ປະຖົມມະການ 14

14
ອັບຣາມ​ຊ່ວຍ​ຊີວິດ​ຂອງ​ໂລດ
1ມີ​ກະສັດ​ສີ່​ຄົນ​ດັ່ງນີ້: ເຈົ້າ​ອຳຣາເຟນ​ແຫ່ງ​ນະຄອນ​ບາບີໂລນ, ເຈົ້າ​ອາຣິໂອກ​ແຫ່ງ​ນະຄອນ​ເອນລາຊາ, ເຈົ້າ​ເຄໂດລາໂອເມ​ແຫ່ງ​ນະຄອນ​ເອລາມ ແລະ​ເຈົ້າ​ຕີດານ​ແຫ່ງ​ນະຄອນ​ກົວອິມ; 2ກະສັດ​ເຫຼົ່ານີ້​ໄດ້​ເຮັດ​ເສິກ​ກັບ​ກະສັດ​ຫ້າ​ຄົນ​ດັ່ງນີ້: ເຈົ້າ​ເບຣາ​ແຫ່ງ​ນະຄອນ​ໂຊໂດມ, ເຈົ້າ​ບີຊາ​ແຫ່ງ​ນະຄອນ​ໂກໂມຣາ, ເຈົ້າ​ຊີນັບ​ແຫ່ງ​ນະຄອນ​ອັດມາ, ເຈົ້າ​ເຊເມເບ​ແຫ່ງ​ນະຄອນ​ເຊບົວອິມ ແລະ​ເຈົ້າ​ແຫ່ງ​ນະຄອນ​ເບລາ (ຫລື​ໂຊອາ). 3ກະສັດ​ທັງ​ຫ້າ​ຄົນ​ນີ້​ຮ່ວມ​ກັນ​ເຂົ້າ​ເປັນ​ພັນທະມິດ ແລະ​ໂຮມ​ກຳລັງ​ກັນ​ຢູ່​ໃນ​ທົ່ງ​ຮາບພຽງ​ສິດດິມ ຊຶ່ງ​ໃນ​ປັດຈຸບັນ​ນີ້​ແມ່ນ​ທະເລຕາຍ. 4ກະສັດ​ທັງ​ຫ້າ​ນັ້ນ​ຢູ່​ໃຕ້​ອຳນາດ​ຂອງ​ກະສັດ​ເຄໂດລາໂອເມ ເປັນ​ເວລາ​ສິບສອງ​ປີ; ແຕ່​ໃນ​ປີ​ທີ​ສິບສາມ ບັນດາ​ກະສັດ​ທັງ​ຫ້າ​ກໍ​ພາກັນ​ກະບົດ​ຂຶ້ນ. 5ໃນ​ປີ​ທີ​ສິບສີ່ ເຄໂດລາໂອເມ​ພ້ອມ​ທັງ​ພັນທະມິດ​ໄດ້​ຍົກທັບ​ມາ​ປາບ ພວກ​ເຣຟາອີມ​ແຫ່ງ​ນະຄອນ​ອັດຊະຕາໂຣດ-ການາອີມ, ພວກ​ຊູຊິມ​ແຫ່ງ​ນະຄອນ​ຮາມ, ພວກ​ເອມິມ​ທີ່​ທົ່ງນາ​ຂອງ​ນະຄອນ​ກີຣິອາດທາອິມ, 6ແລະ​ພວກ​ໂຮຣີ​ທີ່​ເນີນພູ​ຂອງ​ດິນແດນ​ເອໂດມ; ໂດຍ​ໄລ່​ຕິດຕາມ​ພວກເຂົາ​ໄປ ຈົນ​ຮອດ​ເມືອງ​ເອນປາຣານ​ໃກ້​ທະເລ​ຊາຍ. 7ແລ້ວ​ພວກເຂົາ​ກໍໄດ້​ເຄື່ອນທັບ​ມາ​ເຖິງ​ເມືອງ​ກາເດັດ. (ເມືອງ​ນີ້​ມີ​ຊື່​ອີກ​ວ່າ​ເອນມິດສະປັດ.) ພວກເຂົາ​ໄດ້​ເອົາ​ຊະນະ​ທຸກ​ເມືອງ​ຂອງ​ຊາວ​ອາມາເຫຼັກ ຕະຫລອດ​ທັງ​ຊາວ​ອາໂມ ທີ່​ອາໄສ​ຢູ່​ໃນ​ເມືອງ​ຮາຊາໂຊນຕາມາ.
