YouVersion logo
Dugme za pretraživanje

ປະຖົມມະການ 17

17
ພັນທະສັນຍາ​ແຫ່ງ​ການ​ເຮັດ​ພິທີຕັດ
1ເມື່ອ​ອັບຣາມ​ມີ​ອາຍຸ​ໄດ້ 99 ປີ, ພຣະເຈົ້າ​ຢາເວ​ໄດ້​ປາກົດ​ແກ່​ເພິ່ນ ແລະ ໄດ້​ກ່າວ​ວ່າ, “ເຮົາ​ຄື​ພຣະເຈົ້າ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່#17:1 ພາສາ​ເຮັບເຣີ​ວ່າ ແອວຊາດາຍ, ຈົ່ງ​ດຳເນີນ​ຊີວິດ​ຕໍ່ໜ້າ​ເຮົາ​ຢ່າງ​ສັດຊື່ ແລະ ບໍ່​ມີ​ຕຳໜິ. 2ແລ້ວ​ເຮົາ​ຈະ​ເຮັດ​ພັນທະສັນຍາ​ຂອງ​ເຮົາ​ລະຫວ່າງ​ເຮົາ​ກັບ​ເຈົ້າ ແລະ ຈະ​ເພີ່ມ​ຈຳນວນ​ເຊື້ອສາຍ​ຂອງ​ເຈົ້າ​ຂຶ້ນ​ຢ່າງ​ຫລວງຫລາຍ”.
3ອັບຣາມ​ຈຶ່ງ​ກົ້ມໜ້າລົງ ແລະ ພຣະເຈົ້າ​ໄດ້​ກ່າວ​ກັບ​ເພິ່ນ​ວ່າ, 4“ສຳລັບ​ເຮົາ, ນີ້​ແມ່ນ​ພັນທະສັນຍາ​ຂອງ​ເຮົາ​ກັບ​ເຈົ້າ​ຄື: ເຈົ້າ​ຈະ​ເປັນ​ບິດາ​ຂອງ​ຫລາຍ​ຊົນຊາດ. 5ເຈົ້າ​ຈະ​ບໍ່​ຖືກ​ເອີ້ນ​ວ່າ​ອັບຣາມ#17:5 ມີ​ຄວາມໝາຍ​ວ່າ ບິດາ​ຜູ້​ໄດ້​ຮັບ​ການ​ຍົກຍ້ອງ​ອີກ​ຕໍ່ໄປ, ເຈົ້າ​ຈະ​ມີ​ຊື່​ວ່າ​ອັບຣາຮາມ#17:5 ອາດ​ມີ​ຄວາມໝາຍ​ວ່າ ບິດາ​ຂອງ​ຄົນ​ຈຳນວນ​ຫລາຍ ເພາະ​ເຮົາ​ໄດ້​ເຮັດ​ໃຫ້​ເຈົ້າ​ເປັນ​ບິດາ​ຂອງ​ຫລາຍ​ຊົນຊາດ. 6ເຮົາ​ຈະ​ໃຫ້​ເຈົ້າ​ມີ​ລູກຫລານ​ຢ່າງ​ຫລວງຫລາຍ; ເຮົາ​ຈະ​ໃຫ້​ຫລາຍ​ຊົນຊາດ​ເກີດ​ຂຶ້ນ​ມາ​ຈາກ​ເຈົ້າ ແລະ ບັນດາ​ກະສັດ​ທັງຫລາຍ​ຈະ​ມາ​ຈາກ​ເຈົ້າ. 7ເຮົາ​ຈະ​ຕັ້ງ​ພັນທະສັນຍາ​ຂອງ​ເຮົາ​ໄວ້​ເປັນ​ພັນທະສັນຍາ​ນິລັນດອນ​ລະຫວ່າງ​ເຮົາ​ກັບ​ເຈົ້າ ແລະ ເຊື້ອສາຍ​ຂອງ​ເຈົ້າ​ທີ່​ຈະ​ມາ​ພາຍຫລັງ​ເຈົ້າ​ຫລາຍ​ລຸ້ນ, ເພື່ອ​ເປັນ​ພຣະເຈົ້າ​ຂອງ​ເຈົ້າ ແລະ ພຣະເຈົ້າ​ຂອງ​ເຊື້ອສາຍ​ຂອງ​ເຈົ້າ​ທີ່​ຈະ​ມາ​ພາຍຫລັງ​ເຈົ້າ. 8ດິນແດນ​ການາອານ​ທັງໝົດ, ບ່ອນ​ທີ່​ເຈົ້າ​ອາໄສ​ຢູ່​ເໝືອນດັ່ງ​ຄົນຕ່າງດ້າວ​ນັ້ນ, ເຮົາ​ຈະ​ມອບ​ໃຫ້​ເຈົ້າ​ຄອບຄອງ​ຕະຫລອດໄປ ແລະ ເຊື້ອສາຍ​ຂອງ​ເຈົ້າ​ທີ່​ຈະ​ມາ​ພາຍຫລັງ​ເຈົ້າ; ແລະ ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ”.
9ແລ້ວ​ພຣະເຈົ້າ​ໄດ້​ກ່າວ​ກັບ​ອັບຣາຮາມ​ວ່າ, “ສຳລັບ​ເຈົ້າ​ນັ້ນ, ເຈົ້າ​ຕ້ອງ​ຮັກສາ​ພັນທະສັນຍາ​ຂອງ​ເຮົາ, ເຈົ້າ ແລະ ເຊື້ອສາຍ​ຂອງ​ເຈົ້າ​ຕະຫລອດ​ຄົນ​ທີ່​ຈະ​ມາ​ພາຍຫລັງ​ເຈົ້າ​ຫລາຍ​ລຸ້ນ. 10ນີ້​ຄື​ພັນທະສັນຍາ​ຂອງ​ເຮົາ​ກັບ​ເຈົ້າ ແລະ ກັບ​ເຊື້ອສາຍ​ທີ່​ຈະ​ມາ​ພາຍຫລັງ​ເຈົ້າ, ເປັນ​ພັນທະສັນຍາ​ທີ່​ເຈົ້າ​ຈະ​ຕ້ອງ​ຮັກສາ​ຄື: ຊາຍ​ທຸກຄົນ​ໃນ​ທ່າມກາງ​ພວກເຈົ້າ​ຈະ​ຕ້ອງ​ຮັບ​ພິທີຕັດ. 11ເຈົ້າ​ຈະ​ຕ້ອງ​ຜ່ານ​ການ​ຮັບ​ພິທີຕັດ ແລະ ນີ້​ຈະ​ເປັນ​ເຄື່ອງໝາຍ​ແຫ່ງ​ພັນທະສັນຍາ​ລະຫວ່າງ​ເຮົາ​ກັບ​ເຈົ້າ. 12ສຳລັບ​ຄົນ​ລຸ້ນ​ທີ່​ຈະ​ມາ​ເຖິງ​ນັ້ນ ຜູ້ຊາຍ​ທຸກຄົນ​ໃນ​ທ່າມກາງ​ພວກເຈົ້າ​ທີ່​ມີ​ອາຍຸ​ແປດ​ວັນ​ຈະ​ຕ້ອງ​ຮັບ​ພິທີຕັດ, ລວມ​ທັງ​ຄົນ​ທີ່​ເກີດ​ໃນ​ຄອບຄົວ​ຂອງ​ເຈົ້າ ຫລື ໄດ້​ຊື້​ດ້ວຍ​ເງິນ​ຈາກ​ຄົນຕ່າງດ້າວ ຄື​ຄົນ​ເຫລົ່ານັ້ນ​ທີ່​ບໍ່ແມ່ນ​ເຊື້ອສາຍ​ຂອງ​ເຈົ້າ. 13ບໍ່​ວ່າ​ຈະ​ເປັນ​ຄົນ​ທີ່​ເກີດ​ໃນ​ຄົວເຮືອນ​ຂອງ​ເຈົ້າ ຫລື ເຈົ້າ​ຊື້​ມາ​ດ້ວຍ​ເງິນ, ພວກເຂົາ​ຕ້ອງ​ຮັບ​ພິທີຕັດ. ພັນທະສັນຍາ​ຂອງ​ເຮົາ​ທີ່​ຢູ່​ໃນ​ເນື້ອກາຍ​ຂອງ​ເຈົ້າ​ຈະ​ເປັນ​ພັນທະສັນຍາ​ນິລັນດອນ. 14ຜູ້ຊາຍ​ຄົນໃດ​ທີ່​ບໍ່​ຮັບ​ພິທີຕັດ, ຜູ້​ທີ່​ບໍ່ໄດ້​ຮັບ​ພິທີຕັດ​ຝ່າຍ​ເນື້ອກາຍ ຈະ​ຖືກ​ຕັດ​ອອກ​ຈາກ​ຊົນຊາດ​ຂອງ​ຕົນ; ເພາະ​ລາວ​ໄດ້​ລະເມີດ​ພັນທະສັນຍາ​ຂອງ​ເຮົາ”.
15ພຣະເຈົ້າ​ໄດ້​ກ່າວ​ກັບ​ອັບຣາຮາມ​ເໝືອນກັນ​ວ່າ, “ສ່ວນ​ນາງ​ຊາຣາຍ​ເມຍ​ຂອງ​ເຈົ້າ​ນັ້ນ, ເຈົ້າ​ຈະ​ບໍ່​ໄດ້​ເອີ້ນ​ວ່າ​ນາງ​ຊາຣາຍ​ອີກ​ຕໍ່ໄປ; ນາງ​ຈະ​ມີ​ຊື່​ວ່າ​ຊາຣາ. 16ເຮົາ​ຈະ​ອວຍພອນ​ນາງ ແລະ ຈະ​ໃຫ້​ນາງ​ເກີດ​ລູກຊາຍ​ຄົນ​ໜຶ່ງ​ແກ່​ເຈົ້າ​ຢ່າງ​ແນ່ນອນ. ເຮົາ​ຈະ​ອວຍພອນ​ນາງ​ເພື່ອ​ວ່າ​ນາງ​ຈະ​ເປັນ​ແມ່​ຂອງ​ຊົນຊາດ​ທັງຫລາຍ; ບັນດາ​ກະສັດ​ຂອງ​ປະຊາຊົນ​ທັງຫລາຍ​ຈະ​ມາ​ຈາກ​ນາງ”.
17ອັບຣາຮາມ​ກົ້ມໜ້າລົງ; ເພິ່ນ​ຫົວຂວັນ ແລະ ເວົ້າ​ກັບ​ຕົນ​ເອງ​ວ່າ, “ຊາຍ​ອາຍຸ​ຮ້ອຍ​ປີ​ຈະ​ມີ​ລູກຊາຍ​ໄດ້​ຢູ່​ບໍ? ແລະ ຊາຣາ​ຈະ​ເກີດ​ລູກ​ເມື່ອ​ອາຍຸ​ເກົ້າສິບ​ບໍ?” 18ແລະ ອັບຣາຮາມ​ຕອບ​ພຣະເຈົ້າ​ວ່າ, “ຂໍ​ພຽງ​ແຕ່​ໃຫ້​ອິດຊະມາເອນ​ໄດ້​ດຳລົງຊີວິດ​ຢູ່​ພາຍໃຕ້​ພອນ​ຂອງ​ພຣະອົງ!”
19ແລ້ວ​ພຣະເຈົ້າ​ໄດ້​ກ່າວ​ວ່າ, ແມ່ນແລ້ວ, “ແຕ່​ຊາຣາ​ເມຍ​ຂອງ​ເຈົ້າ​ຈະ​ເກີດ​ລູກຊາຍ​ຄົນ​ໜຶ່ງ​ໃຫ້​ເຈົ້າ ແລະ ເຈົ້າ​ຈະ​ເອີ້ນ​ລາວ​ວ່າ​ອີຊາກ.#17:19 ມີ​ຄວາມໝາຍ​ວ່າ ລາວ​ຫົວຂວັນ ເຮົາ​ຈະ​ຕັ້ງ​ພັນທະສັນຍາ​ຂອງ​ເຮົາ​ກັບ​ລາວ ເຊິ່ງ​ເປັນ​ພັນທະສັນຍາ​ນິລັນດອນ​ແກ່​ເຊື້ອສາຍ​ຂອງ​ລາວ​ທີ່​ຈະ​ມາ​ພາຍຫລັງ​ລາວ. 20ແລະ ສຳລັບ​ອິດຊະມາເອນ​ນັ້ນ, ເຮົາ​ໄດ້​ຍິນ​ເຈົ້າ: ເຮົາ​ຈະ​ອວຍພອນ​ລາວ​ແນ່ນອນ; ເຮົາ​ຈະ​ເຮັດ​ໃຫ້​ລາວ​ມີ​ລູກຫລານ ແລະ ຈະ​ເພີ່ມ​ຈຳນວນ​ຄົນ​ຂອງ​ລາວ​ຂຶ້ນ​ຢ່າງ​ຫລວງຫລາຍ. ລາວ​ຈະ​ເປັນ​ບິດາ​ຂອງ​ຜູ້ປົກຄອງ​ສິບສອງ​ຄົນ ແລະ ເຮົາ​ຈະ​ເຮັດ​ໃຫ້​ລາວ​ເປັນ​ຊົນຊາດ​ທີ່​ຍິ່ງໃຫຍ່. 21ແຕ່​ພັນທະສັນຍາ​ຂອງ​ເຮົາ​ນັ້ນ ເຮົາ​ຈະ​ຕັ້ງ​ຂຶ້ນ​ກັບ​ອີຊາກ, ຜູ້​ທີ່​ນາງ​ຊາຣາ​ຈະ​ເກີດ​ໃຫ້​ເຈົ້າ​ປີ​ໜ້າ​ໃນ​ຊ່ວງ​ເວລາ​ນີ້”. 22ເມື່ອ​ພຣະອົງ​ເວົ້າ​ກັບ​ອັບຣາຮາມ​ຈົບ​ແລ້ວ, ພຣະເຈົ້າ​ກໍ​ຂຶ້ນ​ໄປ​ຈາກ​ເພິ່ນ.
23ໃນ​ວັນ​ດຽວ​ກັນ​ນັ້ນ ອັບຣາຮາມ​ກໍ​ນຳ​ອິດຊະມາເອນ​ລູກຊາຍ​ຂອງ​ເພິ່ນ ແລະ ຜູ້ຊາຍ​ທຸກຄົນ​ທີ່​ເກີດ​ໃນ​ຄົວເຮືອນ​ຂອງ​ເພິ່ນ ຫລື ຊື້​ດ້ວຍ​ເງິນ​ຂອງ​ເພິ່ນ​ມາ, ແລ້ວ​ໃຫ້​ພວກເຂົາ​ຮັບ​ພິທີຕັດ, ຕາມ​ທີ່​ພຣະເຈົ້າ​ໄດ້​ບອກ​ເພິ່ນ​ໄວ້. 24ອັບຣາຮາມ​ໄດ້​ຮັບ​ພິທີຕັດ​ເມື່ອ​ເພິ່ນ​ມີ​ອາຍຸ​ໄດ້ 99 ປີ, 25ສ່ວນ​ອິດຊະມາເອນ​ລູກຊາຍ​ຂອງ​ເພິ່ນ​ມີ​ອາຍຸ​ໄດ້ 13 ປີ; 26ອັບຣາຮາມ​ກັບ​ອິດຊະມາເອນ​ລູກຊາຍ​ຂອງ​ເພິ່ນ​ໄດ້​ຮັບ​ພິທີຕັດ​ໃນ​ມື້​ດຽວ​ກັນ. 27ແລະ ຜູ້ຊາຍ​ທຸກຄົນ​ໃນ​ຄົວເຮືອນ​ຂອງ​ອັບຣາຮາມ, ລວມທັງ​ຄົນ​ທີ່​ເກີດ​ໃນ​ຄົວເຮືອນ​ຂອງ​ເພິ່ນ ຫລື ຊື້​ມາ​ຈາກ​ຄົນ​ຕ່າງດ້າວ​ກໍ​ໄດ້​ຮັບ​ພິທີຕັດ​ດ້ວຍ​ກັນ​ກັບ​ເພິ່ນ.

Istaknuto

Podeli

Kopiraj

None

Želiš li da tvoje istaknuto bude sačuvano na svim tvojim uređajima? Kreiraj nalog ili se prijavi