YouVersion logo
Dugme za pretraživanje

ປະຖົມມະການ 13

13
ອັບຣາມ​ແຍກທາງ​ກັບ​ໂລດ
1ອັບຣາມ​ຈຶ່ງ​ອອກ​ຈາກ​ເອຢິບ​ຂຶ້ນ​ໄປ​ເນເກັບ ພ້ອມ​ດ້ວຍ​ເມຍ​ຂອງ​ເພິ່ນ ແລະ ທຸກສິ່ງ​ທີ່​ເພິ່ນ​ມີ ແລະ ໂລດ​ກໍ​ໄປ​ກັບ​ເພິ່ນ. 2ອັບຣາມ​ໄດ້​ກາຍເປັນ​ຄົນ​ຮັ່ງມີ​ຫລາຍ ມີ​ທັງ​ສັດລ້ຽງ, ເງິນ ແລະ ຄຳ​ຫລາຍ.
3ຈາກ​ເນເກັບ​ເພິ່ນ​ໄດ້​ເດີນທາງ​ຈາກ​ບ່ອນໜຶ່ງ​ໄປ​ຫາ​ບ່ອນໜຶ່ງ​ຈົນ​ເພິ່ນ​ໄດ້​ມາ​ເຖິງ​ເບັດເອນ, ມາ​ເຖິງ​ບ່ອນ​ທີ່​ຢູ່​ລະຫວ່າງ​ເມືອງ​ເບັດເອນ ແລະ ເມືອງ​ອາອີ ບ່ອນ​ທີ່​ເພິ່ນ​ເຄີຍ​ໄດ້​ຕັ້ງ​ເຕັນ​ຂອງ​ເພິ່ນ​ຂຶ້ນ​ກ່ອນ​ໜ້າ​ນີ້ 4ແລະ ເປັນ​ບ່ອນ​ທີ່​ເພິ່ນ​ໄດ້​ສ້າງ​ແທ່ນບູຊາ​ຂຶ້ນ​ເປັນ​ຄັ້ງ​ທຳອິດ. ທີ່ນັ້ນ​ອັບຣາມ​ໄດ້​ຮ້ອງ​ອອກ​ນາມ​ຂອງ​ພຣະເຈົ້າ​ຢາເວ.
5ເວລາ​ນັ້ນ ໂລດ ເຊິ່ງ​ກຳລັງ​ຍົກຍ້າຍ​ມາ​ກັບ​ອັບຣາມ ກໍ​ມີ​ຝູງ​ແບ້, ຝູງ​ແກະ ແລະ ຝູງ​ງົວ ພ້ອມ​ທັງ​ມີ​ເຕັນ​ດ້ວຍ. 6ແຕ່​ດິນແດນ​ນັ້ນ​ບໍ່​ພຽງພໍ​ໃຫ້​ອັບຣາມ​ກັບ​ໂລດ​ຢູ່​ຮ່ວມ​ກັນ​ໄດ້, ເພາະ​ພວກເພິ່ນ​ມີ​ຊັບສົມບັດ​ຈໍານວນ​ຫລວງຫລາຍ​ຈຶ່ງ​ບໍ່​ພຽງພໍ​ຢູ່​ຮ່ວມ​ກັນ​ໄດ້. 7ແລ້ວ​ກໍ​ມີ​ການຜິດຖຽງກັນ​ເກີດ​ຂຶ້ນ​ລະຫວ່າງ​ຄົນລ້ຽງສັດ​ຂອງ​ອັບຣາມ ແລະ ຄົນລ້ຽງສັດ​ຂອງ​ໂລດ. ໃນ​ເວລາ​ນັ້ນ ຊາວການາອານ ແລະ ຊາວເປຣິຊີ​ຍັງ​ອາໄສ​ຢູ່​ໃນ​ດິນແດນ​ນັ້ນ​ຢູ່.
8ດັ່ງນັ້ນ ອັບຣາມ​ຈຶ່ງ​ເວົ້າ​ກັບ​ໂລດ​ວ່າ, “ຂໍ​ຢ່າ​ໃຫ້​ມີ​ການ​ຜິດຖຽງກັນ​ລະຫວ່າງ​ເຈົ້າ ແລະ ຂ້ອຍ, ຫລື ລະຫວ່າງ​ຄົນລ້ຽງສັດ​ຂອງ​ເຈົ້າ ແລະ ຄົນລ້ຽງສັດ​ຂອງ​ຂ້ອຍ, ເພາະ​ພວກເຮົາ​ເປັນ​ພີ່ນ້ອງ​ໃກ້ຊິດ​ກັນ. 9ທີ່ດິນ​ທັງໝົດ​ກໍ​ຢູ່​ຕໍ່ໜ້າ​ເຈົ້າ​ບໍ່ແມ່ນ​ບໍ? ພວກເຮົາ​ແຍກ​ທາງ​ກັນ​ສາ. ຖ້າ​ເຈົ້າ​ໄປ​ທາງ​ຊ້າຍ​ຂ້ອຍ​ກໍ​ຈະ​ໄປ​ທາງ​ຂວາ; ຖ້າ​ເຈົ້າ​ໄປ​ທາງ​ຂວາ​ຂ້ອຍ​ກໍ​ຈະ​ໄປ​ທາງ​ຊ້າຍ”.
10ໂລດ​ເບິ່ງ​ໄປ​ອ້ອມຮອບ ແລະ ເຫັນ​ວ່າ​ທົ່ງພຽງ​ຂອງ​ຈໍແດນ​ທັງໝົດ​ໄປ​ເຖິງ​ເມືອງ​ໂຊອາ​ນັ້ນ​ມີ​ນ້ຳ​ອຸດົມສົມບູນ​ດີ, ເໝືອນດັ່ງ​ສວນ​ຂອງ​ພຣະເຈົ້າ​ຢາເວ, ເໝືອນດັ່ງ​ດິນແດນ​ເອຢິບ. (ຂະນະນັ້ນ​ພຣະເຈົ້າ​ຢາເວ​ຍັງ​ບໍ່​ທັນ​ໄດ້​ທຳລາຍ​ເມືອງ​ໂຊໂດມ ແລະ ເມືອງ​ໂກໂມຣາ.) 11ດັ່ງນັ້ນ ໂລດ​ຈຶ່ງ​ໄດ້​ເລືອກ​ເອົາ​ທົ່ງພຽງ​ຈໍແດນ​ທັງໝົດ​ສຳລັບ​ຕົນ​ເອງ ແລະ ອອກ​ເດີນທາງ​ໄປ​ສູ່​ທິດຕາເວັນອອກ. ຊາຍ​ທັງ​ສອງ​ໄດ້​ແຍກ​ທາງ​ກັນ: 12ອັບຣາມ​ໄດ້​ອາໄສ​ຢູ່​ໃນ​ດິນແດນ​ການາອານ, ສ່ວນ​ໂລດ​ໄດ້​ອາໄສ​ຢູ່​ຕາມ​ເມືອງ​ຕ່າງໆ​ໃນ​ທົ່ງພຽງ ແລະ ໄດ້​ຕັ້ງ​ເຕັນ​ຂອງ​ຕົນ​ໃກ້​ກັບ​ເມືອງ​ໂຊໂດມ. 13ໃນ​ເວລາ​ນັ້ນ ປະຊາຊົນ​ຂອງ​ເມືອງ​ໂຊໂດມ​ຊົ່ວຮ້າຍ ແລະ ເຮັດບາບ​ຕໍ່ສູ້​ພຣະເຈົ້າ​ຢາເວ​ຢ່າງ​ໜັກ.
14ພຣະເຈົ້າ​ຢາເວ​ໄດ້​ກ່າວ​ແກ່​ອັບຣາມ​ຫລັງຈາກ​ທີ່​ໂລດ​ໄດ້​ແຍກ​ທາງ​ຈາກ​ເພິ່ນ​ວ່າ, “ຈົ່ງ​ເບິ່ງ​ໄປ​ອ້ອມຮອບ​ຈາກ​ບ່ອນ​ທີ່​ເຈົ້າ​ຢູ່, ເບິ່ງ​ໄປ​ທາງ​ທິດເໜືອ ແລະ ທິດໃຕ້, ທິດຕາເວັນອອກ ແລະ ທິດຕາເວັນຕົກ. 15ດິນແດນ​ທັງໝົດ​ທີ່​ເຈົ້າ​ເຫັນ​ນີ້​ເຮົາ​ຈະ​ມອບ​ໃຫ້​ແກ່​ເຈົ້າ ແລະ ເຊື້ອສາຍ#13:15 ຫລື ເມັດພັນ ເຊັ່ນ​ດຽວ​ກັບ​ຂໍ້ 16​ຂອງ​ເຈົ້າ​ຕະຫລອດໄປ. 16ເຮົາ​ຈະ​ເຮັດ​ໃຫ້​ເຊື້ອສາຍ​ຂອງ​ເຈົ້າ​ເປັນ​ເໝືອນ​ຂີ້ຝຸ່ນດິນ​ເທິງ​ແຜ່ນດິນໂລກ, ເພື່ອ​ວ່າ​ຖ້າ​ຜູ້ໃດ​ສາມາດ​ນັບ​ຂີ້ຝຸ່ນດິນ​ໄດ້ ກໍ​ສາມາດ​ນັບ​ເຊື້ອສາຍ​ຂອງ​ເຈົ້າ​ໄດ້. 17ຈົ່ງ​ໄປ, ຍ່າງ​ໄປ​ໃຫ້​ທົ່ວ​ຄວາມຍາວ ແລະ ຄວາມກວ້າງ​ຂອງ​ດິນແດນ​ນີ້, ເພາະ​ເຮົາ​ກຳລັງ​ຈະ​ມອບ​ດິນແດນ​ນີ້​ໃຫ້​ແກ່​ເຈົ້າ”.
18ດັ່ງນັ້ນ ອັບຣາມ​ຈຶ່ງ​ໄປ​ອາໄສ​ຢູ່​ໃກ້​ຕົ້ນໄມ້​ໃຫຍ່​ຂອງ​ມຳເຣ​ທີ່​ເຮັບໂຣນ, ບ່ອນ​ທີ່​ເພິ່ນ​ໄດ້​ຕັ້ງ​ເຕັນ​ຂອງ​ເພິ່ນ​ຂຶ້ນ. ເພິ່ນ​ໄດ້​ສ້າງ​ແທ່ນບູຊາ​ແກ່​ພຣະເຈົ້າ​ຢາເວ​ຢູ່​ທີ່​ນັ້ນ.

Istaknuto

Podeli

Kopiraj

None

Želiš li da tvoje istaknuto bude sačuvano na svim tvojim uređajima? Kreiraj nalog ili se prijavi