ມາຣະໂກ 15

15
ພຣະເຢຊູເຈົ້າ​ຖືກ​ນຳ​ຕົວ​ໄປ​ຢູ່​ຕໍ່ໜ້າ​ປີລາດ
(ມທ 27:1-2,11-14; ລກ 23:1-5; ຢຮ 18:28-38)
1ພໍ​ຮຸ່ງ​ເຊົ້າ​ມາ ບັນດາ​ຫົວໜ້າ​ປະໂຣຫິດ, ພວກ​ເຖົ້າແກ່, ພວກ​ທຳມະຈານ ແລະ​ບັນດາ​ສະມາຊິກ​ສະພາ​ໄດ້​ປຶກສາ​ຫາລື​ກັນ​ແລ້ວ ພວກເຂົາ​ໄດ້​ມັດ​ພຣະເຢຊູເຈົ້າ ແລະ​ພາ​ໄປ​ມອບ​ໃຫ້​ປີລາດ. 2ສ່ວນ​ປີລາດ​ກໍໄດ້​ຖາມ​ພຣະເຢຊູເຈົ້າ​ວ່າ, “ເຈົ້າ​ເປັນ​ກະສັດ​ຂອງ​ຊາວ​ຢິວ​ບໍ?”
ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “ທ່ານ​ເວົ້າ​ນັ້ນ​ຖືກ​ແລ້ວ.”
3ພວກ​ຫົວໜ້າ​ປະໂຣຫິດ​ໄດ້​ກ່າວໂທດ​ໃສ່​ພຣະເຢຊູເຈົ້າ​ຫລາຍ​ເລື່ອງ 4ດັ່ງນັ້ນ ປີລາດ​ຈຶ່ງ​ຖາມ​ພຣະອົງ​ອີກ​ວ່າ, “ເຈົ້າ​ບໍ່​ຕອບ​ຈັກ​ຄຳ​ບໍ? ເບິ່ງແມ! ພວກເຂົາ​ກ່າວ​ຟ້ອງ​ເຈົ້າ​ຕັ້ງ​ຫລາຍ​ເລື່ອງ.”
5ແຕ່​ພຣະເຢຊູເຈົ້າ​ບໍ່​ຕອບ​ຈັກ​ຄຳ​ຈົນ​ປີລາດ​ປະຫລາດ​ໃຈ.
ພຣະເຢຊູເຈົ້າ​ຖືກ​ຕັດສິນ​ໃຫ້​ປະຫານ​ຊີວິດ
(ມທ 27:15-26; ລກ 23:13-25; ຢຮ 18:39–19:16)
6ໃນ​ເທດສະການ​ປັດສະຄາ​ທຸກ​ປີ, ປີລາດ​ເຄີຍ​ປ່ອຍ​ນັກໂທດ​ຄົນ​ໜຶ່ງ​ໃຫ້​ເປັນ​ອິດສະຫລະ ຕາມ​ທີ່​ປະຊາຊົນ​ຂໍຮ້ອງ. 7ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ ບາຣາບາ ທີ່​ຖືກ​ຂັງ​ຄຸກ​ຮ່ວມ​ກັບ​ພວກ​ກະບົດ ທີ່​ໄດ້​ຂ້າ​ຄົນ​ເນື່ອງ​ຈາກ​ການ​ກະບົດ​ນັ້ນ. 8ປະຊາຊົນ​ໄດ້​ຂຶ້ນ​ໄປ​ຫາ​ປີລາດ ຕັ້ງຕົ້ນ​ຂໍ​ໃຫ້​ເພິ່ນ​ເຮັດ​ຕາມ​ທີ່​ເຄີຍ​ໄດ້​ປະຕິບັດ​ມາ 9ປີລາດ​ຈຶ່ງ​ຖາມ​ພວກເຂົາ​ວ່າ, “ພວກທ່ານ​ຢາກ​ໃຫ້​ປ່ອຍ​ກະສັດ​ຂອງ​ຊາວ​ຢິວ​ແກ່​ພວກທ່ານ​ບໍ?” 10ປີລາດ​ຮູ້​ດີ​ວ່າ ການ​ທີ່​ພວກ​ຫົວໜ້າ​ປະໂຣຫິດ ນຳ​ພຣະເຢຊູເຈົ້າ​ມາ​ມອບ​ໃຫ້​ແກ່​ຕົນ​ນັ້ນ ເພາະ​ພວກເຂົາ​ມີ​ໃຈ​ອິດສາ.
11ແຕ່​ພວກ​ຫົວໜ້າ​ປະໂຣຫິດ​ໄດ້​ຍຸຍົງ​ປະຊາຊົນ ເພື່ອ​ຂໍ​ໃຫ້​ປີລາດ​ປ່ອຍ​ບາຣາບາ​ແທນ​ພຣະເຢຊູເຈົ້າ. 12ປີລາດ​ຖາມ​ພວກເຂົາ​ອີກ​ວ່າ, “ຖ້າດັ່ງນັ້ນ ພວກທ່ານ​ຢາກ​ໃຫ້​ເຮົາ​ເຮັດ​ຢ່າງ​ໃດ​ກັບ​ຜູ້​ທີ່​ພວກທ່ານ​ເອີ້ນ​ວ່າ, ກະສັດ​ຂອງ​ຊາດ​ຢິວ?” 13ພວກເຂົາ​ຮ້ອງ​ຕອບ​ຂຶ້ນ​ວ່າ, “ຄຶງ​ມັນ​ໄວ້​ທີ່​ໄມ້ກາງແຂນ.”
14ປີລາດ​ຈຶ່ງ​ຖາມ​ພວກເຂົາ​ວ່າ, “ເປັນຫຍັງ​ຈຶ່ງ​ຄຶງ ຜູ້​ນີ້​ໄດ້​ເຮັດ​ຜິດ​ຫຍັງ?”
ແຕ່​ພວກເຂົາ​ຊໍ້າພັດ​ຮ້ອງ​ແຮງ​ຍິ່ງ​ຂຶ້ນ​ວ່າ, “ຄຶງ​ມັນ​ໄວ້​ທີ່​ໄມ້ກາງແຂນ.”
15ປີລາດ​ຕ້ອງການ​ເອົາໃຈ​ປະຊາຊົນ ເພິ່ນ​ຈຶ່ງ​ປ່ອຍ​ບາຣາບາ​ໃຫ້​ພວກເຂົາ. ເມື່ອ​ເພິ່ນ​ໄດ້​ສັ່ງ​ໃຫ້​ເຂົາ​ຂ້ຽນ​ພຣະເຢຊູເຈົ້າ​ແລ້ວ ກໍ​ມອບ​ພຣະອົງ​ໃຫ້​ຖືກ​ຄຶງ​ໄວ້​ທີ່​ໄມ້ກາງແຂນ.
ພວກ​ທະຫານ​ເຢາະເຢີ້ຍ​ພຣະເຢຊູເຈົ້າ
(ມທ 27:27-31; ຢຮ 19:2-3)
16ພວກ​ທະຫານ​ໄດ້​ນຳ​ພຣະເຢຊູເຈົ້າ ເຂົ້າ​ໄປ​ໃນ​ເດີ່ນ​ບ້ານ​ຂອງ​ຜູ້​ປົກຄອງ ແລ້ວ​ກໍ​ເອີ້ນ​ກອງທັບ​ທະຫານ​ມາ​ເຕົ້າໂຮມ​ກັນ​ໃນ​ທີ່ນັ້ນ. 17ພວກເຂົາ​ໄດ້​ເອົາ​ເສື້ອ​ສີມ່ວງ​ມາ​ນຸ່ງ​ໃຫ້​ພຣະອົງ ເອົາ​ເຄືອໜາມ​ຖັກ​ເປັນ​ໂຄ້ງ​ແທນ​ມົງກຸດ​ມາ​ສຸບ​ໃສ່​ຫົວ​ຂອງ​ພຣະອົງ. 18ແລ້ວ​ພວກເຂົາ​ກໍ​ຕັ້ງຕົ້ນ​ຄຳນັບ​ແບບ​ເຢາະເຢີ້ຍ​ພຣະອົງ ໂດຍ​ກ່າວ​ວ່າ, “ກະສັດ​ແຫ່ງ​ຊາດ​ຢິວ​ເອີຍ ຈົ່ງ​ຊົງ​ພຣະ​ຈະເລີນ​ເທີ້ນ.” 19ພວກເຂົາ​ໃຊ້​ໄມ້ອໍ້​ຕີ​ຫົວ​ພຣະອົງ ຖົ່ມ​ນໍ້າລາຍ​ໃສ່​ໜ້າ​ພຣະອົງ ແລະ​ຄຸເຂົ່າ​ຂາບລົງ​ທຳທ່າ​ຄຳນັບ​ພຣະອົງ. 20ເມື່ອ​ເຢາະເຢີ້ຍ​ພຣະອົງ​ສົມໃຈ​ແລ້ວ ພວກເຂົາ​ຈຶ່ງ​ແກ້​ເສື້ອຄຸມ​ສີມ່ວງ​ອອກ ແລະ ເອົາ​ເຄື່ອງນຸ່ງ​ຂອງ​ພຣະອົງ​ມາ​ນຸ່ງ​ໃຫ້​ຄືນ, ແລ້ວ​ນຳ​ພຣະອົງ​ອອກ​ໄປ​ເພື່ອ​ຄຶງ​ໄວ້​ທີ່​ໄມ້ກາງແຂນ.
ພຣະເຢຊູເຈົ້າ​ຖືກ​ຄຶງ​ທີ່​ໄມ້ກາງແຂນ
(ມທ 27:32-44; ລກ 23:26-43; ຢຮ 19:17-27)
21ເມື່ອ​ໄປ​ຕາມ​ທາງ​ນັ້ນ ພວກເຂົາ​ໄດ້​ພົບ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ ຊີໂມນ (ຊີໂມນ​ໄທ​ກີເຣເນ​ເປັນ​ພໍ່​ຂອງ​ອາເລັກຊັນເດີ ແລະ ຣູໂຟ.) ລາວ​ກຳລັງ​ມາ​ແຕ່​ບ້ານນອກ​ຜ່ານ​ໄປ​ທາງ​ນັ້ນ ແລະ​ພວກເຂົາ​ໄດ້​ບັງຄັບ​ລາວ​ໃຫ້​ແບກ​ໄມ້ກາງແຂນ​ຂອງ​ພຣະເຢຊູເຈົ້າ. 22ພວກເຂົາ​ໄດ້​ພາ​ພຣະເຢຊູເຈົ້າ ໄປ​ບ່ອນ​ໜຶ່ງ​ທີ່​ຄົນ​ເອີ້ນ​ວ່າ, ໂຄລະໂຄທາ ຊຶ່ງ​ແປ​ວ່າ, “ບ່ອນ​ກະໂຫລກ​ຫົວ.” 23ໃນ​ທີ່ນັ້ນ ພວກເຂົາ​ໄດ້​ເອົາ​ເຫຼົ້າ​ອະງຸ່ນ​ປົນ​ກັບ​ເຄື່ອງ​ຢາ​ຊະນິດ​ໜຶ່ງ ໃຫ້​ພຣະເຢຊູເຈົ້າ​ດື່ມ, ແຕ່​ພຣະອົງ​ບໍ່​ຍອມ​ດື່ມ. 24ເມື່ອ​ພວກເຂົາ​ໄດ້​ຄຶງ​ພຣະອົງ​ໃສ່​ໄມ້ກາງແຂນ​ໄວ້​ແລ້ວ ພວກເຂົາ​ກໍ​ເອົາ​ເຄື່ອງນຸ່ງ​ຂອງ​ພຣະອົງ ມາ​ຈົກ​ສະຫລາກ​ແບ່ງປັນ​ກັນ ເພື່ອ​ຈະ​ຮູ້​ວ່າ​ຜູ້ໃດ​ຈະ​ໄດ້​ຜືນໃດ. 25ເມື່ອ​ພວກເຂົາ​ຄຶງ​ພຣະອົງ​ທີ່​ໄມ້ກາງແຂນ​ນັ້ນ ແມ່ນ​ເວລາ​ເກົ້າ​ໂມງ​ເຊົ້າ. 26ແຜ່ນ​ປ້າຍ​ທີ່​ເຂົາ​ຂຽນ​ຂໍ້ຄວາມ​ກ່າວຫາ ເພື່ອ​ລົງໂທດ​ພຣະອົງ​ນັ້ນ ມີ​ຂໍ້ຄວາມ​ວ່າ, “ກະສັດ​ຂອງ​ຊາດ​ຢິວ.” 27ພວກເຂົາ​ຍັງ​ໄດ້​ຄຶງ​ໂຈນ​ສອງ​ຄົນ​ໄວ້​ພ້ອມ​ກັບ​ພຣະອົງ ເບື້ອງຂວາ​ຄົນ​ໜຶ່ງ ແລະ ເບື້ອງຊ້າຍ​ຄົນ​ໜຶ່ງ. [28ຕ້ອງ​ສຳເລັດ​ຕາມ​ພຣະຄຳພີ ທີ່​ຂຽນ​ໄວ້​ວ່າ, “ເພິ່ນ​ຖືກ​ນັບ​ເຂົ້າ​ກັບ​ຄາດຕະກອນ.”]
29ແລ້ວ​ປະຊາຊົນ​ທີ່​ຜ່ານ​ໄປມາ ຕ່າງ​ກໍ​ເວົ້າ​ໝິ່ນປະໝາດ​ດູຖູກ​ພຣະເຢຊູເຈົ້າ ແລະ​ສັ່ນ​ຫົວ​ໂດຍ​ກ່າວ​ວ່າ, “ເຮີຍ ເຈົ້າ​ຜູ້​ທີ່​ມ້າງ​ພຣະວິຫານ ແລະ​ສ້າງ​ຂຶ້ນ​ໃໝ່​ໃນ​ສາມ​ວັນ 30ຈົ່ງ​ຊ່ວຍ​ຕົນເອງ​ໃຫ້​ພົ້ນ​ແມ ຈົ່ງ​ລົງ​ມາ​ຈາກ​ໄມ້ກາງແຂນ​ສາ.”
31ໃນທຳນອງ​ດຽວກັນ ພວກ​ຫົວໜ້າ​ປະໂຣຫິດ​ກັບ​ພວກ​ທຳມະຈານ ກໍໄດ້​ພາກັນ​ເຢາະເຢີ້ຍ​ພຣະອົງ ໃນ​ລະຫວ່າງ​ພວກເຂົາ​ເອງ​ເໝືອນກັນ​ໂດຍ​ເວົ້າ​ວ່າ, “ມັນ​ຊ່ວຍ​ຜູ້​ອື່ນ​ໃຫ້​ພົ້ນ​ໄດ້ ແຕ່​ຊ່ວຍ​ຕົນເອງ​ບໍ່ໄດ້ 32ຂໍ​ໃຫ້​ພຣະຄຣິດ ກະສັດ​ຂອງ​ຊາດ​ອິດສະຣາເອນ ລົງ​ມາ​ຈາກ​ໄມ້ກາງແຂນ​ດຽວ​ນີ້​ເທາະ ເພື່ອ​ພວກເຮົາ​ຈະ​ໄດ້​ເຫັນ​ແລະ​ໄດ້​ເຊື່ອ.”
ສ່ວນ​ສອງ​ຄົນ​ນັ້ນ ຜູ້​ທີ່​ຖືກ​ຄຶງ​ໄວ້​ທີ່​ໄມ້ກາງແຂນ ພ້ອມ​ກັບ​ພຣະເຢຊູເຈົ້າ ກໍ​ເວົ້າ​ໝິ່ນປະໝາດ​ພຣະອົງ​ເໝືອນກັນ.
ພຣະເຢຊູເຈົ້າ​ສິ້ນ​ລົມຫາຍໃຈ
(ມທ 27:45-56; ລກ 23:44-49; ຢຮ 19:28-30)
33ເມື່ອ​ເຖິງ​ເວລາ​ທ່ຽງ ທົ່ວ​ແຜ່ນດິນ​ກໍ​ບັງເກີດ​ຄວາມມືດ ຈົນເຖິງ​ບ່າຍ​ສາມ​ໂມງ. 34ພໍ​ເຖິງ​ບ່າຍ​ສາມ​ໂມງ ພຣະເຢຊູເຈົ້າ​ກໍ​ຮ້ອງ​ດ້ວຍ​ສຽງ​ອັນ​ດັງ​ວ່າ, “ເອໂລອີ ເອໂລອີ ແລມາ ສາບັກທານີ?” ຊຶ່ງ​ແປ​ວ່າ, “ພຣະເຈົ້າ​ຂອງ​ຂ້ານ້ອຍ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ, ດ້ວຍເຫດໃດ​ພຣະອົງ​ຈຶ່ງ​ປະຖິ້ມ​ຂ້ານ້ອຍ​ເສຍ?”
35ບາງຄົນ​ໃນ​ປະຊາຊົນ​ທີ່​ຢືນ​ຢູ່​ໃນ​ທີ່ນັ້ນ ໄດ້ຍິນ​ພຣະອົງ​ຈຶ່ງ​ເວົ້າ​ວ່າ, “ເບິ່ງແມ! ມັນ​ຮ້ອງ​ຫາ ເອລີຢາ.” 36ມີ​ຄົນ​ໜຶ່ງ​ໃນ​ພວກເຂົາ ແລ່ນ​ໄປ​ເອົາ​ຟອງ​ນໍ້າ​ຈຸ່ມ​ເຫຼົ້າ​ອະງຸ່ນ​ສົ້ມ ແລະ​ສຽບ​ໃສ່​ປາຍ​ໄມ້ອໍ້ ແລ້ວ​ຍື່ນ​ຂຶ້ນ​ໃສ່​ຮິມ​ສົບ​ຂອງ​ພຣະເຢຊູເຈົ້າ ແລະ​ເວົ້າ​ວ່າ, “ຟ້າວ​ກ່ອນ ຖ້າ​ເບິ່ງ​ເອລີຢາ​ຈະ​ມາ​ຊ່ວຍ​ມັນ​ລົງ​ຈາກ​ໄມ້ກາງແຂນ​ຫລື​ບໍ່.”
37ເມື່ອ​ພຣະເຢຊູເຈົ້າ​ຮ້ອງ​ສຽງດັງ​ແລ້ວ​ກໍ​ສິ້ນ​ລົມຫາຍໃຈ.
38ໃນ​ຂະນະ​ນັ້ນ ຜ້າກັ້ງ​ໃນ​ພຣະວິຫານ​ໄດ້​ຈີກ​ອອກ​ເປັນ​ສອງ​ຕ່ອນ ຕັ້ງແຕ່​ເທິງ​ຮອດ​ລຸ່ມ. 39ນາຍ​ທະຫານ​ຜູ້​ທີ່​ຢືນ​ຢູ່​ຕໍ່ໜ້າ​ພຣະເຢຊູເຈົ້າ ໄດ້​ເຫັນ​ພຣະອົງ​ຕາຍໄປ​ຢ່າງ​ໃດ ລາວ​ຈຶ່ງ​ເວົ້າ​ວ່າ, “ຈິງ​ແທ້​ແລ້ວ ທ່ານ​ຜູ້​ນີ້ ເປັນ​ພຣະບຸດ​ຂອງ​ພຣະເຈົ້າ.”
40ໃນ​ທີ່ນັ້ນ ມີ​ພວກ​ແມ່ຍິງ​ບາງຄົນ​ທີ່​ຄອຍ​ເບິ່ງ​ຢູ່​ຫ່າງໆ ໃນ​ພວກເຂົາ​ນັ້ນ​ມີ: ມາຣີ​ໄທ​ມັກດາລາ ມາຣີ​ແມ່​ຂອງ​ຢາໂກໂບ​ຜູ້​ນ້ອງ ແລະ ຂອງ​ໂຢເຊ​ກັບ​ນາງ​ຊາໂລເມ. 41ຍິງ​ເຫຼົ່ານີ້​ໄດ້​ຕິດຕາມ ແລະ​ບົວລະບັດ​ພຣະເຢຊູເຈົ້າ ເມື່ອ​ພຣະອົງ​ຍັງ​ຢູ່​ໃນ​ແຂວງ​ຄາລີເລ ແລະ​ກໍ​ຍັງ​ມີ​ຍິງ​ຄົນອື່ນ​ອີກ​ຫລາຍ​ຄົນ ທີ່​ໄດ້​ຂຶ້ນ​ໄປ​ນະຄອນ​ເຢຣູຊາເລັມ​ກັບ​ພຣະອົງ ກໍ​ຢູ່​ທີ່​ນັ້ນ​ເໝືອນກັນ.
ການ​ວາງ​ພຣະສົບ​ພຣະເຢຊູເຈົ້າ
(ມທ 27:57-61; ລກ 23:50-56; ຢຮ 19:38-42)
42ເມື່ອ​ເຖິງ​ເວລາ​ຄໍ່າ​ແລ້ວ ເນື່ອງ​ຈາກ​ວ່າ​ວັນ​ນັ້ນ​ເປັນ​ວັນ​ຈັດຕຽມ ໝາຍຄວາມວ່າ ເປັນ​ວັນ​ກ່ອນ​ເຖິງ​ວັນ​ຊະບາໂຕ 43ໂຢເຊັບ​ໄທ​ອາຣີມາທາຍ ເພິ່ນ​ເປັນ​ສະມາຊິກ​ສະພາ​ສູງສຸດ​ທີ່​ມີ​ກຽດ​ຄົນ​ໜຶ່ງ ເພິ່ນ​ເປັນ​ຜູ້​ທີ່​ຄອງຄອຍ​ຖ້າ ການ​ມາ​ປາກົດ​ແຫ່ງ​ອານາຈັກ​ຂອງ​ພຣະເຈົ້າ ເພິ່ນ​ກ້າ​ເຂົ້າ​ໄປ​ພົບ​ປີລາດ​ເພື່ອ​ຂໍ​ພຣະສົບ​ຂອງ​ພຣະເຢຊູເຈົ້າ. 44ແຕ່​ປີລາດ​ປະຫລາດ​ໃຈ​ຫລາຍ ທີ່​ໄດ້ຍິນ​ວ່າ​ພຣະອົງ​ໄດ້​ຕາຍ​ແລ້ວ. ສະນັ້ນ ເພິ່ນ​ຈຶ່ງ​ເອີ້ນ​ນາຍ​ທະຫານ​ເຂົ້າ​ມາ​ຫາ ແລະ​ຖາມ​ວ່າ, ພຣະອົງ​ຕາຍ​ດົນນານ​ປານໃດ​ແລ້ວ. 45ຫລັງຈາກ​ໄດ້​ຮັບ​ຄຳຕອບ​ຈາກ​ນາຍ​ທະຫານ​ແລ້ວ ເພິ່ນ​ກໍ​ອະນຸຍາດ​ໃຫ້​ໂຢເຊັບ​ເອົາ​ພຣະສົບ​ຂອງ​ພຣະເຢຊູເຈົ້າ​ໄປ. 46ໂຢເຊັບ​ໄດ້​ຊື້​ຜ້າປ່ານ ແລ້ວ​ໄດ້​ເອົາ​ພຣະສົບ​ລົງ​ມາ​ຈາກ​ໄມ້ກາງແຂນ ໃຊ້​ຜ້າປ່ານ​ນັ້ນ​ຫໍ່​ພຣະສົບ ແລະ​ນຳ​ໄປ​ວາງ​ໄວ້​ໃນ​ອຸບມຸງ​ຫີນ​ທີ່​ສະກັດ​ແລ້ວ ແລະ​ເພິ່ນ​ກໍ​ກື່ງ​ກ້ອນຫີນ​ໃຫຍ່​ອັດ​ປາກ​ອຸບມຸງ​ໄວ້. 47ສ່ວນ​ມາຣີ​ໄທ​ມັກດາລາ ກັບ​ມາຣີ​ແມ່​ຂອງ​ໂຢເຊ​ກໍ​ຢູ່​ທີ່​ນັ້ນ ໄດ້​ເຫັນ​ບ່ອນ​ທີ່​ໄວ້​ພຣະສົບ​ຂອງ​ພຣະເຢຊູເຈົ້າ.

Выделить

Поделиться

Копировать

None

Хотите, чтобы то, что вы выделили, сохранялось на всех ваших устройствах? Зарегистрируйтесь или авторизуйтесь