ລູກາ 8
8
ພວກແມ່ຍິງທີ່ໄປກັບພຣະເຢຊູເຈົ້າ
1ຕໍ່ມາບໍ່ດົນ ພຣະເຢຊູເຈົ້າໄດ້ເດີນທາງໄປຕາມເມືອງ ແລະຕາມບ້ານຕ່າງໆເພື່ອປະກາດຂ່າວປະເສີດ ເລື່ອງອານາຈັກຂອງພຣະເຈົ້າ, ສາວົກສິບສອງຄົນກໍໄປກັບພຣະອົງ 2ພ້ອມດ້ວຍພວກແມ່ຍິງບາງຄົນທີ່ໄດ້ຖືກຊົງໂຜດໃຫ້ພົ້ນຈາກຜີຊົ່ວຮ້າຍ ແລະໃຫ້ຫາຍດີຈາກພະຍາດຕ່າງໆຄື ມາຣີ (ຜູ້ທີ່ຄົນເອີ້ນກັນວ່າໄທມັກດາລາ) ຜູ້ທີ່ພຣະເຢຊູເຈົ້າໄດ້ຂັບໄລ່ຜີມານຮ້າຍເຈັດໂຕອອກ, 3ໂຢຮັນນາ ເມຍຂອງຈູຊາຜູ້ທີ່ເປັນກົມມະວັງຂອງເຮໂຣດ ແລະ ນາງຊູຊັນນາກັບແມ່ຍິງອື່ນໆອີກຫລາຍຄົນ ທີ່ເຄີຍໃຊ້ຊັບສິນຂອງຕົນເອງ ເພື່ອບົວລະບັດພຣະເຢຊູເຈົ້າ ແລະພວກສາວົກຂອງພຣະອົງ.
ຄຳອຸປະມາເລື່ອງຜູ້ຫວ່ານ
(ມທ 13:1-9; ມຣກ 4:1-9)
4ແລ້ວກໍມີປະຊາຊົນຈາກເມືອງຕ່າງໆ ໄດ້ສືບຕໍ່ມາຫາພຣະເຢຊູເຈົ້າ ເມື່ອພວກເຂົາມາເຕົ້າໂຮມກັນຢ່າງຫລວງຫລາຍ ແລ້ວພຣະເຢຊູເຈົ້າກໍກ່າວຄຳອຸປະມານີ້ວ່າ,
5“ຍັງມີຊາຍຄົນໜຶ່ງອອກໄປຫວ່ານເມັດພືດ ຂະນະທີ່ລາວຫວ່ານເມັດພືດໃນນາຢູ່ນັ້ນ ບາງເມັດກໍຕົກຕາມທາງຄົນຍ່າງກໍຖືກຢຽບຢໍ່າ ແລະຝູງນົກກໍມາສັບກິນເມັດນັ້ນເສຍ. 6ບາງເມັດກໍຕົກໃສ່ພື້ນດິນທີ່ມີຫີນ ແລະເມື່ອງອກຂຶ້ນແລ້ວ ກໍຫ່ຽວແຫ້ງໄປເພາະດິນບໍ່ຊຸ່ມ. 7ບາງເມັດກໍຕົກໃສ່ທ່າມກາງພຸ່ມໜາມ ແລ້ວພຸ່ມໜາມກໍໃຫຍ່ຂຶ້ນຫຸ້ມຮັດເສຍ. 8ແລະບາງເມັດກໍຕົກໃສ່ດິນດີ ພືດຈຶ່ງງອກງາມຂຶ້ນ ແລະເກີດຜົນໄດ້ຮ້ອຍຕໍ່.”
ແລ້ວພຣະເຢຊູເຈົ້າກໍຮ້ອງຂຶ້ນວ່າ, “ຜູ້ໃດມີຫູຟັງ ຈົ່ງຟັງເອົາ.”
ຈຸດປະສົງຂອງຄຳອຸປະມາ
(ມທ 13:10-17; ມຣກ 4:10-12)
9ແລ້ວພວກສາວົກຂອງພຣະອົງ ກໍຖາມພຣະເຢຊູເຈົ້າ ເຖິງຄຳອຸປະມານັ້ນວ່າ ມີຄວາມໝາຍຢ່າງໃດ. 10ພຣະອົງຊົງກ່າວວ່າ, “ສຳລັບພວກເຈົ້ານັ້ນ ພຣະເຈົ້າໄດ້ໂຜດໃຫ້ພວກເຈົ້າຮູ້ເຖິງຄວາມລັບເລິກ ແຫ່ງອານາຈັກຂອງພຣະເຈົ້າ, ແຕ່ສຳລັບຄົນອື່ນນັ້ນ ເຮົາກ່າວເປັນຄຳອຸປະມາ ເພື່ອວ່າ ເມື່ອພວກເຂົາເບິ່ງ ແຕ່ຈະບໍ່ເຫັນ ແລະເມື່ອພວກເຂົາຟັງ ແຕ່ຈະບໍ່ເຂົ້າໃຈ.”
ພຣະເຢຊູເຈົ້າອະທິບາຍຄຳອຸປະມາເລື່ອງຜູ້ຫວ່ານ
(ມທ 13:18-23; ມຣກ 4:13-20)
11“ຄຳອຸປະມານັ້ນມີຄວາມໝາຍດັ່ງນີ້: ເມັດພືດນັ້ນ ແມ່ນພຣະທຳຂອງພຣະເຈົ້າ. 12ເມັດພືດທີ່ຕົກໃສ່ຕາມທາງຍ່າງນັ້ນ ໄດ້ແກ່ພວກຄົນທີ່ໄດ້ຍິນພຣະທຳ, ແຕ່ມານຮ້າຍມາຍາດເອົາພຣະທຳໄປຈາກຈິດໃຈຂອງພວກເຂົາ ເພື່ອບໍ່ໃຫ້ພວກເຂົາເຊື່ອແລະພົ້ນໄດ້. 13ເມັດທີ່ຕົກໃສ່ພື້ນ ທີ່ມີຫີນຫລາຍດິນໜ້ອຍ ໄດ້ແກ່ຄົນທີ່ໄດ້ຍິນພຣະທຳ ແລະຮັບເອົາດ້ວຍຄວາມຊົມຊື່ນຍິນດີ, ແຕ່ພວກເຂົາບໍ່ໃຫ້ພຣະທຳນັ້ນ ຝັງຮາກລົງເລິກໃນຈິດໃຈ ພວກເຂົາເຊື່ອຢູ່ແຕ່ພຽງຊົ່ວຄາວ ແລະເມື່ອພວກເຂົາຖືກການທົດລອງ ກໍລົ້ມເລີກໄປເສຍ. 14ເມັດທີ່ຕົກໃສ່ທ່າມກາງພຸ່ມໜາມ ໄດ້ແກ່ພວກທີ່ໄດ້ຍິນພຣະທຳ, ແຕ່ພວກເຂົາປ່ອຍໃຫ້ຄວາມກັງວົນນຳຊັບສົມບັດ ຕະຫລອດທັງຄວາມສະໜຸກຂອງຊີວິດນີ້ ໄດ້ເຂົ້າມາຫຸ້ມຮັດພວກເຂົາໄວ້ ແລະຜົນຂອງພວກເຂົາກໍບໍ່ສຸກຈັກເທື່ອ. 15ສ່ວນເມັດທີ່ຕົກໃສ່ດິນດີນັ້ນ ໄດ້ແກ່ພວກທີ່ໄດ້ຍິນພຣະທຳ ແລະຢຶດຖືເອົາໄວ້ດ້ວຍໃຈສັດຊື່ແລະເຊື່ອຟັງ ຈຶ່ງທົນໄດ້ຈົນເກີດຜົນ.”
ຄຳອຸປະມາເລື່ອງໂຄມໄຟ
(ມຣກ 4:21-25)
16“ບໍ່ມີຜູ້ໃດ ເມື່ອໄຕ້ໂຄມໄຟແລ້ວ ຈະເອົາເຂົ້າໄວ້ໃນກະບຸງ ຫລືວາງໄວ້ຢູ່ໃຕ້ຕຽງນອນ, ແຕ່ພວກເຂົາຕັ້ງມັນໄວ້ເທິງທີ່ສູງ ເພື່ອວ່າ ຄົນທີ່ເຂົ້າມາຈະເຫັນແສງສະຫວ່າງ. 17ດ້ວຍວ່າ, ບໍ່ມີສິ່ງໃດທີ່ຖືກເຊື່ອງໄວ້ ຈະບໍ່ຖືກນຳອອກມາເປີດເຜີຍ ແລະບໍ່ມີສິ່ງໃດທີ່ຖືກປົກປິດໄວ້ ຈະບໍ່ເປີດເຜີຍ ແລະນຳອອກໃຫ້ຮູ້.”
18“ເຫດສະນັ້ນ ຈົ່ງລະວັງໃຫ້ດີວ່າ ພວກເຈົ້າຟັງດ້ວຍທ່າທີຢ່າງໃດ ເພາະຜູ້ໃດທີ່ມີຢູ່ແລ້ວ ກໍຈະຊົງເພີ່ມເຕີມໃຫ້ອີກ, ແຕ່ຜູ້ໃດທີ່ບໍ່ມີ ແມ່ນແຕ່ສິ່ງທີ່ຕົນຄິດວ່າມີຢູ່ນັ້ນ ກໍຈະຖືກຍົກເອົາໄປເສຍຈາກລາວ.”
ແມ່ ແລະ ນ້ອງຂອງພຣະເຢຊູເຈົ້າ
(ມທ 12:46-50; ມຣກ 3:31-35)
19ແລ້ວແມ່ແລະນ້ອງຊາຍຂອງພຣະເຢຊູເຈົ້າ ໄດ້ມາຫາພຣະອົງ ແຕ່ເຂົ້າໄປເຖິງພຣະອົງບໍ່ໄດ້ ເພາະຄົນຫລາຍ. 20ມີຄົນໜຶ່ງເວົ້າກັບພຣະເຢຊູເຈົ້າວ່າ, “ແມ່ແລະນ້ອງຊາຍຂອງທ່ານ ກຳລັງຢືນຢູ່ຂ້າງນອກ ຢາກພົບທ່ານ.”
21ພຣະອົງຕອບພວກເຂົາວ່າ, “ແມ່ແລະນ້ອງຂອງເຮົານັ້ນ ແມ່ນຜູ້ທີ່ໄດ້ຍິນພຣະທຳຂອງພຣະເຈົ້າ ແລະປະຕິບັດຕາມ.”
ພຣະເຢຊູເຈົ້າຫ້າມລົມພະຍຸ
(ມທ 8:23-27; ມຣກ 4:35-41)
22ຢູ່ມາວັນໜຶ່ງ ພຣະເຢຊູເຈົ້າໄດ້ຂຶ້ນເຮືອໄປກັບພວກສາວົກຂອງພຣະອົງ ແລະກ່າວກັບພວກເພິ່ນວ່າ, “ໃຫ້ພວກເຮົາຂ້າມທະເລສາບໄປຟາກນັ້ນເທາະ.” ດັ່ງນັ້ນ ພວກເພິ່ນຈຶ່ງຖອຍເຮືອອອກໄປ. 23ຂະນະທີ່ຂ້າມໄປນັ້ນ ພຣະເຢຊູເຈົ້າກໍນອນຫລັບຢູ່ ມີລົມແຮງພັດລົງມາສູ່ກາງທະເລສາບ ແລະນໍ້າກໍເລີ່ມຊັດເຂົ້າເຮືອໃກ້ຈະເຕັມ ເຮັດໃຫ້ທຸກຄົນກໍຕົກຢູ່ໃນອັນຕະລາຍ. 24ພວກສາວົກຈຶ່ງໄປຫາພຣະເຢຊູເຈົ້າ ແລ້ວປຸກພຣະອົງໃຫ້ລຸກຂຶ້ນ ໂດຍເວົ້າວ່າ, “ພຣະອາຈານເອີຍ, ພຣະອາຈານເອີຍ, ພວກຂ້ານ້ອຍກຳລັງຈະຕາຍຢູ່ແລ້ວ.”
ພຣະເຢຊູເຈົ້າລຸກຂຶ້ນສັ່ງຫ້າມລົມແລະຟອງນໍ້າ ລົມແລະຟອງນໍ້າກໍມິດງຽບລົງ ແລະມີຄວາມງຽບສະຫງົບທັນທີ. 25ແລ້ວພຣະອົງກໍຖາມພວກສາວົກວ່າ, “ຄວາມເຊື່ອຂອງພວກເຈົ້າໄປໃສໝົດ?”
ແຕ່ພວກເພິ່ນງຶດປະຫລາດໃຈແລະຢ້ານ ຈຶ່ງຖາມກັນວ່າ, “ທ່ານຜູ້ນີ້ເປັນຜູ້ໃດໜໍ? ທີ່ສັ່ງລົມກັບຟອງນໍ້າ ແລະພວກມັນກໍຍອມຟັງຄວາມເພິ່ນ.”
ພຣະເຢຊູເຈົ້າຊົງໂຜດຊາຍທີ່ຖືກຜີມານຮ້າຍເຂົ້າສິງ
(ມທ 8:28-34; ມຣກ 5:1-20)
26ແລ້ວພວກເພິ່ນກໍໄດ້ຂີ່ເຮືອມາຈອດ ທີ່ເຂດແດນເຄຣາເຊນ ຊຶ່ງຢູ່ກົງກັນຂ້າມກັບແຂວງຄາລີເລ. 27ເມື່ອພຣະເຢຊູເຈົ້າກ້າວຂຶ້ນໄປເທິງບົກ ກໍມີຊາຍຄົນໜຶ່ງຈາກເມືອງນີ້ມາພົບພຣະອົງ ຊາຍຄົນນີ້ມີຜີມານຮ້າຍຫລາຍໂຕສິງຢູ່ ເປັນເວລາດົນນານແລ້ວທີ່ລາວບໍ່ໄດ້ນຸ່ງເຄື່ອງ ແລະບໍ່ໄດ້ຢູ່ໃນເຮືອນ ແຕ່ອາໄສຢູ່ຕາມອຸບມຸງຝັງສົບ. 28ເມື່ອຄົນນີ້ເຫັນພຣະເຢຊູເຈົ້າ ລາວກໍຮ້ອງຂຶ້ນທັງຂາບລົງຕໍ່ໜ້າພຣະອົງ ແລະເວົ້າຂຶ້ນດ້ວຍສຸດສຽງວ່າ, “ເຢຊູ ບຸດຂອງພຣະເຈົ້າອົງສູງສຸດເອີຍ ທ່ານຕ້ອງການຫຍັງຈາກພວກເຮົາ? ພວກເຮົາຂໍຮ້ອງທ່ານຢ່າທໍລະມານພວກເຮົາເລີຍ.” 29ມັນເວົ້າດັ່ງນັ້ນ ກໍເພາະພຣະອົງໄດ້ສັ່ງຜີຊົ່ວຮ້າຍໃຫ້ອອກໄປຈາກຄົນນັ້ນ. (ດ້ວຍວ່າ, ມັນໄດ້ກຸມເອົາຄົນນັ້ນໄປຫລາຍເທື່ອ ແລະເຄີຍມັດດ້ວຍເຊືອກ ແລະຖືກລ່າມໂສ້ຂັງໄວ້, ແຕ່ມັນກໍຫັກເຄື່ອງມັດນັ້ນເສຍ ແລ້ວບັງຄັບໃຫ້ເຂົ້າໄປໃນປ່າ.)
30ພຣະເຢຊູເຈົ້າຖາມມັນວ່າ, “ມຶງຊື່ຫຍັງ?”
ມັນຕອບວ່າ, “ຊື່ ‘ກອງທັບ.”’ ເພາະມີຜີມານຮ້າຍຫລາຍໂຕສິງຢູ່ໃນຄົນນີ້. 31ຜີມານຮ້າຍເຫຼົ່ານີ້ຂໍຮ້ອງນຳພຣະເຢຊູເຈົ້າ ບໍ່ໃຫ້ສົ່ງພວກມັນລົງໄປໃນເຫວເລິກ.
32ຢູ່ໃກ້ນັ້ນ ມີຝູງໝູທີ່ກຳລັງຊອກຫາກິນຢູ່ຕາມຈ້າຍພູ ຜີມານຮ້າຍເຫຼົ່ານີ້ຈຶ່ງຂໍຮ້ອງນຳພຣະເຢຊູເຈົ້າ ອະນຸຍາດໃຫ້ພວກມັນເຂົ້າໄປສິງຢູ່ໃນຝູງໝູ ແລະພຣະອົງກໍອະນຸຍາດໃຫ້. 33ແລ້ວຜີມານຮ້າຍເຫຼົ່ານັ້ນ ກໍອອກຈາກຊາຍຄົນນີ້ເຂົ້າໄປສິງຢູ່ໃນຝູງໝູ, ໝູທັງຝູງກໍຟ້າວແລ່ນລົງຕາລິ່ງຊັນ ແລະໂຕນໃສ່ທະເລສາບຈົມນໍ້າຕາຍໝົດ.
34ສ່ວນພວກລ້ຽງໝູ ເມື່ອໄດ້ເຫັນເຫດການເຊັ່ນນີ້ ຕ່າງກໍແລ່ນໜີ ແລະໄປເລົ່າເລື່ອງໃຫ້ຄົນຢູ່ໃນເມືອງ ແລະຢູ່ນອກເມືອງຟັງ. 35ແລ້ວຄົນທັງປວງກໍອອກມາເບິ່ງເຫດການທີ່ເກີດຂຶ້ນນັ້ນ ແລະເມື່ອມາເຖິງພຣະເຢຊູເຈົ້າ ພວກເຂົາໄດ້ເຫັນຄົນທີ່ຜີມານຮ້າຍອອກຈາກຕົວນັ້ນ ນຸ່ງຫົ່ມເສື້ອຜ້າ ມີສະຕິອາຣົມດີ ນັ່ງຢູ່ໃກ້ພຣະບາດຂອງພຣະເຢຊູເຈົ້າ ພວກເຂົາຈຶ່ງມີໃຈຢ້ານ. 36ພວກທີ່ໄດ້ເຫັນເຫດການນັ້ນ ໄດ້ເລົ່າໃຫ້ປະຊາຊົນຟັງ ເຖິງເລື່ອງຄົນທີ່ຜີມານຮ້າຍສິງ ຖືກໂຜດໃຫ້ຫາຍດີເປັນປົກກະຕິໄດ້ຢ່າງໃດ. 37ແລ້ວປະຊາຊົນທຸກຄົນຈາກເຂດແດນນັ້ນ ກໍຂໍຮ້ອງພຣະເຢຊູເຈົ້າໃຫ້ໜີໄປຈາກພວກເຂົາ ເພາະພວກເຂົາຕ່າງກໍຢ້ານກົວຫລາຍທີ່ສຸດ. ດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງລົງເຮືອກັບຄືນໄປ. 38ຊາຍທີ່ຜີມານຮ້າຍເປັນກອງທັບຖືກຂັບໄລ່ອອກໄປແລ້ວນັ້ນ ຂໍຮ້ອງນຳພຣະເຢຊູເຈົ້າວ່າ, “ໂຜດໃຫ້ຂ້ານ້ອຍໄປກັບທ່ານດ້ວຍເທີ້ນ.”
ແຕ່ພຣະເຢຊູເຈົ້າບອກໃຫ້ລາວກັບຄືນໄປ ໂດຍກ່າວວ່າ, 39“ຈົ່ງກັບເມືອບ້ານເຮືອນຂອງເຈົ້າ ແລະບອກສິ່ງທີ່ພຣະເຈົ້າໄດ້ກະທຳແກ່ເຈົ້າ.”
ແລ້ວຊາຍຄົນນັ້ນ ກໍໄປປະກາດທົ່ວທັງເມືອງ ເຖິງສິ່ງທັງຫລາຍທີ່ພຣະເຢຊູເຈົ້າໄດ້ກະທຳສຳລັບຕົນ.
ລູກສາວຂອງຢາອີໂຣກັບຍິງເລືອດຕົກທີ່ບາຍເສື້ອພຣະເຢຊູເຈົ້າ
(ມທ 9:18-26; ມຣກ 5:21-43)
40ເມື່ອພຣະເຢຊູເຈົ້າກັບມາແຕ່ທະເລສາບຟາກນັ້ນແລ້ວ ປະຊາຊົນກໍມາຕ້ອນຮັບພຣະອົງ ເພາະພວກເຂົາລໍຄອຍການກັບມາຂອງພຣະອົງຢູ່. 41ໃນຂະນະນັ້ນ ມີຊາຍຄົນໜຶ່ງຊື່ ຢາອີໂຣ ເປັນຫົວໜ້າໂຮງທຳມະສາລາໃນທ້ອງຖິ່ນນັ້ນ ໄດ້ມາຂາບລົງທີ່ຕີນຂອງພຣະເຢຊູເຈົ້າ ແລະທູນອ້ອນວອນຂໍພຣະອົງໃຫ້ໄປທີ່ເຮືອນຂອງຕົນ, 42ເພາະລູກສາວຄົນດຽວຂອງລາວອາຍຸສິບສອງປີ ປ່ວຍໃກ້ຈະສິ້ນໃຈຕາຍແລ້ວ,
ຂະນະທີ່ພຣະເຢຊູເຈົ້າກຳລັງໄປນັ້ນ ກໍມີປະຊາຊົນບຽດພຣະອົງໄປຢ່າງໜາແໜ້ນ. 43ໃນນັ້ນ ມີຍິງຄົນໜຶ່ງ ທີ່ເປັນພະຍາດເລືອດຕົກ ໄດ້ສິບສອງປີແລ້ວ ນາງໄດ້ຈ່າຍຊັບທັງໝົດທີ່ຕົນມີໃຫ້ພວກໝໍ ແຕ່ບໍ່ມີໝໍຄົນໃດສາມາດຮັກສານາງໃຫ້ຫາຍດີໄດ້. 44ນາງຈຶ່ງຫຍັບເຂົ້າມາທາງຫລັງພຣະເຢຊູເຈົ້າ ແລະບາຍແຄມເສື້ອຄຸມຂອງພຣະອົງ ແລະພະຍາດເລືອດຕົກນັ້ນກໍຢຸດທັນທີ. 45ພຣະເຢຊູເຈົ້າຖາມວ່າ, “ແມ່ນຜູ້ໃດບາຍເຮົາ?”
ເມື່ອພວກເຂົາທຸກຄົນຕ່າງກໍປະຕິເສດ ເປໂຕຈຶ່ງເວົ້າວ່າ, “ພຣະອາຈານເອີຍ ກໍແມ່ນປະຊາຊົນທີ່ແໜ້ນໜາກຳລັງບຸບຽດທ່ານຢູ່.”
46ແຕ່ພຣະເຢຊູເຈົ້າກ່າວວ່າ, “ມີຜູ້ໜຶ່ງໄດ້ບາຍເຮົາ. ດ້ວຍວ່າ, ເຮົາຮູ້ສຶກວ່າ ຣິດເດດໄດ້ຊວ່ານອອກຈາກເຮົາໄປ.” 47ເມື່ອເຫັນວ່າ ຈະເຊື່ອງຕົວບໍ່ໄດ້ແລ້ວ ຍິງຄົນນັ້ນ ຈຶ່ງເຂົ້າມາຫາທັງຕົວສັ່ນເຊັນ ຂາບລົງທີ່ຕີນຂອງພຣະເຢຊູເຈົ້າ ຕໍ່ໜ້າທຸກຄົນໃນທີ່ນັ້ນ ນາງບອກພຣະອົງວ່າ, ດ້ວຍເຫດໃດຕົນຈຶ່ງໄດ້ບາຍພຣະອົງ ແລະຕົນໄດ້ຫາຍດີພະຍາດໃນທັນທີໄດ້ຢ່າງໃດ? 48ພຣະເຢຊູເຈົ້າກ່າວແກ່ນາງວ່າ, “ລູກຍິງເອີຍ ຄວາມເຊື່ອຂອງເຈົ້າໄດ້ເຮັດໃຫ້ເຈົ້າຫາຍດີແລ້ວ ຈົ່ງໄປເປັນສຸກເທີ້ນ.”
49ໃນຂະນະທີ່ພຣະເຢຊູເຈົ້າກຳລັງກ່າວຢູ່ນີ້ ກໍມີຄົນໜຶ່ງມາຈາກເຮືອນຂອງຢາອີໂຣ ຫົວໜ້າທຳມະສາລາ ລາວບອກວ່າ, “ລູກສາວຂອງເຈົ້າຕາຍແລ້ວ ຢ່າລົບກວນອາຈານຕໍ່ໄປອີກເລີຍ.”
50ແຕ່ພຣະເຢຊູເຈົ້າໄດ້ຍິນຂ່າວນັ້ນ ຈຶ່ງກ່າວແກ່ຢາອີໂຣວ່າ, “ຢ່າວິຕົກເລີຍ, ຈົ່ງເຊື່ອເທົ່ານັ້ນ ແລ້ວນາງກໍຈະຫາຍດີ.”
51ເມື່ອມາຮອດເຮືອນແລ້ວ ພຣະອົງບໍ່ໃຫ້ຜູ້ໃດເຂົ້າໄປນຳພຣະອົງ ເວັ້ນໄວ້ແຕ່ເປໂຕ, ໂຢຮັນ, ຢາໂກໂບ ແລະ ພໍ່ແມ່ຂອງເດັກເທົ່ານັ້ນ. 52ໃນທີ່ນັ້ນ ຄົນທັງຫລາຍກຳລັງຮ້ອງໄຫ້ໄວ້ທຸກໃຫ້ເດັກຢູ່ ພຣະເຢຊູເຈົ້າກ່າວວ່າ, “ຢ່າຮ້ອງໄຫ້ເທາະ ເດັກນ້ອຍນັ້ນບໍ່ຕາຍດອກ ນາງພຽງແຕ່ນອນຫລັບເທົ່ານັ້ນ.”
53ແລ້ວພວກເຂົາກໍພາກັນຫົວຂວັນພຣະອົງ ເພາະພວກເຂົາຕ່າງກໍຮູ້ວ່າ ນາງຕາຍແລ້ວ. 54ແຕ່ພຣະເຢຊູເຈົ້າຈັບມືເດັກນັ້ນ ແລະຮ້ອງຂຶ້ນວ່າ, “ລູກເອີຍ ຈົ່ງລຸກຂຶ້ນສາ.” 55ຊີວິດຂອງນາງຈຶ່ງກັບຄືນມາ ແລະນາງກໍລຸກຂຶ້ນໃນທັນທີ ພຣະເຢຊູເຈົ້າສັ່ງໃຫ້ເອົາອາຫານໃຫ້ນາງກິນ. 56ຝ່າຍພໍ່ແມ່ຂອງເດັກກໍງຶດປະຫລາດໃຈຫລາຍທີ່ສຸດ, ແຕ່ພຣະເຢຊູເຈົ້າສັ່ງບໍ່ໃຫ້ບອກຜູ້ໃດ ເຖິງເຫດການທີ່ໄດ້ເກີດຂຶ້ນນັ້ນ.
Выбрано:
ລູກາ 8: ພຄພ
Выделить
Поделиться
Копировать
Хотите, чтобы то, что вы выделили, сохранялось на всех ваших устройствах? Зарегистрируйтесь или авторизуйтесь
@ 2012 United Bible Societies. All Rights Reserved.