ປະຖົມມະການ 13

13
ອັບຣາມ​ແຍກ​ທາງ​ກັບ​ໂລດ
1ອັບຣາມ​ພາ​ເມຍ​ຂອງຕົນ​ພ້ອມ​ກັບ​ສິ່ງຂອງ​ທີ່​ຕົນ​ມີ​ຢູ່ ອອກ​ຈາກ​ພາກເໜືອ​ຂອງ​ປະເທດ​ເອຢິບ​ມຸ່ງໜ້າ​ໄປ​ສູ່​ເຂດ​ໃຕ້​ຂອງ​ການາອານ. ໂລດ​ກໍ​ຕິດຕາມ​ເພິ່ນ​ໄປ​ດ້ວຍ. 2ອັບຣາມ​ເປັນ​ຄົນ​ຮັ່ງມີ; ເພິ່ນ​ມີ​ຝູງແກະ, ຝູງແບ້ ແລະ​ຝູງງົວ ພ້ອມ​ທັງ​ເງິນຄຳ​ຢ່າງ​ຫລວງຫລາຍ. 3ແລ້ວ​ເພິ່ນ​ກໍ​ຍົກຍ້າຍ​ຈາກ​ທີ່​ນັ້ນ ເດີນທາງ​ຕໍ່ໄປ​ເລື້ອຍໆ​ສູ່​ເມືອງ​ເບັດເອນ ແລະ​ເພິ່ນ​ກໍ​ໄປ​ເຖິງ​ບ່ອນ​ທີ່​ຕົນ​ເຄີຍ​ຕັ້ງ​ຄ້າຍພັກ​ພາ​ອາໄສ​ມາ​ກ່ອນ ຢູ່​ລະຫວ່າງ​ເມືອງ​ເບັດເອນ​ກັບ​ເມືອງ​ອາອີ 4ບ່ອນ​ທີ່​ເພິ່ນ​ເຄີຍ​ໄດ້​ສ້າງ​ແທ່ນບູຊາ​ໄວ້​ແຕ່​ກ່ອນ​ນັ້ນ. ແລ້ວ​ຢູ່​ທີ່​ນີ້ ເພິ່ນ​ກໍໄດ້​ຮ້ອງທູນ​ອອກ​ນາມຊື່​ພຣະເຈົ້າຢາເວ.
5ໂລດ​ຜູ້​ທີ່​ຮ່ວມ​ເດີນທາງ​ໄປ​ກັບ​ອັບຣາມ​ນັ້ນ ກໍ​ມີ​ຝູງແກະ, ຝູງແບ້, ຝູງງົວ ຕະຫລອດ​ທັງ​ຄົນ​ໃນ​ຄອບຄົວ ແລະ​ຄົນ​ຮັບໃຊ້​ຈຳນວນ​ຫລວງຫລາຍ​ຄືກັນ. 6ສະນັ້ນ ຈຶ່ງ​ບໍ່ມີ​ທົ່ງຫຍ້າ​ພຽງພໍ​ສຳລັບ​ລ້ຽງ​ສັດ ເພື່ອ​ໃຫ້​ພວກເຂົາ​ຢູ່​ຮ່ວມ​ກັນ​ໄດ້ ເພາະ​ຕ່າງ​ຝ່າຍ​ຕ່າງ​ກໍ​ມີ​ສັດ​ຫລາຍ. 7ເມື່ອ​ເປັນ​ເຊັ່ນນັ້ນ ຄົນ​ລ້ຽງ​ສັດ​ຂອງ​ອັບຣາມ ແລະ​ໂລດ​ຈຶ່ງ​ຜິດຖຽງ​ກັນ. (ຊາວ​ການາອານ ແລະ​ຊາວ​ເປຣີຊີ​ກໍ​ຍັງ​ຢູ່​ໃນ​ດິນແດນ​ນັ້ນ.)
8ແລ້ວ​ອັບຣາມ​ກໍ​ເວົ້າ​ກັບ​ໂລດ​ວ່າ, “ເຮົາ​ທັງສອງ​ເປັນ​ພີ່ນ້ອງ​ກັນ ຂໍ​ຢ່າ​ໃຫ້​ຄົນ​ຂອງ​ເຈົ້າ ແລະ​ຄົນ​ຂອງຂ້ອຍ​ຕ້ອງ​ຜິດຖຽງ​ກັນ​ເລີຍ. 9ສະນັ້ນ ໃຫ້​ພວກເຮົາ​ແຍກທາງ​ກັນ​ເສຍ. ຈົ່ງ​ເລືອກ​ເອົາ​ທີ່ດິນ​ທີ່​ເຈົ້າ​ຕ້ອງການ. ຖ້າ​ເຈົ້າ​ໄປ​ທາງ​ຊ້າຍ ຂ້ອຍ​ກໍ​ຈະ​ໄປ​ທາງ​ຂວາ ຖ້າ​ເຈົ້າ​ໄປ​ທາງ​ຂວາ ຂ້ອຍ​ກໍ​ຈະ​ໄປ​ທາງ​ຊ້າຍ.”
10ໂລດ​ຫລຽວ​ໄປ​ຮອບໆ​ຈຶ່ງ​ເຫັນ​ວ່າ ທົ່ງ​ຮາບພຽງ​ຂອງ​ແມ່ນໍ້າ​ຈໍແດນ​ທັງໝົດ ຈົນເຖິງ​ເມືອງ​ໂຊອາ ມີ​ນໍ້າ​ຫລາຍ​ເໝືອນ​ດັ່ງ​ສວນ​ຂອງ​ພຣະເຈົ້າຢາເວ ຫລື​ດິນແດນ​ຂອງ​ປະເທດ​ເອຢິບ. (ກ່ອນ​ທີ່​ພຣະເຈົ້າຢາເວ​ໄດ້​ທຳລາຍ​ເມືອງ​ໂຊໂດມ​ກັບ​ເມືອງ​ໂກໂມຣາ ທົ່ງ​ຮາບ​ພຽງ​ນີ້​ອຸດົມສົມບູນ​ຫລາຍ.) 11ດັ່ງນັ້ນ ໂລດ​ຈຶ່ງ​ໄດ້​ຕັດສິນໃຈ​ເລືອກ​ເອົາ​ທົ່ງ​ຮາບພຽງ​ຂອງ​ແມ່ນໍ້າ​ຈໍແດນ​ທັງໝົດ ເປັນ​ບ່ອນ​ຢູ່​ອາໄສ​ຂອງຕົນ ແລະ​ເພິ່ນ​ໄດ້​ເຄື່ອນ​ຂະບວນ​ມຸ່ງໜ້າ​ໄປ​ທາງທິດ​ຕາເວັນອອກ. ໂລດ​ແລະ​ອັບຣາມ​ກໍໄດ້​ແຍກທາງ​ກັນ​ໄປ. 12ອັບຣາມ​ອາໄສ​ຢູ່​ໃນ​ດິນແດນ​ການາອານ ສ່ວນ​ໂລດ​ນັ້ນ​ຕັ້ງ​ຖິ່ນຖານ​ຢູ່​ທ່າມກາງ​ເມືອງ​ຕ່າງໆ ໃນ​ທົ່ງ​ຮາບພຽງ​ໃກ້​ກັບ​ເມືອງ​ໂຊໂດມ 13ຊຶ່ງ​ປະຊາຊົນ​ໃນ​ເມືອງ​ນີ້​ຊົ່ວຊ້າ ແລະ​ເຮັດ​ຜິດບາບ​ຕໍ່ສູ້​ພຣະເຈົ້າຢາເວ.
ອັບຣາມ​ຍ້າຍ​ໄປ​ເຮັບໂຣນ
14ຫລັງຈາກ​ໂລດ​ໄດ້​ໜີໄປ​ແລ້ວ ພຣະເຈົ້າຢາເວ​ກໍ​ບອກ​ອັບຣາມ​ວ່າ, “ຕັ້ງແຕ່​ບ່ອນ​ທີ່​ເຈົ້າ​ຢືນ​ຢູ່​ນີ້ ຈົ່ງ​ແນມ​ໄປ​ທົ່ວ​ທຸກ​ທິດ​ໃຫ້​ດີ. 15ດິນ​ທຸກ​ບ່ອນ​ທີ່​ເຈົ້າ​ແນມ​ເຫັນ ເຮົາ​ຈະ​ໃຫ້​ເຈົ້າ ແລະ​ເຊື້ອສາຍ​ຂອງ​ເຈົ້າ ແລະ​ມັນ​ຈະ​ເປັນ​ຂອງ​ພວກເຈົ້າ​ຕະຫລອດໄປ​ເປັນນິດ. 16ເຮົາ​ຈະ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຫລວງຫລາຍ ເໝືອນ​ດັ່ງ​ຂີ້ຝຸ່ນ​ດິນ​ຈົນ​ນັບ​ບໍ່​ຖ້ວນ 17ບັດນີ້ ຈົ່ງ​ອອກ​ເດີນທາງ​ໄປ​ທົ່ວ​ດິນແດນ​ນັ້ນ ເພາະ​ເຮົາ​ຈະ​ມອບ​ດິນ​ທັງໝົດ​ໃຫ້​ເຈົ້າ.” 18ດັ່ງນັ້ນ ອັບຣາມ​ຈຶ່ງ​ຍົກຍ້າຍ​ຂະບວນ​ທີ່​ພັກ​ໄປ​ຕັ້ງ​ຢູ່​ໃກ້​ຕົ້ນໄມ້​ສັກສິດ​ຂອງ​ມຳເຣ​ທີ່​ເຮັບໂຣນ ແລະ​ໃນ​ທີ່ນັ້ນ ເພິ່ນ​ໄດ້​ສ້າງ​ແທ່ນບູຊາ​ຖວາຍ​ແກ່​ພຣະເຈົ້າຢາເວ.

اکنون انتخاب شده:

ປະຖົມມະການ 13: ພຄພ

های‌لایت

به اشتراک گذاشتن

کپی

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید