ປະຖົມມະການ 21
21
ການເກີດຂອງອີຊາກ
1ບັດນີ້ພຣະເຈົ້າຢາເວມີພຣະຄຸນຕໍ່ນາງຊາຣາ ດັ່ງທີ່ພຣະອົງໄດ້ກ່າວໄວ້ ແລະ ພຣະເຈົ້າຢາເວກໍໄດ້ກະທຳແກ່ນາງຊາຣາໃນສິ່ງທີ່ພຣະອົງໄດ້ສັນຍາໄວ້. 2ນາງຊາຣາກໍໄດ້ຖືພາ ແລະ ໄດ້ເກີດລູກຊາຍໃຫ້ອັບຣາຮາມເມື່ອເພິ່ນເຖົ້າແກ່ແລ້ວ, ເຊິ່ງກົງກັບເວລາທີ່ພຣະເຈົ້າໄດ້ສັນຍາໄວ້ກັບເພິ່ນ. 3ອັບຣາຮາມໄດ້ຕັ້ງຊື່ລູກຊາຍທີ່ນາງຊາຣາໄດ້ໃຫ້ກຳເນີດນັ້ນວ່າອີຊາກ.#21:3 ມີຄວາມໝາຍວ່າ ເພິ່ນຫົວຂວັນ 4ເມື່ອອີຊາກລູກຊາຍຂອງເພິ່ນມີອາຍຸໄດ້ແປດວັນແລ້ວ, ອັບຣາຮາມກໍໃຫ້ລາວຮັບພິທີຕັດຕາມທີ່ພຣະເຈົ້າໄດ້ສັ່ງເພິ່ນໄວ້. 5ເມື່ອອີຊາກລູກຊາຍຂອງເພິ່ນເກີດມານັ້ນ ອັບຣາຮາມມີອາຍຸໄດ້ໜຶ່ງຮ້ອຍປີ.
6ນາງຊາຣາກ່າວວ່າ, “ພຣະເຈົ້າເຮັດໃຫ້ຂ້ອຍຫົວຂວັນ ແລະ ທຸກຄົນທີ່ໄດ້ຍິນເລື່ອງນີ້ກໍຈະຫົວຂວັນຮ່ວມກັບຂ້ອຍດ້ວຍ”. 7ແລະ ນາງໄດ້ເວົ້າຕື່ມວ່າ, “ຜູ້ໃດຈະເວົ້າກັບອັບຣາຮາມວ່ານາງຊາຣາຍັງຈະໄດ້ລ້ຽງລູກຢູ່? ແຕ່ຂ້ອຍໄດ້ເກີດລູກຊາຍໃຫ້ເພິ່ນເມື່ອເພິ່ນເຖົ້າແກ່ແລ້ວ”.
ນາງຮາກາ ແລະ ອິດຊະມາເອນຖືກສົ່ງໜີໄປ
8ເດັກນັ້ນກໍເຕີບໃຫຍ່ຂຶ້ນ ແລະ ອອກນົມແລ້ວ ແລະ ໃນວັນທີ່ອີຊາກອອກນົມນັ້ນ ອັບຣາຮາມກໍໄດ້ຈັດງານລ້ຽງໃຫຍ່ຂຶ້ນ. 9ແຕ່ຊາຣາເຫັນວ່າລູກຊາຍຂອງນາງຮາກາຊາວເອຢິບທີ່ເກີດໃຫ້ແກ່ອັບຣາຮາມກຳລັງເຢາະເຢີ້ຍຢູ່, 10ແລະ ນາງຈຶ່ງເວົ້າກັບອັບຣາຮາມວ່າ, “ຈົ່ງໄລ່ຍິງຂ້າທາດຄົນນີ້ກັບລູກຂອງນາງ, ເພາະລູກຂອງຍິງຄົນນີ້ຈະບໍ່ມີວັນໄດ້ຮັບສ່ວນແບ່ງໃນມໍລະດົກກັບອີຊາກລູກຊາຍຂອງນ້ອງ”.
11ເລື່ອງນີ້ເຮັດໃຫ້ອັບຣາຮາມທຸກໃຈຫລາຍເພາະກ່ຽວຂ້ອງກັບລູກຊາຍຂອງເພິ່ນ. 12ແຕ່ພຣະເຈົ້າກ່າວກັບເພິ່ນວ່າ, “ຢ່າທຸກໃຈເລື່ອງເດັກຄົນນັ້ນ ແລະ ຍິງຂ້າທາດຂອງເຈົ້າເລີຍ. ຈົ່ງເຮັດຕາມສິ່ງທີ່ນາງຊາຣາບອກເຈົ້າ, ເພາະເຊື້ອສາຍ#21:12 ຫລື ເມັດພັນຂອງເຈົ້າຈະນັບທາງອີຊາກ. 13ເຮົາຈະເຮັດໃຫ້ລູກຊາຍຂອງຂ້າທາດກາຍເປັນຊົນຊາດໜຶ່ງເໝືອນກັນ, ເພາະວ່າລາວກໍເປັນເຊື້ອສາຍຂອງເຈົ້າ”.
14ແຕ່ເຊົ້າໆຂອງວັນຕໍ່ມາອັບຣາຮາມກໍເອົາອາຫານຈຳນວນໜຶ່ງ ແລະ ນ້ຳໜຶ່ງຖົງໜັງແລ້ວມອບໃຫ້ແກ່ຮາກາ. ເພິ່ນໄດ້ຈັດສິ່ງເຫລົ່ານັ້ນໃສ່ບ່າຂອງນາງ ແລ້ວສົ່ງນາງອອກໄປພ້ອມກັບລູກຊາຍນັ້ນ. ນາງກໍໄປຕາມທາງຂອງນາງ ແລະ ໄດ້ພະເນຈອນເຂົ້າໄປໃນຖິ່ນແຫ້ງແລ້ງເບເອນເຊບາ.
15ເມື່ອນ້ຳໃນຖົງໜັງໝົດແລ້ວ, ນາງຈຶ່ງປະລູກຊາຍໄວ້ກ້ອງພຸ່ມໄມ້ຟຸ່ມໜຶ່ງ. 16ແລ້ວຍ່າງໜີແລ້ວໄປນັ່ງຢູ່ຫ່າງອອກໄປປະມານໄລຍະຍິງລູກທະນູຕົກ, ເພາະນາງຄິດວ່າ, “ຂ້ອຍບໍ່ສາມາດທົນເບິ່ງລູກຊາຍຕາຍໄປ”. ແລະ ຂະນະທີ່ນາງນັ່ງຢູ່ທີ່ນັ້ນ, ນາງ#21:16 ສະບັບເຊັບຕູອາຈິນວ່າ ເດັກຄົນນັ້ນກໍເລີ່ມຮ້ອງໄຫ້ສຽງດັງ.
17ພຣະເຈົ້າໄດ້ຍິນສຽງຮ້ອງຂອງເດັກຊາຍນັ້ນ, ແລ້ວເທວະດາຂອງພຣະເຈົ້າໄດ້ເອີ້ນນາງຮາກາຈາກສະຫວັນ ແລະ ກ່າວກັບນາງວ່າ, “ຮາກາ, ມີເລື່ອງຫຍັງບໍ? ຢ່າຢ້ານເລີຍ; ພຣະເຈົ້າໄດ້ຍິນສຽງຮ້ອງຂອງເດັກຊາຍໃນຂະນະທີ່ລາວນອນຢູ່ບ່ອນນັ້ນແລ້ວ. 18ຈົ່ງໄປຍົກລາວຂຶ້ນ ແລະ ຈູງມືລາວໄປ ເພາະເຮົາຈະເຮັດໃຫ້ລາວກາຍເປັນຊົນຊາດໃຫຍ່”.
19ແລ້ວພຣະເຈົ້າເປີດຕາຂອງນາງ ແລະ ນາງກໍເຫັນນ້ຳສ້າງແຫ່ງໜຶ່ງ. ດັ່ງນັ້ນນາງຈຶ່ງໄປຕັກນ້ຳໃສ່ເຕັມຖົງໜັງ ແລະ ເອົາໃຫ້ລູກຊາຍນັ້ນດື່ມ.
20ພຣະເຈົ້າສະຖິດກັບເດັກຊາຍຄົນນັ້ນເມື່ອລາວເຕີບໃຫຍ່ຂຶ້ນ. ລາວອາໄສຢູ່ໃນຖິ່ນແຫ້ງແລ້ງ ແລະ ກາຍເປັນນັກຍິງທະນູ. 21ໃນຂະນະທີ່ລາວອາໄສຢູ່ໃນທະເລຊາຍແຫ່ງປາຣານນັ້ນ ແມ່ຂອງລາວກໍໄດ້ຫາເມຍຈາກເອຢິບໃຫ້ລາວ.
ສົນທິສັນຍາທີ່ເບເອນເຊບາ
22ໃນເວລານັ້ນອາບີເມເຫລັກ ແລະ ແມ່ທັບຟີໂກນກ່າວຕໍ່ອັບຣາຮາມວ່າ, “ພຣະເຈົ້າຢູ່ກັບທ່ານໃນທຸກສິ່ງທີ່ທ່ານກະທຳ. 23ບັດນີ້ ຂໍໃຫ້ທ່ານປະຕິຍານກັບເຮົາທີ່ນີ້ຕໍ່ໜ້າພຣະເຈົ້າວ່າທ່ານຈະບໍ່ຫລອກລວງເຮົາ ຫລື ລູກຫລານຂອງເຮົາ ຫລື ເຊື້ອສາຍຂອງເຮົາ. ຈົ່ງສະແດງຄວາມເມດຕາຕໍ່ເຮົາ ແລະ ຕໍ່ບ້ານເມືອງບ່ອນທີ່ທ່ານມາອາໄສຢູ່ໃນເວລານີ້ໃນຖານະຄົນຕ່າງດ້າວເໝືອນກັນກັບທີ່ເຮົາໄດ້ສະແດງຕໍ່ທ່ານ”.
24ອັບຣາຮາມໄດ້ເວົ້າວ່າ, “ຂ້າພະເຈົ້າຂໍປະຕິຍານ”.
25ແລ້ວອັບຣາຮາມຈຶ່ງຮ້ອງທຸກຕໍ່ອາບີເມເຫລັກເລື່ອງນ້ຳສ້າງແຫ່ງໜຶ່ງທີ່ຄົນຮັບໃຊ້ຂອງອາບີເມເຫລັກໄດ້ຢຶດໄປ. 26ແຕ່ອາບີເມເຫລັກຕອບວ່າ, “ເຮົາບໍ່ຮູ້ວ່າຜູ້ໃດໄດ້ເຮັດເຊັ່ນນີ້. ທ່ານບໍ່ໄດ້ບອກເຮົາ ແລະ ເຮົາຫາກໍໄດ້ຍິນເລື່ອງນີ້ວັນນີ້ເທົ່ານັ້ນ”.
27ດັ່ງນັ້ນ ອັບຣາຮາມຈຶ່ງໄດ້ນຳເອົາຝູງແກະ ແລະ ງົວມາ ແລ້ວມອບສັດເຫລົ່ານັ້ນໃຫ້ແກ່ອາບີເມເຫລັກ, ແລ້ວຊາຍທັງສອງກໍໄດ້ເຮັດເຮັດສົນທິສັນຍາກັນ. 28ອັບຣາຮາມແຍກເອົາລູກແກະໂຕແມ່ເຈັດໂຕອອກຈາກຝູງ, 29ແລະ ອາບີເມເຫລັກກໍໄດ້ຖາມອັບຣາຮາມວ່າ, “ລູກແກະໂຕແມ່ເຈັດໂຕທີ່ທ່ານແຍກອອກມາຈາກຝູງນີ້ມີຄວາມໝາຍຢ່າງໃດ?”
30ເພິ່ນຕອບວ່າ, “ຂໍຈົ່ງຮັບລູກແກະເຈັດໂຕນີ້ຈາກມືຂ້າພະເຈົ້າເພື່ອເປັນພະຍານວ່າຂ້າພະເຈົ້າເປັນຜູ້ຂຸດນ້ຳສ້າງນີ້”.
31ດັ່ງນັ້ນ ບ່ອນນັ້ນຈຶ່ງໄດ້ໃສ່ຊື່ວ່າເບເອນເຊບາ,#21:31 ມີຄວາມໝາຍວ່າ ນ້ຳສ້າງແຫ່ງທີເຈັດ ຫລື ນໍ້າສ້າງແຫ່ງຄຳສາບານ ເພາະຊາຍທັງສອງໄດ້ປະຕິຍານຄຳສາບານຢູ່ທີ່ນັ້ນ.
32ຫລັງຈາກເຮັດສົນທິສັນຍາທີ່ເບເອນເຊບາແລ້ວ, ອາບີເມເຫລັກ ແລະ ແມ່ທັບຟີໂກນກໍກັບຄືນສູ່ດິນແດນຟີລິດສະຕີນ. 33ອັບຣາຮາມໄດ້ປູກຕົ້ນສົນໝອກຕົ້ນໜຶ່ງໃນເບເອນເຊບາ ແລະ ນະມັດສະການຮ້ອງອອກນາມພຣະເຈົ້າຢາເວ, ພຣະເຈົ້າອົງນິລັນດອນ. 34ແລະ ອັບຣາຮາມກໍອາໄສຢູ່ໃນດິນແດນຂອງຊາວຟີລິດສະຕີນເປັນເວລາດົນນານ.
Trenutno izabrano:
ປະຖົມມະການ 21: LCV
Istaknuto
Podeli
Kopiraj
Želiš li da tvoje istaknuto bude sačuvano na svim tvojim uređajima? Kreiraj nalog ili se prijavi
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.