ລູກາ 5
5
ພຣະເຢຊູເຈົ້າຊົງເອີ້ນເອົາສາວົກພວກທຳອິດ
(ມທ 4:18-22; ມຣກ 1:16-20)
1ວັນໜຶ່ງ ຂະນະທີ່ພຣະເຢຊູເຈົ້າຢືນຢູ່ທີ່ແຄມທະເລສາບເຄັນເນຊາເຣັດ ປະຊາຊົນກໍບຸບຽດກັນເຂົ້າມາຫາພຣະອົງ ເພື່ອຟັງພຣະທຳຂອງພຣະເຈົ້າ. 2ພຣະອົງຫລຽວເຫັນເຮືອສອງລຳຈອດໄວ້ຢູ່ແຄມຝັ່ງ ຄົນຫາປາໄດ້ອອກໄປຈາກເຮືອນັ້ນ ແລ້ວພວກເຂົາກຳລັງລ້າງມອງຢູ່. 3ພຣະເຢຊູເຈົ້າຈຶ່ງເຂົ້າໄປໃນເຮືອລຳໜຶ່ງ ຊຶ່ງເປັນຂອງຊີໂມນ ແລະບອກໃຫ້ເພິ່ນຖອຍເຮືອອອກຫ່າງຈາກຝັ່ງໜ້ອຍໜຶ່ງ ແລ້ວພຣະອົງກໍນັ່ງລົງໃນເຮືອ ແລະສັ່ງສອນປະຊາຊົນ.
4ເມື່ອພຣະອົງສັ່ງສອນຈົບແລ້ວ ຈຶ່ງກ່າວແກ່ຊີໂມນວ່າ, “ຈົ່ງຖອຍເຮືອອອກໄປສູ່ບ່ອນນໍ້າເລິກ ແລະຢ່ອນມອງຂອງພວກເຈົ້າລົງຈັບປາ.”
5ຊີໂມນຕອບວ່າ, “ພຣະອາຈານເອີຍ ພວກຂ້ານ້ອຍໄດ້ຫາຕະຫລອດຄືນ ຈົນອິດເມື່ອຍ ແລະບໍ່ໄດ້ຫຍັງເລີຍ, ແຕ່ເພື່ອເຫັນແກ່ທ່ານບອກ ຂ້ານ້ອຍກໍຈະຢ່ອນມອງລົງຕາມຄຳຂອງນາຍ.” 6ດັ່ງນັ້ນ ພວກເພິ່ນຈຶ່ງໄດ້ຢ່ອນມອງລົງ ແລະຖືກປາຈຳນວນຫລວງຫລາຍ ຈົນມອງຂອງພວກເພິ່ນກຳລັງຈະຂາດ. 7ພວກເພິ່ນກວັກມືເອົາໝູ່ ທີ່ຢູ່ເຮືອລຳອື່ນໃຫ້ມາຊ່ວຍ ພວກເຂົາຈຶ່ງມາຊ່ວຍ ແລະໄດ້ປາເຕັມເຮືອທັງສອງລຳ ຈົນເຮືອແຊມເກືອບຫລົ້ມ. 8ເມື່ອຊີໂມນເປໂຕເຫັນເຫດການທີ່ເກີດຂຶ້ນແລ້ວ ເພິ່ນກໍຂາບລົງທີ່ຕີນຂອງພຣະເຢຊູເຈົ້າ ແລະກ່າວວ່າ, “ພຣະອົງເຈົ້າເອີຍ, ຂໍໄປໃຫ້ຫ່າງຈາກຂ້ານ້ອຍທ້ອນ ເພາະຂ້ານ້ອຍເປັນຄົນບາບ.”
9ເປໂຕກັບໝູ່ເພື່ອນຄົນອື່ນໆຂອງເພິ່ນ ທີ່ຢູ່ນຳກັນໄດ້ງຶດປະຫລາດໃຈ ທີ່ພວກເພິ່ນຈັບປາໄດ້ຢ່າງຫລວງຫລາຍເຊັ່ນນີ້. 10ຢາໂກໂບ ແລະ ໂຢຮັນລູກຊາຍຂອງເຊເບດາຍ ຜູ້ຮ່ວມງານຂອງຊີໂມນ ກໍປະຫລາດໃຈເໝືອນກັນ ແລ້ວພຣະເຢຊູເຈົ້າກໍກ່າວແກ່ຊີໂມນວ່າ, “ຢ່າສູ່ຢ້ານ ຕັ້ງແຕ່ນີ້ໄປ ເຈົ້າຈະເປັນຜູ້ຫາຄົນ.”
11ເມື່ອພວກເພິ່ນນຳເຮືອມາເຖິງແຄມຝັ່ງແລ້ວ ພວກເພິ່ນກໍໄດ້ສະຫລະທຸກສິ່ງ ແລະຕິດຕາມພຣະເຢຊູເຈົ້າໄປ.
ພຣະເຢຊູເຈົ້າຊົງໂຜດຊາຍຄົນໜຶ່ງໃຫ້ດີພະຍາດ
(ມທ 8:1-4; ມຣກ 1:40-45)
12ເມື່ອພຣະເຢຊູເຈົ້າຢູ່ໃນເມືອງໜຶ່ງ ກໍມີຊາຍຄົນໜຶ່ງເປັນພະຍາດຂີ້ທູດເຕັມຕົວ ເມື່ອເຫັນພຣະເຢຊູເຈົ້າ ລາວຈຶ່ງກົ້ມຂາບລົງຕໍ່ໜ້າພຣະອົງ ແລະອ້ອນວອນຂໍວ່າ, “ພຣະອົງເຈົ້າເອີຍ ຖ້າທ່ານພໍໃຈ ກໍສາມາດເຮັດໃຫ້ຂ້ານ້ອຍດີສະອາດໄດ້.”
13ພຣະເຢຊູເຈົ້າເດ່ມືອອກແຕະຕ້ອງລາວ ແລະກ່າວວ່າ, “ເຮົາພໍໃຈແລ້ວ ຈົ່ງດີສະອາດສາ” ໃນທັນໃດນັ້ນ ພະຍາດຂີ້ທູດກໍຫາຍໄປຈາກຊາຍຄົນນັ້ນ. 14ແລ້ວພຣະເຢຊູເຈົ້າ ກໍສັ່ງລາວວ່າ, “ຢ່າເວົ້າເລື່ອງນີ້ສູ່ຜູ້ໃດຟັງ ແຕ່ຈົ່ງໄປສະແດງຕົວຕໍ່ປະໂຣຫິດ ໃຫ້ເພິ່ນກວດເບິ່ງເຈົ້າ ແລະຈົ່ງຖວາຍເຄື່ອງບູຊາຕາມທີ່ໂມເຊໄດ້ສັ່ງໄວ້ ເພື່ອພິສູດໃຫ້ທຸກຄົນເຫັນວ່າ ເຈົ້າດີສະອາດແລ້ວ.”
15ແຕ່ຊື່ສຽງຂອງພຣະເຢຊູເຈົ້າ ກໍໄດ້ຊ່າລືໄປອີກທົ່ວທຸກແຫ່ງ ແລະປະຊາຊົນກໍມາເຕົ້າໂຮມກັນ ເພື່ອຟັງພຣະອົງ ແລະຮັບການຊົງໂຜດຮັກສາພະຍາດໂຣຄາຕ່າງໆຂອງພວກຕົນໃຫ້ຫາຍດີ. 16ແຕ່ພຣະອົງໄດ້ໜີໄປສະຖານທີ່ປ່ຽວ ແລະພາວັນນາອະທິຖານ.
ພຣະເຢຊູເຈົ້າຊົງໂຜດຄົນເປ້ຍຜູ້ໜຶ່ງໃຫ້ດີພະຍາດ
(ມທ 9:1-8; ມຣກ 2:1-12)
17ວັນໜຶ່ງ ພຣະເຢຊູເຈົ້າກຳລັງສັ່ງສອນຢູ່ ພວກຟາຣີຊາຍແລະພວກທຳມະຈານບາງຄົນ ກໍນັ່ງຢູ່ໃນທີ່ນັ້ນດ້ວຍ ພວກເຂົາມາແຕ່ທຸກບ້ານຈາກແຂວງຄາລີເລ, ຈາກແຂວງຢູດາຍ ແລະຈາກນະຄອນເຢຣູຊາເລັມ. ຣິດເດດອຳນາດຂອງອົງພຣະຜູ້ເປັນເຈົ້າ ກໍສະຖິດຢູ່ກັບພຣະອົງ ເພື່ອໂຜດຄົນເຈັບໄຂ້ໄດ້ປ່ວຍໃຫ້ດີພະຍາດ. 18ແລ້ວກໍມີບາງຄົນຫາມຄົນເປ້ຍຜູ້ໜຶ່ງ ນອນຢູ່ເທິງບ່ອນນອນມາ ແລະຊອກຫາທາງນຳລາວເຂົ້າໄປໃນເຮືອນ ເພື່ອວາງລາວຕໍ່ໜ້າພຣະເຢຊູເຈົ້າ. 19ເມື່ອຫາທາງເຂົ້າບໍ່ໄດ້ເພາະມີຄົນຫລາຍ ພວກເຂົາຈຶ່ງຂຶ້ນໄປທີ່ເທິງຫລັງຄາເຮືອນ ແລະຢ່ອນຄົນເປ້ຍກັບທັງບ່ອນນອນ ລົງຕາມປ່ອງດິນຂໍຕໍ່ໜ້າພຣະເຢຊູເຈົ້າ ທ່າມກາງປະຊາຊົນ. 20ເມື່ອພຣະເຢຊູເຈົ້າໄດ້ເຫັນຄວາມເຊື່ອຂອງພວກເຂົາ ພຣະອົງຈຶ່ງກ່າວແກ່ຄົນເປ້ຍນັ້ນວ່າ, “ຊາຍເອີຍ ບາບກຳທັງຫລາຍຂອງເຈົ້າໄດ້ຮັບການອະໄພແລ້ວ.”
21ພວກທຳມະຈານກັບພວກຟາຣີຊາຍ ຈຶ່ງເລີ່ມຄິດວ່າ, “ຄົນນີ້ແມ່ນຜູ້ໃດ ທີ່ກຳລັງເວົ້າໝິ່ນປະໝາດພຣະເຈົ້າ? ມີແຕ່ພຣະເຈົ້າເທົ່ານັ້ນທີ່ອະໄພບາບກຳໄດ້.”
22ພຣະເຢຊູເຈົ້າຮູ້ຄວາມຄິດຂອງພວກເຂົາ ຈຶ່ງກ່າວຕໍ່ພວກເຂົາວ່າ, “ເປັນຫຍັງພວກເຈົ້າຈຶ່ງຄິດເຊັ່ນນັ້ນ 23ອັນໃດງ່າຍກວ່າ ທີ່ຈະເວົ້າວ່າ, ‘ບາບກຳຂອງເຈົ້າໄດ້ຮັບການອະໄພແລ້ວ’ ຫລືຈະເວົ້າວ່າ, ‘ຈົ່ງລຸກຂຶ້ນ ແລະຍ່າງໄປ’ 24ແຕ່ເຮົາຢາກໃຫ້ພວກເຈົ້າເຫັນວ່າ ບຸດມະນຸດມີສິດອຳນາດເທິງແຜ່ນດິນໂລກ ໃຫ້ອະໄພບາບກຳຂອງມະນຸດໄດ້.” ດັ່ງນັ້ນ ພຣະອົງຈຶ່ງກ່າວແກ່ຄົນເປ້ຍວ່າ, “ເຮົາສັ່ງເຈົ້າໃຫ້ລຸກຂຶ້ນ ຍົກເອົາບ່ອນນອນຂອງເຈົ້າ ແລະເມືອເຮືອນສາ.”
25ໃນທັນໃດນັ້ນ ຄົນເປ້ຍກໍລຸກຂຶ້ນຕໍ່ໜ້າພວກເຂົາທຸກຄົນ ຍົກເອົາບ່ອນນອນຂອງຕົນ ແລະກັບເມືອເຮືອນພ້ອມທັງສັນລະເສີນພຣະເຈົ້າ. 26ພວກເຂົາທຸກຄົນຕ່າງກໍງຶດປະຫລາດໃຈຫລາຍທີ່ສຸດ ແລະກ່າວສັນລະເສີນພຣະເຈົ້າ. ດ້ວຍຄວາມຢ້ານຢ່າງເຕັມທີ່ຢູ່ນັ້ນ ພວກເຂົາກໍເວົ້າວ່າ, “ວັນນີ້ ພວກເຮົາໄດ້ເຫັນສິ່ງທີ່ເຫລືອເຊື່ອ.”
ພຣະເຢຊູເຈົ້າເອີ້ນເອົາເລວີ
(ມທ 9:9-13; ມຣກ 2:13-17)
27ຫລັງຈາກເຫດການນີ້ແລ້ວ, ພຣະເຢຊູເຈົ້າກໍອອກໄປ ແລະ ເຫັນຄົນເກັບພາສີຜູ້ໜຶ່ງຊື່ວ່າ ເລວີ, ນັ່ງຢູ່ທີ່ດ່ານພາສີ ພຣະເຢຊູເຈົ້າກ່າວແກ່ລາວວ່າ, “ຈົ່ງຕາມເຮົາມາ.” 28ຝ່າຍເລວີກໍສະຫລະໝົດທຸກສິ່ງ ລຸກຂຶ້ນ ແລະຕາມພຣະອົງໄປ.
29ແລ້ວເລວີກໍໄດ້ຈັດງານກິນລ້ຽງອັນໃຫຍ່ຂຶ້ນ ໃນເຮືອນຂອງຕົນເພື່ອເປັນກຽດແກ່ພຣະເຢຊູເຈົ້າ ແລະມີຄົນເກັບພາສີກັບຄົນອື່ນອີກ ຈຳນວນຫລວງຫລາຍມາຮ່ວມນຳດ້ວຍ. 30ພວກຟາຣີຊາຍກັບພວກທຳມະຈານ ຜູ້ທີ່ເປັນຝ່າຍຂອງພວກເຂົາ ໄດ້ຈົ່ມຕຳໜິຕໍ່ພວກສາວົກຂອງພຣະເຢຊູເຈົ້າ, ພວກເຂົາຖາມວ່າ, “ເປັນຫຍັງພວກເຈົ້າຈຶ່ງກິນແລະດື່ມກັບຄົນເກັບພາສີ ແລະຄົນນອກສິນທຳ?”
31ພຣະເຢຊູເຈົ້າຕອບພວກເຂົາວ່າ, “ຄົນທີ່ມີສຸຂະພາບດີບໍ່ຕ້ອງການໝໍ ມີແຕ່ຄົນເຈັບປ່ວຍເທົ່ານັ້ນທີ່ຕ້ອງການໝໍ. 32ເຮົາບໍ່ໄດ້ມາເພື່ອເອີ້ນເອົາຄົນສິນທຳ, ແຕ່ມາເອີ້ນເອົາຄົນນອກສິນທຳໃຫ້ຖິ້ມໃຈເກົ່າເອົາໃຈໃໝ່.”
ຄຳຖາມເລື່ອງການຖືສິນອົດອາຫານ
(ມທ 9:14-17; ມຣກ 2:18-22)
33ແລ້ວບາງຄົນກໍເວົ້າຕໍ່ພຣະເຢຊູເຈົ້າວ່າ, “ພວກສິດຂອງໂຢຮັນຖືສິນອົດອາຫານຢູ່ເລື້ອຍ ແລະເຮັດພິທີພາວັນນາອະທິຖານ ແລະສິດຂອງພວກຟາຣີຊາຍກໍເຮັດເໝືອນກັນ ສ່ວນສາວົກຂອງທ່ານແລ້ວພັດກິນແລະດື່ມ.”
34ພຣະເຢຊູເຈົ້າຕອບວ່າ, “ເຈົ້າຄິດວ່າ ຈະໃຫ້ບັນດາເພື່ອນຂອງເຈົ້າບ່າວຕ້ອງອົດອາຫານຢູ່ບໍ? ໃນເມື່ອເຈົ້າບ່າວຍັງຢູ່ກັບພວກເຂົາ? 35ແຕ່ຈະມີວັນໜຶ່ງມາເຖິງ ເມື່ອເຈົ້າບ່າວຈະຕ້ອງພາກຈາກພວກເຂົາໄປ ເມື່ອນັ້ນແຫຼະ ພວກເຂົາຈະຖືສິນອົດອາຫານ.”
36ແລ້ວພຣະອົງຍັງໄດ້ກ່າວຄຳອຸປະມານີ້ສູ່ພວກເຂົາຟັງວ່າ, “ບໍ່ມີຜູ້ໃດດອກ ທີ່ຈີກເສື້ອຜ້າໃໝ່ ເພື່ອໃຊ້ຕາບເສື້ອຜ້າເກົ່າ ຖ້າເຮັດດັ່ງນັ້ນ ກໍຈະເຮັດໃຫ້ເສື້ອຜ້າໃໝ່ຂາດເສຍໄປ ແລະຜ້າຕ່ອນໃໝ່ກໍຈະບໍ່ສົມກັບເສື້ອເກົ່າ. 37ບໍ່ມີຜູ້ໃດດອກ ທີ່ເອົານໍ້າອະງຸ່ນ ໃໝ່ໃສ່ຖົງໜັງເກົ່າ, ເພາະນໍ້າອະງຸ່ນໃໝ່ຈະເຮັດໃຫ້ຖົງໜັງຂາດ, ນໍ້າອະງຸ່ນຈະໄຫລອອກ ແລະຖົງໜັງກໍຈະເສຍໄປເໝືອນກັນ. 38ແຕ່ນໍ້າອະງຸ່ນໃໝ່ຕ້ອງໃສ່ໄວ້ໃນຖົງໜັງໃໝ່ 39ແລະບໍ່ມີຜູ້ໃດດອກ ທີ່ຢາກຈະໄດ້ນໍ້າອະງຸ່ນໃໝ່ ຫລັງຈາກດື່ມນໍ້າອະງຸ່ນເກົ່າແລ້ວ ເພິ່ນຍ່ອມເວົ້າວ່າ, ‘ອັນເກົ່ານັ້ນແຫຼະ ດີກວ່າ.”’
Выбрано:
ລູກາ 5: ພຄພ
Выделить
Поделиться
Копировать
Хотите, чтобы то, что вы выделили, сохранялось на всех ваших устройствах? Зарегистрируйтесь или авторизуйтесь
@ 2012 United Bible Societies. All Rights Reserved.

: