ມາຣະໂກ 14
14
ການປອງຮ້າຍພຣະເຢຊູເຈົ້າ
(ມທ 26:1-5; ລກ 22:1-2; ຢຮ 11:45-53)
1ຍັງອີກສອງວັນ ກໍຈະເຖິງເທດສະການປັດສະຄາ ແລະເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ ພວກຫົວໜ້າປະໂຣຫິດແລະພວກທຳມະຈານ ຕ່າງກໍຄິດຫາອຸບາຍຈັບພຣະເຢຊູເຈົ້າ ເພື່ອຈະສັງຫານພຣະອົງ. 2ຄືພວກເຂົາເວົ້າຕໍ່ກັນແລະກັນວ່າ, “ພວກເຮົາບໍ່ຕ້ອງເຮັດຍາມເທດສະການ ບໍ່ດັ່ງນັ້ນ, ປະຊາຊົນອາດຈະລຸກຮື້ຂຶ້ນກໍໄດ້.”
ພຣະເຢຊູເຈົ້າໄດ້ຮັບການຫົດສົງທີ່ເບັດທານີ
(ມທ 26:6-13; ຢຮ 12:1-8)
3ໃນເວລາດຽວກັນນັ້ນ ພຣະເຢຊູເຈົ້າໄດ້ໄປທີ່ເຮືອນຂອງຊີໂມນ, ຊາຍທີ່ເປັນໂຣກຂີ້ທູດໃນບ້ານເບັດທານີ, ຂະນະທີ່ພຣະເຢຊູເຈົ້າຮັບປະທານຢູ່ນັ້ນ ກໍມີຍິງຜູ້ໜຶ່ງຖືເຕົ້າຫີນຂາວ ຊຶ່ງບັນຈຸນໍ້າມັນຫອມຊະນິດໜຶ່ງ ລາຄາແພງຫລາຍເຂົ້າມາຫາພຣະອົງ ແລ້ວຫັກຄໍເຕົ້ານັ້ນ ແລະຖອກນໍ້າມັນຫອມຫົດສົງຫົວພຣະອົງ. 4ມີບາງຄົນໃນທີ່ນັ້ນເຄືອງໃຈ ຈຶ່ງເວົ້າກັນວ່າ, “ເຫດໃດ ຈຶ່ງເຮັດໃຫ້ນໍ້າມັນຫອມນີ້ເສຍໄປລ້າໆ? 5ຖ້າຂາຍກໍຄົງໄດ້ກວ່າສາມຮ້ອຍຫລຽນເງິນ ເພື່ອເອົາໄປແຈກໃຫ້ຄົນຍາກຈົນ” ແລ້ວພວກເຂົາກໍຕຳໜິຕິຕຽນຍິງຜູ້ນີ້ຢ່າງໜັກ.
6ແຕ່ພຣະເຢຊູເຈົ້າກ່າວວ່າ, “ຊ່າງນາງເທາະ ພວກເຈົ້າກວນໃຈນາງເຮັດຫຍັງ? ນາງໄດ້ເຮັດສິ່ງທີ່ຈົບງາມແກ່ເຮົາແລ້ວ. 7ພວກເຈົ້າຈະມີຄົນຍາກຈົນຢູ່ກັບພວກເຈົ້າສະເໝີ ແລະພວກເຈົ້າຊ່ວຍພວກເຂົາຍາມໃດກໍໄດ້, ແຕ່ພວກເຈົ້າຈະບໍ່ມີເຮົາສະເໝີໄປ. 8ນາງເຮັດເທົ່າທີ່ນາງເຮັດໄດ້, ນາງຖອກນໍ້າມັນຫອມໃສ່ຮ່າງກາຍຂອງເຮົາ ເພື່ອຕຽມການປົງສົບຂອງເຮົາລ່ວງໜ້າ. 9ບັດນີ້ ເຮົາບອກພວກເຈົ້າຕາມຄວາມຈິງວ່າ ທຸກບ່ອນທົ່ວໂລກທີ່ມີການປະກາດຂ່າວປະເສີດ ສິ່ງທີ່ຍິງຜູ້ນີ້ໄດ້ເຮັດຈະເປັນທີ່ເລື່ອງລືກັນໄປ ເພື່ອລະນຶກເຖິງນາງ.”
ຢູດາຍິນຍອມທໍລະຍົດຕໍ່ພຣະເຢຊູເຈົ້າ
(ມທ 26:14-16; ລກ 22:3-6)
10ແລ້ວຢູດາອິດສະກາຣີອົດ ຄົນໜຶ່ງໃນພວກສາວົກສິບສອງຄົນ ກໍໄດ້ໜີໄປຫາບັນດາຫົວໜ້າປະໂຣຫິດ, ເພື່ອຈະມອບພຣະເຢຊູເຈົ້າໃຫ້ພວກເຂົາ. 11ບັນດາຫົວໜ້າປະໂຣຫິດດີໃຈຫລາຍທີ່ໄດ້ຍິນເລື່ອງນີ້ ແລະສັນຍາວ່າຈະເອົາເງິນໃຫ້ລາວ. ດັ່ງນັ້ນ ຢູດາຈຶ່ງຊອກຫາໂອກາດອັນດີ ເພື່ອຈະມອບພຣະເຢຊູເຈົ້າໃຫ້ພວກເຂົາ.
ພຣະເຢຊູເຈົ້າກິນອາຫານປັດສະຄາກັບສາວົກ
(ມທ 26:17-25; ລກ 22:7-14,21-23; ຢຮ 13:21-30)
12ໃນວັນທີໜຶ່ງຂອງເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ ຄືວັນທີ່ພວກເຂົາຂ້າລູກແກະ ເພື່ອຈັດແຈ່ງອາຫານປັດສະຄາ ບັນດາສາວົກຂອງພຣະເຢຊູເຈົ້າໄດ້ຖາມພຣະອົງວ່າ, “ທ່ານຢາກໃຫ້ພວກຂ້ານ້ອຍໄປຈັດແຈ່ງອາຫານປັດສະຄາສຳລັບທ່ານຢູ່ທີ່ໃດ?”
13ສະນັ້ນ ພຣະອົງຈຶ່ງໃຊ້ສາວົກສອງຄົນໃນພວກເພິ່ນໄປ ໂດຍສັ່ງວ່າ, “ຈົ່ງເຂົ້າໄປໃນເມືອງ ຈະມີຊາຍຄົນໜຶ່ງແບກໄຫນໍ້າມາພົບພວກເຈົ້າ, ເຈົ້າຈົ່ງຕາມຜູ້ນັ້ນໄປ 14ລາວຈະເຂົ້າໄປໃນເຮືອນຫລັງໃດຈົ່ງເວົ້າກັບເຈົ້າຂອງເຮືອນນັ້ນວ່າ, ‘ອາຈານຖາມວ່າ ຫ້ອງທີ່ເພິ່ນກັບພວກສາວົກຂອງເພິ່ນ ຈະກິນອາຫານປັດສະຄາຢູ່ໃສ?’ 15ແລ້ວເຈົ້າຂອງເຮືອນກໍຈະຊີ້ໃຫ້ພວກເຈົ້າເຫັນຫ້ອງໂຖງໃຫຍ່ ຢູ່ຊັ້ນເທິງທີ່ຕົບແຕ່ງໄວ້ຮຽບຮ້ອຍແລ້ວ, ທີ່ນັ້ນແຫຼະ ພວກເຈົ້າຈົ່ງຈັດແຈ່ງທຸກສິ່ງຕຽມໄວ້ສຳລັບພວກເຮົາ.”
16ສາວົກສອງຄົນຈຶ່ງໄດ້ອອກໄປ ແລະໄດ້ເຂົ້າໄປໃນເມືອງ, ພວກເພິ່ນໄດ້ພົບຕາມທີ່ພຣະເຢຊູເຈົ້າໄດ້ບອກໄວ້ທຸກປະການ ແລະພວກເພິ່ນກໍໄດ້ຈັດແຈ່ງອາຫານສຳລັບປັດສະຄາ.
17ເມື່ອເຖິງຕອນຄໍ່າ ພຣະເຢຊູເຈົ້າກັບພວກສາວົກສິບສອງຄົນກໍເຂົ້າມາ. 18ເມື່ອພວກເພິ່ນກຳລັງຮັບປະທານອາຫານຢູ່ນັ້ນ ພຣະເຢຊູເຈົ້າໄດ້ກ່າວວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຜູ້ໜຶ່ງໃນພວກເຈົ້າຈະທໍລະຍົດເຮົາ ຄືຜູ້ໜຶ່ງທີ່ຮ່ວມພາເຂົ້າຢູ່ນຳເຮົານີ້ແຫຼະ.”
19ພວກສາວົກຕ່າງກໍເປັນທຸກໃຈຫລາຍ ແລະຖາມພຣະອົງເທື່ອລະຄົນວ່າ, “ທ່ານຄົງບໍ່ໝາຍເຖິງຂ້ານ້ອຍ ແມ່ນບໍ່?”
20ພຣະເຢຊູເຈົ້າຊົງຕອບວ່າ, “ແມ່ນຄົນໜຶ່ງໃນພວກເຈົ້າສິບສອງຄົນນີ້ແຫຼະ ຄືຜູ້ທີ່ເອົາເຂົາຈີ່ຈໍ້າຮ່ວມຖ້ວຍດຽວກັນກັບເຮົາ. 21ດ້ວຍວ່າ, ບຸດມະນຸດຈະຈາກໄປ ຕາມທີ່ມີຂຽນໄວ້ໃນພຣະຄຳພີ ແຕ່ໄພພິບັດຈະຕົກຖືກຜູ້ທີ່ທໍລະຍົດບຸດມະນຸດ ຖ້າຄົນຜູ້ນີ້ບໍ່ເກີດມາກໍເປັນການດີກວ່າ.”
ພຣະເຢຊູເຈົ້າຕັ້ງສິນມະຫາສະໜິດ
(ມທ 26:26-30; ລກ 22:14-20; 1 ກຣທ 11:23-25)
22ໃນລະຫວ່າງອາຫານແລງຄາບສຸດທ້າຍນັ້ນ ພຣະເຢຊູເຈົ້າໄດ້ຈັບເອົາເຂົ້າຈີ່ມາໂມທະນາຂອບພຣະຄຸນແລ້ວ ພຣະເຢຊູເຈົ້າກໍຫັກເຂົ້າຈີ່ນັ້ນ ແລະຍື່ນໃຫ້ແກ່ພວກສາວົກ ແລະກ່າວວ່າ, “ຈົ່ງຮັບເອົາເທີ້ນ ນີ້ແຫຼະ ຄືກາຍຂອງເຮົາ.”
23ແລ້ວພຣະອົງກໍຈັບເອົາຈອກມາໂມທະນາຂອບພຣະຄຸນ ແລະຍື່ນໃຫ້ພວກເພິ່ນ ແລະພວກເພິ່ນກໍຮັບດື່ມທຸກຄົນ. 24ພຣະເຢຊູເຈົ້າກ່າວວ່າ, “ນີ້ແຫຼະ ຄືເລືອດຂອງເຮົາ ແມ່ນເລືອດຂອງພັນທະສັນຍາໃໝ່ ທີ່ຫລັ່ງໄຫລອອກສຳລັບຄົນທັງຫລາຍ. 25ເຮົາບອກພວກເຈົ້າຕາມຄວາມຈິງວ່າ ເຮົາຈະບໍ່ດື່ມນໍ້າອະງຸ່ນນີ້ອີກຈັກເທື່ອ ຈົນກວ່າເຖິງວັນນັ້ນ ຄືເຮົາຈະດື່ມອັນໃໝ່ໃນອານາຈັກຂອງພຣະເຈົ້າ.”
26ເມື່ອໄດ້ຮ້ອງເພງສັນລະເສີນບົດໜຶ່ງແລ້ວ ພວກເພີ່ນກໍພາກັນອອກໄປທີ່ພູເຂົາໝາກກອກເທດ.
ພຣະເຢຊູເຈົ້າກ່າວລ່ວງໜ້າວ່າເປໂຕຈະປະຕິເສດພຣະອົງ
(ມທ 26:31-35; ລກ 22:31-34; ຢຮ 13:36-38)
27ພຣະເຢຊູເຈົ້າຊົງກ່າວແກ່ພວກສາວົກວ່າ, “ພວກເຈົ້າທຸກຄົນຈະປະຖິ້ມເຮົາໄປ ເພາະມີຂຽນໄວ້ໃນພຣະຄຳພີວ່າ, ‘ເຮົາຈະປະຫານຜູ້ລ້ຽງແກະ ແລະ ຝູງແກະຈະແຕກຊະກັນໄປ.’ 28ແຕ່ເມື່ອເຮົາເປັນຄືນມາສູ່ຊີວິດແລ້ວ ເຮົາຈະໄປທີ່ແຂວງຄາລີເລກ່ອນໜ້າພວກເຈົ້າ.”
29ເປໂຕເວົ້າວ່າ, “ເຖິງແມ່ນວ່າທຸກຄົນຈະປະຖິ້ມທ່ານໄປກໍຕາມ ຂ້ານ້ອຍຈະບໍ່ປະຖິ້ມທ່ານໄປຈັກເທື່ອ.”
30ພຣະເຢຊູເຈົ້າຊົງກ່າວຕອບເປໂຕວ່າ, “ເຮົາບອກເຈົ້າຕາມຄວາມຈິງວ່າ ໃນຄືນນີ້ແຫຼະ ກ່ອນໄກ່ຂັນສອງເທື່ອ ເຈົ້າຈະປະຕິເສດວ່າ ບໍ່ຮູ້ຈັກເຮົາເຖິງສາມເທື່ອ.”
31ເປໂຕຕອບຢ່າງໜັກແໜ້ນຫລາຍຍິ່ງຂຶ້ນວ່າ, “ເຖິງແມ່ນຂ້ານ້ອຍຈະຕ້ອງຕາຍກັບທ່ານ ຂ້ານ້ອຍຈະບໍ່ປະຕິເສດທ່ານຈັກເທື່ອ.”
ຝ່າຍສາວົກທຸກຄົນ ຕ່າງກໍເວົ້າຢ່າງນັ້ນເໝືອນກັນ.
ພຣະເຢຊູເຈົ້າຊົງພາວັນນາອະທິຖານທີ່ສວນເຄັດເຊມາເນ
(ມທ 26:36-46; ລກ 22:39-46)
32ແລ້ວພຣະເຢຊູເຈົ້າກໍໄປກັບສາວົກຮອດບ່ອນໜຶ່ງທີ່ຊື່ວ່າ ເຄັດເຊມາເນ ພຣະອົງກ່າວແກ່ພວກເພິ່ນວ່າ, “ຈົ່ງນັ່ງຢູ່ທີ່ນີ້ ໃນຂະນະທີ່ເຮົາໄປພາວັນນາອະທິຖານ.” 33ພຣະອົງໄດ້ພາເປໂຕ, ຢາໂກໂບ ແລະ ໂຢຮັນໄປກັບພຣະອົງ, ພຣະອົງໂສກເສົ້າ ແລະເປັນທຸກໜັກໃນໃຈຫລາຍ 34ຈຶ່ງກ່າວແກ່ພວກເພິ່ນວ່າ, “ຈິດໃຈຂອງເຮົາເປັນທຸກໜັກແທບຈະຕາຍຢູ່ແລ້ວ ຈົ່ງເຝົ້າຄອຍຢູ່ທີ່ນີ້ເທີ້ນ.”
35ພຣະອົງຍ່າງເລີຍໄປໄກໜ້ອຍໜຶ່ງ ກໍໄດ້ຄຸເຂົ່າລົງກັບພື້ນດິນ ແລ້ວພາວັນນາອະທິຖານວ່າ, ຖ້າເປັນໄປໄດ້ ຂໍໃຫ້ໂມງເວລາແຫ່ງຄວາມທົນທຸກທໍລະມານນີ້ ຜ່ານພົ້ນໄປຈາກພຣະອົງ. 36ພຣະອົງພາວັນນາອະທິຖານວ່າ, “ພຣະບິດາເຈົ້າເອີຍ ພຣະບິດາຂອງລູກ ພຣະອົງເຮັດໄດ້ທຸກສິ່ງ ຂໍໃຫ້ຈອກແຫ່ງຄວາມທົນທຸກທໍລະມານນີ້ ເລື່ອນພົ້ນໄປຈາກລູກທ້ອນ, ແຕ່ຢ່າງໃດກໍດີ ຂໍຢ່າໃຫ້ເປັນໄປຕາມໃຈປາຖະໜາຂອງລູກ, ແຕ່ໃຫ້ເປັນໄປຕາມພຣະປະສົງຂອງພຣະອົງເທີ້ນ.”
37ແລ້ວພຣະອົງກໍກັບຄືນມາ ແລະເຫັນພວກສາວົກນອນຫລັບຢູ່, ພຣະອົງກ່າວແກ່ເປໂຕວ່າ, “ຊີໂມນເອີຍ ເຈົ້າຍັງນອນຫລັບຢູ່ບໍ? ເຈົ້າບໍ່ສາມາດເຝົ້າຢູ່ຈັກຊົ່ວໂມງດຽວບໍ?” 38ແລ້ວພຣະອົງກໍກ່າວແກ່ພວກເພິ່ນວ່າ, “ຈົ່ງເຝົ້າລະວັງ ແລະພາວັນນາອະທິຖານຢູ່ ເພື່ອຈະບໍ່ຕົກໃນການທົດລອງ ຈິດໃຈພ້ອມຢູ່ແລ້ວກໍຈິງ ແຕ່ຮ່າງກາຍກໍອ່ອນແຮງ.”
39ພຣະອົງກັບໄປພາວັນນາອະທິຖານອີກເທື່ອໜຶ່ງ ໂດຍກ່າວຖ້ອຍຄຳເໝືອນຢ່າງເທື່ອກ່ອນ. 40ເມື່ອພຣະອົງກັບຄືນມາຫາພວກສາວົກ ກໍພົບພວກເພິ່ນນອນຫລັບຢູ່, ພວກເພິ່ນບໍ່ອາດມືນຕາຂຶ້ນໄດ້ເລີຍ ແລະບໍ່ຮູ້ວ່າຈະເວົ້າຢ່າງໃດ.
41ເມື່ອພຣະອົງກັບຄືນມາເທື່ອທີສາມ ພຣະອົງກໍກ່າວແກ່ພວກເພິ່ນວ່າ, “ພວກເຈົ້າຍັງພັກຜ່ອນຫລັບນອນຢູ່ບໍ? ພໍສາ ເວລາມາເຖິງແລ້ວ ເບິ່ງແມ! ບຸດມະນຸດກຳລັງຈະຖືກມອບໄວ້ໃນກຳມືຂອງຄົນບາບທັງຫລາຍ. 42ຈົ່ງລຸກຂຶ້ນ ພາກັນໄປເທາະ ເບິ່ງແມ! ຄົນທີ່ມອບເຮົາໄວ້ກໍມາທີ່ນີ້ແລ້ວ.”
ການຈັບກຸມພຣະເຢຊູເຈົ້າ
(ມທ 26:47-56; ລກ 22:47-53; ຢຮ 18:3-12)
43ເມື່ອພຣະເຢຊູເຈົ້າກ່າວຍັງບໍ່ທັນຂາດຄຳ ໃນທັນໃດນັ້ນ ຢູດາຜູ້ເປັນສາວົກຄົນໜຶ່ງໃນພວກສາວົກສິບສອງຄົນ ກໍມາພ້ອມກັບປະຊາຊົນຈຳນວນຫລວງຫລາຍ ທັງຖືດາບທັງຖືໄມ້ຄ້ອນ, ພວກຫົວໜ້າປະໂຣຫິດ, ພວກທຳມະຈານ ແລະພວກເຖົ້າແກ່ໄດ້ໃຊ້ຄົນເຫຼົ່ານີ້ມາ. 44ຜູ້ທີ່ທໍລະຍົດຕໍ່ພຣະອົງນັ້ນ ໄດ້ໃຊ້ສັນຍານບອກແກ່ພວກເຂົາວ່າ, “ຂ້ອຍຈູບຄຳນັບຜູ້ໃດ ແມ່ນຜູ້ນັ້ນແຫຼະ ຈົ່ງຈັບກຸມຕົວເອົາໄປຮັກສາໄວ້ໃຫ້ດີ.”
45ພໍຢູດາມາຮອດ ເຂົາກໍຫຍັບເຂົ້າໄປໃກ້ພຣະເຢຊູເຈົ້າທັນທີ ແລະເວົ້າຕໍ່ພຣະອົງວ່າ, “ພຣະອາຈານເອີຍ” ແລ້ວລາວກໍຈູບພຣະອົງຢ່າງຮັກແພງ. 46ດັ່ງນັ້ນ ພວກເຂົາຈຶ່ງຄວ້າຈັບພຣະອົງ ແລະຈັບກຸມພຣະອົງໄວ້. 47ແຕ່ມີຄົນໜຶ່ງໃນຈຳນວນຄົນທີ່ຢືນຢູ່ໃນທີ່ນັ້ນ ຊັກດາບອອກຟັນຄົນຮັບໃຊ້ຄົນໜຶ່ງ ຂອງມະຫາປະໂຣຫິດຖືກຫູຂາດເບື້ອງໜຶ່ງ. 48ພຣະເຢຊູເຈົ້າກໍກ່າວແກ່ພວກເຂົາວ່າ, “ພວກເຈົ້າຖືດາບຖືໄມ້ຄ້ອນອອກມາຈັບເຮົາ ເໝືອນດັ່ງຈັບໂຈນຊັ້ນບໍ? 49ທຸກໆວັນເຮົາຢູ່ກັບພວກເຈົ້າ ແລະ ໄດ້ສັ່ງສອນໃນພຣະວິຫານ ແລະພວກເຈົ້າບໍ່ໄດ້ຈັບເຮົາ ແຕ່ກ່ຽວກັບເລື່ອງທີ່ເກີດຂຶ້ນນີ້ ກໍເພື່ອໃຫ້ສຳເລັດຕາມທີ່ມີກ່າວໄວ້ໃນພຣະຄຳພີ.”
50ແລ້ວພວກສາວົກທັງໝົດກໍປະຖິ້ມ ແລະແລ່ນປົບໜີຈາກພຣະອົງໄປ.
51ມີຊາຍໜຸ່ມຄົນໜຶ່ງນຸ່ງຜ້າປ່ານແຕ່ຜືນດຽວ ຕາມພຣະເຢຊູເຈົ້າໄປ ພວກເຂົາໄດ້ຄວ້າຈັບບາຍຊາຍໜຸ່ມນັ້ນ, 52ແຕ່ຊາຍນັ້ນໄດ້ປະຜ້າປ່ານຜືນທີ່ນຸ່ງຢູ່ນັ້ນຖິ້ມເສຍ ແລະແລ່ນປົບໜີໄປຕົວເປົ່າ.
ພຣະເຢຊູເຈົ້າຕໍ່ໜ້າສະພາສູງສຸດ
(ມທ 26:57-68; ລກ 22:54-55,63-71; ຢຮ 18:13-14,19-24)
53ພວກເຂົາໄດ້ພາພຣະເຢຊູເຈົ້າໄປຫາມະຫາປະໂຣຫິດ ບ່ອນທີ່ພວກຫົວໜ້າປະໂຣຫິດ ພວກເຖົ້າແກ່ ແລະພວກທຳມະຈານທັງໝົດ ໄດ້ປະຊຸມກັນຢູ່ທີ່ນັ້ນ. 54ສ່ວນເປໂຕໄດ້ຕິດຕາມພຣະເຢຊູເຈົ້າໄປໃນໄລຍະຫ່າງໄກພໍສົມຄວນ ແລະເຂົ້າໄປໃນເດີ່ນບ້ານຂອງມະຫາປະໂຣຫິດ ແລ້ວນັ່ງຝີງໄຟຢູ່ກັບພວກຄົນຍາມ. 55ພວກຫົວໜ້າປະໂຣຫິດ ແລະພວກສະມາຊິກສະພາໄດ້ຫາຫຼັກຖານມາຕໍ່ສູ້ພຣະເຢຊູເຈົ້າ ເພື່ອຈະຂ້າພຣະອົງເສຍ ແຕ່ຫາຫຼັກຖານບໍ່ໄດ້. 56ດ້ວຍວ່າ, ມີຫລາຍຄົນກ່າວຄຳພະຍານຕົວະຕໍ່ສູ້ພຣະອົງ, ແຕ່ຄຳເວົ້າຂອງພວກເຂົາຂັດແຍ້ງກັນເອງ.
57ຕໍ່ມາ ມີບາງຄົນຢືນຂຶ້ນກ່າວຄຳພະຍານຕົວະຕໍ່ສູ້ພຣະອົງວ່າ, 58“ພວກເຮົາໄດ້ຍິນລາວເວົ້າວ່າ, ‘ເຮົາຈະມ້າງພຣະວິຫານຫລັງນີ້ ທີ່ສ້າງດ້ວຍມືມະນຸດ ແລະຫລັງຈາກສາມວັນ ເຮົາຈະສ້າງຫລັງໜຶ່ງຂຶ້ນໃໝ່ ທີ່ບໍ່ໄດ້ເຮັດດ້ວຍມືມະນຸດ.”’ 59ເຖິງປານນັ້ນ ຄຳພະຍານຂອງພວກເຂົາກໍຍັງບໍ່ຖືກຕ້ອງກັນ.
60ມະຫາປະໂຣຫິດຈຶ່ງໄດ້ລຸກຢືນຂຶ້ນໃນທ່າມກາງທີ່ປະຊຸມ ແລະຖາມພຣະເຢຊູເຈົ້າວ່າ, “ເຈົ້າບໍ່ມີຫຍັງບໍ ທີ່ຈະແກ້ຄຳກ່າວຫາ ທີ່ຄົນເຫຼົ່ານີ້ກ່າວຕໍ່ສູ້ເຈົ້າ?”
61ແຕ່ພຣະເຢຊູເຈົ້າມິດງຽບຢູ່ ແລະບໍ່ຕອບຫຍັງຈັກຄຳ, ມະຫາປະໂຣຫິດຈຶ່ງຖາມພຣະອົງອີກວ່າ, “ເຈົ້າເປັນພຣະຄຣິດ ພຣະບຸດຂອງພຣະເຈົ້າ ຜູ້ຊົງກຽດຕິຍົດບໍ?”
62ພຣະເຢຊູເຈົ້າຕອບວ່າ, “ເຮົາເປັນຜູ້ນັ້ນແຫຼະ ແລະພວກເຈົ້າຈະໄດ້ເຫັນບຸດມະນຸດ ນັ່ງທີ່ເບື້ອງຂວາຂອງພຣະຜູ້ຊົງຣິດອຳນາດຍິ່ງໃຫຍ່ ແລະກຳລັງລົງມາເທິງເມກໃນສະຫວັນ.”
63ມະຫາປະໂຣຫິດຜູ້ນັ້ນໄດ້ຈີກເສື້ອລ່າມຂອງຕົນ ແລະ ກ່າວສຽງດັງວ່າ, “ພວກເຮົາຍັງຈະຕ້ອງການພະຍານອັນໃດອີກ 64ເຈົ້າທັງຫລາຍກໍໄດ້ຍິນຄຳເວົ້າໝິ່ນປະໝາດພຣະເຈົ້າແລ້ວ ເຈົ້າທັງຫລາຍຈະຕັດສິນໃຈຢ່າງໃດ?”
ທີ່ປະຊຸມທັງໝົດຈຶ່ງລົງມະຕິວ່າ, ພຣະເຢຊູເຈົ້າຕ້ອງຖືກໂທດປະຫານຊີວິດ.
65ມີບາງຄົນໃນພວກເຂົາ ໄດ້ຕັ້ງຕົ້ນຖົ່ມນໍ້າລາຍໃສ່ພຣະເຢຊູເຈົ້າ ພວກເຂົາເອົາຜ້າມັດຕາພຣະອົງ ແລະທຸບຕີພຣະອົງ ພວກເຂົາເວົ້າຕໍ່ພຣະເຢຊູເຈົ້າວ່າ, “ທວາຍເບິ່ງດູວ່າ ແມ່ນຜູ້ໃດຕີມຶງ!” ແລ້ວພວກທະຫານຍາມກໍຮັບເອົາພຣະອົງໄປຕົບຕີ ແລະເອົາໄມ້ແສ້ຂ້ຽນພຣະອົງ.
ເປໂຕປະຕິເສດພຣະເຢຊູເຈົ້າ
(ມທ 26:69-75; ລກ 22:56-62; ຢຮ 18:15-18,25-27)
66ຂະນະທີ່ເປໂຕຍັງຢູ່ທາງລຸ່ມທີ່ເດີ່ນບ້ານນັ້ນ ມີສາວໃຊ້ຄົນໜຶ່ງຂອງມະຫາປະໂຣຫິດຍ່າງມາ. 67ເມື່ອນາງເຫັນເປໂຕນັ່ງຝີງໄຟຢູ່ ນາງກໍຈ້ອງຕາເບິ່ງເພິ່ນ ແລະທ້ວງວ່າ, “ເຈົ້າກໍເຄີຍໄປມາກັບເຢຊູໄທນາຊາເຣັດເໝືອນກັນ.”
68ແຕ່ລາວໄດ້ຕອບປະຕິເສດວ່າ, “ຂ້ອຍບໍ່ຮູ້... ຂ້ອຍບໍ່ເຂົ້າໃຈຄຳທີ່ເຈົ້າໄດ້ເວົ້ານັ້ນ,” ແລ້ວເປໂຕກໍຍ່າງອອກໄປທາງປະຕູບ້ານ ແລະ ໄກ່ກໍຂັນ.
69ສ່ວນສາວໃຊ້ຜູ້ນັ້ນ ເຫັນເປໂຕຈຶ່ງຕັ້ງຕົ້ນເວົ້າຕໍ່ຄົນທີ່ຢືນຢູ່ໃນທີ່ນັ້ນອີກວ່າ, “ຄົນນີ້ແຫຼະ ເປັນຜູ້ໜຶ່ງໃນພວກເຂົາ.” 70ແຕ່ເປໂຕໄດ້ປະຕິເສດອີກ.
ຫລັງຈາກນັ້ນໜ້ອຍໜຶ່ງ ຄົນທີ່ຢືນຢູ່ໃນທີ່ນັ້ນ ກໍເວົ້າຕໍ່ເປໂຕວ່າ, “ແມ່ນແທ້ແຫຼະ ໂຕເປັນຜູ້ໜຶ່ງໃນພວກນັ້ນ ເພາະໂຕເປັນຄົນຄາລີເລເໝືອນກັນ.”
71ແລ້ວເປໂຕກໍປ້ອຍດ່າ ແລະສາບານວ່າ, “ຄົນທີ່ພວກມຶງເວົ້ານັ້ນກູບໍ່ຮູ້ຈັກ.”
72ໃນທັນໃດນັ້ນ ໄກ່ກໍຂັນເປັນເທື່ອທີສອງ ແລະເປໂຕຈຶ່ງຈື່ໄດ້ເຖິງຄຳທີ່ພຣະເຢຊູເຈົ້າໄດ້ກ່າວແກ່ຕົນວ່າ, “ກ່ອນໄກ່ຂັນສອງເທື່ອ ເຈົ້າຈະປະຕິເສດວ່າ ບໍ່ຮູ້ຈັກເຮົາເຖິງສາມເທື່ອ.” ເມື່ອຫວນຄິດໄດ້ ເປໂຕຈຶ່ງຮ້ອງໄຫ້ຂຶ້ນ.
Выбрано:
ມາຣະໂກ 14: ພຄພ
Выделить
Поделиться
Копировать
Хотите, чтобы то, что вы выделили, сохранялось на всех ваших устройствах? Зарегистрируйтесь или авторизуйтесь
@ 2012 United Bible Societies. All Rights Reserved.

: