YouVersion logo
Dugme za pretraživanje

ປະຖົມມະການ 16

16
ນາງ​ຮາກາ ແລະ ອິດຊະມາເອນ
1ໃນ​ເວລາ​ນັ້ນ ນາງ​ຊາຣາຍ ເມຍ​ຂອງ​ອັບຣາມ​ບໍ່​ມີ​ລູກ​ໃຫ້​ແກ່​ເພິ່ນ. ແຕ່​ນາງ​ມີ​ຄົນຮັບໃຊ້​ຄົນ​ໜຶ່ງ​ຊາວເອຢິບ​ຊື່​ວ່າ​ນາງ​ຮາກາ, 2ດັ່ງນັ້ນ ນາງ​ຊາຣາຍ​ຈຶ່ງ​ເວົ້າ​ກັບ​ອັບຣາມ​ວ່າ, “ພຣະເຈົ້າ​ຢາເວ​ຍັງ​ບໍ່​ທັນ​ໃຫ້​ນ້ອງ​ມີ​ລູກ. ຈົ່ງ​ໄປ​ນອນ​ກັບ​ຄົນຮັບໃຊ້​ຂອງ​ນ້ອງ​ສາ; ບາງທີ​ນ້ອງ​ຈະ​ໄດ້​ມີ​ລູກ​ຜ່ານ​ທາງ​ນາງ​ກໍ​ໄດ້”.
ອັບຣາມ​ຕົກລົງ​ຕາມ​ສິ່ງ​ທີ່​ນາງ​ຊາຣາຍ​ໄດ້​ເວົ້າ. 3ດັ່ງນັ້ນ ຫລັງ​ຈາກ​ທີ່​ອັບຣາມ​ອາໄສ​ຢູ່​ທີ່​ການາອານ​ໄດ້​ສິບ​ປີ, ນາງ​ຊາຣາຍ​ເມຍ​ຂອງ​ເພິ່ນ​ຈຶ່ງ​ນຳເອົາ​ນາງ​ຮາກາ​ຄົນຮັບໃຊ້​ຊາວເອຢິບ​ມາ ແລະ ມອບ​ນາງ​ໃຫ້​ຜົວ​ຂອງ​ຕົນ​ເພື່ອ​ໃຫ້​ເປັນ​ເມຍ​ຂອງ​ເພິ່ນ. 4ເພິ່ນ​ກໍ​ໄດ້​ຫລັບນອນ​ກັບ​ນາງ​ຮາກາ ແລະ ນາງ​ກໍ​ໄດ້​ຖືພາ.
ເມື່ອ​ນາງ​ຮູ້​ວ່າ​ນາງ​ຖືພາ​ແລ້ວ, ນາງ​ກໍ​ເລີ່ມ​ດູຖູກ​ນາຍຍິງ​ຂອງ​ຕົນ. 5ແລ້ວ​ນາງ​ຊາຣາຍ​ຈຶ່ງ​ເວົ້າ​ກັບ​ອັບຣາມ​ວ່າ, “ອ້າຍ​ຕ້ອງ​ຮັບຜິດຊອບ​ຕໍ່​ຄວາມ​ຜິດພາດ​ທີ່​ນ້ອງ​ກຳລັງ​ທົນທຸກ. ນ້ອງ​ມອບ​ຄົນຮັບໃຊ້​ຂອງ​ນ້ອງ​ໄວ້​ໃນ​ອ້ອມແຂນ​ຂອງ​ອ້າຍ ແລະ ບັດນີ້​ນາງ​ຮູ້ຈັກ​ວ່າ​ນາງ​ຖືພາ ແລ້ວ​ນາງ​ກໍ​ດູຖູກ​ນ້ອງ. ຂໍ​ພຣະເຈົ້າ​ຢາເວ​ຕັດສິນ​ລະຫວ່າງ​ອ້າຍ​ກັບ​ນ້ອງ”.
6ອັບຣາມ​ຈຶ່ງ​ຕອບ​ວ່າ, “ຄົນຮັບໃຊ້​ຂອງ​ນ້ອງ​ກໍ​ຢູ່​ໃນ​ມື​ຂອງ​ນ້ອງ​ແລ້ວ, ຈົ່ງ​ເຮັດ​ກັບ​ນາງ​ຕາມ​ທີ່​ເຈົ້າ​ຄິດ​ວ່າ​ດີ​ທີ່ສຸດ​ສາ”. ແລ້ວ​ນາງ​ຊາຣາຍ​ຈຶ່ງ​ກົດຂີ່ຂົ່ມເຫັງ​ນາງ​ຮາກາ, ດັ່ງນັ້ນ ນາງ​ຮາກາ​ຈຶ່ງ​ໜີ​ຈາກ​ຊາຣາຍ​ໄປ.
7ເທວະດາ​ຂອງ​ພຣະເຈົ້າ​ຢາເວ​ພົບ​ນາງ​ຮາກາ​ໃກ້​ກັບ​ບໍ່ນ້ຳພຸ​ໃນ​ຖິ່ນແຫ້ງແລ້ງ; ເປັນ​ບໍ່ນ້ຳພຸ​ທີ່​ຢູ່​ຂ້າງ​ທາງ​ທີ່​ຈະ​ໄປ​ເມືອງ​ຊູເຣ. 8ແລະ ເທວະດາ​ນັ້ນ​ໄດ້​ກ່າວ​ວ່າ, “ຮາກາ, ຄົນຮັບໃຊ້​ຂອງ​ຊາຣາຍ​ເອີຍ, ເຈົ້າ​ມາ​ຈາກ​ໃສ ແລະ ເຈົ້າ​ກຳລັງ​ຈະ​ໄປ​ໃສ?”
ນາງ​ຕອບ​ວ່າ, “ຂ້ານ້ອຍ​ກຳລັງ​ໜີ​ຈາກ​ນາງ​ຊາຣາຍ​ນາຍຍິງ​ຂອງ​ຂ້ານ້ອຍ”.
9ແລ້ວ​ເທວະດາ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ບອກ​ນາງ​ວ່າ, “ຈົ່ງ​ກັບ​ໄປ​ຫາ​ນາຍຍິງ​ຂອງ​ເຈົ້າ ແລະ ຍອມ​ຕໍ່​ນາງ”. 10ເທວະດາ​ນັ້ນ​ໄດ້​ກ່າວ​ຕື່ມ​ອີກ​ວ່າ, “ເຮົາ​ຈະ​ເພີ່ມ​ເຊື້ອສາຍ​ຂອງ​ເຈົ້າ​ໃຫ້​ຫລາຍ​ຂຶ້ນ​ຈົນ​ພວກເຂົາ​ມີ​ຈຳນວນ​ຫລາຍ​ເກີນ​ກວ່າ​ທີ່​ຈະ​ນັບ​ໄດ້”.
11ເທວະດາ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ກ່າວ​ກັບ​ລາວ​ເໝືອນກັນ​ວ່າ:
“ເວລານີ້​ເຈົ້າ​ກຳລັງ​ຖືພາ
ແລະ ເຈົ້າ​ຈະ​ເກີດ​ລູກຊາຍ.
ເຈົ້າ​ຈົ່ງ​ຕັ້ງຊື່​ລາວ​ວ່າ​ອິດຊະມາເອນ,#16:11 ແປ​ວ່າ ພຣະເຈົ້າ​ໄດ້​ຍິນ
ເພາະ​ພຣະເຈົ້າ​ຢາເວ​ໄດ້​ຍິນ​ຄວາມເຈັບປວດ​ຂອງ​ເຈົ້າ.
12ລາວ​ຈະ​ເປັນ​ດັ່ງ​ລໍ​ປ່າ​ຂອງ​ມະນຸດ;
ມື​ຂອງ​ລາວ​ຈະ​ຕໍ່ສູ້​ກັບ​ທຸກຄົນ
ແລະ ມື​ຂອງ​ທຸກຄົນ​ກໍ​ຈະ​ຕໍ່ສູ້​ລາວ,
ແລະ ລາວ​ຈະ​ດຳເນີນຊີວິດ​ດ້ວຍ​ການ​ເປັນ​ສັດຕູ​ກັນ​ກັບ
ພີ່ນ້ອງ​ທັງປວງ​ຂອງ​ລາວ”#16:12 ຫລື ດຳເນີນຊີວິດ​ຢູ່​ທາງ​ດ້ານ​ທິດຕະເວັນ​ອອກ​ຂອງ.
13ນາງ​ໄດ້​ໃຫ້​ນາມ​ນີ້​ແກ່​ພຣະເຈົ້າ​ຢາເວ​ຜູ້​ກ່າວ​ກັບ​ນາງ​ວ່າ: “ພຣະອົງ​ເປັນ​ພຣະເຈົ້າ​ຜູ້​ເຫັນ​ຂ້ານ້ອຍ,” ເພາະ​ນາງ​ເວົ້າ​ວ່າ, “ບັດນີ້​ຂ້ານ້ອຍ​ໄດ້​ເຫັນ#16:13 ຫລື ໄດ້​ເຫັນ​ຂ້າງ​ຫລັງ​ຂອງ​ພຣະອົງ​ຜູ້​ທີ່​ເຫັນ​ຂ້ານ້ອຍ​ແລ້ວ”. 14ດ້ວຍເຫດນີ້ ນ້ຳສ້າງ​ນັ້ນ​ຈຶ່ງ​ຖືກ​ເອີ້ນ​ຊື່​ວ່າ​ເບເອີລາໄຮຣອຍ;#16:14 ແປ​ວ່າ ນ້ຳສ້າງ​ແຫ່ງ​ພຣະອົງ​ຜູ້​ມີຊີວິດ​ຢູ່ ຜູ້​ທີ່​ເຫັນ​ຂ້ານ້ອຍ ນ້ຳສ້າງ​ນີ້​ຍັງ​ຢູ່​ທີ່​ນັ້ນ, ຢູ່​ລະຫວ່າງ​ກາເດັດ ແລະ ເບເຣັດ.
15ດັ່ງນັ້ນ ນາງ​ຮາກາ​ກໍ​ໄດ້​ເກີດ​ລູກຊາຍ​ຄົນ​ໜຶ່ງ​ໃຫ້​ແກ່​ອັບຣາມ ແລະ ອັບຣາມ​ໄດ້​ຕັ້ງຊື່​ລູກຊາຍ​ທີ່​ນາງ​ເກີດ​ອອກ​ມາ​ນັ້ນ​ວ່າ​ອິດຊະມາເອນ. 16ອັບຣາມ​ມີ​ອາຍຸ 86 ປີ ເມື່ອ​ຮາກາ​ເກີດ​ອິດຊະມາເອນ​ໃຫ້​ແກ່​ເພິ່ນ.

Istaknuto

Podeli

Kopiraj

None

Želiš li da tvoje istaknuto bude sačuvano na svim tvojim uređajima? Kreiraj nalog ili se prijavi