ປະຖົມມະການ 12
12
ການເອີ້ນຂອງອັບຣາມ
1ພຣະເຈົ້າຢາເວໄດ້ກ່າວແກ່ອັບຣາມວ່າ, “ຈົ່ງອອກຈາກບ້ານເມືອງຂອງເຈົ້າ, ປະຊາຊົນຂອງເຈົ້າ ແລະ ຄອບຄົວພໍ່ຂອງເຈົ້າເພື່ອໄປຍັງດິນແດນທີ່ເຮົາຈະສະແດງແກ່ເຈົ້າ.
2“ເຮົາຈະເຮັດໃຫ້ເຈົ້າເປັນຊົນຊາດໃຫຍ່,
ແລະ ເຮົາຈະອວຍພອນເຈົ້າ;
ເຮົາຈະເຮັດໃຫ້ຊື່ສຽງຂອງເຈົ້າຍິ່ງໃຫຍ່,
ແລະ ເຈົ້າຈະເປັນພອນ.#12:2 ຫລື ຖືກເບິ່ງວ່າເປັນພອນ
3ເຮົາຈະອວຍພອນບັນດາຜູ້ທີ່ອວຍພອນເຈົ້າ,
ແລະ ເຮົາຈະສາບແຊ່ງບັນດາຜູ້ທີ່ສາບແຊ່ງເຈົ້າ,
ແລະ ທຸກຄົນໃນໂລກ
ຈະໄດ້ຮັບພອນຜ່ານທາງເຈົ້າ”.#12:3 ຫລື ຄົນໃນໂລກຈະໃຊ້ຊື່ເຈົ້າໃນການອວຍພອນ 48:20
4ດັ່ງນັ້ນ ອັບຣາມກໍໄດ້ອອກໄປ ຕາມທີ່ພຣະເຈົ້າຢາເວໄດ້ບອກເພິ່ນ; ແລະ ໂລດກໍໄດ້ໄປກັບເພິ່ນ. ອັບຣາມອອກຈາກເມືອງຮາຣານເມື່ອເພິ່ນມີອາຍຸໄດ້ 75 ປີ. 5ເພິ່ນໄດ້ເອົານາງຊາຣາຍເມຍຂອງເພິ່ນ, ໂລດຜູ້ເປັນຫລານຊາຍຂອງເພິ່ນ, ຊັບສົມບັດທັງໝົດທີ່ພວກເພິ່ນໄດ້ສະສົມໄວ້ ແລະ ບໍລິວານທີ່ພວກເພິ່ນໄດ້ມາໃນເມືອງຮາຣານນັ້ນ, ແລ້ວພວກເພິ່ນກໍອອກເດີນທາງໄປທີ່ດິນແດນການາອານ ແລະ ພວກເພິ່ນກໍໄປເຖິງທີ່ນັ້ນ.
6ອັບຣາມເດີນທາງຜ່ານດິນແດນທີ່ຫ່າງໄກໄປຈົນເຖິງບ່ອນທີ່ມີຕົ້ນໄມ້ໃຫຍ່ໂມເຣໃນເມືອງຊີເຄມ. ໃນເວລານັ້ນຊາວການາອານຍັງຢູ່ໃນດິນແດນນັ້ນ. 7ພຣະເຈົ້າຢາເວໄດ້ປາກົດແກ່ອັບຣາມ ແລະ ກ່າວວ່າ, “ເຮົາຈະມອບດິນແດນນີ້ໃຫ້ແກ່ເຊື້ອສາຍ#12:7 ຫລື ເມັດພັນຂອງເຈົ້າ”. ດັ່ງນັ້ນ ເພິ່ນຈຶ່ງໄດ້ສ້າງແທ່ນບູຊາຂຶ້ນຢູ່ທີ່ນັ້ນເພື່ອຖວາຍແກ່ພຣະເຈົ້າຢາເວ ຜູ້ທີ່ໄດ້ປາກົດແກ່ເພິ່ນ.
8ຈາກທີ່ນັ້ນ ເພິ່ນກໍໄດ້ເດີນທາງຕໍ່ໄປຍັງເນີນພູດ້ານຕາເວັນອອກຂອງເມືອງເບັດເອນ ແລະ ຕັ້ງເຕັນຂອງເພິ່ນຂຶ້ນ ໂດຍມີເບັດເອນຢູ່ທາງທິດຕາເວັນຕົກ ແລະ ເມືອງອາອີຢູ່ທາງທິດຕາເວັນອອກ. ທີ່ນັ້ນເພິ່ນໄດ້ສ້າງແທ່ນບູຊາຂຶ້ນຖວາຍແກ່ພຣະເຈົ້າຢາເວ ແລະ ຮ້ອງອອກນາມຂອງພຣະເຈົ້າຢາເວ.
9ຫລັງຈາກນັ້ນ ອັບຣາມກໍອອກເດີນທາງຕໍ່ໄປທີ່ເນເກັບ.
ອັບຣາມໃນປະເທດເອຢິບ
(ປຖກ 20:1-18; 26:1-11)
10ເວລານັ້ນ ມີການອຶດຢາກອາຫານເກີດຂຶ້ນໃນດິນແດນ ແລະ ອັບຣາມຈຶ່ງໄດ້ລົງໄປທີ່ເອຢິບ ແລະ ອາໄສຢູ່ທີ່ນັ້ນຊົ່ວໄລຍະໜຶ່ງ ເພາະການອຶດຢາກຮຸນແຮງຫລາຍ. 11ຂະນະທີ່ເພິ່ນກຳລັງຈະເຂົ້າໄປເອຢິບ, ເພິ່ນໄດ້ເວົ້າກັບນາງຊາຣາຍເມຍຂອງເພິ່ນວ່າ, “ອ້າຍຮູ້ວ່ານ້ອງເປັນຍິງທີ່ງົດງາມ. 12ເມື່ອຊາວເອຢິບເຫັນນ້ອງ ພວກເຂົາຈະເວົ້າວ່າ, ‘ນີ້ແມ່ນເມຍຂອງລາວ’. ແລ້ວພວກເຂົາກໍຈະຂ້າອ້າຍ ແຕ່ຈະປ່ອຍໃຫ້ນ້ອງມີຊີວິດຢູ່. 13ຂໍໃຫ້ນ້ອງບອກວ່ານ້ອງເປັນນ້ອງສາວຂອງອ້າຍ, ເພື່ອວ່າພວກເຂົາຈະປະຕິບັດຕໍ່ອ້າຍເປັນຢ່າງດີເພາະເຫັນແກ່ນ້ອງ ແລະ ພວກເຂົາຈະໄວ້ຊີວິດຂອງອ້າຍໄວ້ເພາະນ້ອງ”.
14ເມື່ອອັບຣາມມາເຖິງເອຢິບ, ຊາວເອຢິບກໍເຫັນວ່ານາງຊາຣາຍເປັນຍິງທີ່ງາມຫລາຍ. 15ແລະ ເມື່ອຂ້າລາຊະການຂອງຟາໂຣເຫັນນາງແລ້ວ, ພວກເຂົາກໍຍົກຍ້ອງນາງຕໍ່ຟາໂຣ, ແລ້ວນາງຈຶ່ງຖືກພາຕົວໄປຍັງວັງຂອງເພິ່ນ. 16ຟາໂຣໄດ້ປະຕິບັດຕໍ່ອັບຣາມເປັນຢ່າງດີເພາະເຫັນແກ່ນາງ ແລະ ຍັງໄດ້ມອບແກະ, ງົວ, ລໍຜູ້ ແລະ ລໍແມ່, ຜູ້ຮັບໃຊ້ຊາຍຍິງ ແລະ ຝູງອູດໃຫ້ແກ່ອັບຣາມ.
17ແຕ່ພຣະເຈົ້າຢາເວໄດ້ເຮັດໃຫ້ເກີດພະຍາດຮ້າຍແຮງຂຶ້ນແກ່ຟາໂຣ ແລະ ຄອບຄົວຂອງເພິ່ນຍ້ອນນາງຊາຣາຍເມຍຂອງອັບຣາມ. 18ດັ່ງນັ້ນ ຟາໂຣຈຶ່ງໄດ້ເອີ້ນອັບຣາມມາພົບ. ເພິ່ນກ່າວວ່າ, “ເປັນຫຍັງເຈົ້າຈຶ່ງເຮັດກັບເຮົາຢ່າງນີ້? ເປັນຫຍັງເຈົ້າຈຶ່ງບໍ່ບອກເຮົາວ່ານາງເປັນເມຍຂອງເຈົ້າ? 19ເປັນຫຍັງເຈົ້າຈຶ່ງເວົ້າວ່າ, ‘ນາງເປັນນ້ອງສາວຂອງຂ້ານ້ອຍ’? ເພື່ອວ່າເຮົາຈະໄດ້ເອົານາງມາເປັນເມຍຂອງເຮົາບໍ? ນີ້ເມຍຂອງເຈົ້າ. ຈົ່ງເອົານາງຄືນ ແລະ ຈົ່ງໜີໄປ!” 20ແລ້ວຟາໂຣຈຶ່ງສັ່ງຄົນຂອງເພິ່ນເລື່ອງອັບຣາມ ແລະ ພວກເຂົາກໍໄດ້ສົ່ງອັບຣາມໄປຕາມທາງຂອງເພິ່ນພ້ອມກັບເມຍຂອງເພິ່ນ ແລະ ທຸກສິ່ງທີ່ເພິ່ນມີ.
Trenutno izabrano:
ປະຖົມມະການ 12: LCV
Istaknuto
Podeli
Kopiraj
Želiš li da tvoje istaknuto bude sačuvano na svim tvojim uređajima? Kreiraj nalog ili se prijavi
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.