ລູກາ 3
3
ການປະກາດຂອງໂຢຮັນບັບຕິສະໂຕ
(ມທ 3:1-12; ມລກ 1:1-8; ຢຮ 1:19-28)
1ໃນຣາຊການປີທີສິບຫ້າຂອງກະສັດຕີເບຣີໂອ, ປົນອີໂອປີລາດໄດ້ເປັນຜູ້ປົກຄອງແຂວງຢູດາຍ, ເຮໂຣດໄດ້ເປັນຜູ້ປົກຄອງແຂວງຄາລີເລ ແລະ ຟີລິບນ້ອງຊາຍຂອງເຮໂຣດໄດ້ເປັນຜູ້ປົກຄອງເຂດແດນອີຕູຣາຍ ແລະ ທາໂຄນິດ, ລີຊາເນຍໄດ້ເປັນຜູ້ປົກຄອງແຂວງອາບີເລັນ 2ແລະ ອັນນາກັບກາຢະຟາໄດ້ເປັນມະຫາປະໂຣຫິດ ໃນຄາວນັ້ນ ໂຢຮັນລູກຊາຍຂອງເຊກາຣີຢາ ໄດ້ຮັບຖ້ອຍຄຳຂອງພຣະເຈົ້າ ໃນຖິ່ນແຫ້ງແລ້ງກັນດານ. 3ດັ່ງນັ້ນ ໂຢຮັນຈຶ່ງໄດ້ອອກໄປທົ່ວຂົງເຂດແມ່ນ້ຳຈໍແດນ ເທດສະໜາປ່າວປະກາດວ່າ, “ຈົ່ງຖິ້ມໃຈເກົ່າເອົາໃຈໃໝ່ ເຊົາເຮັດບາບແລະຮັບບັບຕິສະມາ ແລ້ວພຣະເຈົ້າກໍຈະອະໄພບາບກຳຂອງເຈົ້າ.” 4ດັ່ງທີ່ມີຄຳຂຽນໄວ້ໃນໜັງສືຂອງຜູ້ທຳນວາຍເອຊາຢາວ່າ,
“ແມ່ນສຽງຂອງຄົນໜຶ່ງທີ່ຮ້ອງປະກາດ
ໃນຖິ່ນແຫ້ງແລ້ງກັນດານວ່າ
‘ຈົ່ງຈັດຕຽມຫົນທາງສຳລັບ
ອົງພຣະຜູ້ເປັນເຈົ້າ,
ຈົ່ງເຮັດຫົນທາງຂອງພຣະອົງໃຫ້ຊື່ໄປ
5ຈົ່ງຖົມຮ່ອມພູທຸກບ່ອນໃຫ້ເຕັມ
ພູເຂົາ ແລະເນີນພູທຸກໜ່ວຍ
ຈົ່ງເຮັດໃຫ້ຕໍ່າລົງ.
ສ່ວນຫົນທາງທີ່ຄົດລ້ຽວນັ້ນ ຈົ່ງເຮັດໃຫ້ຊື່
ທາງທີ່ມີຕໍແຂງຈົ່ງເຮັດໃຫ້ກ້ຽງດີ.
6ມະນຸດທັງປວງຈະໄດ້ເຫັນການ
ທີ່ພຣະເຈົ້າຊົງໂຜດໃຫ້ພົ້ນ.’”
7ປະຊາຊົນຫລວງຫລາຍໄດ້ອອກມາຫາໂຢຮັນ ເພື່ອຮັບບັບຕິສະມາ ເພິ່ນເວົ້າຕໍ່ພວກເຂົາວ່າ, “ພວກຊາດງູຮ້າຍເອີຍ ຜູ້ໃດໄດ້ບອກພວກເຈົ້າໃຫ້ປົບໜີຈາກການຕັດສິນຂອງພຣະເຈົ້າ ທີ່ໃກ້ຈະມາເຖິງນັ້ນ 8ເຫດສະນັ້ນ ຈົ່ງປະພຶດຕົນໃຫ້ສົມກັບວ່າ ພວກເຈົ້າໄດ້ຖິ້ມໃຈເກົ່າເອົາໃຈໃໝ່ ຢ່າຕັ້ງນຶກໃນໃຈ ແລະເວົ້າໃນທ່າມກາງພວກເຈົ້າວ່າ, ‘ເຮົາມີອັບຣາຮາມເປັນບັນພະບຸລຸດຂອງພວກເຮົາ.’ ເຮົາບອກພວກເຈົ້າວ່າ, ພຣະເຈົ້າຊົງຣິດສາມາດເອົາກ້ອນຫີນເຫຼົ່ານີ້ ແລະບັນດານໃຫ້ເປັນລູກຫລານຂອງອັບຣາຮາມໄດ້ 9ບັດນີ້ ຂວານກໍພ້ອມແລ້ວທີ່ຈະຕັດຕົ້ນໄມ້ໃຫ້ຄຸງເຫງົ້າ ຕົ້ນໄມ້ທຸກກົກ ທີ່ບໍ່ເກີດຜົນດີ ກໍຈະຖືກຕັດ ແລະຖືກໂຍນຖິ້ມໃສ່ໄຟເສຍ.”
10ປະຊາຊົນຖາມໂຢຮັນວ່າ, “ຖ້າດັ່ງນັ້ນ ພວກເຮົາຄວນຈະເຮັດຢ່າງໃດ?”
11ໂຢຮັນຕອບພວກເຂົາວ່າ, “ຜູ້ໃດທີ່ມີເສື້ອສອງໂຕ ຈົ່ງແບ່ງປັນໂຕໜຶ່ງໃຫ້ຜູ້ທີ່ບໍ່ມີ ແລະຜູ້ໃດທີ່ມີອາຫານ ຈົ່ງປັນແກ່ຜູ້ທີ່ບໍ່ມີເໝືອນກັນ.” 12ມີຄົນເກັບພາສີມາຫາໂຢຮັນ ເພື່ອຮັບບັບຕິສະມາ ແລະຖາມວ່າ, “ອາຈານເອີຍ ພວກເຮົາຄວນຈະເຮັດຢ່າງໃດແດ່?” 13ເພິ່ນຈຶ່ງຕອບພວກເຂົາວ່າ, “ຢ່າໄດ້ເກັບພາສີເກີນອັດຕາ”.
14ໃນທຳນອງດຽວກັນ ມີທະຫານບາງຄົນຖາມລາວວ່າ, “ແລ້ວພວກເຮົາຈະເຮັດແນວໃດ?” ແລະພຣະອົງໃດກ່າວກັບເຂົາເຈົ້າວ່າ, ຢ່າເອົາເງິນຈາກຜູ້ໃດໂດຍບັງຂັບໃຊ້,ຫຼືກ່າວຫາຜູ້ໃດຢ່າງບໍ່ຈິງແລະພໍໃຈກັບການທີ່ລັດຖະບານຈ່າຍໃຫ້ທ່ານ.
15ເມື່ອປະຊາຊົນມີຄວາມຫວັງຖ້າພຣະຄຣິດຢູ່ ພວກເຂົາກໍຄິດວ່າ ໂຢຮັນອາດເປັນພຣະຄຣິດກໍໄດ້. 16ໂຢຮັນຈຶ່ງກ່າວແກ່ພວກເຂົາທຸກຄົນວ່າ, “ຝ່າຍເຮົາ ໃຫ້ພວກເຈົ້າຮັບບັບຕິສະມາດ້ວຍນໍ້າ, ແຕ່ມີຜູ້ໜຶ່ງກຳລັງຈະມາ ແລະທ່ານຜູ້ນີ້ມີຣິດເດດອຳນາດຍິ່ງໃຫຍ່ກວ່າເຮົາຫລາຍ ຊຶ່ງເຮົາບໍ່ສົມຄວນແມ່ນແຕ່ຈະແກ້ສາຍຮັດເກີບໃຫ້ເພິ່ນ, ເພິ່ນຈະໃຫ້ພວກເຈົ້າຮັບບັບຕິສະມາ ດ້ວຍພຣະວິນຍານບໍຣິສຸດແລະດ້ວຍໄຟ. 17ມືຂອງເພິ່ນຖືກະດົ້ງເພື່ອຕຽມຝັດເຂົ້າ ເພິ່ນຈະເຮັດລານເຂົ້າຂອງຕົນໃຫ້ກ້ຽງດີ ແລະຮວບຮວມເອົາເຂົ້າເມັດດີຂອງເພິ່ນ ໄວ້ໃນເລົ້າຂອງຕົນ ສ່ວນເຂົ້າເມັດລີບນັ້ນ ເພິ່ນຈະເອົາເຜົາໄຟທີ່ໄໝ້ຢູ່ເປັນນິດ.”
