ປະຖົມມະການ 20
20
ອັບຣາຮາມ ແລະ ອາບີເມເຫລັກ
(ປຖກ 12:10-20; 26:1-11)
1ອັບຣາຮາມຍ້າຍອອກຈາກທີ່ນັ້ນເຂົ້າໄປໃນເຂດແດນຂອງເນເກັບ ແລະ ອາໄສຢູ່ລະຫວ່າງເມືອງກາເດັດ ແລະ ເມືອງຊູເຣ. ເພິ່ນໄດ້ພັກທີ່ເມືອງເກຣາກຊົ່ວໄລຍະໜຶ່ງ, 2ແລະ ທີ່ນັ້ນອັບຣາຮາມເວົ້າເຖິງນາງຊາຣາເມຍຂອງເພິ່ນວ່າ, “ນາງຄືນ້ອງສາວຂອງຂ້າພະເຈົ້າ”. ກະສັດອາບີເມເຫລັກແຫ່ງເກຣາກຈຶ່ງສົ່ງຄົນມາຫານາງຊາຣາ ແລະ ຮັບເອົານາງໄປ.
3ແຕ່ໃນຄືນໜຶ່ງ ພຣະເຈົ້າໄດ້ມາຫາອາບີເມເຫລັກໃນຄວາມຝັນ ແລະ ກ່າວກັບເພິ່ນວ່າ, “ເຈົ້າຈະຕ້ອງຕາຍ! ເພາະຍິງຄົນນັ້ນທີ່ເຈົ້າໄດ້ຮັບມາ; ນາງເປັນຍິງທີ່ແຕ່ງງານແລ້ວ”.
4ແຕ່ຈົນບັດນີ້ ອາບີເມເຫລັກຍັງບໍ່ໄດ້ເຂົ້າໄປໃກ້ນາງເລີຍ. ດັ່ງນັ້ນ ເພິ່ນຈຶ່ງໄດ້ກ່າວວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ, ພຣະອົງຈະທຳລາຍຊົນຊາດທີ່ບໍ່ມີຄວາມຜິດບໍ? 5ລາວບໍ່ໄດ້ບອກຂ້ານ້ອຍບໍວ່າ, ‘ນາງເປັນນ້ອງສາວຂອງຂ້າພະເຈົ້າ’? ແລະ ນາງເອງກໍບໍ່ໄດ້ເວົ້າບໍວ່າ, ‘ລາວເປັນອ້າຍຂອງຂ້ານ້ອຍ’? ຂ້ານ້ອຍເຮັດໄປດ້ວຍຈິດສຳນຶກອັນໃສສະອາດ ແລະ ດ້ວຍມືທີ່ສະອາດ”.
6ແລ້ວພຣະເຈົ້າໄດ້ກ່າວກັບເພິ່ນໃນຄວາມຝັນວ່າ, “ແມ່ນແລ້ວ, ເຮົາຮູ້ວ່າເຈົ້າເຮັດໄປດ້ວຍຈິດສຳນຶກອັນໃສສະອາດ ແລະ ດ້ວຍເຫດນີ້ເຮົາຈຶ່ງໄດ້ປົກປ້ອງເຈົ້າຈາກການເຮັດບາບຕໍ່ສູ້ເຮົາ. ດ້ວຍເຫດນີ້ ເຮົາຈຶ່ງບໍ່ປ່ອຍໃຫ້ເຈົ້າແຕະຕ້ອງນາງ. 7ບັດນີ້ ຈົ່ງສົ່ງເມຍຂອງຊາຍຜູ້ນັ້ນກັບຄືນໄປ, ເພາະລາວເປັນຜູ້ທຳນວາຍ ແລະ ລາວຈະອະທິຖານເພື່ອເຈົ້າແລ້ວເຈົ້າຈະມີຊີວິດ. ແຕ່ຖ້າເຈົ້າບໍ່ສົ່ງນາງກັບຄືນໄປ, ໃຫ້ເຈົ້າແນ່ໃຈໄດ້ເລີຍວ່າເຈົ້າກັບຄົນຂອງເຈົ້າທັງໝົດຈະຕາຍ”.
8ແຕ່ເຊົ້າໆຂອງວັນຕໍ່ມາ ອາບີເມເຫລັກໄດ້ເອີ້ນຂ້າລາຊະການທັງໝົດຂອງເພິ່ນມາພົບ ແລະ ເມື່ອເພິ່ນບອກພວກເຂົາໃຫ້ຮູ້ເຖິງສິ່ງທີ່ເກີດຂຶ້ນທັງໝົດແລ້ວ, ພວກເຂົາກໍພາກັນຢ້ານຫລາຍ. 9ຫລັງຈາກນັ້ນ ອາບີເມເຫລັກກໍເອີ້ນອັບຣາຮາມເຂົ້າມາ ແລະ ຖາມວ່າ, “ເປັນຫຍັງທ່ານຈຶ່ງໄດ້ເຮັດກັບພວກເຮົາຢ່າງນີ້? ເຮົາໄດ້ເຮັດຜິດສິ່ງໃດຕໍ່ທ່ານ ແລ້ວທ່ານຈຶ່ງນຳເອົາຄວາມຜິດອັນໃຫຍ່ຫລວງມາຕົກໃສ່ເຮົາ ແລະ ອານາຈັກຂອງເຮົາບໍ? ທ່ານໄດ້ເຮັດກັບເຮົາໃນສິ່ງທີ່ບໍ່ຄວນເຮັດເລີຍ”. 10ແລະ ອາບີເມເຫລັກໄດ້ຖາມອັບຣາຮາມວ່າ, “ທ່ານມີເຫດຜົນຫຍັງຈຶ່ງເຮັດຢ່າງນີ້?”
11ອັບຣາຮາມໄດ້ຕອບວ່າ, “ຂ້ານ້ອຍໄດ້ເວົ້າກັບຕົນເອງວ່າ, ‘ໃນບ່ອນນີ້ບໍ່ມີການຢຳເກງພຣະເຈົ້າແນ່ນອນ, ແລ້ວພວກເຂົາກໍຈະຂ້າຂ້ານ້ອຍເພາະຢາກໄດ້ເມຍຂອງຂ້ານ້ອຍ’. 12ນອກຈາກນີ້ ນາງກໍເປັນນ້ອງສາວຂອງຂ້ານ້ອຍແທ້ໆ, ນາງເປັນລູກສາວພໍ່ຂອງຂ້ານ້ອຍ ແຕ່ບໍ່ແມ່ນລູກສາວຂອງແມ່ຂ້ານ້ອຍ; ແລະ ນາງໄດ້ກາຍມາເປັນເມຍຂອງຂ້ານ້ອຍ. 13ແລະ ເມື່ອພຣະເຈົ້າໃຫ້ຂ້ານ້ອຍພະເນຈອນອອກຈາກຄອບຄົວພໍ່ຂອງຂ້ານ້ອຍ, ຂ້ານ້ອຍໄດ້ບອກນາງວ່າ, ‘ນີ້ເປັນວິທີທີ່ນ້ອງຈະສາມາດສະແດງຄວາມຮັກຂອງນ້ອງຕໍ່ອ້າຍຄື: ທຸກໆບ່ອນທີ່ພວກເຮົາໄປ, ໃຫ້ເວົ້າເຖິງອ້າຍວ່າ, “ລາວເປັນອ້າຍຂອງຂ້ອຍ” ’ ”.
14ແລ້ວອາບີເມເຫລັກຈຶ່ງໄດ້ນຳເອົາຝູງແກະ, ຝູງງົວ, ຂ້າທາດຊາຍ ແລະ ຂ້າທາດຍິງມາມອບໃຫ້ແກ່ອັບຣາຮາມ ແລະ ເພິ່ນໄດ້ສົ່ງນາງຊາຣາ, ເມຍຂອງອັບຣາຮາມຄືນໃຫ້ເພິ່ນ. 15ແລະ ອາບີເມເຫລັກກ່າວວ່າ, “ດິນແດນຂອງເຮົາຢູ່ຕໍ່ໜ້າທ່ານ; ຈົ່ງອາໄສຢູ່ໃສກໍໄດ້ຕາມທີ່ທ່ານມັກ”.
16ແລ້ວເພິ່ນກໍໄດ້ກ່າວຕໍ່ນາງຊາຣາວ່າ, “ເຮົາຂໍມອບເງິນໜຶ່ງພັນເຊເຂວ#20:16 ນັ້ນຄື ປະມານ 25 ພາວ ຫລື ປະມານ 12 ກິໂລກຣາມໃຫ້ອ້າຍຂອງເຈົ້າ. ນີ້ເພື່ອເປັນການຕອບແທນທີ່ໄດ້ເຮັດຜິດຕໍ່ເຈົ້າຕໍ່ໜ້າທຸກຄົນທີ່ຢູ່ກັບເຈົ້າ; ເຈົ້າໄດ້ຮັບການພິສູດຢ່າງຄົບຖ້ວນແລ້ວວ່າບໍ່ມີຄວາມຜິດຫຍັງ”.
17ແລ້ວອັບຣາຮາມກໍໄດ້ອະທິຖານຕໍ່ພຣະເຈົ້າ ແລະ ພຣະເຈົ້າກໍໄດ້ຮັກສາອາບີເມເຫລັກ, ເມຍຂອງເພິ່ນ ແລະ ຂ້າທາດຍິງຂອງເພິ່ນ ເພື່ອພວກເຂົາຈະສາມາດມີລູກໄດ້ອີກ. 18ເພາະພຣະເຈົ້າຢາເວໄດ້ເຮັດໃຫ້ແມ່ຍິງທຸກຄົນໃນຄົວເຮືອນຂອງອາບີເມເຫລັກເປັນໝັນ ສາເຫດເປັນເພາະນາງຊາຣາເມຍຂອງອັບຣາຮາມ.
Currently Selected:
ປະຖົມມະການ 20: LCV
Highlight
Share
Copy
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.