ລູກາ 7
7
ພຣະເຢຊູເຈົ້າຊົງໂຜດຄົນຮັບໃຊ້ນາຍທະຫານໂຣມ
(ມທ 8:5-13; ຢຮ 4:43-54)
1ເມື່ອພຣະເຢຊູເຈົ້າໄດ້ກ່າວສິ່ງເຫຼົ່ານີ້ ແກ່ປະຊາຊົນຈົບລົງແລ້ວ ພຣະອົງກໍໄປທີ່ເມືອງກາເປນາອູມ. 2ມີນາຍທະຫານໂຣມຜູ້ໜຶ່ງ ເພິ່ນມີຄົນຮັບໃຊ້ຜູ້ໜຶ່ງ ທີ່ເພິ່ນຮັກຫລາຍ ລາວເຈັບປ່ວຍໜັກແລະໃກ້ຈະຕາຍ. 3ເມື່ອນາຍທະຫານຜູ້ນີ້ໄດ້ຍິນເຖິງເລື່ອງພຣະເຢຊູເຈົ້າ ເພິ່ນໄດ້ໃຊ້ພວກເຖົ້າແກ່ບາງຄົນຂອງພວກຢິວ ໄປຂໍຮ້ອງເຊີນພຣະອົງໃຫ້ມາໂຜດຮັກສາຄົນຮັບໃຊ້ຂອງເພິ່ນ. 4ເມື່ອພວກເຂົາມາເຖິງພຣະເຢຊູເຈົ້າແລ້ວ ກໍວິງວອນຂໍພຣະອົງດ້ວຍຄວາມຕັ້ງໃຈວ່າ, “ນາຍທະຫານຜູ້ນີ້ ສົມຄວນຈະໄດ້ຮັບຄວາມຊ່ວຍເຫລືອຈາກທ່ານ 5ເພາະເພິ່ນຮັກປະເທດຊາດຂອງພວກເຮົາ ແລະເພິ່ນກໍໄດ້ສ້າງທຳມະສາລາໃຫ້ພວກເຮົາດ້ວຍ.”
6ດັ່ງນັ້ນ, ພຣະເຢຊູເຈົ້າຈຶ່ງໄດ້ໄປກັບພວກເຂົາ ເມື່ອພຣະອົງເກືອບຈະເຖິງເຮືອນແລ້ວ ນາຍທະຫານໄດ້ໃຊ້ພວກໝູ່ເພື່ອນມາເວົ້າກັບພຣະເຢຊູເຈົ້າວ່າ, “ພຣະອົງເຈົ້າເອີຍ ຢ່າໃຫ້ເປັນການລຳບາກແກ່ທ່ານເອງເລີຍ ເພາະວ່າ ຂ້ານ້ອຍເປັນຄົນບໍ່ສົມຄວນ ທີ່ທ່ານຈະເຂົ້າໄປໃນເຮືອນຂອງຂ້ານ້ອຍ, 7ເພາະສະນັ້ນ ຂ້ານ້ອຍຈຶ່ງເຫັນວ່າ ຕົນເອງເປັນຜູ້ບໍ່ສົມຄວນ ທີ່ຈະໄປຫາທ່ານດ້ວຍຕົນເອງ ຂໍທ່ານພຽງແຕ່ສັ່ງຄຳດຽວເທົ່ານັ້ນ ແລະຄົນຮັບໃຊ້ຂອງຂ້ານ້ອຍກໍຈະຫາຍດີ. 8ດ້ວຍວ່າ, ຂ້ານ້ອຍເອງຢູ່ໃຕ້ບັງຄັບບັນຊາຂອງຜູ້ເປັນນາຍ ແລະຂ້ານ້ອຍກໍຍັງມີທະຫານຢູ່ໃຕ້ບັງຄັບບັນຊາຂອງຂ້ານ້ອຍດ້ວຍ ຂ້ານ້ອຍສັ່ງຄົນນີ້ວ່າ, ‘ໄປ’ ເຂົາກໍໄປ ຂ້ານ້ອຍສັ່ງຄົນນັ້ນອີກວ່າ, ‘ມາ’ ເຂົາກໍມາ ແລະຂ້ານ້ອຍສັ່ງຄົນຮັບໃຊ້ຂອງຂ້ານ້ອຍວ່າ, ‘ເຮັດອັນນີ້’ ເຂົາກໍເຮັດ.”