18ດ້ວຍເຫດນີ້, ໂຢຮັນໄດ້ເທດສະໜາປ່າວປະກາດຂ່າວດີ ແກ່ປະຊາຊົນດ້ວຍຫລາຍວິທີ ແລະເຕືອນສະຕິຫລາຍຂໍ້. 19ເມື່ອໂຢຮັນໄດ້ກ່າວຕິຕຽນເຮໂຣດຜູ້ປົກຄອງເມືອງ ເພາະເພິ່ນໄດ້ແຕ່ງງານກັບນາງເຮໂຣເດຍ ເມຍນ້ອງຊາຍຂອງຕົນ ແລະເພິ່ນຍັງໄດ້ເຮັດການຊົ່ວຮ້າຍຫລາຍຢ່າງດ້ວຍ. 20ແລ້ວເຮໂຣດກໍເຮັດການຊົ່ວຮ້າຍໜັກຂຶ້ນຕື່ມອີກ ໂດຍຈັບໂຢຮັນຂັງໄວ້ໃນຄຸກ.
ພຣະເຢຊູເຈົ້າຮັບບັບຕິສະມາ
(ມທ 3:13-17; ມລກ 1:9-11)
21ກ່ອນທີ່ໂຢຮັນຖືກຂັງຄຸກ ໂຢຮັນໄດ້ໃຫ້ບັບຕິສະມາແກ່ຄົນທັງປວງ. ລາວຍັງໃຫ້ບັບຕິສະມາພຣະເຢຊູເຈົ້າແລະຫຼັງຈາກນັ້ນໃນຂະນະທີ່ພຣະເຢຊູເຈົ້າອະທິຖານພຣະເຈົ້າເປີດສະຫວັນ 22ແລະ ພຣະວິນຍານບໍຣິສຸດ ໃນຮູບຮ່າງເໝືອນນົກເຂົາ ກໍລົງມາຢູ່ເທິງພຣະອົງ ແລ້ວກໍມີສຽງໜຶ່ງດັງມາຈາກສະຫວັນວ່າ, “ທ່ານເອີຍ ທ່ານເປັນບຸດທີ່ຮັກຂອງເຮົາ ເຮົາພໍໃຈນຳທ່ານຫລາຍ.”
ລຳດັບເຊື້ອສາຍຂອງພຣະເຢຊູເຈົ້າ
(ມທ 1:1-17)
23ເມື່ອພຣະເຢຊູເຈົ້າເລີ່ມປະຕິບັດພາລະກິດ ພຣະອົງມີອາຍຸໄດ້ປະມານສາມສິບປີ, ຄົນທັງຫລາຍຄິດວ່າ
ພຣະເຢຊູເຈົ້າເປັນລູກຊາຍຂອງໂຢເຊັບ,
ໂຢເຊັບເປັນລູກຊາຍຂອງເຮລີ,
24ເຮລີເປັນລູກຊາຍຂອງມັດທາດ,
ມັດທາດເປັນລູກຊາຍຂອງເລວີ,
ເລວີເປັນລູກຊາຍຂອງເມລະຂີ, ເມລະຂີເປັນລູກຊາຍຂອງຢັນນາ,
ຢັນນາເປັນລູກຊາຍຂອງໂຢເຊັບ,
25ໂຢເຊັບເປັນລູກຊາຍຂອງມັດຕາເທຍ, ມັດຕາເທຍເປັນລູກຊາຍຂອງອາໂມ, ອາໂມເປັນລູກຊາຍຂອງນາຮູມ,
ນາຮູມເປັນລູກຊາຍຂອງເອຊະລີ,
ເອຊະລີເປັນລູກຊາຍຂອງນາຄາຍ,
26ນາຄາຍເປັນລູກຊາຍຂອງມາອາດ,
ມາອາດເປັນລູກຊາຍຂອງມັດຕາເທຍ, ມັດຕາເທຍເປັນລູກຊາຍຂອງເຊເມອີນ,
ເຊເມອີນເປັນລູກຊາຍຂອງໂຢເຊັກ, ໂຢເຊັກເປັນລູກຊາຍຂອງໂຢດາ,
27ໂຢດາເປັນລູກຊາຍຂອງໂຢຮານັນ, ໂຢຮານັນເປັນລູກຊາຍຂອງເຣສາ,
ເຣສາເປັນລູກຊາຍຂອງເຊຣຸບບາເບນ,
ເຊຣຸບບາເບນເປັນລູກຊາຍຂອງເຊອານຕີເອນ,
ເຊອານຕີເອນເປັນລູກຊາຍຂອງເນຣີ,
28ເນຣີເປັນລູກຊາຍຂອງເມລະຂີ,
ເມລະຂີເປັນລູກຊາຍຂອງອັດດີ, ອັດດີເປັນລູກຊາຍຂອງໂກຊາມ,
ໂກຊາມເປັນລູກຊາຍຂອງເອັນມາດາມ, ເອັນມາດາມເປັນລູກຊາຍຂອງເອຣະ,
29ເອຣະເປັນລູກຊາຍຂອງໂຢຊວຍ, ໂຢຊວຍເປັນລູກຊາຍເອລີເອເຊ,
