1
ປະຖົມມະການ 15:6
ພຣະຄຳພີລາວສະບັບສະໄໝໃໝ່
LCV
ອັບຣາມເຊື່ອພຣະເຈົ້າຢາເວ ແລະ ພຣະອົງຖືວ່າເພິ່ນເປັນຄົນຊອບທຳເພາະຄວາມເຊື່ອນີ້.
Uporedi
Istraži ປະຖົມມະການ 15:6
2
ປະຖົມມະການ 15:1
ຫລັງຈາກນີ້, ຖ້ອຍຄຳຂອງພຣະເຈົ້າຢາເວກໍໄດ້ມາເຖິງອັບຣາມໃນນິມິດວ່າ: “ຢ່າຢ້ານເລີຍ ອັບຣາມເອີຍ. ເຮົາເປັນໂລ່ຂອງເຈົ້າ, ເປັນບຳເໜັດຍິ່ງໃຫຍ່ຂອງເຈົ້າ”.
Istraži ປະຖົມມະການ 15:1
3
ປະຖົມມະການ 15:5
ພຣະອົງໄດ້ນຳເພິ່ນອອກໄປຂ້າງນອກ ແລະ ກ່າວວ່າ, “ຈົ່ງເງີຍໜ້າຂຶ້ນເບິ່ງທ້ອງຟ້າແລ້ວນັບດວງດາວເບິ່ງ ຖ້າເຈົ້າສາມາດນັບດາວເຫລົ່ານັ້ນໄດ້”. ແລ້ວພຣະອົງໄດ້ກ່າວກັບເພິ່ນວ່າ, “ເຊື້ອສາຍຂອງເຈົ້າກໍຈະເປັນເຊັ່ນນັ້ນແຫລະ”.
Istraži ປະຖົມມະການ 15:5
4
ປະຖົມມະການ 15:4
ແລ້ວຖ້ອຍຄຳຂອງພຣະເຈົ້າຢາເວກໍມາເຖິງເພິ່ນວ່າ: “ຊາຍຜູ້ນີ້ຈະບໍ່ໄດ້ເປັນຜູ້ຮັບມໍລະດົກຂອງເຈົ້າ, ແຕ່ລູກທີ່ເກີດຈາກເນື້ອໜັງ ແລະ ເລືອດຂອງເຈົ້າເອງຈະເປັນຜູ້ຮັບມໍລະດົກຂອງເຈົ້າ”.
Istraži ປະຖົມມະການ 15:4
5
ປະຖົມມະການ 15:13
ແລ້ວພຣະເຈົ້າຢາເວໄດ້ກ່າວກັບເພິ່ນວ່າ, “ຈົ່ງຮູ້ຢ່າງແນ່ນອນວ່າເຊື້ອສາຍຂອງເຈົ້າຈະເປັນຄົນແປກໜ້າໃນປະເທດທີ່ບໍ່ເປັນຂອງພວກເຂົາເອງ ແລະ ພວກເຂົາຈະຕົກເປັນຂ້າທາດແລ້ວຈະຖືກກົດຂີ່ຂົ່ມເຫັງເປັນເວລາສີ່ຮ້ອຍປີຢູ່ທີ່ນັ້ນ.
Istraži ປະຖົມມະການ 15:13
6
ປະຖົມມະການ 15:2
ແຕ່ອັບຣາມຕອບວ່າ, “ຂ້າແດ່ພຣະເຈົ້າຢາເວອົງເຈົ້ານາຍ, ພຣະອົງຈະໃຫ້ບຳເໜັດແກ່ຂ້ານ້ອຍເຮັດຫຍັງໃນເມື່ອຂ້ານ້ອຍຍັງບໍ່ມີລູກ ແລະ ຜູ້ທີ່ຈະສືບທອດມໍລະດົກຂອງຂ້ານ້ອຍກໍຄືເອລີເອເຊີຊາວດາມັສກັດ?”
Istraži ປະຖົມມະການ 15:2
7
ປະຖົມມະການ 15:18
ໃນວັນນັ້ນ ພຣະເຈົ້າຢາເວໄດ້ເຮັດພັນທະສັນຍາກັບອັບຣາມ ແລະ ໄດ້ກ່າວວ່າ, “ເຮົາມອບດິນແດນນີ້ໃຫ້ແກ່ເຊື້ອສາຍຂອງເຈົ້າ, ຈາກວາດີຂອງເອຢິບໄປຈົນເຖິງແມ່ນ້ຳໃຫຍ່ເອີຟຣັດ
Istraži ປະຖົມມະການ 15:18
8
ປະຖົມມະການ 15:16
ເຊື້ອສາຍຂອງເຈົ້າລຸ້ນທີສີ່ຈະກັບຄືນມາທີ່ນີ້, ເພາະຄວາມບາບຂອງຊາວອາໂມຍັງບໍ່ເຕັມຂະໜາດ”.
Istraži ປະຖົມມະການ 15:16
Početna
Biblija
Planovi
Video zapisi