YouVersion logo
Dugme za pretraživanje

ປະຖົມມະການ 11

11
ຫໍຄອຍ​ບາບີໂລນ
1ໃນ​ເວລາ​ນັ້ນ ທົ່ວ​ທັງ​ໂລກ​ໃຊ້​ພາສາ​ດຽວ​ກັນ ແລະ ໃຊ້​ຄຳເວົ້າ​ທົ່ວໄປ. 2ເມື່ອ​ມະນຸດ​ຍ້າຍ​ຖິ່ນຖານ​ໄປ​ທາງ​ທິດຕາເວັນອອກ,#11:2 ຫລື ຈາກ​ທິດຕາເວັນອອກ ຫລື ໃນ​ທິດຕາເວັນອອກ ພວກເຂົາ​ໄດ້​ພົບ​ທົ່ງພຽງ​ໃນ​ຊີນາ#11:2 ຄື ບາບີໂລນ ແລະ ໄດ້​ຕັ້ງ​ຖິ່ນຖານ​ຢູ່​ທີ່​ນັ້ນ.
3ພວກເຂົາ​ເວົ້າ​ກັນ​ວ່າ, “ຈົ່ງ​ມາ, ໃຫ້​ພວກເຮົາ​ພາກັນ​ເຮັດ​ດິນຈີ່ ແລະ ອົບ​ຈົນ​ແຂງ”. ພວກເຂົາ​ໃຊ້​ດິນຈີ່​ແທນ​ຫີນ ແລະ ໃຊ້​ຢາງໝາກຕອຍ​ແທນ​ປູນ. 4ແລ້ວ​ພວກເຂົາ​ກໍ​ເວົ້າ​ວ່າ “ມາເທາະ, ໃຫ້​ພວກເຮົາ​ພາກັນ​ສ້າງ​ເມືອງ​ໜຶ່ງ​ຂຶ້ນ​ສຳລັບ​ພວກເຮົາ ພ້ອມ​ກັບ​ຫໍຄອຍ​ທີ່​ສູງ​ຂຶ້ນ​ຈົນ​ເຖິງ​ຟ້າສະຫວັນ, ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ສ້າງ​ຊື່ສຽງ​ສຳລັບ​ພວກເຮົາ​ເອງ; ບໍ່​ດັ່ງນັ້ນ ພວກເຮົາ​ຈະ​ຕ້ອງ​ກະແຈກກະຈາຍ​ໄປ​ທົ່ວ​ໂລກ”.
5ແຕ່​ພຣະເຈົ້າ​ຢາເວ​ໄດ້​ລົງ​ມາ​ເພື່ອ​ເບິ່ງ​ເມືອງ ແລະ ຫໍຄອຍ​ທີ່​ພວກເຂົາ​ກຳລັງ​ສ້າງ​ຢູ່​ນັ້ນ. 6ພຣະເຈົ້າ​ຢາເວ​ໄດ້​ກ່າວ​ວ່າ, “ຄົນ​ເຫລົ່ານີ້​ເປັນ​ຊົນຊາດ​ດຽວ​ກັນ ເວົ້າ​ພາສາ​ດຽວ​ກັນ​ແລ້ວ​ຍັງ​ເຮັດ​ໄດ້​ປານ​ນີ້, ດັ່ງນັ້ນ ບໍ່​ມີ​ຫຍັງ​ທີ່​ພວກເຂົາ​ວາງແຜນ​ເຮັດ​ແລ້ວ​ຈະ​ເປັນ​ໄປ​ບໍ່​ໄດ້​ສຳລັບ​ພວກເຂົາ. 7ຈົ່ງ​ມາ, ໃຫ້​ພວກເຮົາ​ລົງ​ໄປ ແລະ ເຮັດ​ໃຫ້​ພວກເຂົາ​ສັບສົນ​ໃນ​ພາສາ​ຂອງ​ພວກເຂົາ ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່​ເຂົ້າໃຈ​ກັນ”.
