ທັນທີທີ່ເທວະດາທັງສອງໄດ້ນຳເອົາພວກເພິ່ນອອກມານອກເມືອງແລ້ວ, ເທວະດາຕົນໜຶ່ງຈຶ່ງເວົ້າວ່າ, “ຈົ່ງໜີເອົາຊີວິດລອດ! ຢ່າຫລຽວຄືນຫລັງ ແລະ ຢ່າຢຸດຢູ່ບ່ອນໃດໃນທົ່ງພຽງນີ້! ຈົ່ງໜີໄປທີ່ພູເຂົາ ບໍ່ດັ່ງນັ້ນພວກເຈົ້າຈະຖືກກວາດລ້າງໄປດ້ວຍ!”