YouVersion logo
Dugme za pretraživanje

ປະຖົມມະການ 20

20
ອັບຣາຮາມ ແລະ ອາບີເມເຫລັກ
(ປຖກ 12:10-20; 26:1-11)
1ອັບຣາຮາມ​ຍ້າຍ​ອອກ​ຈາກ​ທີ່​ນັ້ນ​ເຂົ້າ​ໄປ​ໃນ​ເຂດແດນ​ຂອງ​ເນເກັບ ແລະ ອາໄສ​ຢູ່​ລະຫວ່າງ​ເມືອງ​ກາເດັດ ແລະ ເມືອງ​ຊູເຣ. ເພິ່ນ​ໄດ້​ພັກ​ທີ່​ເມືອງ​ເກຣາກ​ຊົ່ວໄລຍະ​ໜຶ່ງ, 2ແລະ ທີ່​ນັ້ນ​ອັບຣາຮາມ​ເວົ້າ​ເຖິງ​ນາງ​ຊາຣາ​ເມຍ​ຂອງ​ເພິ່ນ​ວ່າ, “ນາງ​ຄື​ນ້ອງສາວ​ຂອງ​ຂ້າພະເຈົ້າ”. ກະສັດ​ອາບີເມເຫລັກ​ແຫ່ງ​ເກຣາກ​ຈຶ່ງ​ສົ່ງ​ຄົນ​ມາ​ຫາ​ນາງ​ຊາຣາ ແລະ ຮັບ​ເອົາ​ນາງ​ໄປ.
3ແຕ່​ໃນ​ຄືນ​ໜຶ່ງ ພຣະເຈົ້າ​ໄດ້​ມາ​ຫາ​ອາບີເມເຫລັກ​ໃນ​ຄວາມຝັນ ແລະ ກ່າວ​ກັບ​ເພິ່ນ​ວ່າ, “ເຈົ້າ​ຈະ​ຕ້ອງ​ຕາຍ! ເພາະ​ຍິງ​ຄົນ​ນັ້ນ​ທີ່​ເຈົ້າ​ໄດ້​ຮັບ​ມາ; ນາງ​ເປັນ​ຍິງ​ທີ່​ແຕ່ງງານ​ແລ້ວ”.
4ແຕ່​ຈົນ​ບັດນີ້ ອາບີເມເຫລັກ​ຍັງ​ບໍ່​ໄດ້​ເຂົ້າ​ໄປ​ໃກ້​ນາງ​ເລີຍ. ດັ່ງນັ້ນ ເພິ່ນ​ຈຶ່ງ​ໄດ້​ກ່າວ​ວ່າ, “ຂ້າ​ແດ່​ອົງພຣະຜູ້ເປັນເຈົ້າ, ພຣະອົງ​ຈະ​ທຳລາຍ​ຊົນຊາດ​ທີ່​ບໍ່​ມີ​ຄວາມຜິດ​ບໍ? 5ລາວ​ບໍ່​ໄດ້​ບອກ​ຂ້ານ້ອຍ​ບໍ​ວ່າ, ‘ນາງ​ເປັນ​ນ້ອງສາວ​ຂອງ​ຂ້າພະເຈົ້າ’? ແລະ ນາງ​ເອງ​ກໍ​ບໍ່​ໄດ້​ເວົ້າ​ບໍ​ວ່າ, ‘ລາວ​ເປັນ​ອ້າຍ​ຂອງ​ຂ້ານ້ອຍ’? ຂ້ານ້ອຍ​ເຮັດ​ໄປ​ດ້ວຍ​ຈິດສຳນຶກ​ອັນ​ໃສ​ສະອາດ ແລະ ດ້ວຍ​ມື​ທີ່​ສະອາດ”.
6ແລ້ວ​ພຣະເຈົ້າ​ໄດ້​ກ່າວ​ກັບ​ເພິ່ນ​ໃນ​ຄວາມຝັນ​ວ່າ, “ແມ່ນ​ແລ້ວ, ເຮົາ​ຮູ້​ວ່າ​ເຈົ້າ​ເຮັດ​ໄປ​ດ້ວຍ​ຈິດສຳນຶກ​ອັນ​ໃສ​ສະອາດ ແລະ ດ້ວຍເຫດນີ້​ເຮົາ​ຈຶ່ງ​ໄດ້​ປົກປ້ອງ​ເຈົ້າ​ຈາກ​ການ​ເຮັດ​ບາບ​ຕໍ່ສູ້​ເຮົາ. ດ້ວຍເຫດນີ້ ເຮົາ​ຈຶ່ງ​ບໍ່​ປ່ອຍ​ໃຫ້​ເຈົ້າ​ແຕະຕ້ອງ​ນາງ. 7ບັດນີ້ ຈົ່ງ​ສົ່ງ​ເມຍ​ຂອງ​ຊາຍ​ຜູ້​ນັ້ນ​ກັບ​ຄືນ​ໄປ, ເພາະ​ລາວ​ເປັນ​ຜູ້ທຳນວາຍ ແລະ ລາວ​ຈະ​ອະທິຖານ​ເພື່ອ​ເຈົ້າ​ແລ້ວ​ເຈົ້າ​ຈະ​ມີ​ຊີວິດ. ແຕ່​ຖ້າ​ເຈົ້າ​ບໍ່​ສົ່ງ​ນາງ​ກັບ​ຄືນ​ໄປ, ໃຫ້​ເຈົ້າ​ແນ່ໃຈ​ໄດ້​ເລີຍ​ວ່າ​ເຈົ້າ​ກັບ​ຄົນ​ຂອງ​ເຈົ້າ​ທັງໝົດ​ຈະ​ຕາຍ”.
8ແຕ່​ເຊົ້າໆ​ຂອງ​ວັນ​ຕໍ່ມາ ອາບີເມເຫລັກ​ໄດ້​ເອີ້ນ​ຂ້າລາຊະການ​ທັງໝົດ​ຂອງ​ເພິ່ນ​ມາ​ພົບ ແລະ ເມື່ອ​ເພິ່ນ​ບອກ​ພວກເຂົາ​ໃຫ້​ຮູ້​ເຖິງ​ສິ່ງ​ທີ່​ເກີດ​ຂຶ້ນ​ທັງໝົດ​ແລ້ວ, ພວກເຂົາ​ກໍ​ພາກັນ​ຢ້ານ​ຫລາຍ. 9ຫລັງຈາກ​ນັ້ນ ອາບີເມເຫລັກ​ກໍ​ເອີ້ນ​ອັບຣາຮາມ​ເຂົ້າ​ມາ ແລະ ຖາມ​ວ່າ, “ເປັນ​ຫຍັງ​ທ່ານ​ຈຶ່ງ​ໄດ້​ເຮັດ​ກັບ​ພວກເຮົາ​ຢ່າງ​ນີ້? ເຮົາ​ໄດ້​ເຮັດ​ຜິດ​ສິ່ງໃດ​ຕໍ່​ທ່ານ ແລ້ວ​ທ່ານ​ຈຶ່ງ​ນຳເອົາ​ຄວາມຜິດ​ອັນ​ໃຫຍ່ຫລວງ​ມາ​ຕົກ​ໃສ່​ເຮົາ ແລະ ອານາຈັກ​ຂອງ​ເຮົາ​ບໍ? ທ່ານ​ໄດ້​ເຮັດ​ກັບ​ເຮົາ​ໃນ​ສິ່ງ​ທີ່​ບໍ່​ຄວນ​ເຮັດ​ເລີຍ”. 10ແລະ ອາບີເມເຫລັກ​ໄດ້​ຖາມ​ອັບຣາຮາມ​ວ່າ, “ທ່ານ​ມີ​ເຫດຜົນ​ຫຍັງ​ຈຶ່ງ​ເຮັດ​ຢ່າງ​ນີ້?”
11ອັບຣາຮາມ​ໄດ້​ຕອບ​ວ່າ, “ຂ້ານ້ອຍ​ໄດ້​ເວົ້າ​ກັບ​ຕົນ​ເອງ​ວ່າ, ‘ໃນ​ບ່ອນນີ້​ບໍ່​ມີ​ການ​ຢຳເກງ​ພຣະເຈົ້າ​ແນ່ນອນ, ແລ້ວ​ພວກເຂົາ​ກໍ​ຈະ​ຂ້າ​ຂ້ານ້ອຍ​ເພາະ​ຢາກ​ໄດ້​ເມຍ​ຂອງ​ຂ້ານ້ອຍ’. 12ນອກຈາກນີ້ ນາງ​ກໍ​ເປັນ​ນ້ອງສາວ​ຂອງ​ຂ້ານ້ອຍ​ແທ້ໆ, ນາງ​ເປັນ​ລູກສາວ​ພໍ່​ຂອງ​ຂ້ານ້ອຍ ແຕ່​ບໍ່​ແມ່ນ​ລູກສາວ​ຂອງ​ແມ່​ຂ້ານ້ອຍ; ແລະ ນາງ​ໄດ້​ກາຍມາ​ເປັນ​ເມຍ​ຂອງ​ຂ້ານ້ອຍ. 13ແລະ ເມື່ອ​ພຣະເຈົ້າ​ໃຫ້​ຂ້ານ້ອຍ​ພະເນຈອນ​ອອກ​ຈາກ​ຄອບຄົວ​ພໍ່​ຂອງ​ຂ້ານ້ອຍ, ຂ້ານ້ອຍ​ໄດ້​ບອກ​ນາງ​ວ່າ, ‘ນີ້​ເປັນ​ວິທີ​ທີ່​ນ້ອງ​ຈະ​ສາມາດ​ສະແດງ​ຄວາມ​ຮັກ​ຂອງ​ນ້ອງ​ຕໍ່​ອ້າຍ​ຄື: ທຸກໆ​ບ່ອນ​ທີ່​ພວກເຮົາ​ໄປ, ໃຫ້​ເວົ້າ​ເຖິງ​ອ້າຍ​ວ່າ, “ລາວ​ເປັນ​ອ້າຍ​ຂອງ​ຂ້ອຍ” ’ ”.
14ແລ້ວ​ອາບີເມເຫລັກ​ຈຶ່ງ​ໄດ້​ນຳ​ເອົາ​ຝູງແກະ, ຝູງ​ງົວ, ຂ້າທາດ​ຊາຍ ແລະ ຂ້າທາດ​ຍິງ​ມາ​ມອບ​ໃຫ້​ແກ່​ອັບຣາຮາມ ແລະ ເພິ່ນ​ໄດ້​ສົ່ງ​ນາງ​ຊາຣາ, ເມຍ​ຂອງ​ອັບຣາຮາມ​ຄືນ​ໃຫ້​ເພິ່ນ. 15ແລະ ອາບີເມເຫລັກ​ກ່າວ​ວ່າ, “ດິນແດນ​ຂອງ​ເຮົາ​ຢູ່​ຕໍ່ໜ້າ​ທ່ານ; ຈົ່ງ​ອາໄສ​ຢູ່​ໃສ​ກໍ​ໄດ້​ຕາມ​ທີ່​ທ່ານ​ມັກ”.
16ແລ້ວ​ເພິ່ນ​ກໍ​ໄດ້​ກ່າວ​ຕໍ່​ນາງ​ຊາຣາ​ວ່າ, “ເຮົາ​ຂໍ​ມອບ​ເງິນ​ໜຶ່ງພັນ​ເຊເຂວ#20:16 ນັ້ນ​ຄື ປະມານ 25 ພາວ ຫລື ປະມານ 12 ກິໂລກຣາມ​ໃຫ້​ອ້າຍ​ຂອງ​ເຈົ້າ. ນີ້​ເພື່ອ​ເປັນ​ການ​ຕອບແທນ​ທີ່​ໄດ້​ເຮັດ​ຜິດ​ຕໍ່​ເຈົ້າ​ຕໍ່ໜ້າ​ທຸກຄົນ​ທີ່​ຢູ່​ກັບ​ເຈົ້າ; ເຈົ້າ​ໄດ້​ຮັບ​ການ​ພິສູດ​ຢ່າງ​ຄົບຖ້ວນ​ແລ້ວ​ວ່າ​ບໍ່​ມີ​ຄວາມຜິດ​ຫຍັງ”.
17ແລ້ວ​ອັບຣາຮາມ​ກໍ​ໄດ້​ອະທິຖານ​ຕໍ່​ພຣະເຈົ້າ ແລະ ພຣະເຈົ້າ​ກໍ​ໄດ້​ຮັກສາ​ອາບີເມເຫລັກ, ເມຍ​ຂອງ​ເພິ່ນ ແລະ ຂ້າທາດ​ຍິງ​ຂອງ​ເພິ່ນ ເພື່ອ​ພວກເຂົາ​ຈະ​ສາມາດ​ມີ​ລູກ​ໄດ້​ອີກ. 18ເພາະ​ພຣະເຈົ້າ​ຢາເວ​ໄດ້​ເຮັດ​ໃຫ້​ແມ່ຍິງ​ທຸກຄົນ​ໃນ​ຄົວເຮືອນ​ຂອງ​ອາບີເມເຫລັກ​ເປັນ​ໝັນ ສາເຫດ​ເປັນ​ເພາະ​ນາງ​ຊາຣາ​ເມຍ​ຂອງ​ອັບຣາຮາມ.

Istaknuto

Podeli

Kopiraj

None

Želiš li da tvoje istaknuto bude sačuvano na svim tvojim uređajima? Kreiraj nalog ili se prijavi