ລູກາ 6
6
ບັນຫາເລື່ອງວັນຊະບາໂຕ
(ມທ 12:1-8; ມຣກ 2:23-28)
1ວັນໜຶ່ງ ໃນວັນຊະບາໂຕ ພຣະເຢຊູເຈົ້າກຳລັງຍ່າງຜ່ານທົ່ງນາ ພວກສາວົກຂອງພຣະອົງໄດ້ເດັດເອົາຮວງເຂົ້າ ແລະເກັດກິນ. 2ພວກຟາຣີຊາຍບາງຄົນຈຶ່ງເວົ້າວ່າ, “ເປັນຫຍັງພວກເຈົ້າຈຶ່ງເຮັດໃນສິ່ງທີ່ກົດບັນຍັດຂອງພວກເຮົາບໍ່ອະນຸຍາດໃຫ້ເຮັດໃນວັນຊະບາໂຕ?”
3ພຣະເຢຊູເຈົ້າຕອບພວກເຂົາວ່າ, “ພວກເຈົ້າບໍ່ໄດ້ອ່ານບໍກ່ຽວກັບສິ່ງທີ່ດາວິດໄດ້ເຮັດເມື່ອລາວ ແລະຄົນຂອງຕົນຫິວເຂົ້າ? 4ຄືລາວໄດ້ເຂົ້າໄປໃນທີ່ສະຖິດຂອງພຣະເຈົ້າ ເອົາເຂົ້າຈີ່ທີ່ໄດ້ຖວາຍແກ່ພຣະເຈົ້າມາກິນ ແລະຍັງແບ່ງປັນໃຫ້ພັກພວກຂອງຕົນກິນດ້ວຍ, ຊຶ່ງກົດບັນຍັດຫ້າມບໍ່ໃຫ້ຜູ້ໃດກິນເຂົ້າຈີ່ນີ້ ນອກຈາກປະໂຣຫິດເທົ່ານັ້ນ.”
5ແລ້ວພຣະເຢຊູເຈົ້າກໍໄດ້ບອກພວກເຂົາວ່າ, “ບຸດມະນຸດເປັນອົງພຣະຜູ້ເປັນເຈົ້າຂອງວັນຊະບາໂຕ.”
ພຣະເຢຊູເຈົ້າຊົງໂຜດຊາຍມືລີບ
(ມທ 12:9-14; ມຣກ 3:1-6)
6ໃນວັນຊະບາໂຕອີກວັນໜຶ່ງ ພຣະເຢຊູເຈົ້າໄດ້ເຂົ້າໄປໃນທຳມະສາລາ ແລະສັ່ງສອນໃນທີ່ນັ້ນ ມີຊາຍຄົນໜຶ່ງທີ່ມືເບື້ອງຂວາລີບ. 7ພວກທຳມະຈານກັບພວກຟາຣີຊາຍບາງຄົນ ຢາກຫາຂໍ້ຟ້ອງພຣະເຢຊູເຈົ້າວ່າ ເຮັດຜິດ ພວກເຂົາຈຶ່ງຊອມເບິ່ງວ່າ ພຣະອົງຈະໂຜດຮັກສາຄົນໃຫ້ດີພະຍາດໃນວັນຊະບາໂຕຫລືບໍ່. 8ແຕ່ພຣະເຢຊູເຈົ້າ ຮູ້ຈັກຄວາມຄິດຂອງພວກເຂົາ ຈຶ່ງກ່າວແກ່ຊາຍມືລີບນັ້ນວ່າ, “ຈົ່ງຢືນຂຶ້ນ ແລະມາທາງໜ້າພີ້.” ຊາຍຄົນນັ້ນຈຶ່ງລຸກຂຶ້ນ ແລະໄປຢືນໃນທີ່ນັ້ນ. 9ແລ້ວພຣະເຢຊູເຈົ້າ ກໍກ່າວແກ່ພວກເຂົາວ່າ, “ເຮົາຂໍຖາມພວກເຈົ້າວ່າ, ‘ກົດວັນຊະບາໂຕຂອງພວກເຮົາອະນຸຍາດໃຫ້ພວກເຮົາເຮັດດີ ຫລືເຮັດຊົ່ວ? ໃຫ້ຊ່ວຍຊີວິດໄວ້ ຫລືໃຫ້ທຳລາຍຊີວິດຖິ້ມ?”’ 10ພຣະອົງຫລຽວເບິ່ງໜ້າພວກເຂົາທຸກຄົນແລ້ວກ່າວ ແກ່ຊາຍມືລີບວ່າ, “ຈົ່ງຢຽດມືເຈົ້າອອກ” ຊາຍມືລີບຢຽດມືຂອງຕົນອອກ ແລະມືຂອງລາວກໍດີເປັນປົກກະຕິ.
11ຝ່າຍຄົນເຫຼົ່ານັ້ນກໍເຕັມໄປດ້ວຍຄວາມຄຽດແຄ້ນ ແລະໄດ້ປຶກສາກັນວ່າຈະເຮັດຢ່າງໃດກັບພຣະເຢຊູເຈົ້າ.
ພຣະເຢຊູເຈົ້າຊົງເລືອກເອົາອັກຄະສາວົກສິບສອງຄົນ
(ມທ 10:1-4; ມຣກ 3:13-19)
12ໃນເວລານັ້ນ, ພຣະເຢຊູເຈົ້າໄດ້ຂຶ້ນໄປເທິງພູໜ່ວຍໜຶ່ງ ເພື່ອພາວັນນາອະທິຖານ ແລະໃຊ້ເວລາພາວັນນາອະທິຖານຕໍ່ພຣະເຈົ້າຢູ່ທີ່ນັ້ນຕະຫລອດຄືນ. 13ຄັນຮຸ່ງເຊົ້າແລ້ວ, ພຣະອົງໄດ້ເອີ້ນບັນດາສາວົກມາຫາພຣະອົງ ແລະໃນພວກເຂົາພຣະອົງເລືອກເອົາສິບສອງຄົນ ແລ້ວພຣະອົງຊົງຕັ້ງຊື່ໃຫ້ວ່າ ອັກຄະສາວົກ. 14ຄືຊີໂມນ (ທີ່ພຣະອົງຕັ້ງຊື່ໃຫ້ວ່າ, “ເປໂຕ”) ແລະ ອັນເດອານ້ອງຊາຍຂອງຕົນ, ຢາໂກໂບ ແລະ ໂຢຮັນ, ຟີລິບ ແລະ ບາຣະໂທໂລມາຍ, 15ມັດທາຍ ແລະ ໂທມາ, ຢາໂກໂບລູກຊາຍຂອງອາລະຟາຍ, ຊີໂມນ (ຜູ້ທີ່ເອີ້ນກັນວ່າ, “ເຊໂລເຕ”) 16ຢູດາລູກຊາຍຂອງຢາໂກໂບ ແລະ ຢູດາອິດສະກາຣີອົດຜູ້ທີ່ທໍລະຍົດຕໍ່ພຣະເຢຊູເຈົ້າ.
ພຣະເຢຊູເຈົ້າສັ່ງສອນ ແລະ ຊົງໂຜດຄົນໃຫ້ດີພະຍາດ
(ມທ 4:23-25)
17ເມື່ອພຣະເຢຊູເຈົ້າກັບພວກສາວົກຂອງພຣະອົງລົງມາແຕ່ພູແລ້ວ ກໍຢຸດຢືນຢູ່ທີ່ຮາບພຽງແຫ່ງໜຶ່ງ ໃນບ່ອນນັ້ນ ມີລູກສິດຂອງພຣະອົງຫລາຍຄົນພ້ອມດ້ວຍປະຊາຊົນຈຳນວນຫລວງຫລາຍ ທີ່ມາຈາກທົ່ວທັງແຂວງຢູດາຍ ຈາກນະຄອນເຢຣູຊາເລັມ ແລະຈາກຝັ່ງທະເລຂອງເມືອງຕີເຣກັບເມືອງຊີໂດນ, 18ພວກເຂົາມາເພື່ອຟັງພຣະອົງ ແລະເພື່ອໃຫ້ພຣະອົງຊົງໂຜດຮັກສາໃຫ້ດີພະຍາດໂຣຄາຂອງພວກເຂົາ ແລະບັນດາຜູ້ທີ່ຖືກຜີຊົ່ວຮ້າຍລົບກວນ ກໍຊົງໂຜດໃຫ້ດີເໝືອນກັນ 19ປະຊາຊົນທຸກຄົນຕ່າງກໍພະຍາຍາມແຕະຕ້ອງພຣະອົງ ເພາະຣິດອຳນາດອອກຈາກພຣະອົງ ແລະຊົງໂຜດຮັກສາພະຍາດໂຣຄາຂອງພວກເຂົາທຸກຄົນໃຫ້ຫາຍດີ.
ຄວາມສຸກ ແລະວິບັດ
(ມທ 5:1-12)
20ເມື່ອພຣະເຢຊູເຈົ້າແນມເບິ່ງພວກສາວົກຂອງພຣະອົງແລ້ວ ກໍກ່າວວ່າ,
“ພວກເຈົ້າທີ່ຍາກຈົນກໍເປັນສຸກ,
ເພາະອານາຈັກຂອງພຣະເຈົ້າ
ເປັນຂອງພວກເຈົ້າ
21 ພວກເຈົ້າທີ່ອຶດຢາກດຽວນີ້ ກໍເປັນສຸກ,
ເພາະວ່າ ພຣະເຈົ້າຈະຊົງໂຜດ
ໃຫ້ພວກເຈົ້າອີ່ມເຕັມ
ພວກເຈົ້າທີ່ຮ້ອງໄຫ້ດຽວນີ້ກໍເປັນສຸກ,
ເພາະວ່າ ພວກເຈົ້າຈະໄດ້ຫົວ.”
22“ພວກເຈົ້າກໍເປັນສຸກຫຼາຍ ເມື່ອຄົນທັງຫລາຍກຽດຊັງພວກເຈົ້າ, ຂັບໄລ່ພວກເຈົ້າໃຫ້ໜີໄປ, ຕິຕຽນນິນທາພວກເຈົ້າ ແລະປະຕິເສດຊື່ຂອງພວກເຈົ້າວ່າຊົ່ວ ເພາະພວກເຈົ້າເຫັນແກ່ບຸດມະນຸດ. 23ໃນວັນນັ້ນ ພວກເຈົ້າຈົ່ງຊົມຊື່ນຍິນດີ ແລະຈົ່ງຕື່ນເຕັ້ນດ້ວຍຄວາມຍິນດີ ເພາະເບິ່ງແມ! ບຳເໜັດຂອງພວກເຈົ້າມີບໍຣິບູນຢູ່ໃນສະຫວັນ ເພາະວ່າບັນພະບຸລຸດຂອງພວກເຂົາໄດ້ເຮັດຢ່າງນັ້ນ ແກ່ຜູ້ປະກາດພຣະທຳເໝືອນກັນ.”
24 “ແຕ່ວິບັດມີແກ່ພວກເຈົ້າ ຜູ້ເປັນຄົນຮັ່ງມີ,
ເພາະພວກເຈົ້າມີຊີວິດຢູ່ຢ່າງສຸກສະບາຍ
25 ວິບັດມີແກ່ພວກເຈົ້າ ທີ່ອີ່ມເຕັມດຽວນີ້
ເພາະວ່າພວກເຈົ້າຈະອຶດຢາກ
ວິບັດມີແກ່ພວກເຈົ້າ ທີ່ກຳລັງຫົວ
ຢູ່ດຽວນີ້
ເພາະພວກເຈົ້າຈະທຸກໂສກ
ແລະຮ້ອງໄຫ້.”
26“ວິບັດມີແກ່ພວກເຈົ້າ ເມື່ອມີຄົນຍ້ອງຍໍວ່າພວກເຈົ້າດີ ເພາະບັນພະບຸລຸດຂອງພວກເຂົາກໍໄດ້ເວົ້າຢ່າງດຽວກັນນີ້ແຫຼະ ແກ່ພວກຜູ້ປະກາດພຣະທຳປອມ.”
ຄວາມຮັກຕໍ່ສັດຕູ
(ມທ 5:38-48; 7:12(ກ))
27“ແຕ່ເຮົາບອກເລື່ອງນີ້ແກ່ພວກເຈົ້າທີ່ໄດ້ຟັງເຮົາວ່າ, ຈົ່ງຮັກສັດຕູຂອງພວກເຈົ້າ ຈົ່ງເຮັດດີແກ່ຜູ້ທີ່ກຽດຊັງພວກເຈົ້າ, 28ຈົ່ງອວຍພອນຄົນທີ່ປ້ອຍດ່າພວກເຈົ້າ ແລະຈົ່ງພາວັນນາອະທິຖານເພື່ອຄົນທີ່ຂົ່ມເຫັງພວກເຈົ້າ. 29ຖ້າຜູ້ໃດຕົບແກ້ມເຈົ້າເບື້ອງໜຶ່ງ ຈົ່ງປິ່ນໃຫ້ລາວຕົບອີກເບື້ອງໜຶ່ງ ຖ້າຜູ້ໃດຍາດເອົາເສື້ອຊັ້ນນອກຂອງເຈົ້າໄປ ຖ້າເຂົາຈະເອົາເສື້ອຊັ້ນໃນກໍຢ່າຫວງຫ້າມ. 30ຈົ່ງໃຫ້ແກ່ທຸກຄົນທີ່ຂໍຈາກເຈົ້າ ແລະຖ້າຜູ້ໃດເອົາສິ່ງຂອງເຈົ້າໄປ ຢ່າສູ່ທວງຖາມເອົາຄືນ. 31ເຈົ້າຢາກໃຫ້ຄົນອື່ນເຮັດຢ່າງໃດແກ່ເຈົ້າ ຈົ່ງເຮັດຢ່າງນັ້ນແກ່ເຂົາເໝືອນກັນ.”
32“ຖ້າພວກເຈົ້າຮັກຄົນທີ່ຮັກພວກເຈົ້າແຕ່ເທົ່ານັ້ນ ຈະເປັນຄຸນຫຍັງແກ່ພວກເຈົ້າ? ແມ່ນແຕ່ບັນດາຄົນບາບກໍຍັງຮັກ ຜູ້ທີ່ຮັກພວກເຂົາເໝືອນກັນ. 33ແລະ ຖ້າພວກເຈົ້າເຮັດດີ ຕໍ່ຄົນທີ່ເຮັດດີຕໍ່ພວກເຈົ້າແຕ່ເທົ່ານັ້ນ ຈະເປັນຄຸນຫຍັງແກ່ພວກເຈົ້າ? ແມ່ນແຕ່ຄົນບາບທັງຫລາຍກໍຍັງເຮັດຢ່າງນັ້ນເໝືອນກັນ 34ແລະ ຖ້າພວກເຈົ້າໃຫ້ຄົນຢືມ ໂດຍຫວັງຈະໄດ້ຄືນຈາກເຂົາແຕ່ເທົ່ານັ້ນ ຈະເປັນຄຸນຫຍັງແກ່ພວກເຈົ້າ? ແມ່ນແຕ່ຄົນບາບກໍຍັງໃຫ້ຄົນບາບຢືມ ໂດຍຫວັງຈະໄດ້ຮັບຄືນເທົ່າກັນ. 35ຈົ່ງຮັກສັດຕູຂອງພວກເຈົ້າ ຈົ່ງເຮັດດີຕໍ່ພວກເຂົາ, ຈົ່ງໃຫ້ພວກເຂົາຢືມໂດຍບໍ່ຫວັງຈະໄດ້ຮັບຄືນ ແລ້ວພວກເຈົ້າກໍຈະໄດ້ບຳເໜັດອັນຍິ່ງໃຫຍ່ ແລະພວກເຈົ້າກໍຈະເປັນລູກຂອງພຣະເຈົ້າອົງສູງສຸດ ເພາະວ່າພຣະອົງຍັງຊົງໂຜດແກ່ຄົນເນລະຄຸນແລະຄົນຊົ່ວ. 36ເຈົ້າທັງຫລາຍຈົ່ງມີຄວາມເມດຕາປານີ ເໝືອນຢ່າງພຣະບິດາເຈົ້າຂອງພວກເຈົ້າ ຜູ້ຊົງມີຄວາມເມດຕາປານີ.”
ເລື່ອງການຕັດສິນຄົນອື່ນ
(ມທ 7:1-5)
37“ຢ່າຕັດສິນຄົນອື່ນ ແລະພຣະເຈົ້າຈະບໍ່ຕັດສິນພວກເຈົ້າ ຢ່າກ່າວໂທດຄົນອື່ນເພື່ອພຣະເຈົ້າຈະບໍ່ກ່າວໂທດພວກເຈົ້າ ຈົ່ງຍົກໂທດໃຫ້ຄົນອື່ນເພື່ອພຣະເຈົ້າຈະຍົກໂທດໃຫ້ພວກເຈົ້າ. 38ຈົ່ງໃຫ້ເຂົາ ແລະພຣະເຈົ້າຈະຊົງໃຫ້ເຈົ້າ ແລະໃນຕັກຂອງເຈົ້າ ຈະໄດ້ຮັບຕວງດ້ວຍເຄື່ອງຜອງຍັດສັ່ນລົງແໜ້ນເຕັມລົ້ນ ເພາະວ່າພວກເຈົ້າຈະຕວງໃຫ້ເຂົາດ້ວຍເຄື່ອງຜອງອັນໃດ ພຣະເຈົ້າຈະຊົງຕວງໃຫ້ພວກເຈົ້າດ້ວຍເຄື່ອງຜອງອັນນັ້ນ.”
39ແລ້ວພຣະເຢຊູເຈົ້າກໍຍັງໄດ້ກ່າວແກ່ພວກເຂົາເປັນຄຳອຸປະມາວ່າ, “ຄົນຕາບອດຈະຈູງຄົນຕາບອດກໍບໍ່ໄດ້ ຖ້າເຂົາເຮັດ ທັງສອງກໍຈະຕົກລົງໃນຂຸມ. 40ສິດບໍ່ຫ່ອນໃຫຍ່ກວ່າຄູຂອງຕົນ, ແຕ່ສິດທຸກຄົນເມື່ອໄດ້ຮັບການຝຶກສອນຢ່າງຄົບຖ້ວນແລ້ວ ກໍຈະເປັນດັ່ງຄູຂອງຕົນ.”
41“ເປັນຫຍັງເຈົ້າຈຶ່ງຫລຽວເຫັນຂີ້ເຫຍື້ອ ທີ່ຢູ່ໃນຕາພີ່ນ້ອງຂອງເຈົ້າ, ແຕ່ໄມ້ທັງທ່ອນຢູ່ໃນຕາຂອງຕົນເອງແລ້ວພັດແນມບໍ່ເຫັນ? 42ດ້ວຍເຫດໃດເຈົ້າຈຶ່ງກ້າເວົ້າຕໍ່ພີ່ນ້ອງຂອງເຈົ້າວ່າ, ‘ພີ່ນ້ອງເອີຍ, ກະລຸນາໃຫ້ຂ້ອຍເອົາຂີ້ເຫຍື້ອອອກຈາກຕາຂອງເຈົ້າແດ່’ ໃນເມື່ອໄມ້ທັງທ່ອນຍັງຢູ່ໃນຕາຂອງເຈົ້າພັດແນມບໍ່ເຫັນ? ໂອ ຄົນໜ້າຊື່ໃຈຄົດເອີຍ ຈົ່ງເອົາທ່ອນໄມ້ອອກຈາກຕາຂອງເຈົ້າເອງກ່ອນ ແລ້ວເຈົ້າກໍຈະເຫັນແຈ້ງດີ ເພື່ອເຂ່ຍຂີ້ເຫຍື້ອອອກຈາກຕາພີ່ນ້ອງຂອງເຈົ້າ.”
ເລື່ອງຕົ້ນໄມ້ ແລະ ຜົນຂອງມັນ
(ມທ 7:16-20; 12:33-35)
43“ຕົ້ນໄມ້ດີ ບໍ່ຫ່ອນເກີດຜົນບໍ່ດີ ແລະຕົ້ນໄມ້ບໍ່ດີ ກໍບໍ່ຫ່ອນເກີດຜົນດີ. 44ຕົ້ນໄມ້ທຸກຕົ້ນຍ່ອມຮູ້ໄດ້ດ້ວຍຜົນຂອງມັນ ພວກເຈົ້າບໍ່ຫ່ອນເກັບໝາກເດື່ອເທດຈາກຕົ້ນມີໜາມ ແລະບໍ່ຫ່ອນເກັບໝາກອະງຸ່ນຈາກເຄືອໜາມ. 45ຄົນດີຍ່ອມເອົາສິ່ງດີອອກມາຈາກຄັງດີແຫ່ງໃຈຂອງຕົນ ຄົນຊົ່ວຍ່ອມເອົາສິ່ງຊົ່ວອອກມາຈາກຄັງຊົ່ວແຫ່ງໃຈຂອງຕົນ ເພາະວ່າ ໃຈເຕັມລົ້ນດ້ວຍສິ່ງໃດ ປາກກໍເວົ້າສິ່ງນັ້ນອອກມາ.”
ເລື່ອງຮາກຖານສອງຢ່າງ
(ມທ 7:24-27)
46“ເປັນຫຍັງເຈົ້າທັງຫລາຍຈຶ່ງເອີ້ນເຮົາວ່າ, ‘ພຣະອົງເຈົ້າຂ້າ ພຣະອົງເຈົ້າຂ້າ’ ແຕ່ບໍ່ໄດ້ປະຕິບັດຕາມສິ່ງທີ່ເຮົາບອກພວກເຈົ້າ? 47ທຸກຄົນທີ່ມາຫາເຮົາ ແລະຟັງຖ້ອຍຄຳຂອງເຮົາ ແລະນຳເອົາໄປປະຕິບັດ ເຮົາຈະແຈ້ງໃຫ້ພວກເຈົ້າຮູ້ວ່າ ຜູ້ນັ້ນປຽບເໝືອນຜູ້ໃດ. 48ກໍປຽບເໝືອນຄົນຜູ້ໜຶ່ງ ທີ່ກໍ່ສ້າງຕຶກຂອງຕົນ ລາວຂຸດດິນລົງເລິກ ແລະຕັ້ງຮາກຖານໃສ່ເທິງດານຫີນ ແລະເມື່ອນໍ້າມາຖ້ວມ ແລ້ວແປວນໍ້າກໍໄຫລທັ່ງໃສ່, ແຕ່ບໍ່ອາດເຮັດໃຫ້ຕຶກນັ້ນຫວັ່ນໄຫວ ເພາະວ່າໄດ້ສ້າງດີແລ້ວ. 49ສ່ວນຄົນທີ່ໄດ້ຍິນຖ້ອຍຄຳຂອງເຮົາ ແລະບໍ່ປະຕິບັດຕາມ ລາວກໍປຽບເໝືອນຄົນຜູ້ໜຶ່ງ ທີ່ກໍ່ສ້າງຕຶກຂອງຕົນເທິງດິນ ໂດຍບໍ່ກໍ່ຮາກຖານ ເມື່ອແປວນໍ້າໄຫລທັ່ງໃສ່ຕຶກນັ້ນ ມັນກໍເຈື່ອນລົງທັນທີ ແລະຄວາມພິນາດຈິບຫາຍຂອງຕຶກນັ້ນກໍໃຫຍ່ຫລວງ.”
Выбрано:
ລູກາ 6: ພຄພ
Выделить
Поделиться
Копировать
Хотите, чтобы то, что вы выделили, сохранялось на всех ваших устройствах? Зарегистрируйтесь или авторизуйтесь
@ 2012 United Bible Societies. All Rights Reserved.