກ ກໍພາກັນພາວັນນາອະທິຖານ ໃນເວລາທີ່ເຜົາເຄື່ອງຫອມຢູ່ນັ້ນ.
11ມີເທວະດາຕົນໜຶ່ງຂອງອົງພຣະຜູ້ເປັນເຈົ້າ ໄດ້ມາປາກົດແກ່ເພິ່ນ ໂດຍຢືນຢູ່ເບື້ອງຂວາຂອງແທ່ນບູຊາ. 12ເມື່ອເຊກາຣີຢາໄດ້ເຫັນເທວະດາຕົນນັ້ນແລ້ວ ເພິ່ນກໍສະທ້ານຕົກໃຈ ແລະມີຄວາມຢ້ານ. 13ແຕ່ເທວະດາຕົນນັ້ນກ່າວແກ່ເພິ່ນວ່າ, “ເຊກາຣີຢາເອີຍ ຢ່າຢ້ານເລີຍ ພຣະເຈົ້າໄດ້ຍິນຄຳພາວັນນາອະທິຖານຂອງເຈົ້າແລ້ວ ແລະ ເອລີຊາເບັດເມຍຂອງເຈົ້າ ຈະເກີດລູກຊາຍຄົນໜຶ່ງໃຫ້ເຈົ້າ ເຈົ້າຈົ່ງໃສ່ຊື່ໃຫ້ລາວວ່າ ໂຢຮັນ. 14ເຈົ້າຈະມີຄວາມຊົມຊື່ນຍິນດີຢ່າງລົ້ນເຫລືອ ແລະຫລາຍຄົນຈະຍິນດີເມື່ອເພິ່ນເກີດມາ. 15ເພິ່ນຈະເປັນຜູ້ຍິ່ງໃຫຍ່ໃນສາຍພຣະເນດຂອງອົງພຣະຜູ້ເປັນເຈົ້າ ເພິ່ນຈະບໍ່ດື່ມເຫຼົ້າອະງຸ່ນ ຫລືເຫຼົ້າປຸກແຕ່ຢ່າງໃດ ແລະຈະເຕັມໄປດ້ວຍພຣະວິນຍານບໍຣິສຸດເຈົ້າ ຕັ້ງແຕ່ຈາກທ້ອງແມ່ມາ 16ເພິ່ນຈະນຳຊາວອິດສະຣາເອນຢ່າງຫລວງຫລາຍ ກັບຄືນມາຫາອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຂົາ. 17ເພິ່ນຈະອອກໜ້າກ່ອນ ອົງພຣະຜູ້ເປັນເຈົ້າຢ່າງເຂັ້ມແຂງແລະອົງອາດ ເໝືອນດັ່ງຜູ້ທຳນວາຍເອລີຢາ ເພິ່ນຈະນຳພໍ່ກັບລູກໃຫ້ຄືນດີກັນ ເພິ່ນຈະນຳຄົນດື້ດ້ານກັບໃຫ້ມີປັນຍາຢ່າງຄົນສິນທຳ ເພິ່ນຈະຕຽມປະຊາຊົນໄວ້ພ້ອມສຳລັບອົງພຣະຜູ້ເປັນເຈົ້າ.”
18ເຊກາຣີຢາເວົ້າກັບເທວະດານັ້ນວ່າ, “ຂ້ານ້ອຍຈະຮູ້ເຫດການນີ້ໄດ້ຢ່າງໃດ? ເພາະຂ້ານ້ອຍກໍເຖົ້າແກ່ແລ້ວ ແລະເມຍຂອງຂ້ານ້ອຍກໍເໝືອນກັນ.”
19ຝ່າຍເທວະດານັ້ນຕອບວ່າ, “ເຮົາແມ່ນຄັບຣີເອນ. ຊຶ່ງຢືນຢູ່ຊ້ອງໜ້າພຣະເຈົ້າ, ພຣະອົງຊົງໃຊ້ເຮົາມາເວົ້າກັບເຈົ້າ ແລະນຳເອົາຂ່າວດີນີ້ມາບອກເຈົ້າ. 20ແຕ່ບັດນີ້ ເຈົ້າບໍ່ເຊື່ອຖ້ອຍຄຳຂອງເຮົາ ຊຶ່ງຈະເປັນຈິງຕາມເວລາທີ່ກຳນົດໄວ້ ຍ້ອນເຈົ້າບໍ່ເຊື່ອເຈົ້າຈະເປັນຄົນໃບ້ບໍ່ສາມາດປາກໄດ້ ຈົນເຖິງວັນທີ່ເຫດການເຫຼົ່ານັ້ນເກີດຂຶ້ນ.”
21ຝ່າຍປະຊາຊົນກໍລໍຖ້າເຊກາຣີຢາດ້ວຍຄວາມປະຫລາດໃຈ ທີ່ເພິ່ນຢູ່ໃນພຣະວິຫານຕັ້ງດົນນານ. 22ເມື່ອເພິ່ນອອກມາ ເພິ່ນກໍເວົ້າກັບພວກເຂົາບໍ່ໄດ້ ພວກເຂົາຈຶ່ງສັງເກດຮູ້ວ່າ ເພິ່ນໄດ້ເຫັນນິມິດຢູ່ໃນພຣະວິຫານ ເພິ່ນໄດ້ໃຊ້ມືເຮັດເປັນພາສາໃບ້ກັບພວກເຂົາ ແລະຍັງບໍ່ສາມາດປາກໄດ້.
23ເມື່ອໝົດກຳນົດຮັບໃຊ້ໃນພຣະວິຫານແລ້ວ ເຊກາຣີຢາກໍກັບຄືນບ້ານ. 24ພາຍລຸນມາ ນາງເອລີຊາເບັດເມຍຂອງເພິ່ນກໍຖືພາ ແລະນາງບໍ່ໄດ້ອອກຈາກເຮືອນໄປໃສເລີຍ ເປັນເວລາຫ້າເດືອນ. 25ນາງເວົ້າຂຶ້ນວ່າ, “ອົງພຣະຜູ້ເປັນເຈົ້າໄດ້ຊ່ວຍເຫລືອຂ້ານ້ອຍ ບັດນີ້ພຣະອົງໄດ້ຍົກຄວາມນິນທາຂອງຂ້ານ້ອຍ ທີ່ມີຢູ່ທ່າມກາງຄົນທັງຫລາຍອອກເສຍ.”
ທຳນວາຍການເກີດຂອງພຣະເຢຊູເຈົ້າ
26ໃນເດືອນທີຫົກ ທີ່ນາງເອລີຊາເບັດຖືພາຢູ່ນັ້ນ ພຣະເຈົ້າກໍໄດ້ໃຊ້ເທວະດາຄັບຣີເອນ ມາທີ່ແຂວງຄາລີເລໃນເມືອງໜຶ່ງທີ່ຊື່ວ່າ ນາຊາເຣັດ. 27ມາບອກຍິງສາວພົມມະຈາຣີຄົນໜຶ່ງ ຜູ້ທີ່ເປັນຄູ່ໝັ້ນກັບຊາຍຄົນໜຶ່ງຊື່ວ່າ ໂຢເຊັບ ຜູ້ທີ່ເປັນເຊື້ອສາຍມາຈາກກະສັດດາວິດ ສ່ວນຍິງສາວນັ້ນຊື່ວ່າ ມາຣີ. 28ເທວະດາຕົນນັ້ນໄດ້ມາຫານາງ ແລະກ່າວວ່າ, “ສັນຕິສຸກ ຈົ່ງມີແກ່ເຈົ້າເຖີດ ອົງພຣະຜູ້ເປັນເຈົ້າຊົງສະຖິດຢູ່ກັບເຈົ້າ ແລະອວຍພອນເຈົ້າຢ່າງຫລວງຫລາຍ.”
29ຝ່າຍມາຣີກໍຕົກໃຈຫລາຍໃນຖ້ອຍຄຳເຫຼົ່ານີ້ ນາງຈຶ່ງຄິດພິຈາລະນາວ່າ ຄຳທັກທາຍຂອງເພິ່ນນັ້ນໝາຍຄວາມວ່າຢ່າງໃດ. 30ແລ້ວເທວະດາກໍໄດ້ກ່າວແກ່ນາງວ່າ, “ມາຣີເອີຍ ຢ່າຢ້ານເລີຍ ພຣະເຈົ້າຊົງໂຜດເມດຕາກະລຸນາເຈົ້າແລ້ວ. 31ເຈົ້າຈະຕັ້ງທ້ອງ ແລະເກີດລູກຊາຍຜູ້ໜຶ່ງ ແລະເຈົ້າຈົ່ງໃສ່ຊື່ໃຫ້ກຸມມານນັ້ນວ່າ ເຢຊູ. 32ກຸມມານນັ້ນຈະເປັນໃຫຍ່ ແລະຈະເປັນທີ່ເອີ້ນວ່າ ບຸດຂອງພຣະເຈົ້າອົງສູງສຸດ ອົງພຣະຜູ້ເປັນເຈົ້າພຣະເຈົ້າຈະໃຫ້ເພິ່ນນັ່ງບັນລັງຂອງກະສັດດາວິດ ຜູ້ເປັນບັນພະບຸລຸດຂອງເພິ່ນ 33ແລະ ເພິ່ນຈະປົກຄອງເຊື້ອສາຍຂອງຢາໂຄບຕະຫລອດໄປ ແລະອານາຈັກຂອງເພິ່ນຈະບໍ່ສິ້ນສຸດເປັນຈັກເທື່ອ.”
34ຝ່າຍມາຣີຈຶ່ງເວົ້າກັບເທວະດາວ່າ, “ຂ້ານ້ອຍຍັງບໍ່ທັນໄດ້ຮ່ວມເພດສຳພັນກັບຜູ້ຊາຍຈັກເທື່ອ ເຫດການນີ້ຈະເປັນໄປໄດ້ຢ່າງໃດ?”
35ເທວະດາໄດ້ຕອບວ່າ, “ພຣະວິນຍານບໍຣິສຸດເຈົ້າຈະສະເດັດມາຢູ່ເທິງເຈົ້າ ແລະຣິດເດດຂອງພຣະເຈົ້າອົງສູງສຸດຈະປົກຄຸມເຈົ້າໄວ້. ດ້ວຍເຫດນີ້ ເດັກຜູ້ບໍຣິສຸດຈະເປັນທີ່ເອີ້ນວ່າພຣະບຸດຂອງພຣະເຈົ້າ. 36ເອລີຊາເບັດພີ່ນ້ອງຂອງເຈົ້າ ນາງກຳລັງຈະໄດ້ລູກຊາຍຜູ້ໜຶ່ງ ເຖິງວ່ານາງເຖົ້າແກ່ແລ້ວກໍຕາມ ຄົນເວົ້າກັນວ່າ ນາງເປັນໝັນ ແຕ່ບັດນີ້ນາງຖືພາໄດ້ຫົກເດືອນແລ້ວ. 37ດ້ວຍວ່າ, ບໍ່ມີສິ່ງໃດທີ່ພຣະເຈົ້າເຮັດບໍ່ໄດ້.”
38ມາຣີເວົ້າຂຶ້ນວ່າ, “ຂ້ານ້ອຍເປັນທາດຍິງຂອງອົງພຣະຜູ້ເປັນເຈົ້າ ຂໍໃຫ້ເຫດການນີ້ເກີດກັບຂ້ານ້ອຍຕາມທີ່ທ່ານໄດ້ກ່າວນັ້ນເທີ້ນ.” ແລ້ວເທວະດາຕົນນັ້ນກໍຈາກນາງໄປ.
ມາຣີໄປຢ້ຽມຢາມເອລີຊາເບັດ
39ຈາກນັ້ນບໍ່ດົນ ມາຣີກໍອອກເດີນທາງຢ່າງຮີບດ່ວນ ໄປທີ່ເມືອງໜຶ່ງທີ່ເນີນພູຂອງແຂວງຢູດາຍ. 40ນາງໄດ້ເຂົ້າໄປໃນເຮືອນຂອງເຊກາຣີຢາ ແລະທັກທາຍນາງເອລີຊາເບັດ. 41ເມື່ອນາງເອລີຊາເບັດໄດ້ຍິນຄຳທັກທາຍຂອງນາງມາຣີ ລູກໃນທ້ອງກໍເໜັງຕີງ ນາງເອລີຊາເບັດເຕັມໄປດ້ວຍພຣະວິນຍານບໍຣິສຸດເຈົ້າ 42ຈຶ່ງເວົ້າຂຶ້ນດ້ວຍສຽງດັງວ່າ, “ເຈົ້າເປັນຍິງທີ່ໄດ້ຮັບພຣະພອນຫລາຍທີ່ສຸດກວ່າຍິງທຸກຄົນ ຕະຫລອດທັງລູກທີ່ຈະເກີດມານັ້ນດ້ວຍ 43ເປັນຫຍັງເຫດການອັນຍິ່ງໃຫຍ່ນີ້ຈຶ່ງເກີດຂຶ້ນກັບຂ້ານ້ອຍນໍ ຄືແມ່ຂອງພຣະອົງເຈົ້າຂອງຂ້ານ້ອຍ ມາຢ້ຽມຢາມຂ້ານ້ອຍ? 44ດ້ວຍວ່າ, ພໍຂ້ານ້ອຍໄດ້ຍິນສຽງຂອງນາງຖາມສະບາຍດີ ລູກຢູ່ໃນທ້ອງຂອງຂ້ານ້ອຍໄດ້ດິ້ນດ້ວຍຄວາມຍິນດີ. 45ຄວາມສຸກມີແກ່ນາງທີ່ໄດ້ເຊື່ອວ່າ ຈະສຳເລັດຕາມພຣະທຳທີ່ນາງໄດ້ຮັບຈາກອົງພຣະຜູ້ເປັນເຈົ້າ.”
ມາຣີຮ້ອງເພງສັນລະເສີນພຣະເຈົ້າ
46ດັ່ງນັ້ນ ມາຣີຈຶ່ງຮ້ອງເພງສັນລະເສີນວ່າ,
“ຈິດໃຈຂອງຂ້ານ້ອຍເອີຍ
ຈົ່ງສັນລະເສີນອົງພຣະຜູ້ເປັນເຈົ້າ
47 ແລະ ຈິດວິນຍານຂອງຂ້ານ້ອຍ
ໄດ້ຊົມຊື່ນຍິນດີໃນພຣະເຈົ້າ
ຜູ້ຊົງໂຜດໃຫ້ຂ້ານ້ອຍໄດ້ພົ້ນ
48ເພາະພຣະອົງໄດ້ແນມເບິ່ງ
ຂ້ອຍໃຊ້ຍິງຂອງພຣະອົງຜູ້ຕໍ່າຕ້ອຍ
ຕັ້ງແຕ່ນີ້ໄປຄົນທຸກສະໄໝ
ຈະເອີ້ນຂ້ານ້ອຍວ່າ ທໍ່ແຫ່ງພຣະພອນ
49 ເພາະວ່າພຣະເຈົ້າອົງຊົງຣິດເດດຍິ່ງໃຫຍ່
ໄດ້ກະທຳການອັນໃຫຍ່ແກ່ຂ້ານ້ອຍ
ພຣະນາມຂອງພຣະອົງບໍຣິສຸດ,
50 ພຣະກະລຸນາຂອງພຣະອົງ
ກໍມີແກ່ບັນດາຜູ້ທີ່ຢຳເກງພຣະອົງ
ທັງຊົ່ວອາຍຸນີ້ ແລະຊົ່ວອາຍຸໜ້າສືບໆໄປ.
51 ເມື່ອພຣະຫັດອັນຊົງຣິດ
ຂອງພຣະອົງຢຽດອອກ
ຄົນຈອງຫອງ ແລະແຜນການ
ຂອງພວກເຂົາກໍແຕກຊະ.
52 ພຣະອົງຊົງປົດຜູ້ປົກຄອງຜູ້ມີອຳນາດ
ລົງຈາກບ່ອນນັ່ງ
ແລະໄດ້ຊົງຍົກຜູ້ຕໍ່າຕ້ອຍຂຶ້ນ.
53 ພຣະອົງໃຫ້ຄົນອຶດຢາກເຕັມໄປດ້ວຍຂອງດີ
ແລະໃຫ້ຄົນຮັ່ງມີໜີໄປມືເປົ່າ.
54 ພຣະອົງຊົງຊ່ວຍອິດສະຣາເອນ
ຜູ້ຮັບໃຊ້ຂອງພຣະອົງ
ຄືພຣະອົງຊົງຈື່ຈຳພຣະເມດຕາ
ຂອງພຣະອົງ.
55 ທີ່ມີຕໍ່ອັບຣາຮາມ ແລະຕໍ່ເຊື້ອສາຍ
ຂອງເພິ່ນເປັນນິດ
ຕາມທີ່ພຣະອົງໄດ້ຊົງບອກໄວ້
ກັບບັນພະບຸລຸດຂອງພວກເຮົາ.”
56ແລ້ວມາຣີໄດ້ພັກຢູ່ນຳເອລີຊາເບັດປະມານສາມເດືອນ ແລ້ວນາງກໍກັບຄືນເມືອເຮືອນຂອງຕົນ.
ການເກີດຂອງໂຢຮັນບັບຕິສະໂຕ
57ບັດນີ້ກໍເຖິງເວລາແລ້ວ ທີ່ນາງເອລີຊາເບັດຈະໄດ້ລູກ ແລະນາງກໍເກີດລູກຊາຍຄົນໜຶ່ງ. 58ເມື່ອເພື່ອນບ້ານໃກ້ຄຽງກັບຍາດຕິພີ່ນ້ອງຂອງນາງໄດ້ຍິນວ່າ ອົງພຣະຜູ້ເປັນເຈົ້າໄດ້ໃຫ້ຄວາມເມດຕາປານີແກ່ນາງຢ່າງຫລວງຫລາຍ ພວກເຂົາຕ່າງກໍຊົມຊື່ນຍິນດີນຳນາງ.
59ເມື່ອເດັກນ້ອຍຄົບແປດວັນແລ້ວ ພວກເພິ່ນກໍເຮັດພິທີຕັດໃຫ້ ແລະຕັ້ງຊື່ໃຫ້ວ່າ, ເຊກາຣີຢາ ຕາມຊື່ຂອງພໍ່. 60ແຕ່ແມ່ເວົ້າວ່າ, “ບໍ່ແມ່ນ ລາວຈະຕ້ອງມີຊື່ວ່າ ໂຢຮັນ.”
61ພວກເຂົາຈຶ່ງເວົ້າແກ່ນາງວ່າ, “ແຕ່ເຈົ້າບໍ່ມີຍາດຕິພີ່ນ້ອງຈັກຄົນທີ່ໃສ່ຊື່ນັ້ນ.” 62ແລ້ວພວກເຂົາກໍໃຊ້ພາສາໃບ້ຖາມພໍ່ຂອງເດັກວ່າ ເພິ່ນຕ້ອງການໃສ່ຊື່ຫຍັງໃຫ້ລູກຊາຍ.
63ເຊກາຣີຢາຂໍໃຫ້ເຂົາເອົາກະດານມາ ແລ້ວເພິ່ນຂຽນວ່າ, “ຊື່ຂອງລາວແມ່ນໂຢຮັນ.” ແລ້ວທຸກຄົນຕ່າງກໍປະຫລາດໃຈ 64ເວລາດຽວກັນນັ້ນ ເຊກາຣີຢາກໍປາກໄດ້ອີກ ເພິ່ນຈຶ່ງອອກປາກສັນລະເສີນພຣະເຈົ້າ. 65ພວກເພື່ອນບ້ານໃກ້ຄຽງຕ່າງກໍເກີດຄວາມຢ້ານ ແລະຂ່າວກ່ຽວກັບເຫດການເຫຼົ່ານີ້ ກໍຊ່າລືໄປທົ່ວເຂດເນີນພູຂອງແຂວງຢູດາຍ. 66ເມື່ອທຸກຄົນໄດ້ຍິນຂ່າວເຫຼົ່ານັ້ນ ຕ່າງກໍພິຈາລະນາໃນໃຈ ແລະຖາມກັນວ່າ, “ເດັກນີ້ຈະເປັນຢ່າງໃດນໍ? ເພາະເປັນການຈະແຈ້ງແລ້ວວ່າ ຣິດເດດຂອງອົງພຣະຜູ້ເປັນເຈົ້າ ຊົງສະຖິດຢູ່ນຳເດັກຄົນນີ້.”
ເຊກາຣີຢາກ່າວຄຳທຳນວາຍ
67ຝ່າຍເຊກາຣີຢາພໍ່ຂອງໂຢຮັນ ກໍເຕັມໄປດ້ວຍພຣະວິນຍານບໍຣິສຸດເຈົ້າ ຈຶ່ງໄດ້ທຳນວາຍວ່າ,
68 “ຈົ່ງສັນລະເສີນອົງພຣະຜູ້ເປັນເຈົ້າ
ພຣະເຈົ້າຂອງອິດສະຣາເອນ
ດ້ວຍວ່າ, ພຣະອົງໄດ້ຊົງຢ້ຽມຢາມ
ແລະ ໄດ້ຊົງໄຖ່ເອົາພົນລະເມືອງ
ຂອງພຣະອົງ
69 ແລະ ໄດ້ໃຫ້ຜູ້ຊົງຣິດຜູ້ໜຶ່ງເກີດຂຶ້ນ
ໃນເຊື້ອວົງຂອງດາວິດຜູ້ຮັບໃຊ້
ຂອງພຣະອົງ
ເພື່ອເປັນຜູ້ຊົງໂຜດໃຫ້ພົ້ນຂອງພວກເຮົາ,
70 ຕາມທີ່ພຣະອົງໄດ້ຊົງກ່າວໄວ້
ຕັ້ງແຕ່ສະໄໝບູຮານ
ໂດຍປາກຜູ້ທຳນວາຍບໍຣິສຸດຂອງພຣະອົງ.
71 ຄືຊົງໂຜດໃຫ້ພົ້ນຈາກສັດຕູທັງຫລາຍ
ຂອງພວກເຮົາ
ແລະ ພົ້ນຈາກມືຄົນທັງປວງ
ທີ່ກຽດຊັງເຮົາ
72 ດັ່ງນັ້ນ ຈຶ່ງຊົງສຳແດງພຣະກະລຸນາ
ຊຶ່ງຊົງສັນຍາແກ່ບັນພະບຸລຸດ
ຂອງພວກເຮົາ
ແລະຊົງລະນຶກເຖິງພັນທະສັນຍາ
ອັນບໍຣິສຸດຂອງພຣະອົງ
73 ຄືຄຳສາບານ ຊຶ່ງພຣະອົງໄດ້ຊົງສາບານໄວ້
ກັບອັບຣາຮາມບັນພະບຸລຸດຂອງເຮົາວ່າ,
74 ເມື່ອເຮົາໄດ້ພົ້ນຈາກມືສັດຕູທັງຫລາຍຂອງເຮົາແລ້ວ
ຈະຊົງໂຜດໃຫ້ເຮົາໄດ້ບົວລະບັດ
ພຣະອົງ
ໂດຍປາສະຈາກຄວາມຢ້ານ,
75 ດ້ວຍໃຈສັດຊື່ ແລະດ້ວຍຄວາມ
ຊອບທຳຕໍ່ພຣະພັກພຣະອົງ
ຕະຫລອດຊີວິດຂອງພວກເຮົາ.
76 ຝ່າຍເຈົ້າລູກນ້ອຍເອີຍ, ເຂົາຈະເອີ້ນເຈົ້າວ່າ,
ຜູ້ທຳນວາຍຂອງຜູ້ສູງສຸດ.
ເພາະວ່າເຈົ້າຈະໄປກ່ອນໜ້າອົງພຣະຜູ້
ເປັນເຈົ້າ ແລະຈັດແຈງບັນດາທາງ
ຂອງພຣະອົງ
77 ເພື່ອຈະໃຫ້ພົນລະເມືອງຂອງພຣະອົງ
ຮູ້ເຖິງຄວາມພົ້ນ
ໂດຍການຊົງໂຜດຍົກບາບກຳ
ຂອງພວກເຂົາ
78 ດ້ວຍໃຈເມດຕາກະລຸນາ
ແຫ່ງພຣະເຈົ້າຂອງພວກເຮົາ
ແສງສະຫວ່າງໃນຍາມຮຸ່ງເຊົ້າຈາກທີ່ສູງ
ໄດ້ມາຢ້ຽມຢາມພວກເຮົາ,
79 ເພື່ອຈະສ່ອງສະຫວ່າງແກ່ຄົນທັງຫລາຍ
ທີ່ຢູ່ໃນບ່ອນມືດ ແລະຢູ່ໃນເງົາ
ຂອງຄວາມຕາຍ
ເພື່ອຈະນຳພາຕີນຂອງເຮົາໄປ
ໃນທາງສະຫງົບສຸກ.”
80ຝ່າຍລູກນ້ອຍນັ້ນກໍໃຫຍ່ຂຶ້ນ ແລະຈິດວິນຍານກໍມີກຳລັງທະວີຂຶ້ນ ເພິ່ນໄດ້ອາໄສຢູ່ໃນຖິ່ນແຫ້ງແລ້ງກັນດານ ຈົນເຖິງວັນທີ່ຈະໄດ້ມາປາກົດແກ່ພວກອິດສະຣາເອນ.
Выбрано:
ລູກາ 1: ພຄພ
Выделить
Поделиться
Копировать
Хотите, чтобы то, что вы выделили, сохранялось на всех ваших устройствах? Зарегистрируйтесь или авторизуйтесь
@ 2012 United Bible Societies. All Rights Reserved.

: