ລູກາ 2
2
ການເກີດຂອງພຣະເຢຊູເຈົ້າ
(ມທ 1:18-25)
1ໃນສະໃໝນັ້ນ, ກະສັດໄດ້ອອກຄຳສັງໃຫ້ປະຊາຊົນທັງໝົດທີ່ອາໃສຢູໃນອານາຈັກໂລມຈົດທະບຽນສຳມະໂນຄົວ. 2ນີ້ເປັນຄັ້ງທຳອິດທີ່ເຂົາເຈົ້າໄດ້ຈົດທະບຽນຊື່ຂອງປະຊາຊົນທັງໝົດໃນປຶ້ມມັນເກີດຂຶ້ນໃນຂະນະທີ່ກີຣີນີໂອເປັນເຈົ້າແຂວງຂອງຊີເຣຍ 3ດັ່ງນັ້ນ ປະຊາຊົນທຸກຄົນຈຶ່ງໄປຈົດທະບຽນສຳມະໂນຄົວ ຕາມບ້ານເກີດເມືອງນອນຂອງໃຜລາວ.
4ຝ່າຍໂຢເຊັບກໍອອກເດີນທາງຈາກເມືອງນາຊາເຣັດໃນແຂວງຄາລີເລ ເພື່ອໄປທີ່ເມືອງເບັດເລເຮັມແຂວງຢູດາຍເມືອງຂອງກະສັດດາວິດ, ເພາະວ່າເພິ່ນເປັນເຊື້ອສາຍຂອງກະສັດດາວິດ. 5ເພິ່ນໄດ້ໄປຈົດທະບຽນກັບນາງມາຣີ ຄູ່ໝັ້ນຂອງເພິ່ນ ສ່ວນນາງມາຣີນັ້ນກຳລັງຖືພາຢູ່. 6ແລະ ຂະນະທີ່ພວກເພິ່ນຢູ່ໃນເມືອງເບັດເລເຮັມນັ້ນ ກໍພໍດີຄົບກຳນົດທີ່ນາງມາຣີຈະເກີດລູກ. 7ນາງໄດ້ເກີດລູກຊາຍກົກ, ເອົາຜ້າອ້ອມພັນ ແລະວາງໄວ້ໃນຮາງຫຍ້າ ເພາະວ່າໃນໂຮງແຮມນັ້ນ ບໍ່ມີຫ້ອງຫວ່າງສຳລັບພວກເພິ່ນເລີຍສະນັ້ນລາວຈຶ່ງຈຳເປັນຕ້ອງໄປເກີດລູກຢູ່ຄອກສັດ.
ເຫຼົ່າທູດໄດ້ປະກາດຕໍ່ຄົນລ້ຽງແກະວ່າພຣະຜູ້ຊ່ວຍໃຫ້ລອດພົ້ນໄດ້ມາບັງເກີດ
8ໃນຂົງເຂດນີ້ ໄດ້ມີຄົນລ້ຽງແກະທີ່ຢູ່ຕາມທົ່ງ ນອນເຝົ້າຝູງແກະຂອງພວກເຂົາໃນເວລາກາງຄືນ. 9ໃນທັນໃດນັ້ນມີເທວະດາຕົນໜຶ່ງຂອງອົງພຣະຜູ້ເປັນເຈົ້າ ໄດ້ມາປະກົດແກ່ພວກເຂົາ ແລະພຣະຣັດສະໝີຂອງອົງພຣະຜູ້ເປັນເຈົ້າ ກໍຊ່ອງແຈ້ງອ້ອມຮອບພວກເຂົາ. ດັ່ງນັ້ນ ພວກເຂົາຈຶ່ງຕົກໃຈຢ້ານຫລາຍ. 10ແຕ່ເທວະດາໄດ້ກ່າວກັບເຂົາເຈົ້າວ່າ, “ຢ່າຢ້ານ. ຂ້ອຍມີຂ່າວດີສຳລັບເຈົ້າທີ່ຈະເຮັດໃຫ້ທຸກຄົນມີຄວາມສຸກຫຼາຍ. 11ໃນມື້ນີ້ພຣະຜູ້ຊ່ວຍໃຫ້ລອດພົ້ນອົງຄືພຣະຄຣິດຂອງທ່ານໄດ້ເກີດໃນບ້ານເກີດຂອງກະສັດດາວິດ. ລາວເປັນຜູ້ຊ່ອຍໃຫ້ລອດພົ້ນພຣະອົງເປັນພຣະຜູ້ເປັນເຈົ້າ 12ນີ້ແຫຼະ ຈະເປັນໝາຍສຳຄັນແກ່ພວກເຈົ້າ ຄືພວກເຈົ້າຈະໄດ້ພົບພຣະກຸມມານອົງໜຶ່ງ ພັນຜ້າອ້ອມນອນຢູ່ໃນຮາງຫຍ້າ.”
13ໃນທັນໃດນັ້ນ ກໍມີກອງທັບເທວະດາແຫ່ງສະຫວັນໝູ່ໃຫຍ່ ມາປະກົດກັບເທວະດາຕົນນັ້ນ ຮ່ວມກັນຮ້ອງສັນລະເສີນພຣະເຈົ້າວ່າ,
14“ພຣະຣັດສະໝີ ຈົ່ງມີແດ່ພຣະເຈົ້າ
ໃນສະຫວັນທີ່ສູງສຸດ
ແລະ ທີ່ແຜ່ນດິນໂລກຈົ່ງມີສັນຕິສຸກ
ແກ່ມະນຸດທັງປວງຜູ້ທີ່ພຣະອົງ
ຊົງພໍພຣະໄທນັ້ນ.”
15ເມື່ອຝູງເທວະດາເຫຼົ່ານັ້ນ ຈາກພວກເຂົາຂຶ້ນສູ່ສະຫວັນແລ້ວ ພວກຜູ້ລ້ຽງແກະໄດ້ເວົ້າກັນວ່າ, “ໃຫ້ພວກເຮົາພາກັນໄປເມືອງເບັດເລເຮັມເທາະ ໄປເບິ່ງເຫດການທີ່ໄດ້ເກີດຂຶ້ນ ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ບອກໃຫ້ພວກເຮົາຮູ້ນັ້ນ.”
16ພວກເຂົາຈຶ່ງຮີບໄປ ແລະພົບມາຣີກັບໂຢເຊັບ ແລະເຫັນພຣະກຸມມານນອນຢູ່ໃນຮາງຫຍ້າ. 17ຫຼັງຈາກພວກຜູ້ລ້ຽງແກະພົບພຣະກຸມມານແລ້ວ ພວກເຂົາກໍເລົ່າເລື່ອງຕາມທີ່ພວກເຂົາ ໄດ້ຍິນເຖິງພຣະກຸມມານນັ້ນ. 18ທຸກຄົນທີ່ໄດ້ຟັງພວກຜູ້ລ້ຽງແກະເລົ່າ ຕ່າງກໍປະຫລາດໃຈຕໍ່ສິ່ງທີ່ພວກຜູ້ລ້ຽງແກະໄດ້ເລົ່ານັ້ນ. 19ແຕ່ມາຣີກໍຈົດຈຳເລື່ອງເຫຼົ່ານີ້ທັງໝົດໄວ້ ແລະຄິດຮໍ່າເພີງຢູ່ໃນໃຈ. 20ແລ້ວພວກຜູ້ລ້ຽງແກະກໍກັບຄືນໄປ ຮ້ອງເພງສັນລະເສີນພຣະເຈົ້າ ໃນທຸກສິ່ງທີ່ຕົນໄດ້ຍິນແລະໄດ້ເຫັນ ເພາະເຫດການໄດ້ເປັນໄປຕາມທີ່ເທວະດາບອກໄວ້ນັ້ນທຸກປະການ.
ກຸມມານມີຊື່ວ່າເຢຊູ
21ຫຼັງໄດ້ແປດວັນແລ້ວ, ເມື່ອເຖິງກຳນົດຕ້ອງຮັບພິທີຕັດ ພວກເພິ່ນຈຶ່ງໃສ່ຊື່ກຸມມານນັ້ນວ່າ ເຢຊູ ຕາມທີ່ເທວະດາໄດ້ບອກໄວ້ ກ່ອນທີ່ນາງມາຣີບໍ່ທັນໄດ້ຕັ້ງທ້ອງເທື່ອນັ້ນ.
ການຖວາຍພຣະກຸມມານໃນພຣະວິຫານ
22ເມື່ອເວລາກຳນົດກໍມາເຖິງ ສຳລັບໂຢເຊັບແລະມາຣີ ທີ່ຈະເຮັດພິທີຊຳລະຕົວໃຫ້ສະອາດ ຕາມທີ່ກົດບັນຍັດຂອງໂມເຊໄດ້ກ່າວໄວ້. ພວກເພິ່ນຈຶ່ງໄດ້ນຳເອົາພຣະກຸມມານ ໄປທີ່ນະຄອນເຢຣູຊາເລັມ ເພື່ອຖວາຍແກ່ອົງພຣະຜູ້ເປັນເຈົ້າ, 23ຕາມທີ່ມີຂຽນໄວ້ໃນກົດບັນຍັດຂອງອົງພຣະຜູ້ເປັນເຈົ້າວ່າ, “ລູກຊາຍກົກທຸກຄົນຈະຕ້ອງນຳມາຖວາຍແກ່ອົງພຣະຜູ້ເປັນເຈົ້າ.” 24ໂຢເຊັບກັບມາຣີຍັງໄດ້ຖວາຍເຄື່ອງບູຊາ ຕາມທີ່ກົດບັນຍັດຂອງອົງພຣະຜູ້ເປັນເຈົ້າໄດ້ກ່າວໄວ້ເຊັ່ນກັນ ຄືນົກເຂົາຄູ່ໜຶ່ງ ຫລືນົກກາງແກໜຸ່ມສອງໂຕ.
25ຂະນະນັ້ນ ຢູ່ໃນນະຄອນເຢຣູຊາເລັມ ໄດ້ມີຊາຍຄົນໜື່ງຊື່ວ່າ ຊີເມໂອນ ເພິ່ນເປັນຄົນສິນທຳ ຢຳເກງພຣະເຈົ້າ ແລະໄດ້ຄອຍຖ້າຜູ້ທີ່ມາໂຜດຊ່ວຍຊາດອິດສະຣາເອນໃຫ້ພົ້ນ, ພຣະວິນຍານບໍຣິສຸດຊົງສະຖິດຢູ່ກັບເພິ່ນ 26ພຣະວິນຍານບໍຣິສຸດ ໄດ້ສຳແດງໃຫ້ເພິ່ນຮູ້ວ່າ ເພິ່ນຈະບໍ່ຕາຍກ່ອນໄດ້ເຫັນພຣະຄຣິດ ຜູ້ມາຈາກອົງພຣະຜູ້ເປັນເຈົ້າ. 27ພຣະວິນຍານບໍຣິສຸດເຈົ້າ ໄດ້ນຳພາຊີເມໂອນເຂົ້າໄປໃນພຣະວິຫານ, ເມື່ອພໍ່ແມ່ໄດ້ນຳເອົາພຣະກຸມມານເຢຊູເຂົ້າໄປໃນພຣະວິຫານ ເພື່ອປະຕິບັດຕາມກົດບັນຍັດໄດ້ກ່າວໄວ້ກ່ຽວກັບພຣະກຸມມານນັ້ນ 28ຊີເມໂອນກໍໄດ້ອູ້ມເອົາພຣະກຸມມານໄວ້ໃນອ້ອມແຂນຂອງຕົນ ແລະສັນລະເສີນພຣະເຈົ້າວ່າ,
29“ຂ້າແດ່ພຣະອົງເຈົ້າ
ບັດນີ້ພຣະອົງໄດ້ໃຫ້ຂ້ອຍໃຊ້
ຂອງພຣະອົງ
ໄປເປັນສຸກຕາມພຣະທຳຂອງພຣະອົງ
30ເພາະວ່າຕາຂອງຂ້ານ້ອຍໄດ້ເຫັນຄວາມພົ້ນ
ທີ່ມາຈາກພຣະອົງແລ້ວ
31ຊຶ່ງພຣະອົງໄດ້ຊົງຈັດຕຽມໄວ້
ຕໍ່ໜ້າປະຊາຊົນທັງໝົດ
32ແສງສະຫວ່າງສ່ອງແຈ້ງ
ເປີດເຜີຍພຣະປະສົງ
ແກ່ບັນດາປະຊາຊາດ ແລະນຳເອົາສະຫງ່າຣາສີມາສູ່
ອິດສະຣາເອນພົນລະເມືອງ
ຂອງພຣະເຈົ້າ.”
33ຝ່າຍພໍ່ແມ່ຂອງພຣະກຸມມານ ກໍປະຫລາດໃຈ ໃນສິ່ງທີ່ຊີເມໂອນໄດ້ກ່າວເຖິງພຣະກຸມມານນັ້ນ. 34ຊີເມໂອນໄດ້ອວຍພອນພວກເພິ່ນ ແລະກ່າວກັບມາຣີແມ່ຂອງພຣະກຸມມານນັ້ນວ່າ, “ພຣະເຈົ້າໄດ້ເລືອກເດັກຄົນນີ້ໄວ້ ເພື່ອເປັນເຫດໃຫ້ຫລາຍຄົນ ໃນຊາດອິດສະຣາເອນລົ້ມລົງ ແລະລຸກຂຶ້ນໃໝ່ ເປັນໝາຍສຳຄັນທີ່ຫລາຍຄົນຈະເວົ້າຕໍ່ຕ້ານ 35ສິ່ງນີ້ຈະເກີດຂຶ້ນເພື່ອວ່າຄວາມຄິດຂອງຄົນທັງຫລາຍຈະຖືເປີດເຜີຍ. ແລະຄວາມໂສກເສົ້າອັນໃຫຍ່ຫຼວງ,ຄືດາບ,ຈະຜ່ານຈິດວິນຍານຂອງເຈົ້າຄືກັນ.”
ຄຳທຳນວາຍຂອງອານາ
36ຍັງມີຜູ້ທຳນວາຍຍິງຄົນໜຶ່ງ ຊື່ອານາ ເປັນລູກສາວຂອງຟານູເອນ ໃນຕະກຸນອາເຊ ນາງເປັນຄົນແກ່ຊະຣາຫລາຍແລ້ວ ມີຜົວຕັ້ງແຕ່ເປັນສາວໜຸ່ມ ແລະຢູ່ນຳຜົວໄດ້ເຈັດປີ 37ແລ້ວກໍເປັນໝ້າຍຢູ່ລະຫວ່າງແປດສິບສີ່ປີ ນາງບໍ່ໜີຈາກບໍລິເວນພຣະວິຫານຈັກເທື່ອ, ແຕ່ໄດ້ຢູ່ປະຕິບັດພຣະເຈົ້າ, ຮັກສາສິນດ້ວຍການອົດອາຫານ ແລະພາວັນນາອະທິຖານ ທັງກາງເວັນແລະກາງຄືນ. 38ໃນເວລານັ້ນ ນາງກໍໄດ້ເຂົ້າມາໂມທະນາຂອບພຣະຄຸນພຣະເຈົ້າ ແລະເວົ້າເຖິງພຣະກຸມມານໃຫ້ແກ່ທຸກຄົນ ໃນນະຄອນເຢຣູຊາເລັມຟັງ ຊຶ່ງພວກເຂົາກຳລັງຄອຍຖ້າການໄຖ່ໃຫ້ພົ້ນນັ້ນ.
ການກັບຄືນສູ່ນາຊາເຣັດ
39ມື່ອ ໂຢເຊັບແລະມາຣີ ເຮັດທຸກສິ່ງສຳເລັດ ຕາມກົດບັນຍັດຂອງອົງພຣະຜູ້ເປັນເຈົ້າແລ້ວ ພວກເພິ່ນກໍກັບຄືນເມືອບ້ານເມືອງຂອງຕົນ ທີ່ນາຊາເຣັດໃນແຂວງຄາລີເລ. 40ຝ່າຍພຣະກຸມມານນັ້ນ ກໍໃຫຍ່ຂຶ້ນແລະແຂງແຮງດີ ເຕັມໄປດ້ວຍສະຕິປັນຍາ ແລະພຣະຄຸນຂອງພຣະເຈົ້າກໍຊົງສະຖິດຢູ່ນຳພຣະອົງ.
ພຣະກຸມມານເຢຊູໃນພຣະວິຫານ
41ທຸກປີໃດ ພໍ່ແມ່ຂອງພຣະກຸມມານເຢຊູ ເຄີຍຂຶ້ນໄປນະຄອນເຢຣູຊາເລັມ ເພື່ອສະຫລອງເທດສະການປັດສະຄາ. 42ເມື່ອພຣະກຸມມານເຢຊູອາຍຸໄດ້ສິບສອງປີ ພວກເພິ່ນກໍໄດ້ຂຶ້ນໄປສະຫລອງເທດສະການນີ້ ຕາມທຳນຽມທີ່ເຄີຍປະຕິບັດມາ. 43ເມື່ອເທດສະການສິ້ນສຸດລົງແລ້ວ ພໍ່ແມ່ກໍກັບຄືນເມືອເຮືອນ ສ່ວນພຣະກຸມມານເຢຊູນັ້ນ ຍັງຄ້າງຢູ່ໃນນະຄອນເຢຣູຊາເລັມ ຝ່າຍພໍ່ແມ່ກໍບໍ່ຮູ້ຈັກ. 44ເພິ່ນທັງສອງຄິດວ່າ ພຣະກຸມມານເຢຊູນັ້ນ ຢູ່ນຳກຸ່ມຄົນທີ່ເດີນທາງກັບດ້ວຍກັນ. ດັ່ງນັ້ນ ພວກເພິ່ນຈຶ່ງເດີນທາງຕໍ່ໄປໄດ້ໜຶ່ງວັນ ແລ້ວເລີ່ມຕົ້ນຊອກຫາໃນທ່າມກາງຍາດພີ່ນ້ອງແລະໝູ່ເພື່ອນ. 45ເມື່ອບໍ່ພົບ ພວກເພິ່ນຈຶ່ງກັບຄືນໄປຊອກຫາຢູ່ນະຄອນເຢຣູຊາເລັມ. 46ເມື່ອຊອກຫາໄດ້ສາມວັນແລ້ວ ພວກເພິ່ນກໍພົບພຣະກຸມມານນັ່ງຢູ່ໃນພຣະວິຫານ ທ່າມກາງກຸ່ມອາຈານຊາວຢິວ ກຳລັງຟັງແລະຊັກຖາມພວກອາຈານເຫຼົ່ານັ້ນຢູ່. 47ທຸກຄົນທີ່ໄດ້ຍິນພຣະອົງກ່າວ ຕ່າງກໍປະຫລາດໃຈໃນສະຕິປັນຍາ ແລະຄຳຕອບຂອງພຣະກຸມມານນັ້ນ. 48ຝ່າຍພໍ່ແມ່ກໍປະຫລາດໃຈເມື່ອໄດ້ເຫັນ ແລະແມ່ຈຶ່ງຖາມວ່າ, “ລູກເອີຍ, ເປັນຫັງເຈົ້າຈຶ່ງເຮັດເຊັ່ນນີ້ກັບພວກເຮົາ? ພໍ່ກັບແມ່ເລາະຊອກຫາເຈົ້າດ້ວຍຄວາມກັງວົນໃຈທີ່ສຸດ.”
49ພຣະກຸມມານຕອບວ່າ, “ເປັນຫັງຕ້ອງຊອກຫາເຮົາ? ພວກເຈົ້າບໍ່ຮູ້ບໍວ່າ ເຮົາຕ້ອງຢູ່ໃນທີ່ສະຖິດແຫ່ງພຣະບິດາເຈົ້າຂອງເຮົາ?” 50ແຕ່ພວກເພິ່ນບໍ່ເຂົ້າໃຈຄຳຕອບຂອງພຣະກຸມມານນັ້ນ.
51ແລ້ວພຣະກຸມມານເຢຊູ ຈຶ່ງລົງເມືອກັບພວກເພິ່ນສູ່ເມືອງນາຊາເຣັດ ແລະອ່ອນນ້ອມຍອມຟັງພວກເພິ່ນ ຝ່າຍແມ່ກໍເກັບກຳເລື່ອງທັງໝົດນີ້ໄວ້ໃນໃຈ. 52ພຣະເຢຊູເຈົ້າໄດ້ຈະເລີນເຕີບໃຫຍ່ຂຶ້ນ ໃນດ້ານສະຕິປັນຍາ ແລະໃນດ້ານຮ່າງກາຍ ເປັນທີ່ພໍພຣະໄທຕໍ່ພຣະເຈົ້າແລະຕໍ່ມະນຸດດ້ວຍ.
Dewis Presennol:
ລູກາ 2: BGL
Uwcholeuo
Rhanna
Copi

Eisiau i'th uchafbwyntiau gael eu cadw ar draws dy holl ddyfeisiau? Cofrestra neu mewngofnoda
Bor (Bo) (ບໍ່)Bible by Beyond Translation is licensed under Creative Commons Attribution-ShareAlike 4.0 License.

: