YouVersion Logo
Search Icon

ມັດທາຍ 3

3
ໂຢຮັນ​ບັບຕິສະໂຕ​ຈັດຕຽມ​ຫົນທາງ
(ມຣກ 1:3-8; ລກ 3:2-17)
1ໃນ​ວັນ​ເຫລົ່ານັ້ນ ໂຢຮັນ​ບັບຕິສະໂຕ​ໄດ້​ມາ​ເທດສະໜາ​ໃນ​ຖິ່ນແຫ້ງແລ້ງກັນດານ​ທີ່​ແຂວງ​ຢູດາຍ 2ແລະ ກ່າວ​ວ່າ, “ຈົ່ງ​ຖິ້ມໃຈເກົ່າເອົາໃຈໃໝ່, ເພາະ​ອານາຈັກ​ສະຫວັນ​ມາ​ໃກ້​ແລ້ວ”. 3ໂຢຮັນ​ຜູ້​ນີ້​ທີ່​ຖືກ​ກ່າວ​ເຖິງ​ໂດຍ​ຜ່ານ​ຜູ້ທຳນວາຍ​ເອຊາຢາ​ວ່າ:
“ສຽງ​ຂອງ​ຜູ້​ໜຶ່ງ​ຮ້ອງ​ໃນ​ຖິ່ນແຫ້ງແລ້ງກັນດານ​ວ່າ,
‘ຈົ່ງ​ຈັດຕຽມ​ຫົນທາງ​ສຳລັບ​ອົງພຣະຜູ້ເປັນເຈົ້າ
ຈົ່ງ​ເຮັດ​ຫົນທາງ​ສຳລັບ​ພຣະອົງ​ໃຫ້​ຊື່​ໄປ’”.#3:3 ອຊຢ 40:3
4ເຄື່ອງນຸ່ງ​ຂອງ​ໂຢຮັນ​ແມ່ນ​ເຮັດ​ຈາກ​ຂົນ​ອູດ ແລະ ເພິ່ນ​ຮັດ​ແອວ​ຂອງ​ເພິ່ນ​ດ້ວຍ​ສາຍແອວ​ໜັງ, ອາຫານ​ຂອງ​ເພິ່ນ​ແມ່ນ​ຕັກແຕນ ແລະ ນ້ຳເຜິ້ງ​ປ່າ. 5ປະຊາຊົນ​ຈາກ​ນະຄອນ​ເຢຣູຊາເລັມ, ທົ່ວ​ແຂວງ​ຢູດາຍ ແລະ ທົ່ວ​ຂົງເຂດ​ແມ່ນ້ຳຈໍແດນ​ໄດ້​ພາກັນ​ອອກ​ໄປ​ຫາ​ເພິ່ນ. 6ເມື່ອ​ພວກເຂົາ​ສາລະພາບ​ບາບ​ທັງຫລາຍ​ຂອງ​ຕົນ​ແລ້ວ, ໂຢຮັນ​ກໍ​ໃຫ້​ພວກເຂົາ​ຮັບ​ບັບຕິສະມາ​ໃນ​ແມ່ນ້ຳຈໍແດນ.
7ແຕ່​ເມື່ອ​ໂຢຮັນ​ເຫັນ​ພວກ​ຟາຣີຊາຍ ແລະ ພວກ​ຊາດູກາຍ​ຫລາຍ​ຄົນ​ກຳລັງ​ມາ​ຍັງ​ບ່ອນ​ທີ່​ເພິ່ນ​ໃຫ້​ບັບຕິສະມາ​ຢູ່​ນັ້ນ, ເພິ່ນ​ກໍ​ກ່າວ​ແກ່​ພວກເຂົາ​ວ່າ: “ພວກ​ຊາດ​ງູ​ຮ້າຍ! ຜູ້ໃດ​ຕັກເຕືອນ​ພວກເຈົ້າ​ໃຫ້​ໜີ​ຈາກ​ຄວາມໂກດຮ້າຍ​ທີ່​ຈະ​ມາ​ເຖິງ​ນັ້ນ? 8ຈົ່ງ​ເກີດຜົນ​ໃຫ້​ສົມ​ກັບ​ການ​ຖິ້ມໃຈເກົ່າເອົາໃຈໃໝ່. 9ແລະ ຢ່າ​ຄິດ​ວ່າ, ‘ພວກເຮົາ​ມີ​ອັບຣາຮາມ​ເປັນ​ບັນພະບຸລຸດ​ຂອງ​ພວກເຮົາ’. ເພາະ​ເຮົາ​ບອກ​ພວກເຈົ້າ​ວ່າ​ພຣະເຈົ້າ​ສາມາດ​ເຮັດ​ໃຫ້​ລູກຫລານ​ຂອງ​ອັບຣາຮາມ​ເກີດ​ຈາກ​ກ້ອນຫີນ​ເຫລົ່ານີ້​ໄດ້. 10ຂວານ​ນັ້ນ​ກໍ​ກຽມພ້ອມ​ຢູ່​ເຫງົ້າໄມ້​ແລ້ວ ແລະ ຕົ້ນໄມ້​ທຸກ​ຕົ້ນ​ທີ່​ບໍ່​ເກີດຜົນ​ດີ​ກໍ​ຈະ​ຖືກ​ຕັດ​ລົງ ແລະ ໂຍນ​ຖິ້ມ​ໃສ່​ໄຟ.
11“ເຮົາ​ໃຫ້​ພວກເຈົ້າ​ບັບຕິສະມາ​ດ້ວຍ#3:11 ຫລື ໃນ​ນ້ຳ​ເພື່ອ​ການ​ຖິ້ມໃຈເກົ່າເອົາໃຈໃໝ່. ແຕ່​ຜູ້​ທີ່​ຈະ​ມາ​ພາຍຫລັງ​ເຮົາ​ກໍ​ມີ​ລິດອຳນາດ​ຍິ່ງໃຫຍ່​ກວ່າ​ເຮົາ​ອີກ, ເຊິ່ງ​ເຮົາ​ບໍ່​ສົມຄວນ​ແມ່ນແຕ່​ຈະ​ຈັບ​ເກີບ​ຂອງ​ເພິ່ນ. ເພິ່ນ​ຈະ​ໃຫ້​ພວກເຈົ້າ​ທັງຫລາຍ​ຮັບບັບຕິສະມາ​ດ້ວຍ#3:11 ຫລື ໃນ​ພຣະວິນຍານບໍລິສຸດເຈົ້າ ແລະ ດ້ວຍ​ໄຟ. 12ມື​ຂອງ​ພຣະອົງ​ຖື​ກະດົ້ງ​ຝັດເຂົ້າ ແລະ ພຣະອົງ​ຈະ​ເຮັດ​ລານເຂົ້າ​ຂອງ​ພຣະອົງ​ໃຫ້​ກ້ຽງດີ, ຈະ​ຮວບຮວມ​ເອົາ​ເຂົ້າຫວີດ​ຂອງ​ພຣະອົງ​ມາ​ໃສ່​ໄວ້​ໃນ​ເລົ້າ ແລະ ເຜົາ​ແກບ​ດ້ວຍ​ໄຟ​ທີ່​ບໍ່​ຮູ້​ມອດ”.
ພຣະເຢຊູເຈົ້າ​ຮັບ​ບັບຕິສະມາ
(ມຣກ 1:9-11; ລກ 3:21,22; ຢຮ 1:31-34)
13ແລ້ວ​ພຣະເຢຊູເຈົ້າ​ໄດ້​ມາ​ຈາກ​ແຂວງ​ຄາລີເລ​ມາ​ຍັງ​ແມ່ນ້ຳຈໍແດນ​ເພື່ອ​ຮັບ​ບັບຕິສະມາ​ຈາກ​ໂຢຮັນ. 14ແຕ່​ໂຢຮັນ​ພະຍາຍາມ​ຂັດຂວາງ​ພຣະອົງ​ໂດຍ​ກ່າວ​ວ່າ, “ຂ້ານ້ອຍ​ຄວນ​ຈະ​ຂໍ​ຮັບ​ບັບຕິສະມາ​ຈາກ​ພຣະອົງ ແລະ ເປັນ​ການ​ສົມຄວນ​ບໍ​ທີ່​ພຣະອົງ​ມາ​ຫາ​ຂ້ານ້ອຍ?”
15ພຣະເຢຊູເຈົ້າ​ໄດ້​ຕອບ​ວ່າ, “ເວລາ​ນີ້​ໃຫ້​ເປັນ​ໄປ​ຕາມ​ນັ້ນ​ສາ; ເພາະ​ສົມຄວນ​ແລ້ວ​ທີ່​ພວກເຮົາ​ຈະ​ເຮັດ​ຢ່າງ​ນີ້​ເພື່ອ​ໃຫ້​ຄວາມຊອບທຳ​ທຸກ​ປະການ​ສຳເລັດ​ຄົບຖ້ວນ”. ແລ້ວ​ໂຢຮັນ​ຈຶ່ງ​ຍອມ​ເຮັດຕາມ.
16ທັນທີ​ທີ່​ພຣະເຢຊູເຈົ້າ​ໄດ້​ຮັບ​ບັບຕິສະມາ​ແລ້ວ, ພຣະອົງ​ກໍ​ຂຶ້ນ​ຈາກ​ນ້ຳ. ໃນທັນໃດ​ນັ້ນ ສະຫວັນ​ກໍ​ເປີດອອກ ແລະ ພຣະອົງ​ໄດ້​ເຫັນ​ພຣະວິນຍານບໍລິສຸດເຈົ້າ​ຂອງ​ພຣະເຈົ້າ​ເໝືອນດັ່ງ​ນົກເຂົາ​ລົງ​ມາ​ຢູ່​ເທິງ​ພຣະອົງ. 17ແລະ ມີ​ສຽງ​ໜຶ່ງ​ດັງ​ມາ​ຈາກ​ສະຫວັນ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ບຸດ​ຂອງ​ເຮົາ, ຜູ້​ທີ່​ເຮົາ​ຮັກ; ເຮົາ​ພໍໃຈ​ເພິ່ນ​ຫລາຍ”.

Currently Selected:

ມັດທາຍ 3: LCV

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in