YouVersion Logo
Search Icon

ປະຖົມມະການ 19

19
ເມືອງ​ໂຊໂດມ ແລະ ເມືອງ​ໂກໂມຣາ​ຖືກ​ທຳລາຍ
1ເທວະດາ​ທັງ​ສອງ​ໄດ້​ມາ​ເຖິງ​ເມືອງ​ໂຊໂດມ​ໃນ​ຕອນຄ່ຳ ແລະ ໂລດ​ກໍ​ກຳລັງ​ນັ່ງ​ຢູ່​ທີ່​ປະຕູ​ເມືອງ. ເມື່ອ​ໂລດ​ເຫັນ​ເທວະດາ​ເຫລົ່ານັ້ນ, ເພິ່ນ​ຈຶ່ງ​ລຸກຂຶ້ນ​ໄປ​ພົບ​ພວກເພິ່ນ ແລະ ກົ້ມລົງ​ຈົນ​ໜ້າ​ຈຸ​ພື້ນ. 2ເພິ່ນ​ໄດ້​ເວົ້າ​ວ່າ, “ນາຍ​ຂອງ​ຂ້ານ້ອຍ​ເອີຍ, ຂໍ​ເຊີນ​ໄປ​ແວ່​ບ້ານ​ຂອງ​ຜູ້ຮັບໃຊ້​ຂອງ​ທ່ານ. ທ່ານ​ຈະ​ໄດ້​ລ້າງ​ຕີນ ແລະ ພັກ​ຈັກ​ຄືນ​ໜຶ່ງ ແລ້ວ​ມື້ອື່ນ​ເຊົ້າ​ທ່ານ​ຈຶ່ງ​ຄ່ອຍ​ເດີນທາງ​ຕໍ່ໄປ”.
ພວກເພິ່ນ​ຕອບ​ວ່າ, “ຢ່າ​ເລີຍ, ພວກເຮົາ​ຈະ​ຄ້າງຄືນ​ຢູ່​ເດີ່ນ​ຂອງ​ເມືອງ”.
3ແຕ່​ໂລດ​ກໍ​ຂໍຮ້ອງ​ຢ່າງ​ໜັກ​ຈົນ​ພວກເພິ່ນ​ໄດ້​ໄປ​ກັບ​ໂລດ ແລະ ໄດ້​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ເພິ່ນ. ໂລດ​ກໍ​ໄດ້​ຈັດຕຽມ​ອາຫານ​ສຳລັບ​ພວກເພິ່ນ ໂດຍ​ເຮັດ​ເຂົ້າຈີ່​ບໍ່​ໃສ່​ເຊື້ອແປ້ງ, ແລ້ວ​ພວກເພິ່ນ​ກໍ​ກິນ. 4ກ່ອນ​ທີ່​ພວກເພິ່ນ​ຈະ​ເຂົ້າ​ນອນ, ມີ​ຜູ້ຊາຍ​ທັງໝົດ​ຈາກ​ທຸກ​ບ່ອນ​ຂອງ​ເມືອງ​ໂຊໂດມ ມີ​ທັງ​ໜຸ່ມ ແລະ ແກ່​ກໍ​ໄດ້​ພາ​ກັນ​ມາ​ອ້ອມ​ເຮືອນ​ນັ້ນ. 5ພວກເຂົາ​ຮ້ອງ​ໃສ່​ໂລດ​ວ່າ, “ພວກ​ຜູ້ຊາຍ​ທີ່​ມາ​ຫາ​ເຈົ້າ​ຕອນຄ່ຳ​ມື້​ນີ້​ຢູ່​ໃສ? ຈົ່ງ​ພາ​ພວກເຂົາ​ອອກ​ມາ​ຫາ​ພວກເຮົາ ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ມີ​ເພດ​ສຳພັນກັບ​ພວກເຂົາ”.
