ປະຖົມມະການ 27
27
ອີຊາກອວຍພອນຢາໂຄບ
1ອີຊາກເຖົ້າແກ່ຫລາຍ ແລະສາຍຕາກໍມືດມົວລົງ. ເພິ່ນເອີ້ນເອຊາວລູກຊາຍກົກມາ ແລະເວົ້າວ່າ, “ລູກເອີຍ”
ລາວຕອບວ່າ, “ໂດຍ ລູກກຳລັງຟັງຢູ່.”
2ອີຊາກກ່າວວ່າ, “ລູກກໍເຫັນວ່າ ພໍ່ນີ້ເຖົ້າແກ່ຫລາຍແລ້ວ ອາດຈະຕາຍໃນໄວໆນີ້ກໍໄດ້. 3ບັດນີ້ ຈົ່ງເອົາໜ້າທະນູກັບລູກສອນ ແລະອອກໄປລ່າສັດໃນປ່າມາໃຫ້ພໍ່. 4ຈົ່ງເຮັດອາຫານແຊບໆທີ່ພໍ່ມັກກິນມາໃຫ້ພໍ່. ເມື່ອກິນອີ່ມແລ້ວ ພໍ່ຈະອວຍພອນເຈົ້າເປັນຄັ້ງສຸດທ້າຍກ່ອນພໍ່ຈະຕາຍ.”
5ເມື່ອອີຊາກເວົ້າກັບເອຊາວ ນາງເຣເບກາກໍຢູ່ທີ່ນັ້ນ. ສະນັ້ນ ພໍເອຊາວອອກຈາກເມືອງໄປລ່າສັດ 6ນາງຈຶ່ງເວົ້າກັບຢາໂຄບວ່າ, “ແມ່ຫາກໍໄດ້ຍິນພໍ່ຂອງເຈົ້າເວົ້າກັບເອຊາວວ່າ, 7‘ໄປລ່າສັດມາເຮັດອາຫານອັນແຊບໆໃຫ້ພໍ່. ເມື່ອກິນອີ່ມແລ້ວ ພໍ່ຈະອວຍພອນເຈົ້າຊ້ອງໜ້າພຣະເຈົ້າຢາເວກ່ອນພໍ່ຈະຕາຍ.’ 8ບັດນີ້ລູກເອີຍ ຈົ່ງຟັງໃຫ້ດີ ແລະເຮັດຕາມສິ່ງທີ່ແມ່ບອກ. 9ຈົ່ງໄປທີ່ຝູງສັດ ແລະເລືອກເອົາລູກແບ້ໂຕຕຸ້ຍພີດີງາມມາ ເພື່ອແມ່ຈະເຮັດອາຫານຢ່າງແຊບໆທີ່ພໍ່ເຈົ້າມັກ. 10ແລ້ວຈົ່ງເອົາອາຫານໄປໃຫ້ພໍ່ເຈົ້າກິນ ເພື່ອວ່າພໍ່ຈະອວຍພອນເຈົ້າກ່ອນເພິ່ນຈະຕາຍ.”
11ແຕ່ຢາໂຄບເວົ້າກັບແມ່ວ່າ, “ແມ່ກໍຮູ້ວ່າເອຊາວເປັນຄົນມີຂົນ ສ່ວນເຮົານັ້ນຕົນຕົວກ້ຽງ. 12ພໍ່ອາດລູບເບິ່ງເຮົາແລະເມື່ອຮູ້ວ່າເຮົາກຳລັງຫລອກລວງເພິ່ນ ແທນທີ່ເຮົາຈະໄດ້ຮັບພອນເລີຍຈະຖືກສາບແຊ່ງຊໍ້າ.”
13ແມ່ຕອບລາວວ່າ, “ລູກເອີຍ ຂໍໃຫ້ຄຳສາບແຊ່ງຕົກຖືກແມ່ເທາະ; ຈົ່ງເຮັດຕາມທີ່ແມ່ບອກເຖີດ ຈົ່ງໄປເອົາແບ້ມາ.” 14ດັ່ງນັ້ນ ລາວຈຶ່ງໄປເອົາແບ້ມາໃຫ້ແມ່ເຮັດອາຫານອັນແຊບໆ ທີ່ອີຊາກມັກ. 15ແລ້ວນາງເຣເບກາກໍເອົາເສື້ອໂຕດີທີ່ສຸດຂອງເອຊາວທີ່ມີໃນເຮືອນມາໃຫ້ຢາໂຄບໃສ່. 16ນາງເອົາໜັງແກະມາປົກແຂນ ແລະຄໍອັນກ້ຽງຂອງລາວ. 17ນາງເອົາອາຫານອັນຫອມຫວນ ແລະເຂົ້າຈີ່ທີ່ຕົນເຮັດນັ້ນໃຫ້ຢາໂຄບຖືໄປ.
18ແລ້ວຢາໂຄບກໍໄປຫາພໍ່ ແລະເວົ້າວ່າ, “ພໍ່ເອີຍ”
ຜູ້ເປັນພໍ່ຈຶ່ງຕອບວ່າ, “ແມ່ນຫຍັງລູກ ເຈົ້າເປັນລູກຄົນໃດຂອງພໍ່?”
19ຢາໂຄບຕອບວ່າ, “ລູກແມ່ນເອຊາວລູກຊາຍຄົນກົກຂອງພໍ່. ລູກເຮັດສິ່ງທີ່ພໍ່ໄດ້ບອກນັ້ນແລ້ວ. ຈົ່ງລຸກຂຶ້ນກິນອາຫານນີ້ເຖີດ ເພື່ອວ່າພໍ່ຈະອວຍພອນລູກ.”
20ອີຊາກຖາມວ່າ, “ລູກໄດ້ມາແຕ່ໃສໄວແທ້?”
ຢາໂຄບຕອບວ່າ, “ພຣະເຈົ້າຢາເວ ພຣະເຈົ້າຂອງພໍ່ຊ່ວຍຫາໃຫ້ລູກ.”
21ອີຊາກເວົ້າກັບຢາໂຄບວ່າ, “ຈົ່ງຫຍັບເຂົ້າມາໃກ້ໆພໍ່ພີ້ເພື່ອພໍ່ຈະລູບເບິ່ງວ່າ ເຈົ້າແມ່ນເອຊາວແທ້ຫລືບໍ່?” 22ຢາໂຄບຈຶ່ງຫຍັບເຂົ້າໃກ້ພໍ່ ເພິ່ນລູບຄຳລາວແລະເວົ້າວ່າ, “ສຽງປາກຂອງເຈົ້າຄືກັບສຽງປາກຂອງຢາໂຄບ ແຕ່ແຂນຂອງເຈົ້າຄືກັບແຂນຂອງເອຊາວ.” 23ເພິ່ນບໍ່ຮູ້ວ່າແມ່ນຢາໂຄບ ເພາະແຂນຂອງລາວມີຂົນຄືກັບແຂນຂອງເອຊາວ. ເພິ່ນເກືອບຈະເລີ່ມອວຍພອນລາວ, 24ແຕ່ເພິ່ນຍັງຖາມຊໍ້າອີກວ່າ, “ເຈົ້າແມ່ນເອຊາວແທ້ບໍ?”
ລາວຕອບວ່າ, “ແມ່ນແທ້.”
25ອີຊາກຈຶ່ງກ່າວວ່າ, “ຈົ່ງເອົາອາຫານມາໃຫ້ພໍ່ກິນ ເມື່ອກິນແລ້ວພໍ່ຈະອວຍພອນເຈົ້າ.” ຢາໂຄບຈຶ່ງເອົາອາຫານມາໃຫ້ພໍ່ຂອງຕົນກິນ ແລະເອົາເຫຼົ້າອະງຸ່ນໃຫ້ເພິ່ນດື່ມ. 26ແລ້ວເພິ່ນກໍເວົ້າວ່າ, “ລູກເອີຍ ຈົ່ງຫຍັບເຂົ້າມາໃກ້ໆແລະຈູບພໍ່ສາ.” 27ພໍລາວຫຍັບເຂົ້າໄປຈູບພໍ່ຂອງຕົນ ອີຊາກກໍໄດ້ກິ່ນເຄື່ອງນຸ່ງຂອງເອຊາວ. ດັ່ງນັ້ນ ເພິ່ນຈຶ່ງອວຍພອນລາວວ່າ,
“ກິ່ນຫອມລູກຊາຍຂອງຂ້ອຍນີ້
ຄືກິ່ນທີ່ມາຈາກທົ່ງນາ
ທີ່ພຣະເຈົ້າຢາເວສົ່ງພອນລົງມາໃຫ້.
28ຂໍໃຫ້ພຣະເຈົ້າປະທານຄວາມຊຸ່ມຊື່ນ
ຈາກສະຫວັນລົງມາແຜ່
ລ້ຽງທົ່ງນາແລະຕົ້ນເຂົ້າ
ທັງເຫຼົ້າອະງຸ່ນໃຫ້ມີຫລາຍ.
29ແລ້ວຫລາຍໆຊົນຊາດ
ຈະຄຳນັບຮັບຄຳບັນຊາ;
ພ້ອມພາກັນຕັ້ງໜ້າ
ມາຂາບລົງຮັບໃຊ້ເຈົ້າ.
ຈົ່ງປົກຄອງພວກເຂົາໃຫ້ໄດ້ດັ່ງປົກຄອງນ້ອງພີ່
ເຊັ່ນພີ່ນ້ອງແມ່ເຈົ້າ
ຈຸ້ມເຈື້ອເຫຼົ່າລູກຫລານ
ພວກເຂົາຈະພາກັນມາກົ້ມຂາບ
ກົ້ມຄານຢ້ານກົວຍິ່ງ
ຈິງໃຈຄຳນັບເຈົ້າສະເໝີດ້າມ
ເຈົ້າພະຍາແທ້ໃດ
ບັດນີ້ ພວກເຜົ່າໃດປ້ອຍດ່າເຈົ້າ
ພວກເຂົາຈະຖືກປ້ອຍດ່າກັບຄືນ
ພວກເຜົ່າໃດອວຍພອນເຈົ້າ
ພວກເຂົາກໍຈະໄດ້ຮັບພຣະພອນນັ້ນເໝືອນກັນ.”
ເອຊາວຮ້ອງຂໍພອນຈາກອີຊາກ
30ພໍຢາໂຄບໄດ້ຮັບພອນຈາກອີຊາກແລ້ວ ລາວກໍອຳລາຈາກໄປ. ຫລັງຈາກນັ້ນໜ້ອຍໜຶ່ງ ເອຊາວອ້າຍຂອງລາວກໍກັບມາແຕ່ລ່າສັດ. 31ລາວຄົວອາຫານອັນແຊບໆ ແລະຖືໄປໃຫ້ພໍ່. ລາວເວົ້າວ່າ, “ພໍ່ເອີຍ ຈົ່ງລຸກຂຶ້ນກິນອາຫານຂອງລູກເຖີດ ເພື່ອພໍ່ຈະອວຍພອນລູກ.”
32ອີຊາກຖາມວ່າ, “ເຈົ້າແມ່ນໃຜ?”
ລາວຕອບວ່າ, “ເຮົາແມ່ນເອຊາວລູກຊາຍກົກຂອງພໍ່.”
33ພໍໄດ້ຍິນດັ່ງນັ້ນ ອີຊາກຈຶ່ງຕົກໃຈທັງສັ່ນໝົດຕົວ ແລະຖາມວ່າ, “ຖ້າດັ່ງນັ້ນ ແມ່ນໃຜທີ່ຂ້າສັດ ແລະຈັດແຈ່ງອາຫານເອົາມາໃຫ້ພໍ່ກິນ? ພໍ່ໄດ້ກິນ ແລະອວຍພອນທຸກຢ່າງແກ່ລາວແລ້ວ ກ່ອນເຈົ້າມາຮອດ ແລະພອນນັ້ນກໍຈະເປັນຂອງລາວຕະຫລອດໄປ.”
34ເມື່ອເອຊາວໄດ້ຍິນຢ່າງນັ້ນ ລາວຈຶ່ງຮ້ອງໄຫ້ຂຶ້ນຢ່າງຂົມຂື່ນ ແລະເວົ້າວ່າ, “ພໍ່ເອີຍ ຈົ່ງອວຍພອນລູກເໝືອນກັນແດ່ທ້ອນ.”
35ອີຊາກຕອບວ່າ, “ນ້ອງຂອງເຈົ້າຫລອກລວງພໍ່. ລາວເອົາພອນທີ່ເຈົ້າຄວນຈະໄດ້ຮັບນັ້ນໄປແລ້ວ.”
36ເອຊາວເວົ້າວ່າ, “ນີ້ແມ່ນເທື່ອທີສອງທີ່ລາວໄດ້ໂກງລູກ ກໍບໍ່ແມ່ນຍ້ອນລາວຊື່ຢາໂຄບ ນັ້ນບໍ? ລາວໄດ້ເອົາສິດທິອ້າຍກົກຂອງລູກໄປ ແລະບັດນີ້ລາວຊໍ້າເອົາພອນຂອງລູກໄປອີກ. ພໍ່ບໍ່ມີພອນຈັກຢ່າງເຫຼືອໄວ້ໃຫ້ລູກອີກແດ່ບໍ?”
37ອີຊາກຕອບວ່າ, “ພໍ່ໄດ້ອວຍພອນລາວເປັນນາຍຂອງເຈົ້າ ແລະໃຫ້ພວກຍາດຕິພີ່ນ້ອງເປັນຄົນຮັບໃຊ້ລາວ. ພໍ່ໄດ້ອວຍພອນລາວໃຫ້ມີເຂົ້າ ແລະມີເຫຼົ້າອະງຸ່ນຢ່າງອຸດົມສົມບູນ. ບັດນີ້ ພໍ່ບໍ່ມີຫຍັງເຫຼືອ ພໍທີ່ຈະອວຍພອນເຈົ້າໄດ້ດອກລູກເອີຍ.”
38ເອຊາວສືບຕໍ່ວອນຂໍພໍ່ຂອງຕົນວ່າ, “ພໍ່ເອີຍ ພອນຂອງພໍ່ມີເທົ່ານີ້ບໍ? ຂໍອວຍພອນລູກແດ່ທ້ອນ.” ລາວເວົ້າພ້ອມທັງຮ້ອງໄຫ້.
39ແລ້ວອີຊາກກໍເວົ້າວ່າ,
“ເຈົ້າຈະພາກຈາກຖິ່ນ
ທີ່ສົມບູນແລະຮັ່ງມີ;
ເຈົ້າຈະຂາດຄວາມຊຸ່ມເຢັນ
ທີ່ສະຫວັນໂຜດໃຫ້.
40ຊີວິດຂອງເຈົ້ານັ້ນຈະໃຊ້ດາບ
ຮັບໃຊ້ນ້ອງຊາຍຕົນ;
ແຕ່ໃນທີ່ສຸດເຈົ້າຈະປົດປ່ອຍຕົນເອງ
ເປັນອິດສະຫລະຈາກເຂົາໄດ້.”
41ເອຊາວກຽດຊັງຢາໂຄບ ຍ້ອນວ່າພໍ່ໄດ້ອວຍພອນລາວ. ລາວຄິດວ່າ, “ມື້ໄວ້ທຸກໃຫ້ພໍ່ກໍໃກ້ເຂົ້າມາແລ້ວ; ເມື່ອມື້ນັ້ນສິ້ນສຸດລົງຍາມໃດ ເຮົາກໍຈະຂ້າຢາໂຄບເສຍຍາມນັ້ນ.”
42ແຕ່ນາງເຣເບກາຮູ້ແຜນການຂອງເອຊາວກ່ອນ ຈຶ່ງໃຊ້ຄົນໄປເອີ້ນຢາໂຄບມາ ແລະບອກວ່າ, “ລູກຈົ່ງຟັງໃຫ້ດີ ເອຊາວອ້າຍຂອງເຈົ້າກຳລັງວາງແຜນຈະຂ້າເຈົ້າເພື່ອແກ້ແຄ້ນ. 43ສະນັ້ນ ຈົ່ງເຮັດຕາມສິ່ງທີ່ແມ່ບອກເຈົ້າເດີ ລູກເອີຍ. 44ຈົ່ງໜີໄປຢູ່ນຳລາບານລູງຂອງເຈົ້າ ທີ່ເມືອງຮາຣານຊົ່ວໄລຍະໜຶ່ງກ່ອນ ຈົນກວ່າອ້າຍຂອງເຈົ້າເຊົາຄຽດແຄ້ນ 45ແລະລືມສິ່ງທີ່ເຈົ້າໄດ້ເຮັດຕໍ່ລາວມານັ້ນ. ແລ້ວແມ່ກໍຈະໃຊ້ຄົນໄປເອົາເຈົ້າກັບຄືນມາ. ເປັນຫຍັງໜໍ ຂ້ອຍຈະຕ້ອງສູນເສຍລູກທັງສອງໃນມື້ດຽວ?”
ອີຊາກສົ່ງຢາໂຄບໄປຫາລາບານ
46ນາງເຣເບກາເວົ້າຕໍ່ອີຊາກວ່າ, “ຂ້ອຍເບື່ອໜ່າຍທີ່ເອຊາວເອົາເມຍຄົນຕ່າງຊາດ. ຖ້າຢາໂຄບເອົາສາວຊາວຮິດຕີມາເປັນເມຍອີກ ກໍໃຫ້ຂ້ອຍຕາຍເສຍດີກວ່າ.”
Currently Selected:
ປະຖົມມະການ 27: ພຄພ
Highlight
Share
Copy
Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.