9ເມື່ອພຣະເຢຊູເຈົ້າໄດ້ຍິນເຊັ່ນນັ້ນແລ້ວ ກໍປະຫລາດໃຈດ້ວຍນາຍທະຫານຜູ້ນີ້ ພຣະອົງຫລຽວຫລັງມາ ແລະກ່າວແກ່ປະຊາຊົນທີ່ຕິດຕາມມານັ້ນວ່າ, “ເຮົາບອກເຈົ້າທັງຫລາຍວ່າ ເຮົາບໍ່ເຄີຍພົບຄົນທີ່ມີຄວາມເຊື່ອເຊັ່ນນີ້ເລີຍ ແມ່ນແຕ່ໃນຊາດອິດສະຣາເອນ.” 10ແລ້ວພວກທີ່ນາຍທະຫານໃຊ້ມາ ກໍກັບຄືນໄປທີ່ເຮືອນ ແລະພົບວ່າ ຄົນຮັບໃຊ້ຜູ້ນັ້ນຫາຍດີແລ້ວ.
ພຣະເຢຊູເຈົ້າຊົງໂຜດລູກຊາຍແມ່ໝ້າຍໃຫ້ຄືນມາຈາກຕາຍ
11ຕໍ່ຈາກນັ້ນ ພຣະເຢຊູເຈົ້າໄດ້ໄປເມືອງໜຶ່ງຊື່ວ່າ ນາອິນ ແລະພວກສາວົກກັບປະຊາຊົນຢ່າງຫລວງຫລາຍຕິດຕາມພຣະອົງໄປ. 12ພໍພຣະອົງມາໃກ້ປະຕູເມືອງ ກໍມີຄົນຫາມຊາກສົບຂອງຊາຍໜຸ່ມຄົນໜຶ່ງອອກມາ ຄົນທີ່ຕາຍນີ້ ເປັນລູກຊາຍຄົນດຽວຂອງຍິງຄົນໜຶ່ງທີ່ເປັນໝ້າຍ ມີຊາວເມືອງຫລາຍຄົນອອກມານຳນາງ. 13ເມື່ອອົງພຣະຜູ້ເປັນເຈົ້າໄດ້ເຫັນຍິງນັ້ນ ພຣະອົງກໍມີຈິດໃຈເມດຕານາງຫລາຍ ແລະກ່າວຕໍ່ນາງວ່າ, “ຢ່າຮ້ອງໄຫ້ເລີຍ.” 14ແລ້ວພຣະອົງກໍໄດ້ຫຍັບເຂົ້າໄປໃກ້ບາຍຫີບສົບ ແລະພວກທີ່ຫາມຫີບສົບກໍຢຸດຢືນຢູ່ ພຣະອົງກ່າວວ່າ, “ຊາຍໜຸ່ມເອີຍ, ເຮົາສັ່ງເຈົ້າ ຈົ່ງລຸກຂຶ້ນ.” 15ແລ້ວຄົນທີ່ຕາຍນັ້ນ ກໍລຸກຂຶ້ນນັ່ງແລະໄດ້ເລີ່ມຕົ້ນເວົ້າ. ພຣະເຢຊູເຈົ້າຈຶ່ງມອບຊາຍຄົນນັ້ນໃຫ້ແມ່ຂອງລາວ.
16ທຸກຄົນຈຶ່ງເກີດສະດຸ້ງຕົກໃຈ ແລະຕ່າງກໍສັນລະເສີນພຣະເຈົ້າວ່າ, “ຜູ້ທຳນວາຍທີ່ຍິ່ງໃຫຍ່ຄົນໜຶ່ງ ໄດ້ປາກົດຕົວໃນທ່າມກາງພວກເຮົາແລ້ວ ພຣະເຈົ້າມາຊ່ວຍປະຊາຊົນຂອງພຣະອົງແລ້ວ.”
17ຂ່າວກ່ຽວກັບພຣະເຢຊູເຈົ້າ ໄດ້ຊ່າລືໄປທົ່ວທັງແຂວງຢູດາຍ ແລະທົ່ວທັງຂົງເຂດທີ່ຢູ່ອ້ອມແອ້ມນັ້ນດ້ວຍ.
ພວກທີ່ໂຢຮັນບັບຕິສະໂຕໃຊ້ມາຫາພຣະເຢຊູເຈົ້າ
(ມທ 11:2-19)
18ບັນດາສິດຂອງໂຢຮັນ ໄດ້ເລົ່າເລື່ອງທັງໝົດນີ້ສູ່ໂຢຮັນຟັງ ແລ້ວໂຢຮັນກໍເອີ້ນເອົາສິດສອງຄົນມາ 19ແລະ ໃຊ້ພວກເຂົາໄປພົບອົງພຣະຜູ້ເປັນເຈົ້າ ເພື່ອຖາມວ່າ, “ທ່ານແມ່ນຜູ້ທີ່ຈະມານັ້ນບໍ ຫລືພວກຂ້ານ້ອຍຈະຕ້ອງຄອງຄອຍຖ້າຜູ້ອື່ນອີກ?”
20ເມື່ອພວກເຂົາມາພົບພຣະເຢຊູເຈົ້າແລ້ວ ກໍຖາມພຣະອົງວ່າ, “ໂຢຮັນບັບຕິສະໂຕ ໄດ້ໃຊ້ພວກຂ້ານ້ອຍມາຖາມວ່າ, ‘ທ່ານແມ່ນຜູ້ທີ່ຈະມານັ້ນບໍ ຫລືພວກຂ້ານ້ອຍຈະຕ້ອງຄອງຄອຍຖ້າຜູ້ອື່ນອີກ?”’
21ໃນເວລາດຽວກັນນັ້ນ ພຣະເຢຊູເຈົ້າໄດ້ຊົງໂຜດຮັກສາຫລາຍຄົນ ໃຫ້ຫາຍດີຈາກການເຈັບໄຂ້ໄດ້ປ່ວຍ ຈາກພະຍາດໂຣຄາຕ່າງໆ, ໃຫ້ພົ້ນຈາກຜີຊົ່ວຮ້າຍ ແລະໂຜດຄົນຕາບອດຫລາຍຄົນໃຫ້ເຫັນຮຸ່ງອີກ. 22ແລ້ວພຣະອົງກໍຕອບຄົນທີ່ໂຢຮັນໃຊ້ມານັ້ນວ່າ, “ຈົ່ງກັບໄປບອກໂຢຮັນ ຕາມທີ່ພວກເຈົ້າໄດ້ເຫັນແລະໄດ້ຍິນ ຄືວ່າຄົນຕາບອດເຫັນຮຸ່ງໄດ້ ຄົນເປ້ຍຍ່າງໄດ້ ຜູ້ທີ່ທົນທຸກດ້ວຍພະຍາດຂີ້ທູດກໍດີສະອາດ, ຄົນຫູໜວກກໍໄດ້ຍິນ, ຄົນຕາຍແລ້ວກໍເປັນຄືນມາມີຊີວິດ ແລະຂ່າວປະເສີດກໍປະກາດແກ່ຄົນຍາກຈົນ. 23ບຸກຄົນໃດທີ່ບໍ່ສະດຸດສົງໄສໃນເຮົາ ຜູ້ນັ້ນກໍເປັນສຸກ.”
24ຫລັງຈາກຄົນທີ່ໂຢຮັນໄດ້ໃຊ້ມານັ້ນ ໄດ້ກັບໄປແລ້ວ ພຣະເຢຊູເຈົ້າກໍເລີ່ມກ່າວແກ່ປະຊາຊົນ ເຖິງເລື່ອງຂອງໂຢຮັນວ່າ, “ເມື່ອເຈົ້າທັງຫລາຍໄດ້ອອກໄປໃນຖິ່ນແຫ້ງແລ້ງກັນດານນັ້ນ ເພື່ອຢາກເບິ່ງຫຍັງ? ຢາກເບິ່ງຕົ້ນອໍ້ໄຫວໂນ້ມໄປມາຕາມກະແສລົມພັດບໍ? 25ພວກເຈົ້າໄດ້ອອກໄປເບິ່ງຫຍັງ? ເບິ່ງຄົນທີ່ນຸ່ງເຄື່ອງຢ່າງລະອຽດຈົບງາມບໍ? ແທ້ຈິງແລ້ວ ຄົນທີ່ນຸ່ງຫົ່ມເຄື່ອງອັນຈົບງາມທີ່ສຸດ ແລະໃຊ້ຊີວິດຢ່າງສະໜຸກສະໜານກໍຢູ່ໃນຣາຊວັງ. 26ແຕ່ພວກເຈົ້າອອກໄປເບິ່ງຫຍັງ? ໄປເບິ່ງຜູ້ທຳນວາຍບໍ? ແມ່ນແລ້ວ ເຮົາບອກພວກເຈົ້າວ່າ ເພິ່ນຜູ້ນັ້ນກໍຍິ່ງໃຫຍ່ກວ່າຜູ້ທຳນວາຍ 27ດ້ວຍວ່າ, ໂຢຮັນແມ່ນຜູ້ທີ່ພຣະຄຳພີຂຽນໄວ້ເຖິງເພິ່ນວ່າ,
‘ເຮົາຈະໃຊ້ຜູ້ຮັບໃຊ້ຂອງເຮົາ
ໄປກ່ອນໜ້າທ່ານ
ເພື່ອຈັດແຈງຫົນທາງໄວ້ສຳລັບທ່ານ.’
28ເຮົາບອກເຈົ້າທັງຫລາຍວ່າ, ໂຢຮັນຍິ່ງໃຫຍ່ກວ່າມະນຸດຄົນໃດໆ ທີ່ເກີດຈາກແມ່ຍິງ, ແຕ່ຜູ້ທີ່ນ້ອຍທີ່ສຸດໃນອານາຈັກສະຫວັນ ກໍໃຫຍ່ກວ່າໂຢຮັນອີກ.”
( 29ຝ່າຍຄົນທັງປວງທີ່ໄດ້ຍິນພ້ອມທັງພວກເກັບພາສີກໍໄດ້ຍອມຮັບວ່າ ພຣະເຈົ້າຊົງຍຸດຕິທຳໂດຍທີ່ພວກເຂົາໄດ້ຮັບບັບຕິສະມາຂອງໂຢຮັນແລ້ວ. 30ແຕ່ພວກຟາຣີຊາຍແລະພວກທຳມະຈານ ໄດ້ຂັດຂວາງພຣະປະສົງຂອງພຣະເຈົ້າ ທີ່ມີສຳລັບພວກເຂົາ ໂດຍທີ່ພວກເຂົາບໍ່ໄດ້ຮັບບັບຕິສະມາຈາກໂຢຮັນ.)
31ພຣະເຢຊູເຈົ້າກ່າວຕໍ່ໄປວ່າ, “ຖ້າດັ່ງນັ້ນ, ເຮົາຈະປຽບທຽບຄົນສະໄໝນີ້ໃສ່ກັບອັນໃດ? ພວກເຂົາປຽບເໝືອນອັນໃດ? 32ກໍປຽບເໝືອນເດັກນ້ອຍ ທີ່ກຳລັງຢູ່ກາງຕະຫລາດ ຮ້ອງໃສ່ກັນແລະກັນວ່າ, ‘ພວກເຮົາເສບເພງໃຫ້ຟ້ອນ ພວກເຈົ້າພັດບໍ່ຟ້ອນລຳ ພວກເຮົາຮ້ອງເພງໄວ້ອາໄລ ແຕ່ພວກເຈົ້າພັດບໍ່ຮ້ອງໄຫ້’ 33ດ້ວຍວ່າ, ໂຢຮັນບັບຕິສະໂຕໄດ້ມາບໍ່ກິນແລະບໍ່ດື່ມນໍ້າອະງຸ່ນ ແຕ່ພວກເຈົ້າພັດເວົ້າວ່າ ‘ເພິ່ນມີຜີມານຮ້າຍສິງ’ 34ສ່ວນບຸດມະນຸດມາທັງກິນທັງດື່ມ ພວກເຈົ້າຊໍ້າພັດເວົ້າວ່າ, ‘ເບິ່ງຄົນນີ້ແມ ເພິ່ນເປັນຄົນມັກກິນເກີນສ່ວນ ມັກເມົາທັງເປັນເພື່ອນມິດກັບຄົນເກັບພາສີແລະຄົນນອກສິນທຳ.’ 35ແຕ່ສະຕິປັນຍາຂອງພຣະເຈົ້າ ກໍຊົງຖືກສຳແດງເປັນຄວາມຈິງ ໂດຍຜ່ານຊີວິດຂອງທຸກຄົນທີ່ຍອມຮັບເຊື່ອ.”
ພຣະເຢຊູເຈົ້າທີ່ເຮືອນຂອງຊີໂມນຄົນຟາຣີຊາຍ
36ມີຄົນຟາຣີຊາຍຜູ້ໜຶ່ງ ໄດ້ເຊີນພຣະເຢຊູເຈົ້າໄປຮັບປະທານອາຫານກັບຕົນ, ພຣະອົງຈຶ່ງເຂົ້າໄປໃນເຮືອນຂອງລາວ ແລະພຣະອົງນັ່ງຢຽດຕົວລົງ. 37ຍັງມີຍິງຊົ່ວຄົນໜຶ່ງໃນເມືອງນັ້ນ ເມື່ອນາງໄດ້ຍິນວ່າ, ພຣະເຢຊູເຈົ້າໄດ້ມາກິນເຂົ້າຢູ່ໃນເຮືອນຂອງຄົນຟາຣີຊາຍ ນາງຈຶ່ງຖືເຕົ້າຫີນຂາວ ທີ່ມີນໍ້າຫອມລາຄາແພງເຕັມຢູ່ 38ແລະມາຢືນຢູ່ຂ້າງຫລັງພຣະເຢຊູເຈົ້າໃກ້ຕີນຂອງພຣະອົງ. ນາງຮ້ອງໄຫ້ນໍ້າຕາຫລັ່ງໄຫລ ຈົນຕີນຂອງພຣະອົງປຽກຊຸ່ມ ແລ້ວນາງກໍເຊັດຕີນຂອງພຣະອົງ ດ້ວຍຜົມຂອງຕົນທັງຈູບແລະທັງຫົດສົງຕີນຂອງພຣະອົງ ດ້ວຍນໍ້າຫອມນັ້ນ. 39ເມື່ອຄົນຟາຣີຊາຍ ຜູ້ທີ່ເຊີນພຣະອົງມາເຫັນດັ່ງນີ້ ລາວກໍຄິດໃນໃຈວ່າ, “ຖ້າຜູ້ນີ້ ແມ່ນຜູ້ທຳນວາຍແທ້ ເພິ່ນຄົງຮູ້ວ່າ ຍິງທີ່ກຳລັງແຕະຕ້ອງຕົນນັ້ນ ເປັນຜູ້ໃດ ເພິ່ນຄົງຮູ້ວ່າ ນາງເປັນຄົນຊົ່ວ.”
40ແລ້ວພຣະເຢຊູເຈົ້າ ກໍກ່າວແກ່ຊີໂມນວ່າ, “ຊີໂມນເອີຍ ເຮົາມີສິ່ງໜຶ່ງ ທີ່ຈະກ່າວກັບເຈົ້າ.”
ຊີໂມນຕອບວ່າ, “ເຊີນກ່າວມາເລີຍ ອາຈານເອີຍ.”
41ພຣະເຢຊູເຈົ້າເລີ່ມກ່າວວ່າ, “ຍັງມີຊາຍສອງຄົນ ທີ່ເປັນໜີ້ເງິນຂອງເຈົ້າໜີ້ຄົນໜຶ່ງ ຄົນໜຶ່ງເປັນໜີ້ເງິນຢູ່ຫ້າຮ້ອຍຫລຽນ ແລະຄົນໜຶ່ງອີກ ເປັນໜີ້ເງິນຢູ່ຫ້າສິບຫລຽນ. 42ເມື່ອບໍ່ມີຜູ້ໃດ ສາມາດຈະໃຊ້ໜີ້ໄດ້ ເພິ່ນຈຶ່ງຍົກໜີ້ໃຫ້ພວກເຂົາທັງສອງ ໃນສອງຄົນນີ້ແມ່ນຜູ້ໃດ ທີ່ຈະຮັກເຈົ້າໜີ້ຫລາຍກວ່າກັນ?”
43ຊີໂມນຕອບວ່າ, “ຂ້ານ້ອຍຄິດວ່າ ຄົງຈະແມ່ນຜູ້ທີ່ເພິ່ນໄດ້ຍົກໜີ້ໃຫ້ຫລາຍກວ່ານັ້ນ.”
ພຣະເຢຊູເຈົ້າຕອບວ່າ, “ເຈົ້າຄິດຖືກຕ້ອງແລ້ວ.” 44ເມື່ອພຣະອົງຫລຽວເບິ່ງຍິງຄົນນັ້ນແລ້ວ ກໍກ່າວແກ່ຊີໂມນວ່າ, “ເຈົ້າເຫັນຍິງຄົນນີ້ບໍ? ເຮົາໄດ້ເຂົ້າມາໃນເຮືອນຂອງເຈົ້າ ແລະເຈົ້າບໍ່ໄດ້ໃຫ້ນໍ້າສຳລັບລ້າງຕີນຂອງເຮົາ ແຕ່ຍິງຜູ້ນີ້ໄດ້ລ້າງຕີນຂອງເຮົາດ້ວຍນໍ້າຕາ ແລະເຊັດຕີນຂອງເຮົາດ້ວຍຜົມຂອງນາງ. 45ເຈົ້າບໍ່ໄດ້ຈູບເຮົາ ເພື່ອເປັນການຕ້ອນຮັບ, ແຕ່ຍິງຜູ້ນີ້ ຕັ້ງແຕ່ເຮົາເຂົ້າມາ ນາງບໍ່ໄດ້ເຊົາຈູບຕີນຂອງເຮົາເລີຍ. 46ເຈົ້າບໍ່ໄດ້ເອົານໍ້າຫອມຫົດຫົວຂອງເຮົາ ແຕ່ນາງໄດ້ເອົານໍ້າຫອມລາຄາແພງຫົດຕີນຂອງເຮົາ. 47ເພາະສະນັ້ນ ເຮົາຈຶ່ງບອກເຈົ້າວ່າ, ເພາະນາງຮັກຫລາຍ ຈຶ່ງພິສູດໃຫ້ເຫັນວ່າ ການບາບທັງຫລາຍຂອງນາງ ໄດ້ຮັບການອະໄພແລ້ວ, ແຕ່ຜູ້ໃດ ທີ່ໄດ້ຮັບການໃຫ້ອະໄພໜ້ອຍ ຜູ້ນັ້ນກໍຮັກໜ້ອຍ.”
48ແລ້ວພຣະເຢຊູເຈົ້າກໍກ່າວແກ່ຍິງນັ້ນວ່າ, “ການບາບທັງຫລາຍຂອງເຈົ້າ ໄດ້ຮັບການອະໄພແລ້ວ.” 49ສ່ວນຄົນທັງຫລາຍ ທີ່ນັ່ງຮັບປະທານອາຫານຮ່ວມກັບພຣະອົງ ຕ່າງກໍເລີ່ມຄິດໃນໃຈວ່າ, “ຜູ້ນີ້ແມ່ນຜູ້ໃດ ທີ່ກ້າໃຫ້ອະໄພການບາບ?”
50ພຣະເຢຊູເຈົ້າກ່າວແກ່ຍິງນັ້ນວ່າ, “ຄວາມເຊື່ອຂອງເຈົ້າໄດ້ເຮັດໃຫ້ເຈົ້າພົ້ນແລ້ວ ຈົ່ງໄປເປັນສຸກເທີ້ນ.”
Выбрано:
ລູກາ 7: ພຄພ
Выделить
Поделиться
Копировать
Хотите, чтобы то, что вы выделили, сохранялось на всех ваших устройствах? Зарегистрируйтесь или авторизуйтесь
@ 2012 United Bible Societies. All Rights Reserved.

: