ມາຣະໂກ 12
12
ຄຳອຸປະມາເລື່ອງຄົນເຊົ່າສວນອະງຸ່ນ
(ມທ 21:33-46; ລກ 20:9-19)
1ແລ້ວພຣະເຢຊູເຈົ້າກໍໄດ້ເລີ່ມຕົ້ນກ່າວແກ່ພວກເຂົາເປັນຄຳອຸປະມາວ່າ, “ມີຄົນໜຶ່ງເຮັດສວນອະງຸ່ນ, ເພິ່ນເຮັດຮົ້ວລ້ອມສວນໄວ້ ແລະສະກັດອ່າງເພື່ອໃຊ້ເປັນບ່ອນບີບຄັ້ນເອົານໍ້າອະງຸ່ນ ແລະທັງໄດ້ສ້າງຫໍຄອຍເພື່ອເຝົ້າຍາມໄວ້ດ້ວຍ, ຕໍ່ມາ ເພິ່ນເອົາສວນອະງຸ່ນໃຫ້ຄົນເຊົ່າ ແລ້ວເພິ່ນກໍຈາກໄປປະເທດອື່ນ. 2ພໍເຖິງລະດູເກັບໝາກອະງຸ່ນມາຮອດ ເພິ່ນກໍໃຫ້ຄົນຮັບໃຊ້ຄົນໜຶ່ງໄປຫາພວກເຊົ່າສວນ ເພື່ອຮັບເອົາສ່ວນແບ່ງຈາກຜົນລະປູກຂອງຕົນນຳພວກເຂົາ. 3ແລະ ຄົນເຊົ່າສວນໄດ້ຈັບຄົນຮັບໃຊ້ຄົນນັ້ນມາຂ້ຽນຕີ ແລະຂັບໄລ່ເຂົາກັບຄືນເມືອມືເປົ່າ. 4ແລ້ວເຈົ້າຂອງສວນກໍໃຫ້ຄົນຮັບໃຊ້ຄົນໜຶ່ງໄປອີກ ພວກຄົນເຊົ່າສວນກໍທຸບຕີເຂົາຈົນຫົວມີບາດແຜ ແລະປ້ອຍດ່າດູຖູກເຂົາອີກດ້ວຍ. 5ເຈົ້າຂອງສວນໄດ້ໃຫ້ຂ້ອຍໃຊ້ຄົນໜຶ່ງໄປອີກ ແລະພວກເຂົາກໍໄດ້ຂ້າເຂົາ; ແລ້ວເຈົ້າຂອງສວນກໍຍັງສົ່ງຄົນຮັບໃຊ້ມາອີກຫລາຍໆຄົນ ພວກເຂົາກໍຂ້ຽນຕີບາງຄົນ ແລະຂ້າບາງຄົນ. 6ໃນທີ່ສຸດ ກໍເຫຼືອແຕ່ລູກຊາຍຜູ້ເປັນສຸດທີ່ຮັກຂອງເພິ່ນ, ເພິ່ນຈຶ່ງໃຊ້ລູກຄົນນັ້ນໄປ ເປັນຄົນສຸດທ້າຍໂດຍຄິດວ່າ, ‘ພວກເຂົາຄົງຈະໃຫ້ຄວາມເຄົາຣົບນັບຖືລາວ.’ 7ແຕ່ຄົນເຊົ່າສວນເຫຼົ່ານັ້ນເວົ້າກັນວ່າ, ‘ຄົນນີ້ແຫຼະ ເປັນເຈົ້າຂອງມໍຣະດົກ, ໃຫ້ພວກເຮົາຂ້າມັນສາ ແລ້ວມໍຣະດົກກໍຈະຕົກເປັນຂອງພວກເຮົາ.’ 8ດັ່ງນັ້ນ ພວກເຂົາຈຶ່ງຈັບລູກຊາຍຂອງເຈົ້າຂອງສວນ ແລະກໍໄດ້ຂ້າລາວ, ແລ້ວພວກເຂົາກໍໂຍນຊາກສົບຂອງລາວຖິ້ມອອກໄປນອກສວນ.”
9ພຣະເຢຊູເຈົ້າຖາມວ່າ, “ເມື່ອເປັນເຊັ່ນນັ້ນ ເຈົ້າຂອງສວນຈະເຮັດຢ່າງໃດ? ເພິ່ນຈະມາຂ້າຄົນເຊົ່າສວນເຫຼົ່ານັ້ນເສຍ ແລະຈະເອົາສວນອະງຸ່ນໃຫ້ຄົນອື່ນເຊົ່າ. 10ແນ່ນອນພວກເຈົ້າຍັງບໍ່ໄດ້ອ່ານພຣະຄຳພີຂໍ້ນີ້ບໍວ່າ,
‘ຫີນທີ່ນາຍຊ່າງກໍ່ໄດ້ໂຍນຖິ້ມແລ້ວ
ຫີນນັ້ນແຫຼະ
ກາຍເປັນຫີນເສົາເອກ
ສຳຄັນກວ່າໝູ່ໝົດ.
11 ເລື່ອງນີ້ມາຈາກອົງພຣະຜູ້ເປັນເຈົ້າ
ແລະ ເປັນການອັດສະຈັນ
ແກ່ຕາຂອງພວກເຮົາ.”’
12ຝ່າຍພວກເຂົາຈຶ່ງພະຍາຍາມຈະຈັບພຣະອົງ ເພາະພວກເຂົາຮູ້ວ່າ ພຣະອົງໄດ້ກ່າວຄຳອຸປະມານີ້ຕໍ່ສູ້ພວກຕົນ, ແຕ່ຍ້ອນຢ້ານປະຊາຊົນ ພວກເຂົາຈຶ່ງໜີໄປຈາກພຣະອົງ.
ບັນຫາເລື່ອງການເສຍພາສີ
(ມທ 22:15-22; ລກ 20:20-26)
13ແລ້ວພວກຟາຣີຊາຍກັບພັກພວກຂອງເຮໂຣດ ກໍໃຊ້ບາງຄົນອອກໄປຫາພຣະເຢຊູເຈົ້າ ເພື່ອຄອຍຈັບຜິດໃນຄຳເວົ້າຂອງພຣະອົງ. 14ພວກເຂົາໄດ້ມາຫາພຣະອົງ ແລະໄດ້ເວົ້າວ່າ, “ອາຈານເອີຍ ພວກຂ້ານ້ອຍຮູ້ວ່າທ່ານເປັນຜູ້ສັດຊື່ ແລະບໍ່ໄດ້ເອົາໃຈຜູ້ໃດ ເພາະທ່ານບໍ່ເຫັນແກ່ໜ້າຜູ້ໃດ, ແຕ່ທ່ານສັ່ງສອນຄວາມຈິງໃນທາງຂອງພຣະເຈົ້າ ປະສົງໃຫ້ມະນຸດປະຕິບັດຕາມ ການທີ່ເສຍພາສີອາກອນໃຫ້ແກ່ກາຍຊານັ້ນ ຖືກຕ້ອງຕາມກົດບັນຍັດບໍ? ພວກເຮົາຄວນເສຍຫລືບໍ່?”
15ພຣະເຢຊູເຈົ້າຮູ້ເຖິງອຸບາຍຂອງພວກເຂົາ ຈຶ່ງຕອບວ່າ, “ພວກເຈົ້າມາທົດລອງເຮົາເຮັດຫຍັງ? ຈົ່ງນຳເງິນຫລຽນໜຶ່ງມາໃຫ້ເຮົາເບິ່ງດູ.”
16ພວກເຂົາກໍເອົາມາໃຫ້ ແລະພຣະເຢຊູເຈົ້າຈຶ່ງຖາມວ່າ, “ຮູບແລະຄຳຈາລຶກນີ້ເປັນຂອງຜູ້ໃດ?”
ພວກເຂົາຕອບວ່າ, “ເປັນຂອງກາຍຊາ.”
17ດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງກ່າວແກ່ພວກເຂົາວ່າ, “ສິ່ງທີ່ເປັນຂອງກາຍຊາ ຈົ່ງຄືນໃຫ້ແກ່ກາຍຊາ ແລະສິ່ງທີ່ເປັນຂອງພຣະເຈົ້າ ຈົ່ງສົ່ງຄືນແກ່ພຣະເຈົ້າ.”
ເມື່ອທຸກຄົນໄດ້ຍິນຄຳຕອບຂອງພຣະເຢຊູເຈົ້າແລ້ວ ຕ່າງກໍປະຫລາດໃຈໃນພຣະອົງ.
ບັນຫາເລື່ອງການເປັນຄືນມາຈາກຕາຍ
(ມທ 22:23-33; ລກ 20:27-40)
18ແລ້ວພວກຊາດູກາຍບາງຄົນ ກໍມາຫາພຣະເຢຊູເຈົ້າ (ພວກນີ້ເຄີຍເວົ້າວ່າການຄືນມາຈາກຕາຍນັ້ນບໍ່ມີ.) ພວກເຂົາຖາມພຣະອົງວ່າ, 19“ອາຈານເອີຍ ໂມເຊໄດ້ຂຽນເປັນຄຳສັ່ງສຳລັບພວກເຮົາວ່າ, ‘ຖ້າຊາຍຄົນໜຶ່ງຕາຍໄປ ແຕ່ເມຍຂອງຜູ້ຕາຍຍັງຢູ່ໂດຍບໍ່ທັນມີລູກ ກໍໃຫ້ນ້ອງຊາຍຂອງຜູ້ນັ້ນເອົາເອື້ອຍໃພ້ຂອງຕົນເປັນເມຍ ເພື່ອສືບເຊື້ອສາຍໃຫ້ອ້າຍຂອງຕົນທີ່ຕາຍໄປແລ້ວນັ້ນ.’ 20ຍັງມີເຈັດຊາຍອ້າຍນ້ອງນຳກັນ, ອ້າຍກົກໄດ້ເອົາເມຍແລ້ວຕາຍໄປໂດຍບໍ່ມີລູກ. 21ແລ້ວນ້ອງຊາຍຂອງລາວຜູ້ທີໜຶ່ງ ກໍໄດ້ຮັບເອົາຍິງນັ້ນມາເປັນເມຍ ແລະລາວກໍຕາຍໄປອີກໂດຍບໍ່ມີລູກ ນ້ອງຊາຍຂອງລາວຜູ້ທີສອງ ກໍເຮັດເໝືອນກັບອ້າຍຂອງລາວ, 22ອ້າຍນ້ອງທັງເຈັດໄດ້ເອົາຍິງນັ້ນມາເປັນເມຍ ແລະພວກເຂົາກໍຕາຍໄປໂດຍບໍ່ມີລູກ, ແລ້ວໃນທີ່ສຸດ ຍິງນັ້ນກໍຕາຍໄປເໝືອນກັນ. 23ໃນວັນທີ່ຄົນຕາຍທຸກຄົນເປັນຄືນມາສູ່ຊີວິດນັ້ນ ຍິງນີ້ຈະເປັນເມຍຂອງຜູ້ໃດ? ດ້ວຍວ່າ, ຊາຍທັງເຈັດຄົນໄດ້ເປັນຜົວຂອງນາງແລ້ວ.”
24ພຣະເຢຊູເຈົ້າຊົງຕອບພວກເຂົາວ່າ, “ເພາະຂໍ້ນີ້ແຫຼະ ພວກເຈົ້າເຂົ້າໃຈຜິດສາແລ້ວ ເພາະພວກເຈົ້າບໍ່ຮູ້ຈັກພຣະຄຳພີ ຫລືຣິດອຳນາດຂອງພຣະເຈົ້າ. 25ດ້ວຍວ່າ, ເມື່ອຄົນຕາຍຄືນສູ່ຊີວິດນັ້ນ ຈະບໍ່ມີການແຕ່ງງານ ຫລືຍົກກັນໃຫ້ເປັນຜົວເມຍອີກ ແຕ່ພວກເຂົາຈະເປັນດັ່ງເທວະດາໃນສະຫວັນ. 26ສຳລັບເລື່ອງຄົນຕາຍເປັນຄືນມານັ້ນ ພວກເຈົ້າບໍ່ເຄີຍອ່ານໃນພຣະຄຳພີຂອງໂມເຊຈັກເທື່ອບໍ? ໃນຕອນທີ່ກ່າວເຖິງເລື່ອງພຸ່ມໄມ້ທີ່ມີໄຟລຸກໄໝ້ນັ້ນ, ມີຄຳຂຽນໄວ້ໃນພຣະຄຳພີວ່າ, ພຣະເຈົ້າໄດ້ກ່າວແກ່ໂມເຊດັ່ງນີ້: ‘ເຮົາເປັນພຣະເຈົ້າຂອງອັບຣາຮາມ, ອີຊາກ ແລະ ຢາໂຄບ.’ 27ພຣະອົງບໍ່ແມ່ນພຣະເຈົ້າຂອງຄົນຕາຍ ແຕ່ແມ່ນພຣະເຈົ້າຂອງຄົນເປັນ, ພວກເຈົ້າຫລົງຜິດໄປຢ່າງໝົດສິ້ນແລ້ວ.”
ກົດບັນຍັດຂໍ້ໃຫຍ່ທີ່ສຳຄັນທີ່ສຸດ
(ມທ 22:34-40; ລກ 10:25-28)
28ມີທຳມະຈານຄົນໜຶ່ງ ໄດ້ເຂົ້າມາເຖິງໃນຂະນະທີ່ພຣະເຢຊູເຈົ້າ ແລະພວກຊາດູກາຍກຳລັງຖົກຖຽງກັນຢູ່ ລາວໄດ້ຍິນພຣະອົງຕອບພວກເຂົາໄດ້ດີ. ສະນັ້ນ ລາວຈຶ່ງຖາມພຣະອົງວ່າ, “ກົດບັນຍັດຂໍ້ໃດສຳຄັນທີ່ສຸດ ກວ່າຂໍ້ບັນຍັດທັງໝົດ?”
29ພຣະເຢຊູເຈົ້າຕອບລາວວ່າ, “ກົດບັນຍັດຂໍ້ສຳຄັນທີ່ສຸດ ຄືດັ່ງນີ້ ‘ຊາວອິດສະຣາເອນເອີຍ ຈົ່ງຟັງເທີ້ນ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ ແມ່ນພຣະເຈົ້າແຕ່ອົງດຽວ. 30ຈົ່ງຮັກອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າດ້ວຍສຸດໃຈ, ດ້ວຍສຸດຈິດ, ດ້ວຍສຸດຄວາມຄິດ ແລະດ້ວຍສຸດກຳລັງຂອງເຈົ້າ.’ 31ກົດບັນຍັດຂໍ້ທີສອງນັ້ນ ຄື: ‘ຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ.’ ບໍ່ມີກົດບັນຍັດຂໍ້ໃດທີ່ສຳຄັນກວ່າສອງຂໍ້ນີ້.”
32ທຳມະຈານຄົນນີ້ຈຶ່ງເວົ້າຕໍ່ພຣະເຢຊູເຈົ້າວ່າ, “ດີແລ້ວອາຈານເອີຍ ທີ່ທ່ານໄດ້ກ່າວນັ້ນຖືກແລ້ວທີ່ວ່າ, ແມ່ນພຣະເຈົ້າແຕ່ອົງດຽວ ແລະນອກຈາກພຣະອົງແລ້ວບໍ່ມີພຣະເຈົ້າອົງອື່ນອີກ. 33ແລະ ທີ່ຈະຮັກພຣະເຈົ້າດ້ວຍສຸດໃຈ ດ້ວຍສຸດຈິດ ດ້ວຍສຸດຄວາມຄິດ ແລະດ້ວຍສຸດກຳລັງຂອງຕົນ ແລະຮັກເພື່ອນບ້ານເໝືອນຮັກຕົນເອງນັ້ນ ກໍປະເສີດຫລາຍກວ່າຂອງຖວາຍ ແລະເຄື່ອງເຜົາບູຊາທັງປວງ.” 34ເມື່ອພຣະເຢຊູເຈົ້າເຫັນວ່າ ລາວຕອບດ້ວຍຄວາມສະຫລາດ ພຣະອົງຈຶ່ງບອກລາວວ່າ, “ເຈົ້າບໍ່ໄດ້ໄກຈາກອານາຈັກຂອງພຣະເຈົ້າ.”
ຕັ້ງແຕ່ນັ້ນມາ ບໍ່ມີຜູ້ໃດກ້າຖາມພຣະອົງອີກຕໍ່ໄປ.
ບັນຫາເລື່ອງເຊື້ອສາຍຂອງດາວິດ
(ມທ 22:41-46; ລກ 20:41-44)
35ເມື່ອພຣະເຢຊູເຈົ້າກຳລັງສັ່ງສອນໃນພຣະວິຫານຢູ່ນັ້ນ ພຣະອົງໄດ້ຖາມວ່າ, “ດ້ວຍເຫດໃດ ພວກທຳມະຈານຈຶ່ງເວົ້າໄດ້ວ່າ ພຣະຄຣິດເປັນເຊື້ອວົງຂອງດາວິດ? 36ເພາະວ່າດາວິດເອງໄດ້ກ່າວດ້ວຍຣິດເດດພຣະວິນຍານບໍຣິສຸດເຈົ້າວ່າ,
‘ອົງພຣະຜູ້ເປັນເຈົ້າກ່າວແກ່
ພຣະອົງເຈົ້າຂອງຂ້ານ້ອຍວ່າ,
ຈົ່ງນັ່ງເບື້ອງຂວາຂອງເຮົາ
ຈົນກວ່າເຮົາໄດ້ປາບສັດຕູທັງຫລາຍຂອງເຈົ້າ
ໃຫ້ລົງຢູ່ໃຕ້ຕີນຂອງເຈົ້າ.’
37ເມື່ອກະສັດດາວິດເອງຍັງເອີ້ນພຣະຄຣິດວ່າ, ‘ພຣະອົງເຈົ້າ’ ແລ້ວພຣະຄຣິດຈະເປັນເຊື້ອສາຍຂອງດາວິດໄດ້ຢ່າງໃດ?”
ປະຊາຊົນຢ່າງໜາແໜ້ນກຳລັງຟັງພຣະເຢຊູເຈົ້າສອນດ້ວຍຄວາມຍິນດີ.
ພຣະເຢຊູເຈົ້າປະນາມພວກຟາຣີຊາຍແລະພວກທຳມະຈານ
(ມທ 23:1-36; ລກ 20:45-47)
38ໃນຄຳສັ່ງສອນຂອງພຣະອົງໄດ້ກ່າວແກ່ພວກເຂົາວ່າ, “ຈົ່ງລະວັງພວກທຳມະຈານໃຫ້ດີ ພວກເຂົາມັກນຸ່ງເສື້ອລ່າມຍ່າງໄປມາ ແລະມັກໃຫ້ຄົນຄຳນັບໃນທີ່ຊຸມນຸມຊົນ, 39ພວກເຂົາມັກບ່ອນນັ່ງອັນມີກຽດໃນທຳມະສາລາ ແລະນັ່ງບ່ອນດີໆໃນງານກິນລ້ຽງ. 40ພວກເຂົາສໍ້ໂກງເອົາສິ່ງຂອງ ຂອງບັນດາແມ່ໝ້າຍ ແລະເຮັດທຳທ່າພາວັນນາອະທິຖານໃຫ້ຍືດຍາວ ຄົນພວກນີ້ຈະຖືກໂທດໜັກທີ່ສຸດ.”
ເງິນຖວາຍຂອງແມ່ໝ້າຍ
(ລກ 21:1-4)
41ພຣະເຢຊູເຈົ້ານັ່ງຢູ່ໃກ້ຫີບຖວາຍເງິນໃນພຣະວິຫານນັ້ນ ພຣະອົງກໍສັງເກດເບິ່ງປະຊາຊົນປ່ອນເງິນລົງໃນຫີບຖວາຍ ຄົນຮັ່ງມີຫລາຍຄົນໄດ້ປ່ອນເງິນລົງຢ່າງຫລວງຫລາຍ, 42ແລ້ວແມ່ໝ້າຍທີ່ຍາກຈົນຄົນໜຶ່ງ ໄດ້ເອົາຫລຽນທອງແດງສອງຫລຽນ ທີ່ມີຄ່າໜ້ອຍທີ່ສຸດມາປ່ອນລົງໃນຫີບຖວາຍເໝືອນກັນ. 43ດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງເອີ້ນພວກສາວົກຂອງພຣະອົງມາ ແລະກ່າວແກ່ພວກເພິ່ນວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ‘ແມ່ໝ້າຍຍາກຈົນຄົນນີ້ ໄດ້ປ່ອນເງິນລົງໃນຫີບຖວາຍ ຫລາຍກວ່າຄົນອື່ນທັງໝົດທີ່ປ່ອນໃສ່ນັ້ນ. 44ເພາະຄົນອື່ນນັ້ນໄດ້ເອົາເງິນທີ່ເຂົາເຫຼືອໃຊ້ມາປ່ອນລົງ, ແຕ່ສ່ວນຍິງຜູ້ນີ້ຍາກຈົນທີ່ສຸດ ກໍຍັງເອົາເງິນທີ່ຕົນມີຢູ່ສຳລັບລ້ຽງຊີວິດຂອງຕົນ ມາປ່ອນລົງຈົນໝົດ ຄືນາງໄດ້ຖວາຍທຸກສິ່ງທີ່ນາງມີສຳລັບລ້ຽງຊີບ.”’
Выбрано:
ມາຣະໂກ 12: ພຄພ
Выделить
Поделиться
Копировать

Хотите, чтобы то, что вы выделили, сохранялось на всех ваших устройствах? Зарегистрируйтесь или авторизуйтесь
@ 2012 United Bible Societies. All Rights Reserved.

: