ປະຖົມມະການ 15
15
ພັນທະສັນຍາຂອງພຣະເຈົ້າຢາເວກັບອັບຣາມ
1ຫລັງຈາກນີ້, ຖ້ອຍຄຳຂອງພຣະເຈົ້າຢາເວກໍໄດ້ມາເຖິງອັບຣາມໃນນິມິດວ່າ:
“ຢ່າຢ້ານເລີຍ ອັບຣາມເອີຍ.
ເຮົາເປັນໂລ່#15:1 ຫລື ອົງເຈົ້ານາຍຂອງເຈົ້າ,
ເປັນບຳເໜັດຍິ່ງໃຫຍ່#15:1 ຫລື ໂລ່ບຳເໜັດຂອງເຈົ້າຈະຍິ່ງໃຫຍ່ຫລາຍຂອງເຈົ້າ”.
2ແຕ່ອັບຣາມຕອບວ່າ, “ຂ້າແດ່ພຣະເຈົ້າຢາເວອົງເຈົ້ານາຍ, ພຣະອົງຈະໃຫ້ບຳເໜັດແກ່ຂ້ານ້ອຍເຮັດຫຍັງໃນເມື່ອຂ້ານ້ອຍຍັງບໍ່ມີລູກ ແລະ ຜູ້ທີ່ຈະສືບທອດມໍລະດົກ#15:2 ໃນພາສາເຮັບເຣີປະໂຫຍກນີ້ມີຄວາມໝາຍບໍ່ຊັດເຈນຂອງຂ້ານ້ອຍກໍຄືເອລີເອເຊີຊາວດາມັສກັດ?” 3ແລະ ອັບຣາມໄດ້ເວົ້າວ່າ, “ພຣະອົງບໍ່ໄດ້ໃຫ້ລູກແກ່ຂ້ານ້ອຍເລີຍ; ດັ່ງນັ້ນ ຄົນຮັບໃຊ້ໃນຄົວເຮືອນຂອງຂ້ານ້ອຍຈະເປັນຜູ້ຮັບມໍລະດົກຂອງຂ້ານ້ອຍ”.
4ແລ້ວຖ້ອຍຄຳຂອງພຣະເຈົ້າຢາເວກໍມາເຖິງເພິ່ນວ່າ: “ຊາຍຜູ້ນີ້ຈະບໍ່ໄດ້ເປັນຜູ້ຮັບມໍລະດົກຂອງເຈົ້າ, ແຕ່ລູກທີ່ເກີດຈາກເນື້ອໜັງ ແລະ ເລືອດຂອງເຈົ້າເອງຈະເປັນຜູ້ຮັບມໍລະດົກຂອງເຈົ້າ”. 5ພຣະອົງໄດ້ນຳເພິ່ນອອກໄປຂ້າງນອກ ແລະ ກ່າວວ່າ, “ຈົ່ງເງີຍໜ້າຂຶ້ນເບິ່ງທ້ອງຟ້າແລ້ວນັບດວງດາວເບິ່ງ ຖ້າເຈົ້າສາມາດນັບດາວເຫລົ່ານັ້ນໄດ້”. ແລ້ວພຣະອົງໄດ້ກ່າວກັບເພິ່ນວ່າ, “ເຊື້ອສາຍ#15:5 ຫລື ເມັດພັນຂອງເຈົ້າກໍຈະເປັນເຊັ່ນນັ້ນແຫລະ”.
6ອັບຣາມເຊື່ອພຣະເຈົ້າຢາເວ ແລະ ພຣະອົງຖືວ່າເພິ່ນເປັນຄົນຊອບທຳເພາະຄວາມເຊື່ອນີ້.
7ພຣະອົງກ່າວກັບເພິ່ນເໝືອນກັນວ່າ, “ເຮົາຄືພຣະເຈົ້າຢາເວ, ຜູ້ທີ່ນຳເອົາເຈົ້າອອກມາຈາກເມືອງອູເຣຂອງຊາວຄານເດອານ ເພື່ອຈະມອບດິນແດນນີ້ໃຫ້ເຈົ້າຄອບຄອງ”.
8ແຕ່ອັບຣາມຕອບວ່າ, “ຂ້າແດ່ພຣະເຈົ້າຢາເວອົງເຈົ້ານາຍ, ຂ້ານ້ອຍຈະຮູ້ໄດ້ຢ່າງໃດວ່າຂ້ານ້ອຍຈະໄດ້ຄອບຄອງດິນແດນນັ້ນ?”
9ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງເວົ້າກັບເພິ່ນວ່າ, “ຈົ່ງນຳງົວແມ່, ແບ້ ແລະ ແກະຜູ້ຢ່າງລະໂຕ ເຊິ່ງແຕ່ລະຢ່າງມີອາຍຸສາມປີ ພ້ອມທັງນົກເຂົາ ແລະ ນົກກາງແກໜຸ່ມຢ່າງລະໂຕມາໃຫ້ເຮົາ”.
10ອັບຣາມໄດ້ນຳເອົາສັດເຫລົ່ານີ້ທັງໝົດມາຖວາຍແກ່ພຣະອົງ ໂດຍຜ່າເຄິ່ງເປັນສອງປ່ຽງ ແຕ່ລະປ່ຽງວາງໄວ້ກົງກັນຂ້າມກັນ ສ່ວນນົກນັ້ນເພິ່ນບໍ່ໄດ້ຜ່າເຄິ່ງ. 11ແລ້ວຝູງແຮ້ງກໍບິນລົງມາເທິງຊາກສັດເຫລົ່ານັ້ນ, ແຕ່ອັບຣາມໄລ່ພວກມັນອອກໄປ.
12ຂະນະທີ່ຕາເວັນກຳລັງຕົກດິນນັ້ນ, ອັບຣາມກໍນອນຫລັບສະໜິດ ແລະ ຄວາມມືດໜາອັນໜ້າຢ້ານກໍມາປົກຄຸມເພິ່ນ. 13ແລ້ວພຣະເຈົ້າຢາເວໄດ້ກ່າວກັບເພິ່ນວ່າ, “ຈົ່ງຮູ້ຢ່າງແນ່ນອນວ່າເຊື້ອສາຍຂອງເຈົ້າຈະເປັນຄົນແປກໜ້າໃນປະເທດທີ່ບໍ່ເປັນຂອງພວກເຂົາເອງ ແລະ ພວກເຂົາຈະຕົກເປັນຂ້າທາດແລ້ວຈະຖືກກົດຂີ່ຂົ່ມເຫັງເປັນເວລາສີ່ຮ້ອຍປີຢູ່ທີ່ນັ້ນ. 14ແຕ່ເຮົາຈະລົງໂທດຊົນຊາດທີ່ພວກເຂົາເປັນຂ້າທາດຮັບໃຊ້ນັ້ນ, ແລ້ວຫລັງຈາກນັ້ນພວກເຂົາຈະອອກມາພ້ອມດ້ວຍຊັບສົມບັດຢ່າງຫລວງຫລາຍ. 15ເຖິງຢ່າງໃດກໍຕາມ ສ່ວນເຈົ້ານັ້ນ ຈະຕາມໄປຫາບັນພະບຸລຸດຂອງເຈົ້າຢ່າງສະຫງົບສຸກ ແລະ ຖືກຝັງໄວ້ເມື່ອອາຍຸແກ່ຫລາຍແລ້ວ. 16ເຊື້ອສາຍຂອງເຈົ້າລຸ້ນທີສີ່ຈະກັບຄືນມາທີ່ນີ້, ເພາະຄວາມບາບຂອງຊາວອາໂມຍັງບໍ່ເຕັມຂະໜາດ”.
17ເມື່ອຕາເວັນຕົກແລ້ວ ແລະ ຄວາມມືດກໍເຂົ້າມາປົກຄຸມ, ແລ້ວກໍມີໝໍ້ໄຟພ້ອມກັບທວນໄຟທີ່ມີແປວໄຟລຸກຢູ່ປາກົດຂຶ້ນ ແລະ ເຄື່ອນຜ່ານໄປລະຫວ່າງຊິ້ນສ່ວນຕ່າງໆ. 18ໃນວັນນັ້ນ ພຣະເຈົ້າຢາເວໄດ້ເຮັດພັນທະສັນຍາກັບອັບຣາມ ແລະ ໄດ້ກ່າວວ່າ, “ເຮົາມອບດິນແດນນີ້ໃຫ້ແກ່ເຊື້ອສາຍຂອງເຈົ້າ, ຈາກວາດີ#15:18 ຫລື ແມ່ນ້ຳຂອງເອຢິບໄປຈົນເຖິງແມ່ນ້ຳໃຫຍ່ເອີຟຣັດ 19ຄືດິນແດນຂອງຊາວເກນິດ, ຊາວເກນິດຊີ, ຊາວກັດໂມ, 20ຊາວຮິດຕີ, ຊາວເປຣິຊີ, ຊາວເຣຟາອິມ, 21ຊາວອາໂມ, ຊາວການາອານ, ຊາວກີກາຊີ ແລະ ຊາວເຢບຸດ”.
Trenutno izabrano:
ປະຖົມມະການ 15: LCV
Istaknuto
Podeli
Kopiraj
Želiš li da tvoje istaknuto bude sačuvano na svim tvojim uređajima? Kreiraj nalog ili se prijavi
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.