YouVersion logo
Dugme za pretraživanje

ປະຖົມມະການ 14

14
ອັບຣາມ​ຊ່ວຍ​ຊີວິດ​ໂລດ
1ໃນ​ເວລາ​ນັ້ນ ເມື່ອ​ອຳຣາເຟນ​ເປັນ​ກະສັດ​ແຫ່ງ​ຊີນາ,#14:1 ຄື ບາບີໂລນ ເຊັ່ນ​ດຽວ​ກັບ​ຂໍ້ 9 ອາຣິໂອກ​ກະສັດ​ແຫ່ງ​ເອນລາຊາ, ເຄໂດລາໂອເມ​ກະສັດ​ແຫ່ງ​ເອລາມ ແລະ ຕີດານ​ກະສັດ​ແຫ່ງ​ກົວອິມ, 2ກະສັດ​ເຫລົ່ານີ້​ໄດ້​ພາກັນ​ໄປ​ສູ້ຮົບ​ກັບ​ເບຣາ​ກະສັດ​ແຫ່ງ​ໂຊໂດມ, ບີຊາ​ກະສັດ​ແຫ່ງ​ໂກໂມຣາ, ຊີນັບ​ກະສັດ​ແຫ່ງ​ອັດມາ, ເຊເມເບ​ກະສັດ​ແຫ່ງ​ເຊບົວອິມ ແລະ ກະສັດ​ແຫ່ງ​ເບລາ (ຄື​ເມືອງ​ໂຊອາ). 3ຕໍ່ມາ​ກະສັດ​ທັງໝົດ​ເຫລົ່ານີ້​ໄດ້​ຮວມ​ກຳລັງ​ກັນ​ຢູ່​ທີ່​ຮ່ອມພູ​ສິດດິມ (ຄື​ຮ່ອມພູ​ທະເລຕາຍ). 4ເປັນ​ເວລາ​ສິບສອງ​ປີ​ທີ່​ກະສັດ​ເຫລົ່ານີ້​ໄດ້​ຂຶ້ນ​ກັບ​ກະສັດ​ເຄໂດລາໂອເມ, ແຕ່​ໃນ​ປີ​ທີ​ສິບສາມ​ພວກເພິ່ນ​ໄດ້​ພາກັນ​ກະບົດ.
5ໃນ​ປີ​ທີ​ສິບສີ່ ກະສັດ​ເຄໂດລາໂອເມ ແລະ ກະສັດ​ທີ່​ເປັນ​ພັນທະມິດ​ກັບ​ເພິ່ນ​ຈຶ່ງ​ໄດ້​ອອກໄປ ແລະ ຊະນະ​ຊາວເຣຟາອິມ​ໃນ​ອັດຊະທາໂຣດການອີມ, ຊາວຊູຊິມ​ໃນ​ຮາມ, ຊາວເອມິມ​ໃນ​ກີຣິອາດທາອິມ 6ແລະ ຊາວໂຮຣີ​ໃນ​ແຖບ​ເນີນພູ​ຂອງ​ເສອີ, ໄກ​ອອກ​ໄປ​ເຖິງ​ເອນປາຣານ​ໃກ້​ທະເລຊາຍ. 7ແລ້ວ​ພວກເຂົາ​ກັບ​ຄືນ​ມາ ແລະ ໄປ​ທີ່​ເອນມິດສະປັດ (ນັ້ນ​ຄື​ກາເດັດ), ແລ້ວ​ພວກເຂົາ​ໄດ້​ຊະນະ​ເຂດແດນ​ທັງໝົດ​ຂອງ​ຊາວອາມາເຫລັກ ລວມ​ທັງ​ຊາວອາໂມ​ຜູ້​ທີ່​ໄດ້​ອາໄສ​ຢູ່​ໃນ​ຮາຊາໂຊນ ຕາມາ.
8ແລ້ວ​ກະສັດ​ແຫ່ງ​ໂຊໂດມ, ກະສັດ​ແຫ່ງ​ໂກໂມຣາ, ກະສັດ​ແຫ່ງ​ອັດມາ, ກະສັດ​ແຫ່ງ​ເຊບົວອິມ ແລະ ກະສັດ​ແຫ່ງ​ເບລາ (ນັ້ນ​ຄື​ໂຊອາ) ໄດ້​ຍົກ​ທັບ​ອອກ​ໄປ​ຕັ້ງ​ບ່ອນ​ສູ້ຮົບ​ທີ່​ຮ່ອມພູ​ສິດດິມ 9ຕໍ່ສູ້​ກັບ​ເຄໂດລາໂອເມ​ກະສັດ​ແຫ່ງ​ເອລາມ, ຕີດານ​ກະສັດ​ແຫ່ງ​ກົວອິມ, ອຳຣາເຟນ​ກະສັດ​ແຫ່ງ​ຊີນາ ແລະ ອາຣິໂອກ​ກະສັດ​ແຫ່ງ​ເອນລາຊາ​ຄື: ກະສັດ​ສີ່​ຄົນ​ຕໍ່ສູ້​ກັບ​ກະສັດ​ຫ້າ​ຄົນ. 10ໃນ​ເວລາ​ນັ້ນ ຮ່ອມພູ​ສິດດິມ​ມີ​ບໍ່​ຢາງໝາກຕອຍ​ຫລາຍ​ບ່ອນ ແລະ ເມື່ອ​ກອງທັບ​ຂອງ​ກະສັດ​ແຫ່ງ​ໂຊໂດມ ແລະ ກະສັດ​ແຫ່ງ​ໂກໂມຣາ​ປົບໜີ​ມາ​ນັ້ນ, ບາງຄົນ​ກໍ​ຕົກລົງ​ໄປ​ໃນ​ບໍ່​ນັ້ນ ແລະ ສ່ວນ​ທີ່​ຄົນ​ເຫລືອ​ກໍ​ໜີ​ໄປ​ຍັງ​ໂນນພູ​ຕ່າງໆ. 11ກະສັດ​ທັງ​ສີ່​ໄດ້​ຢຶດ​ເອົາ​ສິ່ງຂອງ​ຂອງ​ໂຊໂດມ ແລະ ໂກໂມຣາ​ພ້ອມ​ທັງ​ອາຫານ​ທັງໝົດ​ຂອງ​ພວກເຂົາ; ຫລັງ​ຈາກ​ນັ້ນ ພວກເຂົາ​ກໍ​ໜີ​ໄປ. 12ພວກເຂົາ​ໄດ້​ຈັບ​ເອົາ​ໂລດ​ຫລານຊາຍ​ຂອງ​ອັບຣາມ ແລະ ຊັບສົມບັດ​ຂອງ​ລາວ​ໄປ​ນຳ​ດ້ວຍ, ເນື່ອງຈາກ​ວ່າ​ລາວ​ອາໄສ​ຢູ່​ໃນ​ໂຊໂດມ.
13ມີ​ຄົນ​ໜຶ່ງ​ໜີ​ລອດ​ມາ​ໄດ້ ແລະ ນຳ​ເລື່ອງ​ນີ້​ມາ​ບອກ​ອັບຣາມ​ຊາວເຮັບເຣີ. ເວລາ​ນັ້ນ ອັບຣາມ​ໄດ້​ອາໄສ​ຢູ່​ໃກ້​ຕົ້ນໄມ້​ໃຫຍ່​ຂອງ​ມຳເຣ ຊາວອາໂມ​ຜູ້​ເປັນ​ນ້ອງຊາຍ#14:13 ຫລື ຍາດພີ່ນ້ອງ ຫລື ພັນທະມິດ​ຂອງ​ເອັດຊະໂຄນ ແລະ ອາເນ, ຜູ້​ທີ່​ໄດ້​ຮ່ວມ​ເປັນ​ພັນທະມິດ​ກັບ​ອັບຣາມ​ທຸກ​ຄົນ. 14ເມື່ອ​ອັບຣາມ​ໄດ້​ຍິນ​ວ່າ​ຍາດພີ່ນ້ອງ​ຂອງ​ເພິ່ນ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ, ເພິ່ນ​ຈຶ່ງ​ລະດົມ​ຜູ້ຊາຍ​ທີ່​ຜ່ານ​ການ​ອົບຮົມ​ທີ່​ເກີດ​ໃນ​ຄົວເຮືອນ​ຂອງ​ເພິ່ນ 318 ຄົນ ແລ້ວ​ໄປ​ໄລ່​ຕາມ​ພວກເຂົາ​ໄປ​ໄກ​ຈົນ​ເຖິງ​ເມືອງ​ດານ. 15ໃນ​ຊ່ວງ​ກາງຄືນ​ອັບຣາມ​ໄດ້​ແບ່ງ​ຄົນ​ຂອງ​ເພິ່ນ​ເພື່ອ​ເຂົ້າ​ໂຈມຕີ​ພວກເຂົາ ແລະ ເພິ່ນ​ໄດ້​ໄລ່​ພວກເຂົາ, ຕິດຕາມ​ພວກເຂົາ​ໄປ​ໄກ​ຈົນ​ເຖິງ​ເມືອງ​ໂຮບາ, ເຊິ່ງ​ຢູ່​ທາງ​ທິດເໜືອ​ຂອງ​ເມືອງ​ດາມັສກັດ. 16ເພິ່ນ​ໄດ້​ກອບກູ້​ເອົາ​ສິ່ງຂອງ​ທັງໝົດ ແລະ ນຳ​ເອົາ​ໂລດ​ຜູ້​ເປັນ​ຍາດພີ່ນ້ອງ​ຂອງ​ເພິ່ນ ແລະ ຊັບສົມບັດ​ຂອງ​ລາວ​ກັບ​ຄືນ​ມາ​ໄດ້ ພ້ອມ​ດ້ວຍ​ພວກ​ແມ່ຍິງ ແລະ ຄົນ​ອື່ນ​ອີກ.
17ຫລັງຈາກ​ທີ່​ອັບຣາມ​ກັບ​ຈາກ​ການ​ເອົາ​ຊະນະ​ເຄໂດລາໂອເມ ແລະ ບັນດາ​ກະສັດ​ທີ່​ເປັນ​ພັນທະມິດ​ກັບ​ເພິ່ນ​ແລ້ວ, ກະສັດ​ແຫ່ງ​ໂຊໂດມ​ກໍ​ໄດ້​ອອກ​ມາ​ພົບ​ເພິ່ນ​ຢູ່​ທີ່​ຮ່ອມພູ​ຊາເວ (ນັ້ນ​ຄື​ຮ່ອມພູ​ຂອງ​ກະສັດ).
18ແລ້ວ​ກະສັດ​ເມຄີເຊເດັກ​ແຫ່ງ​ຊາເລັມ#14:18 ຄື ເຢຣູຊາເລັມ​ໄດ້​ນຳ​ເຂົ້າຈີ່ ແລະ ເຫລົ້າອະງຸ່ນ​ອອກ​ມາ​ໃຫ້. ເພິ່ນ​ເປັນ​ປະໂລຫິດ​ຂອງ​ພຣະເຈົ້າ​ຜູ້​ສູງສຸດ, 19ແລະ ເພິ່ນ​ໄດ້​ອວຍພອນ​ອັບຣາມ​ໂດຍ​ກ່າວ​ວ່າ,
“ຂໍ​ໃຫ້​ອັບຣາມ​ໄດ້​ຮັບ​ພອນ​ຈາກ​ພຣະເຈົ້າ​ຜູ້​ສູງສຸດ,
ຜູ້​ສ້າງ​ສະຫວັນ ແລະ ໂລກ.
20ແລະ ສັນລະເສີນ​ພຣະເຈົ້າ​ຜູ້​ສູງສຸດ,
ຜູ້​ໄດ້​ມອບ​ສັດຕູ​ທັງຫລາຍ​ໄວ້​ໃນ​ມື​ຂອງ​ທ່ານ”.
ແລ້ວ​ອັບຣາມ​ຈຶ່ງ​ໄດ້​ມອບ​ໜຶ່ງສ່ວນສິບ​ຂອງ​ທຸກສິ່ງ​ໃຫ້​ແກ່​ເພິ່ນ.
21ກະສັດ​ແຫ່ງ​ໂຊໂດມ​ໄດ້​ກ່າວ​ກັບ​ອັບຣາມ​ວ່າ, “ຂໍ​ຈົ່ງ​ມອບ​ປະຊາຊົນ​ຄືນ​ໃຫ້​ເຮົາ ແລະ ຈົ່ງ​ເກັບ​ສິ່ງຂອງ​ນັ້ນ​ໄວ້​ສຳລັບ​ທ່ານ​ເອງ”.
22ແຕ່​ອັບຣາມ​ຕອບ​ກະສັດ​ແຫ່ງ​ໂຊໂດມ​ວ່າ, “ຂ້ານ້ອຍ​ໄດ້​ຍົກ​ມື​ຂຶ້ນ​ປະຕິຍານ​ຄຳສາບານ​ຕໍ່​ພຣະເຈົ້າ​ຢາເວ​ຜູ້​ສູງສຸດ, ຜູ້​ສ້າງ​ສະຫວັນ ແລະ ໂລກ​ໄວ້​ວ່າ, 23ຂ້ານ້ອຍ​ຈະ​ບໍ່​ຮັບ​ສິ່ງ​ໃດ​ທີ່​ເປັນ​ຂອງ​ທ່ານ, ແມ່ນແຕ່​ດ້າຍ ຫລື ສາຍຮັດ​ເກີບ​ເສັ້ນ​ດຽວ, ເພື່ອ​ວ່າ​ທ່ານ​ຈະ​ບໍ່​ສາມາດ​ເວົ້າ​ໄດ້​ເລີຍ​ວ່າ, ‘ເຮົາ​ເຮັດ​ໃຫ້​ອັບຣາມ​ຮັ່ງມີ’. 24ຂ້ານ້ອຍ​ບໍ່​ຂໍ​ຮັບ​ສິ່ງໃດ​ເວັ້ນ​ແຕ່​ສິ່ງ​ທີ່​ຄົນ​ຂອງ​ຂ້ານ້ອຍ​ໄດ້​ກິນ​ໄປ​ແລ້ວ ແລະ ສ່ວນແບ່ງ​ທີ່​ເປັນ​ຂອງ​ຜູ້ຊາຍ​ທີ່​ໄປ​ກັບ​ຂ້ານ້ອຍ​ຄື: ອາເນ, ເອັດຊະໂຄນ ແລະ ມຳເຣ​ນັ້ນ. ໃຫ້​ພວກເຂົາ​ໄດ້​ຮັບ​ສ່ວນແບ່ງ​ຂອງ​ພວກເຂົາ”.

Istaknuto

Podeli

Kopiraj

None

Želiš li da tvoje istaknuto bude sačuvano na svim tvojim uređajima? Kreiraj nalog ili se prijavi