6ໂລດ​ຈຶ່ງ​ອອກ​ໄປ​ຂ້າງນອກ​ເພື່ອ​ພົບ​ກັບ​ພວກເຂົາ ແລະ ປິດ​ປະຕູ​ທີ່​ຢູ່​ທາງ​ຫລັງ​ຂອງ​ເພິ່ນ 7ແລ້ວ​ເວົ້າ​ວ່າ, “ຢ່າ​ເລີຍ, ເພື່ອນ​ທັງຫລາຍ​ຂອງ​ເຮົາ​ເອີຍ. ຢ່າ​ເຮັດ​ສິ່ງ​ຊົ່ວຮ້າຍ​ເຊັ່ນ​ນີ້​ເລີຍ. 8ເບິ່ງແມ, ເຮົາ​ມີ​ລູກສາວ​ສອງ​ຄົນ​ທີ່​ຍັງ​ບໍ່​ເຄີຍ​ຫລັບນອນ​ກັບ​ຜູ້ຊາຍ​ຈັກເທື່ອ. ໃຫ້​ເຮົາ​ນຳ​ພວກເຂົາ​ອອກ​ມາ​ໃຫ້​ພວກເຈົ້າ ແລ້ວ​ພວກເຈົ້າ​ຈະ​ເຮັດ​ສິ່ງໃດ​ແກ່​ພວກເຂົາ​ກໍ​ໄດ້​ຕາມ​ໃຈ​ມັກ. ແຕ່​ຢ່າ​ເຮັດ​ສິ່ງໃດ​ກັບ​ຊາຍ​ເຫລົ່ານີ້​ເລີຍ, ເພາະ​ພວກເພິ່ນ​ໄດ້​ມາ​ພັກ​ຢູ່​ໃຕ້​ຫລັງຄາ​ເຮືອນ ໃຕ້​ການ​ຄຸ້ມຄອງ​ຂອງ​ເຮົາ”.
9ພວກເຂົາ​ຕອບ​ວ່າ, “ຖອຍ​ອອກໄປ​ຈາກ​ທາງ​ຂອງ​ພວກເຮົາ, ເພື່ອນ​ຜູ້​ນີ້​ມາ​ຢູ່​ທີ່​ນີ້​ໃນ​ຖານະ​ຄົນຕ່າງດ້າວ, ແລ້ວ​ບັດນີ້​ລາວ​ຕ້ອງການ​ສະແດງ​ຕົວ​ວ່າ​ເປັນ​ຜູ້ພິພາກສາ! ພວກເຮົາ​ຈະ​ຈັດການ​ກັບ​ເຈົ້າ​ຮ້າຍ​ກວ່າ​ສອງ​ຄົນ​ນັ້ນ​ອີກ”. ພວກເຂົາ​ໄດ້​ສືບຕໍ່​ກົດດັນ​ໂລດ ແລະ ບຸກ​ເຂົ້າ​ໄປ​ເພື່ອ​ຈະ​ມ້າງ​ປະຕູ​ອອກ.
10ແຕ່​ຊາຍ​ທັງ​ສອງ​ທີ່​ຢູ່​ຂ້າງ​ໃນ​ໄດ້​ເດ່​ມື​ອອກ​ມາ​ດຶງ​ເອົາ​ໂລດ​ກັບ​ເຂົ້າ​ໄປ​ໃນ​ເຮືອນ​ແລ້ວ​ປິດ​ປະຕູ. 11ຫລັງຈາກ​ນັ້ນ ພວກເພິ່ນ​ຈຶ່ງ​ໄດ້​ຕີ​ບັນດາ​ຜູ້ຊາຍ​ທີ່​ຢູ່​ທີ່​ປະຕູ​ເຮືອນ, ທັງ​ຄົນ​ໜຸ່ມ ແລະ ຄົນ​ເຖົ້າ, ດ້ວຍ​ການ​ເຮັດ​ໃຫ້​ຕາ​ບອດ​ເພື່ອ​ພວກເຂົາ​ຈະ​ຫາ​ປະຕູ​ບໍ່​ພົບ.
12ຊາຍ​ທັງ​ສອງ​ໄດ້​ເວົ້າ​ກັບ​ໂລດ​ວ່າ, “ທ່ານ​ມີ​ຄົນໃດ​ອີກ​ບໍ​ທີ່​ຢູ່​ໃນ​ເມືອງ​ນີ້ ຄື​ລູກເຂີຍ, ລູກຊາຍ ຫລື ລູກສາວ ຫລື ຄົນ​ອື່ນໆ​ອີກ​ທີ່​ເປັນ​ຂອງ​ທ່ານ​ທີ່​ຢູ່​ໃນ​ເມືອງ​ນີ້? ຈົ່ງ​ພາ​ພວກເຂົາ​ອອກ​ໄປ​ຈາກ​ບ່ອນ​ນີ້, 13ເພາະ​ພວກເຮົາ​ກຳລັງ​ຈະ​ທຳລາຍ​ບ່ອນ​ນີ້. ສຽງ​ທີ່​ປະຊາຊົນ​ຂອງ​ເມືອງ​ນີ້​ຟ້ອງ​ຕໍ່​ພຣະເຈົ້າ​ຢາເວ​ດັງ​ຈົນ​ພຣະອົງ​ໄດ້​ສົ່ງ​ພວກເຮົາ​ມາ​ທຳລາຍ​ເມືອງ​ນີ້”.
14ດັ່ງນັ້ນ ໂລດ​ຈຶ່ງ​ໄປ​ບອກ​ບັນດາ​ລູກເຂີຍ ເຊິ່ງ​ໄດ້​ໝັ້ນໝາຍ​ເພື່ອ​ແຕ່ງງານ#19:14 ຫລື ໄດ້​ແຕ່ງງານ​ກັບ​ບັນດາ​ລູກສາວ​ຂອງ​ເພິ່ນ. ເພິ່ນ​ໄດ້​ກ່າວ​ວ່າ, “ຈົ່ງ​ຟ້າວ​ອອກ​ຈາກ​ບ່ອນ​ນີ້​ໄປ​ໄວໆ, ເພາະ​ພຣະເຈົ້າ​ຢາເວ​ກຳລັງ​ຈະ​ທຳລາຍ​ເມືອງ​ນີ້!” ແຕ່​ບັນດາ​ລູກເຂີຍ​ຂອງ​ເພິ່ນ​ຄິດ​ວ່າ​ເພິ່ນ​ເວົ້າ​ຫລິ້ນ.
15ພໍ​ຮຸ່ງເຊົ້າ​ມາ, ເທວະດາ​ເຫລົ່ານັ້ນ​ຈຶ່ງ​ເລັ່ງລັດ​ໂລດ​ໂດຍ​ກ່າວ​ວ່າ, “ໄວໆ! ຈົ່ງ​ພາ​ເມຍ​ຂອງ​ເຈົ້າ ແລະ ລູກສາວ​ທັງ​ສອງ​ຂອງ​ເຈົ້າ​ທີ່​ຢູ່​ທີ່​ນີ້​ອອກ​ໄປ, ບໍ່​ດັ່ງນັ້ນ​ເມື່ອ​ເມືອງ​ນີ້​ຖືກ​ລົງໂທດ ເຈົ້າ​ຈະ​ຖືກ​ກວາດລ້າງ​ໄປ​ດ້ວຍ”.
16ເມື່ອ​ໂລດ​ຍັງ​ລັງເລໃຈ​ຢູ່​ນັ້ນ, ຊາຍ​ເຫລົ່ານັ້ນ​ຈຶ່ງ​ຈັບ​ມື​ຂອງ​ເພິ່ນ ພ້ອມ​ທັງ​ຈັບ​ເອົາ​ມື​ເມຍ ແລະ ລູກສາວ​ທັງສອງ ແລ້ວ​ນຳພາ​ພວກເພິ່ນ​ອອກ​ມາ​ນອກ​ເມືອງ​ຢ່າງ​ປອດໄພ, ເພາະ​ພຣະເຈົ້າ​ຢາເວ​ມີ​ຄວາມເມດຕາ​ຕໍ່​ພວກເພິ່ນ. 17ທັນທີ​ທີ່​ເທວະດາ​ທັງ​ສອງ​ໄດ້​ນຳເອົາ​ພວກເພິ່ນ​ອອກ​ມາ​ນອກ​ເມືອງ​ແລ້ວ, ເທວະດາ​ຕົນ​ໜຶ່ງ​ຈຶ່ງ​ເວົ້າ​ວ່າ, “ຈົ່ງ​ໜີ​ເອົາ​ຊີວິດ​ລອດ! ຢ່າ​ຫລຽວ​ຄືນ​ຫລັງ ແລະ ຢ່າ​ຢຸດ​ຢູ່​ບ່ອນໃດ​ໃນ​ທົ່ງພຽງ​ນີ້! ຈົ່ງ​ໜີ​ໄປ​ທີ່​ພູເຂົາ ບໍ່​ດັ່ງນັ້ນ​ພວກເຈົ້າ​ຈະ​ຖືກ​ກວາດລ້າງ​ໄປ​ດ້ວຍ!”
18ແຕ່​ໂລດ​ເວົ້າ​ຕໍ່​ພວກເພິ່ນ​ວ່າ, “ຢ່າ​ເລີຍ, ນາຍ​ຂອງ​ຂ້ານ້ອຍ​ເອີຍ#19:18 ຫລື ຢ່າ​ເລີຍ, ນາຍ​ເອີຍ ຫລື ຢ່າ​ເລີຍ, ນາຍ​ຂອງ​ຂ້ານ້ອຍ​ເອີຍ ຂໍ​ຄວາມກະລຸນາ​ດ້ວຍ! 19ທ່ານ​ໄດ້​ກະລຸນາ​ຜູ້ຮັບໃຊ້​ຂອງ​ທ່ານ ແລະ ທ່ານ​ໄດ້​ສະແດງ​ຄວາມ​ເມດຕາ​ອັນ​ຍິ່ງໃຫຍ່​ຕໍ່​ຂ້ານ້ອຍ​ໂດຍ​ການ​ໄວ້​ຊີວິດ​ຂອງ​ຂ້ານ້ອຍ. ແຕ່​ຂ້ານ້ອຍ​ບໍ່​ສາມາດ​ໜີ​ໄປ​ເຖິງ​ພູເຂົາ​ໄດ້; ໄພພິບັດ​ນີ້​ຈະ​ມາ​ເຖິງ​ຂ້ານ້ອຍ ແລະ ຂ້ານ້ອຍ​ກໍ​ຈະ​ຕາຍ. 20ເບິ່ງ​ແມ, ມີ​ເມືອງ​ໜຶ່ງ​ທີ່​ຢູ່​ໃກ້​ພໍ​ທີ່​ຈະ​ແລ່ນ​ໄປ​ທີ່​ນັ້ນ​ໄດ້​ທັນ ແລະ ເມືອງ​ນີ້​ກໍ​ເປັນ​ເມືອງ​ນ້ອຍ. ໃຫ້​ຂ້ານ້ອຍ​ໜີ​ໄປ​ທີ່​ເມືອງ​ນັ້ນ ແລະ ເມືອງ​ນີ້​ກໍ​ເປັນ​ເມືອງ​ນ້ອຍ​ຫລາຍ​ບໍ່​ແມ່ນ​ບໍ? ແລ້ວ​ຂ້ານ້ອຍ​ກໍ​ຈະ​ລອດ​ຊີວິດ”.
21ເທວະດາ​ນັ້ນ​ໄດ້​ເວົ້າ​ຕໍ່​ເພິ່ນ​ວ່າ, “ດີ​ຫລາຍ, ເຮົາ​ຈະ​ເຮັດ​ຕາມ​ຄຳ​ຂໍຮ້ອງ​ນີ້​ເໝືອນ​ກັນ, ເຮົາ​ຈະ​ບໍ່​ທຳລາຍ​ເມືອງ​ທີ່​ເຈົ້າ​ເວົ້າ​ເຖິງ. 22ແຕ່​ຈົ່ງ​ຟ້າວ​ໜີ​ໄປ​ທີ່​ນັ້ນ, ເພາະ​ເຮົາ​ເຮັດ​ຫຍັງ​ບໍ່​ໄດ້​ຈົນ​ກວ່າ​ເຈົ້າ​ຈະ​ໄປ​ເຖິງ​ເມືອງ​ນັ້ນ”. (ດ້ວຍເຫດນີ້​ເມືອງ​ນັ້ນ​ຈຶ່ງ​ມີ​ຊື່​ວ່າ​ໂຊອາ.#19:22 ມີ​ຄວາມໝາຍ​ວ່າ ນ້ອຍ)
23ພໍ​ໂລດ​ມາ​ເຖິງ​ໂຊອາ, ຕາເວັນ​ກໍ​ຂຶ້ນ​ເໜືອ​ແຜ່ນດິນ​ແລ້ວ. 24ຫລັງຈາກນັ້ນ ພຣະເຈົ້າ​ຢາເວ​ກໍ​ໄດ້​ໃຫ້​ມາດ​ທີ່​ກຳລັງ​ໄໝ້​ຢູ່​ຕົກລົງ​ມາ​ໃສ່​ເມືອງ​ໂຊໂດມ ແລະ ໂກໂມຣາ ມາດ​ນີ້​ມາ​ຈາກ​ພຣະເຈົ້າ​ຢາເວ​ແຫ່ງ​ຟ້າສະຫວັນ. 25ດັ່ງນັ້ນ ພຣະອົງ​ໄດ້​ທຳລາຍ​ເມືອງ​ເຫລົ່ານັ້ນ ແລະ ທົ່ງພຽງ​ທັງໝົດ, ເປັນ​ການ​ທຳລາຍ​ທຸກ​ຊີວິດ​ທີ່​ອາໄສ​ຢູ່​ໃນ​ເມືອງ​ເຫລົ່ານັ້ນ ແລະ ພືດພັນ​ທັງໝົດ​ໃນ​ດິນແດນ​ນັ້ນ​ດ້ວຍ. 26ແຕ່​ເມຍ​ຂອງ​ໂລດ​ໄດ້​ຫລຽວ​ກັບ​ໄປ​ເບິ່ງ ແລະ ນາງ​ຈຶ່ງ​ກາຍເປັນ​ເສົາ​ເກືອ.
27ແຕ່​ເຊົ້າໆ​ຂອງ​ວັນ​ຕໍ່ມາ ອັບຣາຮາມ​ລຸກ​ຂຶ້ນ ແລະ ກັບ​ໄປ​ຍັງ​ບ່ອນ​ທີ່​ເພິ່ນ​ເຄີຍ​ຢືນ​ຢູ່​ຕໍ່ໜ້າ​ພຣະເຈົ້າ​ຢາເວ. 28ເພິ່ນ​ຫລຽວ​ລົງ​ໄປ​ຍັງ​ເມືອງ​ໂຊໂດມ ແລະ ເມືອງ​ໂກໂມຣາ, ຫລຽວ​ໄປ​ທົ່ວ​ດິນແດນ​ໃນ​ທົ່ງພຽງ ແລະ ເພິ່ນ​ກໍ​ໄດ້​ເຫັນ​ຄວັນ​ໜາຕຶບ​ພຸ່ງຂຶ້ນ​ຈາກ​ດິນແດນ​ນັ້ນ, ເປັນ​ເໝືອນ​ຄວັນ​ທີ່​ອອກ​ຈາກ​ເຕົາຫລອມ.
29ດັ່ງນັ້ນ ເມື່ອ​ພຣະເຈົ້າ​ໄດ້​ທຳລາຍ​ເມືອງ​ຕ່າງໆ​ໃນ​ທົ່ງພຽງ​ນັ້ນ, ພຣະອົງ​ລະນຶກ​ເຖິງ​ອັບຣາຮາມ ແລະ ພຣະອົງ​ໄດ້​ນຳເອົາ​ໂລດ​ອອກ​ມາ​ຈາກ​ໄພພິບັດ​ທີ່​ໄດ້​ທຳລາຍ​ລ້າງ​ເມືອງ​ຕ່າງໆ​ທີ່​ໂລດ​ເຄີຍ​ອາໄສ​ຢູ່.
ໂລດ ແລະ ລູກສາວ​ທັງ​ສອງ
30ໂລດ ແລະ ລູກສາວ​ທັງ​ສອງ​ຂອງ​ເພິ່ນ​ໄດ້​ອອກ​ຈາກ​ເມືອງ​ໂຊອາ ແລະ ໄດ້​ໄປ​ຕັ້ງ​ຖິ່ນຖານ​ຢູ່​ຕາມ​ພູເຂົາ, ເພາະ​ເພິ່ນ​ຢ້ານ​ທີ່​ຈະ​ຢູ່​ໃນ​ໂຊອາ. ເພິ່ນ ແລະ ລູກສາວ​ທັງ​ສອງ​ຂອງ​ເພິ່ນ​ພາກັນ​ໄປ​ອາໄສ​ຢູ່​ໃນ​ຖ້ຳ. 31ມື້​ໜຶ່ງ​ລູກສາວ​ກົກ​ໄດ້​ເວົ້າ​ກັບ​ນ້ອງສາວ​ວ່າ, “ພໍ່​ຂອງ​ເຮົາ​ກໍ​ເຖົ້າແກ່​ແລ້ວ, ບໍ່​ມີ​ຜູ້ຊາຍ​ຄົນໃດ​ໃນ​ແຖບ​ນີ້​ທີ່​ຈະ​ໃຫ້​ລູກ​ແກ່​ພວກເຮົາ​ໄດ້ ຕາມ​ປະເພນີ​ທີ່​ທົ່ວ​ໂລກ​ເຂົາ​ປະຕິບັດ​ກັນ. 32ໃຫ້​ພວກເຮົາ​ພາກັນ​ເອົາ​ເຫລົ້າອະງຸ່ນ​ໃຫ້​ພໍ່​ດື່ມ​ແລ້ວ​ພວກເຮົາ​ກໍ​ນອນ​ກັບ​ເພິ່ນ​ເພື່ອ​ຮັກສາ​ເຊື້ອສາຍ​ຂອງ​ຄອບຄົວ​ຂອງ​ພວກເຮົາ​ໄວ້​ຜ່ານ​ທາງ​ພໍ່​ຂອງ​ພວກເຮົາ”.
33ຄືນ​ວັນ​ນັ້ນ​ພວກນາງ​ຈຶ່ງ​ເອົາ​ເຫລົ້າອະງຸ່ນ​ໃຫ້​ພໍ່​ຂອງ​ຕົນ​ດື່ມ, ແລ້ວ​ລູກສາວ​ກົກ​ກໍ​ເຂົ້າ​ໄປ​ນອນ​ນຳ​ພໍ່. ເພິ່ນ​ບໍ່​ຮູ້ສຶກ​ຕົວ​ເລີຍ​ວ່າ​ນາງ​ເຂົ້າ​ມາ​ນອນ​ນຳ ຫລື ນາງ​ລຸກ​ອອກ​ໄປ​ເມື່ອໃດ.
34ວັນ​ຕໍ່ມາ​ລູກສາວ​ກົກ​ກໍ​ເວົ້າ​ກັບ​ນ້ອງສາວ​ວ່າ, “ມື້​ຄືນ​ນີ້​ເອື້ອຍ​ນອນ​ກັບ​ພໍ່​ແລ້ວ. ຄືນ​ນີ້​ໃຫ້​ພວກເຮົາ​ພາກັນ​ເອົາ​ເຫລົ້າອະງຸ່ນ​ໃຫ້​ເພິ່ນ​ດື່ມ​ອີກ ແລ້ວ​ນ້ອງ​ຈົ່ງ​ເຂົ້າ​ໄປ ແລະ ນອນ​ກັບ​ພໍ່ ເພື່ອ​ຮັກສາ​ເຊື້ອສາຍ​ຂອງ​ຄອບຄົວ​ຂອງ​ພວກເຮົາ​ໄວ້​ຜ່ານ​ທາງ​ພໍ່​ຂອງ​ພວກເຮົາ”. 35ດັ່ງນັ້ນ ຄືນ​ນັ້ນ​ພວກນາງ​ກໍ​ເຮັດ​ໃຫ້​ພໍ່​ດື່ມ​ເຫລົ້າອະງຸ່ນ​ອີກ, ແລ້ວ​ລູກສາວ​ຜູ້​ນ້ອຍ​ກໍ​ເຂົ້າ​ໄປ​ໃນ ແລະ ນອນ​ກັບ​ເພິ່ນ. ຄັ້ງ​ນີ້​ກໍ​ເໝືອນກັນ​ເພິ່ນ​ກໍ​ບໍ່​ຮູ້ສຶກ​ຕົວ​ເລີຍ​ວ່າ​ນາງ​ເຂົ້າ​ມາ​ນອນ​ນຳ ຫລື ນາງ​ລຸກ​ອອກ​ໄປ​ເມື່ອໃດ.
36ດັ່ງນັ້ນ ລູກສາວ​ທັງ​ສອງ​ຂອງ​ໂລດ​ຈຶ່ງ​ຖືພາ​ກັບ​ພໍ່​ຂອງ​ພວກຕົນ. 37ລູກສາວ​ກົກ​ໄດ້​ລູກຊາຍ ແລະ ນາງ​ຕັ້ງ​ຊື່​ລູກ​ນັ້ນ​ວ່າ​ໂມອາບ;#19:37 ຄຳ​ວ່າ ໂມອາບ ມີ​ສຽງ​ຄ້າຍ​ຄຳ​ພາສາ​ເຮັບເຣີ​ທີ່​ມີ​ຄວາມໝາຍ​ວ່າ ມາ​ຈາກ​ພໍ່ ລາວ​ເປັນ​ບັນພະບຸລຸດ​ຂອງ​ຊາວ​ໂມອາບ​ໃນ​ປັດຈຸບັນ​ນີ້. 38ສ່ວນ​ລູກສາວ​ຜູ້​ນ້ອຍ​ໄດ້​ລູກຊາຍ​ຄົນ​ໜຶ່ງ​ເໝືອນກັນ ນາງ​ຕັ້ງຊື່​ລູກຊາຍ​ນັ້ນ​ວ່າ​ເບນອຳມີ#19:38 ມີ​ຄວາມໝາຍ​ວ່າ ລູກຊາຍ​ແຫ່ງ​ປະຊາຊົນ​ຂອງ​ພໍ່​ເຮົາ ລາວ​ເປັນ​ບັນພະບຸລຸດ​ຂອງ​ຊາວອຳໂມນ#19:38 ພາສາ​ເຮັບເຣີ​ວ່າ ເບເນອຳໂມນ​ໃນ​ປັດຈຸບັນ​ນີ້.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in

Videos for ປະຖົມມະການ 19