ເອລີເອເຊເປັນລູກຊາຍຂອງໂຢຣີມ, ໂຢຣີມເປັນລູກຊາຍຂອງມັດທາດ,
ມັດທາດເປັນລູກຊາຍຂອງເລວີ,
30ເລວີເປັນລູກຊາຍຂອງຊີເມໂອນ,
ຊີເມໂອນເປັນລູກຊາຍຂອງຢູດາ, ຢູດາເປັນລູກຊາຍຂອງໂຢເຊັບ,
ໂຢເຊັບເປັນລູກຊາຍຂອງໂຢນາມ, ໂຢນາມເປັນລູກຊາຍຂອງເອລີອາກິມ,
31ເອລີອາກິມເປັນລູກຊາຍຂອງເມເລອາ, ເມເລອາເປັນລູກຊາຍຂອງເມັນນາ,
ເມັນນາເປັນລູກຊາຍຂອງມັດຕາທາ,
ມັດຕາທາເປັນລູກຊາຍຂອງນາທານ,
ນາທານເປັນລູກຊາຍຂອງດາວິດ,
32ດາວິດເປັນລູກຊາຍຂອງເຢຊີ,
ເຢຊີເປັນລູກຊາຍຂອງໂອເບັດ, ໂອເບັດເປັນລູກຊາຍຂອງໂບອາດ,
ໂບອາດເປັນລູກຊາຍຂອງສານໂມນ, ສານໂມນເປັນລູກຊາຍຂອງນາໂຊນ,
33ນາໂຊນເປັນລູກຊາຍຂອງອຳມີນາດາບ, ອຳມີນາດາບເປັນລູກຊາຍຂອງອັດມີນ,
ອັດມີນເປັນລູກຊາຍຂອງອານີ, ອານີເປັນລູກຊາຍຂອງເຮຊະໂຣນ,
ເຮຊະໂຣນເປັນລູກຊາຍຂອງເປເຣັດ, ເປເຣັດເປັນລູກຊາຍຂອງຢູດາ,
34ຢູດາເປັນລູກຊາຍຂອງຢາໂຄບ, ຢາໂຄບເປັນລູກຊາຍຂອງອີຊາກ,
ອີຊາກເປັນລູກຊາຍຂອງອັບຣາຮາມ, ອັບຣາຮາມເປັນລູກຊາຍຂອງເຕຣາ,
ເຕຣາເປັນລູກຊາຍຂອງນາໂຮ,
35ນາໂຮເປັນລູກຊາຍຂອງເສຣຸກ,
ເສຣຸກເປັນລູກຊາຍຂອງເຣອູ, ເຣອູເປັນລູກຊາຍຂອງ
ເປເລັກ, ເປເລັກເປັນລູກຊາຍຂອງເອເບ, ເອເບເປັນລູກຊາຍຂອງເຊລາ,
36ເຊລາເປັນລູກຊາຍຂອງກາຍນານ, ກາຍນານເປັນລູກຊາຍຂອງອາກປັກຊາດ,
ອາກປັກຊາດເປັນລູກຊາຍຂອງເຊມ, ເຊມເປັນລູກຊາຍຂອງໂນອາ,
ໂນອາເປັນລູກຊາຍຂອງລາເມັກ,
37ລາເມັກເປັນລູກຊາຍຂອງເມທູເສລາ,
ເມທູເສລາເປັນລູກຊາຍຂອງເອນົກ, ເອນົກເປັນລູກຊາຍຂອງຢາເຣັດ,
ຢາເຣັດເປັນລູກຊາຍຂອງມະຫາລາເລນ, ມະຫາລາເລນເປັນລູກຊາຍຂອງເກນານ,
38ເກນານເປັນລູກຊາຍຂອງເອໂນດ, ເອໂນດເປັນລູກຊາຍຂອງເຊດ,
ເຊດເປັນລູກຊາຍຂອງອາດາມ, ອາດາມເປັນບຸດຂອງພຣະເຈົ້າ.
Dewis Presennol:
ລູກາ 3: BGL
Uwcholeuo
Rhanna
Copi

Eisiau i'th uchafbwyntiau gael eu cadw ar draws dy holl ddyfeisiau? Cofrestra neu mewngofnoda
Bor (Bo) (ບໍ່)Bible by Beyond Translation is licensed under Creative Commons Attribution-ShareAlike 4.0 License.

: