YouVersion Logo
Search Icon

ປະຖົມມະການ 18

18
ຜູ້ຢ້ຽມຢາມ​ທັງ​ສາມ
1ພຣະເຈົ້າ​ຢາເວ​ໄດ້​ປາກົດ​ແກ່​ອັບຣາຮາມ​ໃກ້​ຕົ້ນໄມ້​ໃຫຍ່​ທີ່​ມຳເຣ​ໃນ​ຂະນະ​ທີ່​ເພິ່ນ​ນັ່ງ​ຢູ່​ທີ່​ປະຕູ​ທາງເຂົ້າ​ເຕັນ​ຂອງ​ເພິ່ນ​ໃນ​ຊ່ວງ​ກາງເວັນ​ທີ່​ມີ​ແດດ​ຮ້ອນ​ແຮງ. 2ອັບຣາຮາມ​ເງີຍ​ໜ້າ​ຂຶ້ນ ແລະ ໄດ້​ເຫັນ​ຊາຍ​ສາມ​ຄົນ​ຢືນ​ຢູ່​ໃກ້ໆ. ເມື່ອ​ເພິ່ນ​ໄດ້​ເຫັນ​ຊາຍ​ທັງ​ສາມ​ແລ້ວ, ເພິ່ນ​ກໍ​ຟ້າວ​ລຸກ​ອອກ​ໄປ​ຈາກ​ທາງເຂົ້າ​ເຕັນ​ຂອງ​ເພິ່ນ​ເພື່ອ​ໄປ​ພົບ​ກັບ​ພວກເພິ່ນ ແລະ ກົ້ມລົງ​ທີ່​ພື້ນ.
3ເພິ່ນ​ໄດ້​ກ່າວ​ວ່າ, “ເຈົ້ານາຍ​ຂອງ​ຂ້ານ້ອຍ​ເອີຍ,#18:3 ຫລື ຂ້າ​ແດ່​ອົງພຣະຜູ້ເປັນເຈົ້າ ຖ້າ​ພວກທ່ານ​ຈະ​ກະລຸນາ​ຂ້ານ້ອຍ, ຂໍ​ຢ່າ​ຜ່ານ​ຜູ້ຮັບໃຊ້​ຂອງ​ພວກທ່ານ​ໄປ. 4ຂໍ​ໃຫ້​ຂ້ານ້ອຍ​ໄດ້​ເອົາ​ນ້ຳ​ມາ​ໜ້ອຍໜຶ່ງ​ເພື່ອ​ພວກທ່ານ​ຈະ​ໄດ້​ລ້າງ​ຕີນ ແລະ ພັກຜ່ອນ​ຢູ່​ກ້ອງ​ຕົ້ນໄມ້​ນີ້. 5ຂໍ​ໃຫ້​ຂ້ານ້ອຍ​ໄດ້​ຊອກຫາ​ບາງຢ່າງ​ມາ​ໃຫ້​ພວກທ່ານ​ຮັບປະທານ, ເພື່ອ​ວ່າ​ພວກທ່ານ​ຈະ​ໄດ້​ສົດຊື່ນ​ຂຶ້ນ ແລ້ວ​ພວກທ່ານ​ຈຶ່ງ​ອອກ​ເດີນທາງ​ຕໍ່ໄປ ໃນ​ເມື່ອ​ພວກທ່ານ​ໄດ້​ມາ​ຫາ​ຜູ້ຮັບໃຊ້​ຂອງ​ພວກທ່ານ​ແລ້ວ”.
ພວກເພິ່ນ​ຕອບ​ວ່າ, “ດີ​ຫລາຍ, ຈົ່ງ​ໄປ​ເຮັດ​ຕາມ​ທີ່​ທ່ານ​ເວົ້າ​ນັ້ນ”.
6ດັ່ງນັ້ນ ອັບຣາຮາມ​ຈຶ່ງ​ຟ້າວ​ກັບ​ເຂົ້າ​ໄປ​ຫາ​ຊາຣາ​ຢູ່​ໃນ​ເຕັນ. ເພິ່ນ​ກ່າວ​ວ່າ, “ໄວໆ, ເອົາ​ແປ້ງ​ລະອຽດ 3 ຖັງ#18:6 ນັ້ນ​ແມ່ນ ອາດ​ປະມານ 36 ພາວ ຫລື ປະມານ 16 ກິໂລກຣາມ ແລ້ວ​ນວດ​ແປ້ງ​ນັ້ນ ແລະ ເຮັດ​ເຂົ້າຈີ່​ຈຳນວນ​ໜຶ່ງ”.
7ຫລັງຈາກ​ນັ້ນ ເພິ່ນ​ກໍ​ແລ່ນ​ໄປ​ທີ່​ຝູງສັດ ແລະ ຄັດເລືອກ​ເອົາ​ລູກ​ງົວ​ທີ່​ມີ​ຊີ້ນ​ອ່ອນ​ນຸ້ມ​ດີ​ມາ​ໂຕ​ໜຶ່ງ ແລະ ມອບ​ໃຫ້​ຄົນຮັບໃຊ້​ຟ້າວ​ໄປ​ປຸງ​ເປັນ​ອາຫານ. 8ແລ້ວ​ເພິ່ນ​ກໍ​ຍົກ​ນົມ​ກັບ​ເນີຍ ແລະ ຊີ້ນ​ງົວ​ທີ່​ປຸງແຕ່ງ​ແລ້ວ​ມາ​ຕັ້ງ​ຢູ່​ຕໍ່ໜ້າ​ພວກເພິ່ນ. ໃນ​ຂະນະ​ທີ່​ພວກເພິ່ນ​ຮັບປະທານ​ອາຫານ​ຢູ່​ນັ້ນ, ອັບຣາຮາມ​ກໍ​ຢືນ​ຢູ່​ໃກ້​ພວກເພິ່ນ​ຢູ່​ກ້ອງ​ຕົ້ນໄມ້​ນັ້ນ.
9ພວກເພິ່ນ​ຖາມ​ເພິ່ນ​ວ່າ, “ຊາຣາ​ເມຍ​ຂອງ​ເຈົ້າ​ຢູ່​ໃສ?”
ເພິ່ນ​ຕອບ​ວ່າ, “ຢູ່​ທີ່​ນັ້ນ, ຢູ່​ໃນ​ເຕັນ”.
10ແລ້ວ​ໜຶ່ງ​ໃນ​ພວກເພິ່ນ​ໄດ້​ກ່າວ​ວ່າ, “ເຮົາ​ຈະ​ກັບ​ມາ​ຫາ​ເຈົ້າ​ອີກ​ແນ່ນອນ​ໃນ​ປີ​ໜ້າ​ປະມານ​ເວລາ​ດຽວ​ກັນ​ນີ້ ແລະ ຊາຣາ​ເມຍ​ຂອງ​ເຈົ້າ​ຈະ​ເກີດ​ລູກຊາຍ​ຄົນ​ໜຶ່ງ”.
ສ່ວນ​ນາງ​ຊາຣາ​ກໍ​ກຳລັງ​ຟັງ​ຢູ່​ທີ່​ທາງເຂົ້າ​ເຕັນ ເຊິ່ງ​ຢູ່​ຂ້າງ​ຫລັງ​ເພິ່ນ. 11ອັບຣາຮາມ​ກັບ​ນາງ​ຊາຣາ​ກໍ​ເຖົ້າແກ່​ຫລາຍ​ແລ້ວ ແລະ ນາງ​ຊາຣາ​ກໍ​ກາຍ​ອາຍຸ​ທີ່​ຈະ​ເກີດລູກ​ໄດ້​ແລ້ວ. 12ດັ່ງນັ້ນ ນາງ​ຊາຣາ​ຈຶ່ງ​ຫົວຂວັນ​ຕົນ​ເອງ​ຂະນະ​ທີ່​ຄິດ​ຢູ່​ໃນ​ໃຈ​ວ່າ, “ຂ້ອຍ​ກໍ​ໝົດ​ແຮງ​ແລ້ວ ແລະ ນາຍ#18:12 ຫລື ຜົວ​ຂອງ​ຂ້ອຍ​ກໍ​ເຖົ້າແກ່​ແລ້ວ, ບັດນີ້ ຂ້ອຍ​ຈະ​ຍັງ​ມີ​ຄວາມຍິນດີ​ໃນ​ເລື່ອງ​ນີ້​ຢູ່​ບໍ?”
13ແລ້ວ​ພຣະເຈົ້າ​ຢາເວ​ໄດ້​ກ່າວ​ແກ່​ອັບຣາຮາມ​ວ່າ, “ເປັນ​ຫຍັງ​ນາງ​ຊາຣາ​ຈຶ່ງ​ຫົວຂວັນ ແລະ ເວົ້າ​ວ່າ, ‘ຂ້ອຍ​ຈະ​ມີ​ລູກ​ໄດ້​ແທ້​ບໍ, ເຊິ່ງ​ເວລາ​ນີ້​ຂ້ອຍ​ກໍ​ເຖົ້າແກ່​ແລ້ວ?’ 14ມີ​ສິ່ງໃດ​ແດ່​ຍາກ​ເກີນໄປ​ສຳລັບ​ພຣະເຈົ້າ​ຢາເວ​ບໍ? ເຮົາ​ຈະ​ກັບ​ມາ​ຫາ​ເຈົ້າ​ຕາມ​ເວລາ​ທີ່​ໄດ້​ກຳນົດ​ໄວ້​ໃນ​ປີ​ໜ້າ ແລະ ນາງ​ຊາຣາ​ຈະ​ເກີດ​ລູກຊາຍ”.
15ນາງ​ຊາຣາ​ຢ້ານ, ດັ່ງນັ້ນ ນາງ​ຈຶ່ງ​ຕົວະ ແລະ ເວົ້າ​ວ່າ, “ຂ້ານ້ອຍ​ບໍ່​ໄດ້​ຫົວຂວັນ”.
ແຕ່​ພຣະອົງ​ກ່າວ​ວ່າ, “ແມ່ນ​ແລ້ວ, ເຈົ້າ​ໄດ້​ຫົວຂວັນ”.
ອັບຣາຮາມ​ອ້ອນວອນ​ເພື່ອ​ເມືອງ​ໂຊໂດມ
16ເມື່ອ​ຊາຍ​ສາມ​ຄົນ​ນັ້ນ​ລຸກຂຶ້ນ​ເພື່ອ​ຈະ​ຈາກ​ໄປ, ພວກເພິ່ນ​ໄດ້​ຫລຽວ​ລົງ​ເບິ່ງ​ເມືອງ​ໂຊໂດມ ແລະ ອັບຣາຮາມ​ກໍ​ໄດ້​ຍ່າງ​ຕາມ​ໄປ​ສົ່ງ​ພວກເພິ່ນ. 17ແລ້ວ​ພຣະເຈົ້າ​ຢາເວ​ໄດ້​ກ່າວ​ວ່າ, “ເຮົາ​ຄວນ​ຈະ​ປິດບັງ​ອັບຣາຮາມ​ໃນ​ສິ່ງ​ທີ່​ເຮົາ​ກຳລັງ​ຈະ​ເຮັດ​ບໍ? 18ອັບຣາຮາມ​ຈະ​ກາຍເປັນ​ຊົນຊາດ​ທີ່​ຍິ່ງໃຫຍ່ ແລະ ເຕັມ​ດ້ວຍ​ອຳນາດ​ຢ່າງ​ແນ່ນອນ ແລະ ທຸກ​ຊົນຊາດ​ທົ່ວໂລກ​ຈະ​ໄດ້​ຮັບ​ພອນ​ຜ່ານ​ທາງ​ລາວ#18:18 ຫລື ຈະ​ນຳໃຊ້​ຊື່​ຂອງ​ເພິ່ນ​ໃນ​ການ​ອວຍພອນ (ເບິ່ງ 48:20). 19ເພາະວ່າ​ເຮົາ​ໄດ້​ເລືອກ​ລາວ ເພື່ອ​ລາວ​ຈະ​ສັ່ງສອນ​ລູກຫລານ ແລະ ຄົວເຮືອນ​ຂອງ​ລາວ​ທີ່​ຈະ​ມີ​ມາ​ພາຍຫລັງ​ໃຫ້​ຮັກສາ​ວິຖີ​ທາງ​ຂອງ​ພຣະເຈົ້າ​ຢາເວ​ດ້ວຍ​ການ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ແລະ ຍຸຕິທຳ, ເພື່ອ​ວ່າ​ພຣະເຈົ້າ​ຢາເວ​ຈະ​ນຳ​ເອົາ​ສິ່ງ​ທີ່​ພຣະອົງ​ສັນຍາ​ໄວ້​ກັບ​ອັບຣາຮາມ​ມາ​ໃຫ້​ແກ່​ລາວ”.
20ແລ້ວ​ພຣະເຈົ້າ​ຢາເວ​ໄດ້​ກ່າວ​ວ່າ, “ສຽງ​ຮ້ອງ​ຟ້ອງ​ເມືອງ​ໂຊໂດມ ແລະ ເມືອງ​ໂກໂມຣາ​ກໍ​ດັງ​ສະໜັ່ນ ແລະ ຄວາມບາບ​ຂອງ​ພວກເຂົາ​ກໍ​ຮ້າຍແຮງ​ຂຶ້ນ 21ຈົນ​ເຮົາ​ຈະ​ຕ້ອງ​ລົງໄປ ແລະ ເບິ່ງ​ສິ່ງ​ທີ່​ພວກເຂົາ​ເຮັດ​ນັ້ນ​ຊົ່ວຮ້າຍ​ເໝືອນ​ກັບ​ສຽງ​ຮ້ອງຟ້ອງ​ທີ່​ຂຶ້ນ​ມາ​ເຖິງ​ເຮົາ​ບໍ່. ຖ້າ​ບໍ່​ຈິງ ເຮົາ​ກໍ​ຈະ​ໄດ້​ຮູ້ຈັກ”.
