Logo YouVersion
Eicon Chwilio

ລູກາ 4

4
ມານທົດລອງພຣະເຢຊູເຈົ້າ
(ມທ 4:1-11; ມລກ 1:12-13)
1ຫຼັງຈາກໂຢຮັນໃຫ້ບັບຕິສະມາ​ພຣະເຢຊູເຈົ້າແລ້ວໄດ້ກັບມາຈາກແມ່ນ້ຳຈໍແດນ ໂດຍເຕັມໄປດ້ວຍພຣະວິນຍານຣິສຸດເຈົ້າແລະພຣະວິນຍານບໍຣິສຸດເຈົ້າ ໄດ້ນຳພຣະອົງເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ. 2ໃນທີ່ນັ້ນ ພຣະອົງໄດ້ຖືກມານຮ້າຍທົດລອງເປັນເວລາສີ່ສິບມື້(ສີ່ສິບຄືນ) ໃນວັນເຫົ່ານັ້ນ ພຣະອົງບໍ່ໄດ້ກິນຫັງເລີຍ ເມື່ອວັນເຫຼົ່ານັ້ນຜ່ານຜົ້ນໄປແລ້ວ ພຣະອົງກໍຫິວອາຫານ.
3ມານຮ້າຍໄດ້ເວົ້າຕໍ່ພຣະອົງວ່າ, “ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ ຈົ່ງສັ່ງກ້ອນຫີນນີ້ໃຫ້ກາຍເປັນອາຫານ ເພື່ອເຈົ້າຈະໄດ້ກິນ.”
4ແຕ່ພຣະເຢຊູເຈົ້າຕອບມັນວ່າ. “ມີຂຽນໄວ້ໃນພຣະຄຳພີວ່າ, ມະນຸດຈະບໍ່ລ້ຽງຊີວິດ ພຽງແຕ່ອາຫານ ເທົ່ານັ້ນ.”
5ແລ້ວມານຮ້າຍ ໄດ້​ພາ​ພະ​ເຍຊູ​ຂຶ້ນ​ສູ່​ບ່ອນ​ສູງ ແລະ​ໃນ​ທັນໃດ​ນັ້ນ​ກໍ​ສະແດງ​ໃຫ້​ພະອົງ​ເຫັນ​ທຸກ​ປະເທດ. ຢູ່​ເທິງ​ແຜ່ນ​ດິນ​ໂລກ 6ມານຮ້າຍໄດ້ບອກພຣະອົງວ່າ, “ເຮົາຈະໃຫ້ອຳນາດທັງໝົດນີ້ກັບສະຫງ່າຣາສີແຫ່ງແຜ່ນດິນທັງໝົດແກ່ທ່ານ. ເພາະສິ່ງທັງໝົດເຫຼົ່ານັ້ນຖືກມອບໃຫ້ແກ່ເຮົາແລ້ວແລະເຮົາຢາກມອບໃຫ້ຜູ້ໃດກໍໄດ້ຕາມຄວາມຕ້ອງການ. 7ດັ່ງນັ້ນ ສິ່ງທັງທັງໜົດເຫຼົ່ານີ້ ຈະເປັນຂອງທ່ານ ຖ້າທ່ານນະມັດສະການເຮົາ.”
8ພຣະເຢຊູ. ຕອບ​ລາວ​ວ່າ, “ບໍ່! ຂ້ອຍຈະບໍ່ເຮັດ. ເພາະ​ມີ​ຄຳຂຽນໄວ້​ໃນ​ພຣະ​ຄຳ​ພີ​ວ່າ, ‘ເຈົ້າ​ຕ້ອງ​ນະມັດສະການ​ພຣະເຈົ້າອົງ​ດຽວ​ຂອງ​ເຈົ້າ. ພຣະອົງເປັນພຽງຜູ້ດຽວທີ່ເຈົ້າຄວນຮັບໃຊ້ແຕ່​ພຣະອົງ​ເທົ່ານັ້ນ.’”
9ຈາກນັ້ນມານຮ້າຍກໍໄດ້ນໍາພຣະອົງໄປທີ່ນະຄອນເຢຣູຊາເລັມ ໃຫ້ພຣະອົງຢືນຢູ່ເທິງຍອດພຣະວິຫານ ແລະເວົ້າຕໍ່ພຣະອົງວ່າ, “ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ ຈົ່ງໂຕນລົງຈາກທີ່ນີ້ເບິ່ງດູ. 10ເພາະ​ມີ​ຄຳ​ຂຽນໄວ້​ໃນ​ພຣະຄຳພີ​ວ່າ, ‘ພຣະເຈົ້າ​ຈະ​ສັ່ງ​ໃຫ້​ຝູງ​ເທວະດາ​ຂອງ​ພຣະອົງ ມາ​ພິທັກ​ຮັກສາ​ທ່ານ​ໄວ້.’ 11ແລະ ຍັງ​ມີ​ຄຳ​ຂຽນ​ໄວ້​ອີກ​ວ່າ, ‘ຝູງ​ເທວະດາ​ຈະ​ໃຊ້​ມື​ຂອງຕົນ​ຫອບ​ອູ້ມ​ທ່ານ​ໄວ້ ເພື່ອ​ບໍ່​ໃຫ້​ຕີນ​ຂອງທ່ານ​ຕຳ​ກ້ອນຫີນ.’”
12ແຕ່ພຣະເຢຊູ. ຕອບວ່າ, “ບໍ່. ຂ້ອຍຈະບໍ່. ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄຳ​ພີ​ວ່າ, ‘ຢ່າ​ທົດ​ສອບພຣະເຈົ້າຂອງ​ເຈົ້າ.’”
13ເມື່ອມານຮ້າຍທົດລອງພຣະເຢຊູເຈົ້າທຸກປະການແລ້ວມັນກໍໜີຈາກພຣະອົງໄປ ຈົນເຖິງເວລາທີ່ມັນມີໂອກາດອີກ.
ປະຊາຊົນໄດ້ປະຕິເສດພຣະເຢຊູທີ່ເມືອງນາຊາເລັດ
(ມທ 4:12-17; ມລກ 1:14-15)
14ແລ້ວ​ພຣະເຢຊູເຈົ້າ ກໍໄດ້​ກັບຄືນ​ມາ​ແຂວງ​ຄາລີເລ ດ້ວຍ​ຣິດອຳນາດ​ຂອງ​ພຣະວິນຍານ​ບໍຣິສຸດເຈົ້າ ຂ່າວ​ເລື່ອງ​ຂອງ​ພຣະອົງ​ໄດ້​ຊ່າລື​ໄປ​ທົ່ວ​ຂົງເຂດ​ນັ້ນ. 15ພຣະອົງ​ໄດ້​ສັ່ງສອນ​ໃນ​ທຳມະສາລາ​ຂອງ​ພວກເຂົາ ແລະ​ໄດ້​ຮັບ​ຄຳ​ສັນລະເສີນ​ຈາກ​ທຸກຄົນ.
ຊາວນາຊາເຣັດບໍ່ຍອມຮັບພຣະເຢຊູເຈົ້າ
(ມທ 13:53-58; ມລກ 6:1-6)
16ແລ້ວ ພຣະເຢຊູເຈົ້າ ກໍໄດ້ ມາ​ຍັງ​ນາຊາເຣັດ ຊຶ່ງ​ເປັນ​ເມືອງ​ທີ່​ພຣະອົງ​ໄດ້​ຈະເລີນ​ເຕີບໃຫຍ່​ຂຶ້ນ​ນັ້ນ ແລະ​ໃນ​ວັນ​ຊະບາໂຕ ພຣະອົງ​ໄດ້​ໄປ​ທີ່​ທຳມະສາລາ​ຕາມ​ປົກກະຕິ ພຣະອົງ​ໄດ້​ຢືນ​ຂຶ້ນ​ເພື່ອ​ຈະ​ອ່ານ​ພຣະຄຳພີ. 17ແລະ ເຂົາ​ກໍໄດ້​ຍື່ນ​ໜັງສື​ມ້ວນ​ຂອງ​ຜູ້ທຳນວາຍ​ເອຊາຢາ ໃຫ້​ພຣະອົງ​ອ່ານ ເມື່ອ​ພຣະອົງ​ພື​ໜັງສື​ມ້ວນ​ອອກ ກໍ​ພົບ​ຂໍ້ຄວາມ​ທີ່​ຂຽນໄວ້ວ່າ
18ພຣະວິນຍານບໍຣິສຸດເຈົ້າ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ
ຊົງ​ສະຖິດ​ຢູ່​ເທິງ​ຂ້ານ້ອຍ ເພາະ​ພຣະອົງ​ໄດ້​ຫົດສົງ​ແຕ່ງຕັ້ງ​ຂ້ານ້ອຍ
ໄວ້ ໃຫ້​ປະຂ່າວດີແກ່​ຄົນ​ຍາກຈົນ.
ພຣະອົງ​ໃຊ້​ຂ້ານ້ອຍ​ໄປ​ປະກາດ
ອິດສະຫລະ​ພາບ
ແກ່​ຄົນ​ທັງຫລາຍ​ທີ່​ຖືກ​ຈຳຈອງ
ແລະ ຄົນ​ຕາບອດ​ຈະ​ເຫັນ​ຮຸ່ງ​ອີກ
ປົດປ່ອຍ​ຜູ້​ຖືກ​ກົດຂີ່​ໃຫ້​ເປັນ​ອິດສະຫລະ
19ແລະເພື່ອປະກາດວ່ານີ້ແມ່ນເວລາທີ່ພຣະເຈົ້າ
ຢາເວຈະຊ່ວຍປະຊາຊົນຂອງພຣະອົງໃຫ້ພົ້ນ.
20ແລ້ວ​ພຣະເຢຊູເຈົ້າ​ກໍໄດ້​ກໍ້​ໜັງສື​ມ້ວນ ຍື່ນຄືນ​ໃຫ້​ແກ່​ຜູ້​ທີ່​ມີ​ໜ້າທີ່​ເກັບ​ຮັກສາ​ໄວ້ ແລະ​ນັ່ງ​ລົງ ທຸກຄົນ​ໃນ​ທຳມະສາລາ​ຕ່າງ​ກໍ​ຈ້ອງ​ຕາ​ເບິ່ງ​ພຣະອົງ 21ແລະ ພຣະອົງ​ກ່າວ​ແກ່​ພວກເຂົາ​ວ່າ, “ພຣະຄຳພີ​ຕອນ​ນີ້​ໄດ້​ສຳເລັດ​ເປັນ​ຈິງ​ໃນວັນນີ້ ຕາມ​ທີ່​ພວກເຈົ້າ​ໄດ້ຍິນ​ນັ້ນ​ແຫຼະ.”
22ທຸກຄົນ​ກໍ​ກ່າວ​ຊົມເຊີຍ​ພຣະອົງ ແລະ​ປະທັບ​ໃຈ​ໃນ​ຖ້ອຍຄຳ​ອັນ​ອ່ອນຫວານ ຊຶ່ງ​ອອກ​ມາ​ຈາກ​ປາກ​ຂອງ​ພຣະອົງ ພວກເຂົາ​ຈຶ່ງ​ເວົ້າ​ວ່າ, “ລາວ​ບໍ່ແມ່ນ​ລູກຊາຍ​ຂອງ​ໂຢເຊັບ​ບໍ?”
23ພຣະອົງ ຊົງ​ກ່າວ​ແກ່​ພວກເຂົາ​ວ່າ, “ພວກເຈົ້າ​ຄົງ​ຈະ​ກ່າວ​ຄຳ​ສຸພາສິດ​ຂໍ້​ນີ້ ຕໍ່​ເຮົາ​ເປັນ​ແນ່​ຄື​ວ່າ, ‘ທ່ານໝໍ​ເອີຍ, ຈົ່ງ​ປົວ​ຕົວ​ເອງ​ໃຫ້​ດີ’ ຄື ‘ບັນດາ​ການ ຊຶ່ງ​ພວກເຮົາ​ໄດ້ຍິນ​ວ່າ ທ່ານ​ໄດ້​ກະທຳ​ໃນ​ເມືອງ​ກາເປນາອູມ ຈົ່ງ​ເຮັດ​ໃນ​ເມືອງ​ຂອງຕົນ​ທີ່​ນີ້​ເໝືອນກັນ.’” 24ແລ້ວ ພຣະອົງ​ກໍ​ກ່າວ​ອີກ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ບໍ່ມີ​ຜູ້ທຳນວາຍ​ຄົນ​ໃດ​ດອກ ທີ່​ໄດ້​ຮັບ​ຄວາມ​ເຄົາຣົບ​ນັບຖື​ໃນ​ບ້ານ​ເມືອງ​ຂອງຕົນ.”
25“ເຮົາ ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ໃນ​ສະໄໝ​ຂອງ​ເອລີຢາ ເມື່ອ​ຝົນ​ບໍ່​ຕົກ​ສາມ​ປີ​ເຄິ່ງ ຊຶ່ງ​ເປັນ​ເຫດ​ໃຫ້​ເກີດ​ການ​ອຶດຢາກ​ຢ່າງ​ຮ້າຍແຮງ​ທົ່ວແຜ່ນດິນ​ນັ້ນ ໄດ້​ມີ​ແມ່ໝ້າຍ​ຫລາຍ​ຄົນ​ໃນ​ຊາດ​ອິດສະຣາເອນ. 26ແຕ່ ເອລີຢາ​ບໍ່ໄດ້​ຖືກ​ໃຊ້​ໄປ​ຫາ​ໃຜ​ຈັກ​ຄົນ ໃນ​ພວກ​ແມ່ໝ້າຍ​ເຫຼົ່ານີ້ ນອກຈາກ​ແມ່ໝ້າຍ​ຜູ້ໜຶ່ງ ຢູ່​ທີ່​ເມືອງ​ຊາເຣຟັດ​ແຂວງ​ຊີໂດນ​ແຕ່​ເທົ່ານັ້ນ. 27ໃນ ສະໄໝ​ຂອງ​ຜູ້ທຳນວາຍ​ເອລີຊາ ໄດ້​ມີ​ຄົນ​ຂີ້ທູດ​ຕັ້ງ​ຫລາຍ​ຄົນ​ໃນ​ຊາດ​ອິດສະຣາເອນ, ແຕ່​ບໍ່ມີ​ຜູ້ໃດ​ໃນ​ພວກເຂົາ ໄດ້​ຮັບ​ການ​ຊຳລະ​ໃຫ້​ສະອາດ​ດີ ນອກຈາກ​ນາອາມານ ຊາວ​ຊີເຣຍ​ແຕ່​ເທົ່ານັ້ນ.”
28ເມື່ອ ປະຊາຊົນ​ໃນ​ທຳມະສາລາ​ໄດ້ຍິນ​ເຊັ່ນ​ນີ້ ພວກເຂົາ​ກໍ​ຄຽດຮ້າຍ​ທີ່ສຸດ. 29ພວກເຂົາ ໄດ້​ລຸກ​ຂຶ້ນ ຊຸກ​ພຣະເຢຊູເຈົ້າ​ອອກ​ໄປ​ຈາກ​ເມືອງ ແລະ​ນຳ​ພຣະອົງ​ໄປ​ຍັງ​ແງ່​ຜາຊັນ ທີ່​ເມືອງ​ຂອງ​ພວກເຂົາ​ຕັ້ງ​ຢູ່​ນັ້ນ ເພື່ອ​ໝາຍ​ຈະ​ຊຸກ​ພຣະອົງ​ລົງ. 30ແຕ່ ພຣະອົງ​ຍ່າງ​ຜ່ານ​ທ່າມກາງ​ປະຊາຊົນ​ໜີໄປ​ໄດ້.
ຊາຍຄົນໜຶ່ງທີ່ມີຜີຊົ່ວຮ້າຍເຂົ້າສິງ
(ມລກ 1:21-28)
31ແລ້ວ​ພຣະເຢຊູ​ຄຣິດເຈົ້າ ກໍໄດ້​ໄປ​ທີ່​ເມືອງ​ກາເປນາອູມ ໃນ​ແຂວງ​ຄາລີເລ ແລະ​ຢູ່​ໃນ​ເມືອງ​ນີ້ ພຣະອົງ​ໄດ້​ສັ່ງສອນ​ປະຊາຊົນ​ໃນ​ວັນ​ຊະບາໂຕ. 32ພວກເຂົາ​ທຸກຄົນ​ຕ່າງ​ກໍ​ປະຫລາດ​ໃຈ ໃນ​ຄຳ​ສອນ​ຂອງ​ພຣະອົງ ເພາະ​ພຣະອົງ​ສອນ​ດ້ວຍ​ຣິດອຳນາດ. 33ໃນ​ທຳມະສາລາ​ນັ້ນ ໄດ້​ມີ​ຊາຍ​ທີ່​ຜີມານຮ້າຍ​ເຂົ້າ​ສິງ​ຢູ່​ຄົນ​ໜຶ່ງ ມັນ​ຮ້ອງ​ຂຶ້ນ​ດ້ວຍ​ສຽງດັງ​ວ່າ, 34ເຢຊູ​ໄທ​ນາຊາເຣັດ​ເອີຍ, ທ່ານ​ມາ​ຫຍຸ້ງກ່ຽວ​ກັບ​ພວກເຮົາ​ເຮັດ​ຫັງ? ທ່ານ​ມາ​ທຳລາຍ​ພວກເຮົາ​ຊັ້ນບໍ? ພວກເຮົາ​ຮູ້​ແລ້ວ​ວ່າ​ທ່ານ​ແມ່ນ​ຜູ້ໃດ ກໍ​ແມ່ນ​ຜູ້​ບໍຣິສຸດທີ່ມາຈາກ​ພຣະເຈົ້າ.
35ພຣະເຢຊູເຈົ້າສັ່ງຫ້າມມັນວ່າ, “ມິດແມອອກຈາກຄົນນີ້ສາ” ຜີມານຮ້າຍໄດ້ເຮັດໃຫ້ຊາຍຄົົນນີ້ລົ້ມລົງຕໍ່ໜ້າພວກເຂົາ ແລະອອກໄປຈາກລາວໂດຍບໍ່ທຳຮ້າຍແຕ່ຢ່າງໃດ.
36ປະຊາຊົນ​ທຸກຄົນ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ ແລະ​ເວົ້າ​ກັນ​ວ່າ, “ຄຳ​ເວົ້າ​ນີ້​ເປັນ​ຢ່າງ​ໃດ​ໜໍ ເພາະວ່າ​ເພິ່ນ​ໄດ້​ສັ່ງ​ຜີມານຮ້າຍເຫຼົ່ານີ້​ດ້ວຍ​ອຳນາດ​ແລະ​ຣິດເດດ ແລ້ວ​ພວກ​ມັນ​ກໍ​ອອກ​ໜີໄປ.” 37ແລ້ວ​ຊື່ສຽງ​ຂອງ​ພຣະເຢຊູເຈົ້າກໍ​ຊ່າລື​ໄປ​ທົ່ວ​ທຸກ​ບ່ອນ​ໃນ​ຂົງເຂດ​ນັ້ນ.
ພຣະເຢຊູຊ່ວຍຫຼາຍຄົນ
(ມທ 8:14-17; ມລກ 1:29-34)
38ແລ້ວ​ພຣະເຢຊູເຈົ້າກໍ​ຈາກ​ທຳມະສາລາ ແລະ​ເຂົ້າ​ໄປ​ເຮືອນ​ຂອງ​ຊີໂມນ ແມ່​ເມຍ​ຂອງ​ຊີໂມນ​ບໍ່​ສະບາຍ​ເພາະ​ໄຂ້​ຂຶ້ນ​ສູງ ແລະ​ພວກເຂົາ​ກໍໄດ້​ອ້ອນ​ວອນ​ພຣະເຢຊູເຈົ້າ​ໃຫ້​ຊົງ​ໂຜດ​ຮັກສາ​ນາງ. 39ພຣະອົງ​ມາ​ຢືນ​ຢູ່​ຂ້າງ​ນາງ ແລະ​ສັ່ງ​ໄຂ້​ນັ້ນ​ໃຫ້​ໜີໄປ, ໄຂ້​ກໍ​ຫາຍ​ໜີໄປ​ຈາກ​ນາງ ແລະ​ທັນໃດນັ້ນ ນາງ​ກໍ​ລຸກ​ຂຶ້ນ​ບົວລະບັດ​ຮັບໃຊ້​ພຣະອົງ​ກັບ​ພວກ​ສາວົກ. 40ພໍ​ຕາເວັນ​ຕົກ​ດິນ ຜູ້​ທີ່​ມີ​ໝູ່ເພື່ອນ​ບໍ່​ສະບາຍ​ຍ້ອນ​ພະຍາດ​ໂຣຄາ​ຕ່າງໆ ກໍໄດ້​ນຳ​ຄົນ​ເຫຼົ່ານັ້ນ​ມາ​ຫາ​ພຣະເຢຊູເຈົ້າ ພຣະອົງ​ວາງ​ມື​ໃສ່​ເທິງ​ພວກເຂົາ​ທຸກຄົນ ແລະ​ຊົງ​ໂຜດ​ໃຫ້​ພວກເຂົາ​ຫາຍ​ດີ.
41ບັນດາ​ຜີມານຮ້າຍ​ກໍ​ອອກ​ໄປ​ຈາກ​ຫລາຍ​ຄົນ​ໂດຍ​ຮ້ອງ​ແຜດ​ສຽງ​ວ່າ, “ທ່ານ​ເປັນ​ພຣະບຸດຂອງພຣະເຈົ້າ.” ແຕ່​ພຣະເຢຊູເຈົ້າ​ຫ້າມ​ເດັດຂາດ​ບໍ່​ໃຫ້​ພວກ​ມັນ​ເວົ້າ​ອີກ​ຕໍ່ໄປ ເພາະ​ພວກ​ມັນ​ຮູ້​ດີ​ວ່າ ພຣະອົງ​ເປັນ​ພຣະຄຣິດ.
ພຣະເຢຊູເຈົ້າເທດສະໜາໃນທຳມະສາລາ
(ມລກ 1:35-39)
42ພໍ​ຮຸ່ງ​ເຊົ້າ​ມາ ພຣະເຢຊູເຈົ້າ​ກໍ​ຈາກ​ເມືອງ​ໄປ​ຖິ່ນແຫ້ງແລ້ງກັນດານ ບ່ອນ​ທີ່​ງຽບ​ສະຫງັດ ຝ່າຍ​ປະຊາຊົນ​ຕ່າງ​ກໍ​ຊອກ​ຫາ​ພຣະອົງ ແລະ​ເມື່ອ​ພົບ​ພຣະອົງ​ແລ້ວ ພວກເຂົາ​ກໍ​ໜ່ວງໜ່ຽວ​ພຣະອົງ​ໄວ້​ບໍ່​ໃຫ້​ຈາກ​ພວກເຂົາ​ໄປ. 43ແຕ່​ພຣະອົງ​ກ່າວ​ແກ່​ພວກເຂົາ​ວ່າ, “ເຮົາ​ຕ້ອງ​ປະຂ່າວດີ​ແຫ່ງ​ອານາຈັກ​ຂອງ​ພຣະເຈົ້າ​ໃນ​ເມືອງ​ອື່ນ​ເໝືອນກັນ ທີ່​ພຣະເຈົ້າ​ຊົງ​ໃຊ້​ເຮົາ​ມາ ກໍ​ເພາະ​ພາລະກິດ​ນີ້​ແຫຼະ.”
44ຫຼັງຈາກນັ້ນ, ພຣະເຢຊູເຈົ້າ​ໄດ້​ເທດສະໜາ​ປ່າວ​ປະກາດ ຕາມ​ທຳມະສາລາ​ຕ່າງໆ​ໃນ​ແຂວງ​ຢູດາຍ.

Dewis Presennol:

ລູກາ 4: BGL

Uwcholeuo

Rhanna

Copi

None

Eisiau i'th uchafbwyntiau gael eu cadw ar draws dy holl ddyfeisiau? Cofrestra neu mewngofnoda