ແລ້ວພຣະເຈົ້າໄດ້ກ່າວກັບເພິ່ນໃນຄວາມຝັນວ່າ, “ແມ່ນແລ້ວ, ເຮົາຮູ້ວ່າເຈົ້າເຮັດໄປດ້ວຍຈິດສຳນຶກອັນໃສສະອາດ ແລະ ດ້ວຍເຫດນີ້ເຮົາຈຶ່ງໄດ້ປົກປ້ອງເຈົ້າຈາກການເຮັດບາບຕໍ່ສູ້ເຮົາ. ດ້ວຍເຫດນີ້ ເຮົາຈຶ່ງບໍ່ປ່ອຍໃຫ້ເຈົ້າແຕະຕ້ອງນາງ. ບັດນີ້ ຈົ່ງສົ່ງເມຍຂອງຊາຍຜູ້ນັ້ນກັບຄືນໄປ, ເພາະລາວເປັນຜູ້ທຳນວາຍ ແລະ ລາວຈະອະທິຖານເພື່ອເຈົ້າແລ້ວເຈົ້າຈະມີຊີວິດ. ແຕ່ຖ້າເຈົ້າບໍ່ສົ່ງນາງກັບຄືນໄປ, ໃຫ້ເຈົ້າແນ່ໃຈໄດ້ເລີຍວ່າເຈົ້າກັບຄົນຂອງເຈົ້າທັງໝົດຈະຕາຍ”.