YouVersion logo
Dugme za pretraživanje

ປະຖົມມະການ 22

22
ອັບຣາຮາມ​ຖືກ​ທົດສອບ
1ຕໍ່ມາ​ພຣະເຈົ້າ​ໄດ້​ທົດສອບ​ອັບຣາຮາມ. ພຣະອົງ​ກ່າວ​ກັບ​ເພິ່ນ​ວ່າ, “ອັບຣາຮາມ​ເອີຍ!”
ເພິ່ນ​ຕອບ​ວ່າ, “ຂ້ານ້ອຍ​ຢູ່​ທີ່ນີ້”.
2ແລ້ວ​ພຣະເຈົ້າ​ໄດ້​ກ່າວ​ວ່າ, “ຈົ່ງ​ພາ​ລູກຊາຍ​ຂອງ​ເຈົ້າ, ລູກຊາຍ​ພຽງ​ຄົນ​ດຽວ​ຂອງ​ເຈົ້າ ຜູ້​ທີ່​ເຈົ້າ​ຮັກ ຄື​ອີຊາກ ແລ້ວ​ໄປ​ຍັງ​ເຂດ​ໂມຣິຢາ. ຈົ່ງ​ຖວາຍ​ລາວ​ຢູ່​ທີ່ນັ້ນ​ເພື່ອ​ເປັນ​ເຄື່ອງເຜົາ​ບູຊາ​ເທິງ​ພູເຂົາ​ແຫ່ງ​ໜຶ່ງ​ທີ່​ເຮົາ​ຈະ​ສະແດງ​ແກ່​ເຈົ້າ”.
3ຕອນ​ເຊົ້າໆ​ວັນ​ຕໍ່ມາ ອັບຣາຮາມ​ລຸກຂຶ້ນ ແລະ ມັດ​ອານ​ລໍ​ຂອງ​ເພິ່ນ. ເພິ່ນ​ໄດ້​ພາ​ຄົນຮັບໃຊ້​ຂອງ​ເພິ່ນ​ສອງ​ຄົນ ແລະ ອີຊາກ​ລູກຊາຍ​ຂອງ​ເພິ່ນ​ໄປ​ນຳ. ເມື່ອ​ເພິ່ນ​ໄດ້​ຕັດ​ຟືນ​ພໍ​ສຳລັບ​ເຜົາ​ເຄື່ອງ​ບູຊາ​ແລ້ວ, ເພິ່ນ​ຈຶ່ງ​ມຸ່ງໜ້າ​ໄປ​ບ່ອນ​ທີ່​ພຣະເຈົ້າ​ໄດ້​ບອກ​ເພິ່ນ​ໄວ້. 4ໃນ​ວັນ​ທີ​ສາມ ອັບຣາຮາມ​ເງີຍໜ້າ​ຂຶ້ນ ແລະ ເຫັນ​ສະຖານ​ທີ່​ນັ້ນ​ແຕ່​ໄກ. 5ເພິ່ນ​ເວົ້າ​ກັບ​ຄົນຮັບໃຊ້​ວ່າ, “ຈົ່ງ​ຢູ່​ບ່ອນ​ນີ້​ພ້ອມ​ກັບ​ລໍ​ຂະນະ​ທີ່​ເຮົາ​ກັບ​ເດັກນ້ອຍ​ຄົນ​ນີ້​ໄປ​ທີ່​ນັ້ນ. ພວກເຮົາ​ຈະ​ໄປ​ນະມັດສະການ​ພຣະເຈົ້າ ແລ້ວ​ພວກເຮົາ​ຈະ​ກັບມາ​ຫາ​ພວກເຈົ້າ”.
6ອັບຣາຮາມ​ຈຶ່ງ​ເອົາ​ຟືນ​ສຳລັບ​ເຜົາ​ເຄື່ອງບູຊາ ແລະ ວາງ​ໃສ່​ບ່າ​ອີຊາກ​ລູກຊາຍ​ຂອງ​ເພິ່ນ ແລະ ເພິ່ນເອງ​ຖື​ໄຟ ແລະ ມີດ. ຂະນະ​ທີ່​ທັງສອງ​ກຳລັງ​ຍ່າງ​ໄປ​ນຳກັນ​ນັ້ນ, 7ອີຊາກ​ໄດ້​ເວົ້າ​ກັບ​ອັບຣາຮາມ​ພໍ່​ຂອງ​ຕົນ​ວ່າ, “ພໍ່​ບໍ?”
ອັບຣາຮາມ​ຕອບ​ວ່າ, “ມີ​ຫຍັງ​ບໍ​ລູກ?”
ອີຊາກ​ຖາມ​ວ່າ, “ໄຟ ແລະ ຟືນ​ກໍ​ມີ​ຢູ່​ບ່ອນນີ້​ແລ້ວ, ແຕ່​ລູກ​ແກະ​ສຳລັບ​ເຜົາ​ບູຊາ​ນັ້ນ​ຢູ່​ໃສ?”
8ອັບຣາຮາມ​ຕອບ​ວ່າ, “ລູກ​ເອີຍ, ພຣະເຈົ້າ​ຈະ​ຈັດຕຽມ​ລູກ​ແກະ​ສຳລັບ​ເຜົາບູຊາ​ໃຫ້​ເອງ”. ແລະ ທັງສອງ​ກໍ​ຍ່າງ​ຕໍ່ໄປ​ດ້ວຍ​ກັນ.
9ເມື່ອ​ພວກເພິ່ນ​ມາ​ເຖິງ​ສະຖານທີ່ ເຊິ່ງ​ພຣະເຈົ້າ​ບອກ​ພວກເພິ່ນ​ໄວ້. ອັບຣາຮາມ​ກໍ​ໄດ້​ສ້າງ​ແທ່ນບູຊາ​ຂຶ້ນ ແລະ ຈັດ​ຟືນ​ໃສ່​ເທິງ​ແທ່ນ​ນັ້ນ. ເພິ່ນ​ມັດ​ອີຊາກ​ລູກ​ຂອງ​ເພິ່ນ ແລະ ວາງ​ລາວ​ລົງ​ເທິງ​ກອງ​ຟືນ​ທີ່​ຢູ່​ເທິງ​ແທ່ນບູຊາ. 10ຈາກ​ນັ້ນ​ເພິ່ນ​ກໍ​ເດ່​ມື​ອອກໄປ​ຈັບ​ເອົາ​ມີດ​ມາ​ເພື່ອ​ຈະ​ຂ້າ​ລູກຊາຍ​ຂອງ​ຕົນ. 11ແຕ່​ເທວະດາ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ເອີ້ນ​ໃສ່​ເພິ່ນ​ຈາກ​ສະຫວັນ​ວ່າ, “ອັບຣາຮາມ! ອັບຣາຮາມ!”
ເພິ່ນ​ຕອບ​ວ່າ, “ຂ້ານ້ອຍ​ຢູ່​ທີ່​ນີ້”.
12ເທວະດາ​ກ່າວ​ວ່າ, “ຢ່າ​ເດ່​ມື​ໃສ່​ເດັກນ້ອຍ​ນັ້ນ, ຢ່າ​ເຮັດ​ສິ່ງໃດ​ແກ່​ລາວ​ເລີຍ. ບັດນີ້​ເຮົາ​ຮູ້​ແລ້ວ​ວ່າ​ເຈົ້າ​ຢຳເກງ​ພຣະເຈົ້າ, ເພາະ​ເຈົ້າ​ບໍ່​ໄດ້​ຫວງແຫນ​ລູກຊາຍ​ຂອງ​ເຈົ້າ​ຈາກ​ເຮົາ, ຄື​ລູກຊາຍ​ພຽງ​ຄົນ​ດຽວ​ຂອງ​ເຈົ້າ”.
13ອັບຣາຮາມ​ເງີຍ​ໜ້າ​ຂຶ້ນ ແລະ ຢູ່​ທີ່​ນັ້ນ​ເພິ່ນ​ໄດ້​ເຫັນ​ແກະ​ເຖິກ​ໂຕ​ໜຶ່ງ#22:13 ສຳເນົາ​ພາສາ​ເຮັບເຣີ​ດັ້ງເດີມ​ສ່ວນ​ໃຫຍ່​ວ່າ ແກະ​ເຖິກ​ໂຕ​ໜຶ່ງ​ຂ້າງ​ຫລັງ​ພວກເຂົາ ເຊິ່ງ​ເຂົາ​ທັງ​ສອງ​ຂອງ​ມັນ​ເກາະ​ຄາ​ຢູ່​ກັບ​ພຸ່ມໄມ້. ເພິ່ນ​ຈຶ່ງ​ຍ່າງ​ໄປ​ຫາ​ແລ້ວ​ຈັບ​ແກະ​ນັ້ນ​ມາ​ຖວາຍ​ເປັນ​ເຄື່ອງເຜົາ​ບູຊາ​ແທນ​ລູກຊາຍ​ຂອງ​ເພິ່ນ. 14ດັ່ງນັ້ນ ອັບຣາຮາມ​ຈຶ່ງ​ໄດ້​ເອີ້ນ​ສະຖານທີ່​ນັ້ນ​ວ່າ, “ພຣະເຈົ້າ​ຢາເວ​ຈະ​ຈັດຕຽມ​ໃຫ້”. ແລະ ຍັງ​ເປັນ​ທີ່​ເວົ້າ​ກັນ​ຈົນ​ເຖິງ​ທຸກ​ວັນ​ນີ້​ວ່າ, “ສິ່ງ​ນັ້ນ​ຈະ​ຖືກ​ຈັດຕຽມ​ໄວ້​ເທິງ​ພູເຂົາ​ຂອງ​ພຣະເຈົ້າ​ຢາເວ”.
15ແລ້ວ​ເທວະດາ​ຂອງ​ພຣະເຈົ້າ​ຢາເວ​ເອີ້ນ​ໃສ່​ອັບຣາຮາມ​ຈາກ​ສະຫວັນ​ເປັນ​ຄັ້ງ​ທີ​ສອງ 16ແລະ ກ່າວ​ວ່າ, “ພຣະເຈົ້າ​ຢາເວ​ປະກາດ​ວ່າ, ເຮົາ​ຂໍ​ປະຕິຍານ​ໂດຍ​ເຮົາ​ເອງ​ວ່າ, ເພາະ​ເຈົ້າ​ໄດ້​ເຮັດ​ເຊັ່ນ​ນີ້ ແລະ ບໍ່​ໄດ້​ຫວງແຫນ​ລູກຊາຍ​ຂອງ​ເຈົ້າ ຄື​ລູກຊາຍ​ພຽງ​ຄົນ​ດຽວ​ຂອງ​ເຈົ້າ, 17ເຮົາ​ຈະ​ອວຍພອນ​ເຈົ້າ​ແນ່ນອນ ແລະ ຈະ​ເຮັດ​ໃຫ້​ເຊື້ອສາຍ​ຂອງ​ເຈົ້າ​ມີ​ຈຳນວນ​ຫລວງຫລາຍ​ເໝືອນ​ດັ່ງ​ດວງດາວ​ໃນ​ທ້ອງຟ້າ ແລະ ເໝືອນ​ດັ່ງ​ເມັດຊາຍ​ທີ່​ຢູ່​ແຄມທະເລ. ເຊື້ອສາຍ​ຂອງ​ເຈົ້າ​ຈະ​ຄອບຄອງ​ເມືອງ​ຕ່າງໆ​ຂອງ​ບັນດາ​ສັດຕູ​ຂອງ​ພວກເຂົາ, 18ແລະ ທຸກ​ຊົນຊາດ​ເທິງ​ແຜ່ນດິນໂລກ​ຈະ​ໄດ້​ຮັບ​ພອນ​ຜ່ານ​ທາງ​ເຊື້ອສາຍ#22:18 ຫລື ເມັດພັນ​ຂອງ​ເຈົ້າ, ເພາະ​ເຈົ້າ​ໄດ້​ເຊື່ອຟັງ​ເຮົາ”.
19ແລ້ວ​ອັບຣາຮາມ​ກໍ​ໄດ້​ກັບ​ມາ​ຫາ​ຄົນຮັບໃຊ້​ຂອງ​ເພິ່ນ ແລະ ພວກເພິ່ນ​ກໍ​ພາ​ກັນ​ເດີນທາງ​ກັບ​ໄປ​ຍັງ​ເບເອນເຊບາ. ແລະ ອັບຣາຮາມ​ກໍ​ໄດ້​ອາໄສ​ຢູ່​ທີ່​ເມືອງ​ເບເອນເຊບາ​ນັ້ນ.
ບັນດາ​ລູກຊາຍ​ຂອງ​ນາໂຮ
20ຕໍ່ມາ​ມີ​ຜູ້​ມາ​ບອກ​ອັບຣາຮາມ​ວ່າ, “ມີລະກາ​ກໍ​ໄດ້​ເປັນ​ແມ່​ແລ້ວ; ນາງ​ໄດ້​ເກີດ​ລູກຊາຍ​ຫລາຍ​ຄົນ​ໃຫ້​ແກ່​ນາໂຮ​ນ້ອງຊາຍ​ຂອງ​ທ່ານ​ຄື:
21ອູເຊ​ເປັນ​ລູກຊາຍກົກ, ບູເຊ​ເປັນ​ນ້ອງຊາຍ​ຂອງ​ລາວ
ເກມູເອນ (ພໍ່​ຂອງ​ອາຣາມ),
22ເກເສັດ, ຮາໂຊ, ປິນດາດ, ຢິດລັບ ແລະ ເບທູເອນ”.
23ເບທູເອນ​ເປັນ​ພໍ່​ຂອງ​ນາງ​ເຣເບກາ.
ມີລະກາ​ໄດ້​ເກີດ​ລູກຊາຍ​ແປດ​ຄົນ​ນີ້​ແກ່​ນາໂຮ​ນ້ອງຊາຍ​ຂອງ​ອັບຣາຮາມ.
24ເມຍນ້ອຍ​ຂອງ​ເພິ່ນ ຜູ້​ທີ່​ຊື່​ວ່າ​ຣູມາ ກໍ​ໄດ້​ເກີດ​ລູກຊາຍ​ເໝືອນກັນ​ຄື:
ເຕບາ, ກາຮາມ, ຕາຮັດ ແລະ ມາອາກາ.

Istaknuto

Podeli

Kopiraj

None

Želiš li da tvoje istaknuto bude sačuvano na svim tvojim uređajima? Kreiraj nalog ili se prijavi