22ຊາຍ​ເຫລົ່ານັ້ນ​ຈຶ່ງ​ຫັນ​ໜ້າ​ໜີ ແລະ ຍ່າງ​ໄປ​ຍັງ​ເມືອງ​ໂຊໂດມ, ແຕ່​ອັບຣາຮາມ​ຍັງ​ຢືນ​ຢູ່​ຕໍ່ໜ້າ​ພຣະເຈົ້າ​ຢາເວ.#18:22 ສຳເນົາ​ຕົ້ນ​ສະບັບ​ພາສາ​ເຮັບເຣີ​ບູຮານ​ວ່າ ແຕ່​ອົງພຣະຜູ້ເປັນເຈົ້າ​ຍັງ​ຄົງ​ຢືນ​ຢູ່​ຕໍ່ໜ້າ​ອັບຣາຮາມ 23ແລ້ວ​ອັບຣາຮາມ​ກໍ​ຫຍັບ​ເຂົ້າ​ໄປ​ຫາ​ພຣະອົງ ແລະ ເວົ້າ​ວ່າ, “ພຣະອົງ​ຈະ​ກວາດລ້າງ​ຄົນຊອບທຳ​ໄປ​ພ້ອມ​ກັບ​ຄົນຊົ່ວ​ບໍ? 24ພຣະອົງ​ຈະ​ເຮັດ​ຢ່າງໃດ​ຖ້າ​ຫາກ​ວ່າ​ມີ​ຄົນຊອບທຳ​ຫ້າສິບ​ຄົນ​ໃນ​ເມືອງ​ນັ້ນ? ພຣະອົງ​ຈະ​ກວາດລ້າງ​ເມືອງ​ນັ້ນ​ແທ້​ບໍ ແລະ ບໍ່​ລະເວັ້ນ#18:24 ຫລື ຍົກໂທດ ເຊັ່ນ​ດຽວ​ກັບ​ຂໍ້ 26​ສະຖານທີ່​ນັ້ນ​ເພື່ອ​ເຫັນ​ແກ່​ຄົນຊອບທຳ​ຫ້າສິບ​ຄົນ​ທີ່​ຢູ່​ໃນ​ເມືອງ​ນັ້ນ​ບໍ? 25ພຣະອົງ​ຈະ​ບໍ່​ເຮັດ​ຢ່າງ​ນັ້ນ​ແທ້ ພຣະອົງ​ຈະ​ບໍ່​ປະຫານ​ຄົນຊອບທຳ​ໄປ​ພ້ອມ​ກັບ​ຄົນຊົ່ວ, ຫລື ປະຕິບັດ​ຕໍ່​ຄົນຊອບທຳ​ເຊັ່ນດຽວ​ກັນ​ກັບ​ຄົນຊົ່ວ​ເລີຍ. ພຣະອົງ​ຈະ​ບໍ່​ເຮັດ​ຢ່າງນັ້ນ​ແທ້! ຜູ້ພິພາກສາ​ແຫ່ງ​ໂລກ​ທັງປວງ​ຈະ​ບໍ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ບໍ?”
26ພຣະເຈົ້າ​ຢາເວ​ໄດ້​ກ່າວ​ວ່າ, “ຖ້າ​ເຮົາ​ພົບ​ຄົນຊອບທຳ​ຫ້າສິບ​ຄົນ​ໃນ​ເມືອງ​ໂຊໂດມ, ເຮົາ​ຈະ​ລະເວັ້ນ​ສະຖານທີ່​ທັງໝົດ​ໄວ້​ເພາະ​ເຫັນ​ແກ່​ພວກເຂົາ”.
27ແລ້ວ​ອັບຣາຮາມ​ໄດ້​ເວົ້າ​ຂຶ້ນ​ອີກ​ວ່າ: “ບັດນີ້​ຂ້ານ້ອຍ​ກ້າ​ທີ່​ຈະ​ເວົ້າ​ຕໍ່​ອົງພຣະຜູ້ເປັນເຈົ້າ, ເຖິງ​ວ່າ​ຂ້ານ້ອຍ​ບໍ່​ມີ​ຄ່າ​ຫຍັງ​ແຕ່​ເປັນ​ພຽງ​ຂີ້ຝຸ່ນດິນ ແລະ ຂີ້ເຖົ່າ, 28ຖ້າ​ຈຳນວນ​ຄົນຊອບທຳ​ມີ​ຫ້າ​ຄົນ​ໜ້ອຍ​ກວ່າ​ຫ້າສິບ​ຄົນ​ເດ? ພຣະອົງ​ຈະ​ຍັງ​ທຳລາຍ​ເມືອງ​ທັງໝົດ​ເພາະ​ຂາດ​ຫ້າ​ຄົນ​ນັ້ນ​ບໍ?”
ພຣະອົງ​ກ່າວ​ວ່າ, “ຖ້າ​ເຮົາ​ພົບ​ສີ່ສິບຫ້າ​ຄົນ​ຢູ່​ທີ່​ນັ້ນ, ເຮົາ​ຈະ​ບໍ່​ທຳລາຍ​ເມືອງ​ນັ້ນ”.
29ອັບຣາຮາມ​ຈຶ່ງ​ກ່າວ​ຕໍ່​ພຣະອົງ​ອີກ​ວ່າ, “ຖ້າ​ພົບ​ພຽງ​ແຕ່​ສີ່ສິບ​ຄົນ​ເດ?”
ພຣະອົງ​ກ່າວ​ວ່າ, “ເພື່ອ​ເຫັນ​ແກ່​ສີ່ສິບ​ຄົນ​ນັ້ນ, ເຮົາ​ກໍ​ຈະ​ບໍ່​ທຳລາຍ​ເມືອງ​ນັ້ນ”.
30ແລ້ວ​ອັບຣາຮາມ​ຈຶ່ງ​ກ່າວ​ວ່າ, “ຂໍ​ອົງພຣະຜູ້ເປັນເຈົ້າ​ຢ່າ​ໄດ້​ໃຈຮ້າຍ​ເລີຍ, ແຕ່​ຂ້ານ້ອຍ​ຂໍ​ກ່າວ​ອີກ. ຖ້າ​ພົບ​ພຽງ​ສາມສິບ​ຄົນ​ຢູ່​ທີ່ນັ້ນ​ເດ?”
ພຣະອົງ​ຕອບ​ວ່າ, “ເຮົາ​ຈະ​ບໍ່​ທຳລາຍ ຖ້າ​ເຮົາ​ພົບ​ສາມສິບ​ຄົນ​ຢູ່​ທີ່ນັ້ນ”.
31ອັບຣາຮາມ​ໄດ້​ເວົ້າ​ວ່າ, “ບັດນີ້ ໃນ​ເມື່ອ​ຂ້ານ້ອຍ​ກ້າ​ທີ່​ຈະ​ກ່າວ​ຕໍ່​ອົງພຣະຜູ້ເປັນເຈົ້າ​ແລ້ວ, ຖ້າ​ພົບ​ພຽງ​ແຕ່​ຊາວ​ຄົນ​ຢູ່​ທີ່​ນັ້ນ​ເດ?”
ພຣະອົງ​ກ່າວ​ວ່າ, “ເພື່ອ​ເຫັນ​ແກ່​ຊາວ​ຄົນ, ເຮົາ​ກໍ​ຈະ​ບໍ່​ທຳລາຍ​ເມືອງ​ນັ້ນ”.
32ແລ້ວ​ອັບຣາຮາມ​ກ່າວ​ວ່າ, “ຂໍ​ອົງພຣະຜູ້ເປັນເຈົ້າ​ຢ່າ​ໃຈຮ້າຍ​ເລີຍ, ແຕ່​ຂ້ານ້ອຍ​ຂໍ​ກ່າວ​ອີກ​ພຽງ​ຄັ້ງ​ດຽວ. ຖ້າ​ພົບ​ພຽງ​ແຕ່​ສິບ​ຄົນ​ຢູ່​ທີ່ນັ້ນ​ເດ?”
ພຣະອົງ​ຕອບ​ວ່າ, “ເພື່ອ​ເຫັນ​ແກ່​ສິບ​ຄົນ, ເຮົາ​ກໍ​ຈະ​ບໍ່​ທຳລາຍ​ເມືອງ​ນັ້ນ”.
33ເມື່ອ​ພຣະເຈົ້າ​ຢາເວ​ກ່າວ​ກັບ​ອັບຣາຮາມ​ຈົບ​ແລ້ວ, ພຣະອົງ​ກໍ​ຈາກ​ໄປ ແລະ ອັບຣາຮາມ​ກໍ​ກັບ​ຄືນ​ມາ​ເຮືອນ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in

Videos for ປະຖົມມະການ 18