ລູກາ 5:12-13

ລູກາ 5:12-13 ພຄພ

ເມື່ອ​ພຣະເຢຊູເຈົ້າ​ຢູ່​ໃນ​ເມືອງ​ໜຶ່ງ ກໍ​ມີ​ຊາຍ​ຄົນ​ໜຶ່ງ​ເປັນ​ພະຍາດ​ຂີ້ທູດ​ເຕັມ​ຕົວ ເມື່ອ​ເຫັນ​ພຣະເຢຊູເຈົ້າ ລາວ​ຈຶ່ງ​ກົ້ມ​ຂາບລົງ​ຕໍ່ໜ້າ​ພຣະອົງ ແລະ​ອ້ອນວອນ​ຂໍ​ວ່າ, “ພຣະອົງເຈົ້າ​ເອີຍ ຖ້າ​ທ່ານ​ພໍໃຈ ກໍ​ສາມາດ​ເຮັດ​ໃຫ້​ຂ້ານ້ອຍ​ດີ​ສະອາດ​ໄດ້.” ພຣະເຢຊູເຈົ້າ​ເດ່​ມື​ອອກ​ແຕະຕ້ອງ​ລາວ ແລະ​ກ່າວ​ວ່າ, “ເຮົາ​ພໍໃຈ​ແລ້ວ ຈົ່ງ​ດີ​ສະອາດ​ສາ” ໃນ​ທັນໃດນັ້ນ ພະຍາດ​ຂີ້ທູດ​ກໍ​ຫາຍ​ໄປ​ຈາກ​ຊາຍ​ຄົນ​ນັ້ນ.

Читать ລູກາ 5