8ດັ່ງນັ້ນ ພຣະເຈົ້າ​ຢາເວ​ຈຶ່ງ​ໄດ້​ເຮັດ​ໃຫ້​ພວກເຂົາ​ກະແຈກກະຈາຍ​ຈາກ​ທີ່​ນັ້ນ​ອອກໄປ​ທົ່ວ​ແຜ່ນດິນໂລກ, ແລ້ວ​ພວກເຂົາ​ກໍ​ຢຸດ​ສ້າງ​ເມືອງ​ນັ້ນ. 9ດ້ວຍເຫດນີ້ ເມືອງ​ນັ້ນ​ຈຶ່ງ​ໄດ້​ຊື່​ວ່າ​ບາເບນ#11:9 ຄື ບາບີໂລນ ຄຳ​ວ່າ ບາເບນ ມີ​ສຽງ​ຄ້າຍຄື​ຄຳ​ໃນ​ພາສາ​ເຮັບເຣີ​ທີ່​ມີ​ຄວາມໝາຍ​ວ່າ ສັບສົນ ເພາະ​ເປັນ​ບ່ອນ​ທີ່​ພຣະເຈົ້າ​ຢາເວ​ໄດ້​ເຮັດ​ໃຫ້​ພາສາ​ຂອງ​ທົ່ວ​ໂລກ​ສັບສົນ​ກັນ. ຈາກ​ທີ່​ນັ້ນ​ພຣະເຈົ້າ​ຢາເວ​ໄດ້​ເຮັດ​ໃຫ້​ພວກເຂົາ​ກະແຈກກະຈາຍ​ໄປ​ອາໄສ​ຢູ່​ທົ່ວ​ຜືນ​ແຜ່ນດິນໂລກ.
ຈາກ​ເຊມ​ເຖິງ​ອັບຣາມ
(ປຖກ 10:21-31; 1ຂຄ 1:17-27)
10ນີ້​ແມ່ນ​ເລື່ອງລາວ​ເຊື້ອສາຍ​ຂອງ​ເຊມ.
ຫລັງຈາກ​ນ້ຳຖ້ວມ​ສອງ​ປີ, ເຊມ​ກໍ​ມີ​ອາຍຸ​ໄດ້ 100 ປີ, ເພິ່ນ​ກໍ​ເປັນ​ພໍ່#11:10 ພໍ່ ອາດ​ມີ​ຄວາມໝາຍ​ວ່າ ບັນພະບຸລຸດ ເຊັ່ນ​ດຽວ​ກັບ​ຂໍ້ 11-25​ຂອງ​ອາກປັກຊາດ. 11ແລະ ຫລັງຈາກ​ທີ່​ເຊມ​ໄດ້​ເປັນ​ພໍ່​ຂອງ​ອາກປັກຊາດ, ເຊມ​ກໍ​ມີ​ຊີວິດ​ຕໍ່ໄປ​ອີກ 500 ປີ ແລະ ມີ​ລູກຊາຍ ແລະ ລູກສາວ​ອີກ​ຫລາຍ​ຄົນ.
12ເມື່ອ​ອາກປັກຊາດ​ມີ​ອາຍຸ​ໄດ້ 35 ປີ, ເພິ່ນ​ກໍ​ເປັນ​ພໍ່​ຂອງ​ເຊລາ. 13ຫລັງຈາກ​ທີ່​ເພິ່ນ​ໄດ້​ເປັນ​ພໍ່​ຂອງ​ເຊລາ​ແລ້ວ, ອາປັກຊາດ​ກໍ​ມີ​ຊີວິດ​ຕໍ່ໄປ​ອີກ 403 ປີ ແລະ ມີ​ລູກຊາຍ ແລະ ລູກສາວ​ອີກ​ຫລາຍ​ຄົນ.#11:13 ພາສາ​ເຮັບເຣີ; ສະບັບ​ເຊັບຕູອາຈິນ (ເບິ່ງ​ເໝືອນກັນ​ໃນ ລກ 3:35,36 ແລະ ຄຳ​ອະທິບາຍ​ໃນ ປຖກ 10:24) ວ່າ, ເມື່ອ​ລາວ​ມີ​ອາຍ 35 ປີ, ລາວ​ໄດ້​ເປັນ​ພໍ່​ຂອງ​ກາຍນານ. 13 ຫລັງຈາກນັ້ນ ລາວ​ມີ​ອາຍຸ​ຕໍ່ໄປ​ອີກ 430 ປີ ລາວ​ມີ​ລູກຊາຍ​ຍິງ​ອີກ​ຫລາຍ​ຄົນ. ແລ້ວ​ລາວ​ກໍ​ໄດ້​ຕາຍ​ໄປ. ເມື່ອ​ກາຍນານ​ມີ​ອາຍຸ​ໄດ້ 130 ປີ​ລາວ​ກໍ​ມີ​ລູກຊາຍ​ຊື່​ວ່າ​ເຊລາ. ຫລັງຈາກນັ້ນ​ລາວ​ມີຊີວິດ​ຕໍ່ໄປ​ອີກ 330 ປີ ແລະ ມີ​ລູກຊາຍ​ຍິງ​ອີກ​ຫລາຍ​ຄົນ
14ເມື່ອ​ເຊລາ​ມີ​ອາຍຸ​ໄດ້ 30 ປີ, ເພິ່ນ​ກໍ​ໄດ້​ເປັນ​ພໍ່​ຂອງ​ເອເບ. 15ຫລັງຈາກ​ທີ່​ເພິ່ນ​ໄດ້​ເປັນ​ພໍ່​ຂອງ​ເອເບ​ແລ້ວ ເຊລາ​ກໍ​ມີ​ຊີວິດ​ຕໍ່ໄປ​ອີກ 403 ປີ ແລະ ມີ​ລູກຊາຍ ແລະ ລູກສາວ​ອີກ​ຫລາຍ​ຄົນ.
16ເມື່ອ​ເອເບ​ມີ​ອາຍຸ​ໄດ້ 34 ປີ, ເພິ່ນ​ກໍ​ໄດ້​ເປັນ​ພໍ່​ຂອງ​ເປເລັກ. 17ແລະ ຫລັງຈາກ​ທີ່​ເພິ່ນ​ໄດ້​ເປັນ​ພໍ່​ຂອງ​ເປເລັກ, ເອເບ​ກໍ​ມີ​ຊີວິດ​ຕໍ່ໄປ​ອີກ 430 ປີ ແລະ ມີ​ລູກຊາຍ ແລະ ລູກຍິງ​ອີກ​ຫລາຍ​ຄົນ.
18ເມື່ອ​ເປເລັກ​ມີ​ອາຍຸ​ໄດ້ 30 ປີ, ເພິ່ນ​ກໍ​ໄດ້​ເປັນ​ພໍ່​ຂອງ​ເຣອູ. 19ຫລັງຈາກ​ທີ່​ເພິ່ນ​ໄດ້​ເປັນ​ພໍ່​ຂອງ​ເຣອູ​ແລ້ວ ເປເລັກ​ກໍ​ມີ​ຊີວິດ​ຕໍ່ໄປ​ອີກ 209 ປີ, ແລະ ມີ​ລູກຊາຍ ແລະ ລູກສາວ​ອີກ​ຫລາຍ​ຄົນ.
20ເມື່ອ​ເຣອູ​ມີ​ອາຍຸ​ໄດ້ 32 ປີ ເພິ່ນ​ກໍ​ໄດ້​ເປັນ​ພໍ່​ຂອງ​ເສຣຸກ. 21ຫລັງຈາກ​ທີ່​ເພິ່ນ​ໄດ້​ເປັນ​ພໍ່​ຂອງ​ເສຣຸກ​ແລ້ວ, ເຣອູ​ກໍ​ມີ​ຊີວິດ​ຕໍ່ໄປ​ອີກ 207 ປີ ແລະ ມີ​ລູກຊາຍ ແລະ ລູກຍິງ​ອີກ​ຫລາຍ​ຄົນ.
22ເມື່ອ​ເສຣຸກ​ມີ​ອາຍຸ​ໄດ້ 30 ປີ ເພິ່ນ​ກໍ​ໄດ້​ເປັນ​ພໍ່​ຂອງ​ນາໂຮ. 23ຫລັງຈາກ​ທີ່​ເພິ່ນ​ໄດ້​ເປັນ​ພໍ່​ຂອງ​ນາໂຮ​ແລ້ວ ເສຣຸກ​ກໍ​ມີ​ຊີວິດ​ຕໍ່ໄປ​ອີກ 200 ປີ ແລະ ມີ​ລູກຊາຍ ແລະ ລູກຍິງ​ອີກ​ຫລາຍ​ຄົນ.
24ເມື່ອ​ນາໂຮ​ມີ​ອາຍຸ​ໄດ້ 29 ປີ, ເພິ່ນ​ກໍ​ໄດ້​ເປັນ​ພໍ່​ຂອງ​ເຕຣາ. 25ແລະ ຫລັງຈາກ​ທີ່​ເພິ່ນ​ໄດ້​ເປັນ​ພໍ່​ຂອງ​ເຕຣາ​ແລ້ວ ນາໂຮ​ກໍ​ມີ​ຊີວິດ​ຕໍ່ໄປ​ອີກ 119 ປີ ແລະ ມີ​ລູກຊາຍ ແລະ ລູກຍິງ​ອີກ​ຫລາຍ​ຄົນ.
26ຫລັງຈາກ​ທີ່​ເຕຣາ​ມີ​ອາຍຸ​ໄດ້ 70 ປີ ເພິ່ນ​ກໍ​ມີ​ລູກຊາຍ​ຊື່​ວ່າ​ອັບຣາມ, ນາໂຮ ແລະ ຮາຣານ.
ອັບຣາມ
27ນີ້​ແມ່ນ​ເລື່ອງລາວ​ເຊື້ອສາຍ​ຂອງ​ເຕຣາ.
ເຕຣາ​ໄດ້​ເປັນ​ພໍ່​ຂອງ​ອັບຣາມ, ນາໂຮ ແລະ ຮາຣານ. ແລ້ວ​ຮາຣານ​ໄດ້​ເປັນ​ພໍ່​ຂອງ​ໂລດ. 28ຂະນະ​ທີ່​ເຕຣາ​ພໍ່​ຂອງ​ເພິ່ນ​ຍັງ​ມີ​ຊີວິດ​ຢູ່, ຮາຣານ​ໄດ້​ຕາຍ​ໄປ​ທີ່​ເມືອງ​ອູເຣ​ຂອງ​ຊາວ​ຄານເດອາ ໃນ​ດິນແດນ​ທີ່​ເປັນ​ບ້ານເກີດ​ຂອງ​ເພິ່ນ. 29ອັບຣາມ ແລະ ນາໂຮ​ທັງ​ສອງ​ໄດ້​ແຕ່ງງານ. ເມຍ​ຂອງ​ອັບຣາມ​ຊື່​ວ່າ​ນາງ​ຊາຣາຍ, ເມຍ​ຂອງ​ນາໂຮ​ຊື່​ວ່າ​ນາງ​ມີລະກາ; ນາງ​ເປັນ​ລູກສາວ​ຂອງ​ຮາຣານ​ຜູ້​ເປັນ​ພໍ່​ຂອງ​ມີລະກາ ແລະ ອິດສະຄາ. 30ນາງ​ຊາຣາຍ​ນັ້ນ​ບໍ່​ມີ​ລູກ​ເພາະ​ນາງ​ເປັນ​ໝັນ.
31ເຕຣາ​ໄດ້​ພາ​ອັບຣາມ​ລູກຊາຍ​ຂອງ​ເພິ່ນ, ໂລດ​ຫລານຊາຍ​ຂອງ​ເພິ່ນ ເຊິ່ງ​ເປັນ​ລູກຊາຍ​ຂອງ​ຮາຣານ ແລະ ນາງ​ຊາຣາຍ​ລູກໃພ້​ຂອງ​ເພິ່ນ ເຊິ່ງ​ເປັນ​ເມຍ​ຂອງ​ອັບຣາມ​ລູກຊາຍ​ຂອງ​ເພິ່ນ ອອກ​ຈາກ​ເມືອງ​ອູເຣ​ຂອງ​ຊາວ​ຄານເດອາ​ເພື່ອ​ໄປ​ທີ່​ການາອານ. ແຕ່​ເມື່ອ​ມາ​ເຖິງ​ເມືອງ​ຮາຣານ, ພວກເຂົາ​ກໍ​ໄດ້​ຕັ້ງ​ຖິ່ນຖານ​ຢູ່​ທີ່​ນັ້ນ.
32ເຕຣາ​ມີ​ຊີວິດ​ຢູ່ 205 ປີ, ແລ້ວ​ເພິ່ນ​ກໍ​ໄດ້​ຕາຍ​ໄປ​ທີ່​ເມືອງ​ຮາຣານ.

Istaknuto

Podeli

Kopiraj

None

Želiš li da tvoje istaknuto bude sačuvano na svim tvojim uređajima? Kreiraj nalog ili se prijavi