8ຕໍ່ມາ ບັນດາ​ກະສັດ​ແຫ່ງ​ນະຄອນ​ໂຊໂດມ, ໂກໂມຣາ, ອັດມາ, ເຊບົວອິມ ແລະ​ເບລາ (ທີ່​ເອີ້ນ​ວ່າ​ໂຊອາ) ໄດ້​ທ້ອນໂຮມ​ກຳລັງ​ກັນ​ທີ່​ທົ່ງ​ຮາບພຽງ​ສິດດິມ 9ເພື່ອ​ສູ້ຮົບ​ກັບ​ເຈົ້າ​ເຄໂດລາໂອເມ​ແຫ່ງ​ນະຄອນ​ເອລາມ, ເຈົ້າ​ຕີດານ​ແຫ່ງ​ນະຄອນ​ກົວອິມ, ເຈົ້າ​ອຳຣາເຟນ​ແຫ່ງ​ນະຄອນ​ບາບີໂລນ ແລະ​ເຈົ້າ​ອາຣິໂອກ​ແຫ່ງ​ນະຄອນ​ເອນລາຊາ​ຄື: ກະສັດ​ຫ້າ​ຄົນ​ຕໍ່ສູ້​ກະສັດ​ສີ່​ຄົນ. 10ທີ່​ທົ່ງ​ຮາບພຽງ​ຂອງ​ສິດດິມ​ເຕັມ​ໄປ​ດ້ວຍ​ບໍ່​ນໍ້າມັນ​ດິບ ເວລາ​ກະສັດ​ແຫ່ງ​ໂຊໂດມ ແລະ​ໂກໂມຣາ ພະຍາຍາມ​ເອົາ​ຕົວ​ຫລົບ​ໜີ​ຈາກ​ການ​ສູ້ຮົບ ທັງສອງ​ຈຶ່ງ​ຕົກລົງ​ໃນ​ບໍ່​ນັ້ນ; ສ່ວນ​ກະສັດ​ຄົນອື່ນ​ຕ່າງ​ກໍ​ຫລົບລີ້ ເອົາ​ຕົວລອດ​ໄປ​ທາງ​ເນີນພູ. 11ກະສັດ​ທັງ​ສີ່​ຢຶດເອົາ​ສິ່ງ​ຂອງ​ທັງໝົດ ພ້ອມ​ສະບຽງ​ອາຫານ​ໃນ​ເມືອງ​ໂຊໂດມ ແລະ​ໂກໂມຣາ ແລ້ວ​ໜີໄປ​ຈາກ​ເມືອງ. 12ໂລດ​ຜູ້​ເປັນ​ຫລານຊາຍ​ຂອງ​ອັບຣາມ ທີ່​ອາໄສ​ຢູ່​ໃນ​ເມືອງ​ໂຊໂດມ​ໃນ​ເວລາ​ນັ້ນ​ກໍ​ຖືກ​ຈັບ​ໄປ​ດ້ວຍ ແລະ​ຊັບສິນ​ເງິນຄຳ​ທັງໝົດ​ກໍ​ຖືກ​ຢຶດເອົາ​ໄປ​ເຊັ່ນກັນ.
13ແຕ່​ມີ​ຊາຍ​ຄົນ​ໜຶ່ງ​ປົບໜີ​ມາ​ໄດ້ ຈຶ່ງ​ບອກ​ເລື່ອງ​ໃຫ້​ອັບຣາມ​ຄົນ​ເຮັບເຣີ​ຮູ້ ຊຶ່ງ​ໃນ​ເວລາ​ນັ້ນ​ເພິ່ນ​ອາໄສ​ຢູ່​ໃກ້​ຕົ້ນໄມ້​ສັກສິດ​ຂອງ​ມຳເຣ ຊາວ​ອາໂມ. ມຳເຣ​ເປັນ​ອ້າຍ​ຂອງ​ເອັດຊະໂຄນ ແລະ​ອາເນ. ສ່ວນ​ຄົນ​ພວກ​ນີ້​ເປັນ​ພັນທະມິດ​ຂອງ​ອັບຣາມ. 14ເມື່ອ​ອັບຣາມ​ໄດ້ຍິນ​ວ່າ ຫລານຊາຍ​ຂອງຕົນ​ຖືກ​ຈັບ​ໄປ; ເພິ່ນ​ຈຶ່ງ​ລະດົມ​ເອົາ​ນັກຮົບ​ຈຳນວນ 318 ຄົນ ໃນ​ຄ້າຍພັກ​ຂອງຕົນ ແລະ​ໄລ່​ຕິດຕາມ​ກະສັດ​ທັງ​ສີ່​ໄປ​ຈົນເຖິງ​ເມືອງ​ດານ. 15ຢູ່​ໃນ​ທີ່ນັ້ນ ອັບຣາມ​ໄດ້​ແຍກ​ກຳລັງ​ອອກ​ເປັນ​ສອງ​ໝວດ; ແລ້ວ​ເພິ່ນ​ກໍ​ບຸກໂຈມຕີ​ສັດຕູ​ໃນ​ເວລາ​ກາງຄືນ ແລະ​ເອົາ​ຊະນະ​ພວກເຂົາ. ຄົນ​ຂອງ​ອັບຣາມ​ຍັງ​ໄດ້​ໄລ່​ຕິດຕາມ​ພວກເຂົາ​ໄປ​ຈົນເຖິງ​ເມືອງ​ໂຮບາ ທາງ​ທິດເໜືອ​ຂອງ​ເມືອງ​ດາມັສກັດ, 16ແລະ​ຢຶດເອົາ​ຊັບສົມບັດ​ເງິນຄຳ​ກັບ​ເຂົ້າ​ຂອງ​ທັງໝົດ​ຄືນ​ມາ​ໄດ້. ເພິ່ນ​ຍັງ​ນຳ​ເອົາ​ໂລດ​ຫລານຊາຍ​ຂອງຕົນ​ແລະ​ຊັບສົມບັດ​ຂອງ​ລາວ ພ້ອມ​ທັງ​ພວກ​ແມ່ຍິງ ແລະ​ຄົນອື່ນໆ​ກັບຄືນ​ມາ​ດ້ວຍ.
ເຈົ້າ​ເມຄີເຊເດັກ​ອວຍພອນ​ອັບຣາມ
17ເມື່ອ​ອັບຣາມ​ກັບຄືນ​ມາ​ແຕ່​ສູ້ຮົບ ແລະ​ຊະນະ​ເຈົ້າ​ເຄໂດລາໂອເມ ແລະ​ພັນທະມິດ; ກະສັດ​ແຫ່ງ​ນະຄອນ​ໂຊໂດມ​ກໍ​ອອກ​ມາ​ຕ້ອນຮັບ​ເພິ່ນ​ຢູ່​ທີ່​ຮ່ອມພູ​ຊາເວ (ມີ​ຊື່​ອີກ​ວ່າ​ຮ່ອມພູ​ຂອງ​ກະສັດ). 18ແລ້ວ​ເຈົ້າ​ເມຄີເຊເດັກ​ຜູ້​ທີ່​ເປັນ​ກະສັດ​ແຫ່ງ​ນະຄອນ​ຊາເລັມ ທັງ​ເປັນ​ປະໂຣຫິດ​ຂອງ​ພຣະເຈົ້າ​ອົງ​ສູງສຸດ ກໍ​ເອົາ​ເຂົ້າຈີ່​ກັບ​ເຫຼົ້າ​ອະງຸ່ນ​ໃຫ້​ອັບຣາມ ແລະ​ອວຍພອນ​ເພິ່ນ 19ໂດຍ​ກ່າວ​ວ່າ,
“ຂໍ​ໃຫ້​ພຣະເຈົ້າ​ອົງ​ຍິ່ງໃຫຍ່​ແລະ​ສູງສຸດ
ຜູ້​ສ້າງ​ສະຫວັນ ແລະ​ແຜ່ນດິນ​ໂລກ;
20ຈົ່ງ​ຫັນ​ມາ​ອວຍພອນ​ໃຫ້​ອັບຣາມ​ເຖີດ
ສາທຸການ​ແດ່​ພຣະເຈົ້າ​ຜູ້​ໃຫ້​ຊະນະ​ເຫຼົ່າ​ສັດຕູ.”
ແລ້ວ​ອັບຣາມ​ກໍໄດ້​ຖວາຍ​ໜຶ່ງສ່ວນສິບ​ໃນ​ສິ່ງຂອງ​ທັງໝົດ ຊຶ່ງ​ເພິ່ນ​ໄດ້​ມາ​ຈາກ​ການ​ສູ້ຮົບ​ນັ້ນ ໃຫ້​ແກ່​ເມຄີເຊເດັກ.
21ກະສັດ​ແຫ່ງ​ນະຄອນ​ໂຊໂດມ​ກ່າວ​ແກ່​ອັບຣາມ​ວ່າ, “ເຈົ້າ​ຈົ່ງ​ເອົາ​ສິ່ງຂອງ​ເຫຼົ່ານັ້ນ​ໄປ​ເຖີດ ຂໍ​ສົ່ງ​ຄົນ​ຂອງເຮົາ​ທັງໝົດ​ຄືນ​ກໍ​ພໍ​ແລ້ວ.”
22ແຕ່​ອັບຣາມ​ຕອບ​ວ່າ, “ຂ້ານ້ອຍ​ສາບານ​ໄວ້​ຢ່າງ​ເຄັ່ງຄັດ ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ​ພຣະເຈົ້າ​ຜູ້​ສູງສຸດ ພຣະ​ຜູ້​ສ້າງ​ສະຫວັນ​ກັບ​ແຜ່ນດິນ​ໂລກ​ແລ້ວ​ວ່າ, 23ຂ້ານ້ອຍ​ຈະ​ບໍ່​ເອົາ​ສິ່ງໃດ​ສິ່ງໜຶ່ງ​ທີ່​ເປັນ​ຂອງທ່ານ ແມ່ນແຕ່​ດ້າຍ​ຫຍິບ ຫລື​ສາຍ​ຮັດ​ເກີບ​ເສັ້ນ​ໜຶ່ງ ເພື່ອ​ທ່ານ​ຈະ​ບໍ່​ກ່າວ​ວ່າ, ‘ແມ່ນ​ເຮົາ​ທີ່​ເຮັດ​ໃຫ້​ອັບຣາມ​ເປັນ​ຄົນ​ຮັ່ງມີ.’ 24ຂ້ານ້ອຍ​ຈະ​ບໍ່​ຮັບ​ສິ່ງໃດ​ເລີຍ ເວັ້ນໄວ້​ແຕ່​ສິ່ງ​ທີ່​ຄົນ​ຂອງ​ຂ້ານ້ອຍ​ໄດ້​ໃຊ້​ໄປ​ແລ້ວ ແລະ​ສ່ວນ​ທີ່​ເຫຼືອ​ນັ້ນ ຈົ່ງ​ໃຫ້​ພັນທະມິດ​ຂອງ​ຂ້ານ້ອຍ​ແບ່ງປັນ​ກັນ​ສາ ຄື: ອາເນ, ເອັດຊະໂຄນ ແລະ​ມຳເຣ.”

اکنون انتخاب شده:

ປະຖົມມະການ 14: ພຄພ

های‌لایت

به اشتراک گذاشتن

کپی

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید