YouVersion logo
Dugme za pretraživanje

ປະຖົມມະການ 23

23
ການຕາຍ​ຂອງ​ນາງ​ຊາຣາ
1ນາງ​ຊາຣາ​ມີ​ຊີວິດ​ຢູ່​ຈົນ​ອາຍຸ​ໄດ້ 127 ປີ. 2ນາງ​ຕາຍ​ທີ່​ກີລີອາດອາກບາ (ກໍ​ຄື​ເຮັບໂຣນ) ໃນ​ດິນແດນ​ການາອານ ແລະ ອັບຣາຮາມ​ກໍ​ໄດ້​ໄວ້ທຸກ​ໃຫ້​ນາງ​ຊາຣາ ແລະ ຮ້ອງໄຫ້​ອາໄລ​ເຖິງ​ນາງ.
3ແລ້ວ​ອັບຣາຮາມ​ກໍ​ໄດ້​ລຸກ​ຂຶ້ນ​ຈາກ​ຂ້າງ​ສົບ​ເມຍ​ຂອງ​ເພິ່ນ ແລະ ກ່າວ​ກັບ​ຊາວ​ຮິດຕີ.#23:3 ຫລື ເຊື້ອສາຍ​ຂອງ​ເຮດ ເຊັ່ນ​ດຽວ​ກັບ​ຂໍ້ 5, 7, 10, 16, 18 ແລະ 20 ເພິ່ນ​ກ່າວ​ວ່າ, 4“ຂ້ານ້ອຍ​ເປັນ​ຄົນຕ່າງດ້າວ ແລະ ເປັນ​ຄົນແປກໜ້າ​ໃນ​ທ່າມກາງ​ພວກທ່ານ. ຂໍ​ໃຫ້​ຂາຍ​ທີ່ດິນ​ຕອນ​ໜຶ່ງ​ຂອງ​ທ່ານ​ໃຫ້​ແກ່​ຂ້ານ້ອຍ​ແດ່​ທ້ອນ​ເພື່ອ​ເປັນ​ບ່ອນ​ຝັງສົບ​ທີ່​ນີ້ ເພື່ອ​ວ່າ​ຂ້ານ້ອຍ​ຈະ​ສາມາດ​ຝັງສົບ​ຜູ້ຕາຍ​ຂອງ​ຂ້ານ້ອຍ​ດ້ວຍ”.
5ຊາວ​ຮິດຕີ​ໄດ້​ຕອບ​ອັບຣາຮາມ​ວ່າ, 6“ທ່ານ​ເອີຍ, ຂໍ​ໃຫ້​ຟັງ​ພວກເຮົາ. ທ່ານ​ເປັນ​ເຈົ້າຊາຍ​ຜູ້​ຍິ່ງໃຫຍ່​ໃນ​ທ່າມກາງ​ພວກເຮົາ. ເຊີນ​ຝັງ​ຄົນ​ຕາຍ​ຂອງ​ທ່ານ​ໃນ​ອຸບໂມງ​ຝັງສົບ​ທີ່​ດີ​ທີ່ສຸດ​ຂອງ​ພວກເຮົາ. ບໍ່​ມີ​ຜູ້ໃດ​ໃນ​ພວກເຮົາ​ຈະ​ຫ້າມ​ທ່ານ​ບໍ່​ໃຫ້​ຝັງ​ຄົນ​ຕາຍ​ຂອງ​ທ່ານ​ໃນ​ອຸບໂມງ​ຝັງສົບ​ຂອງ​ເພິ່ນ”.
7ແລ້ວ​ອັບຣາຮາມ​ກໍ​ໄດ້​ລຸກ​ຂຶ້ນ ແລະ ກົ້ມລົງ​ຄຳນັບ​ຕໍ່ໜ້າ​ປະຊາຊົນ​ຂອງ​ດິນແດນ​ນີ້, ເຊິ່ງ​ເປັນ​ຊາວ​ຮິດຕີ. 8ເພິ່ນ​ໄດ້​ກ່າວ​ຕໍ່​ພວກເຂົາ​ວ່າ, “ຖ້າ​ທ່ານ​ເຕັມໃຈ​ທີ່​ຈະ​ໃຫ້​ຂ້ານ້ອຍ​ຝັງສົບ​ຄົນ​ຕາຍ​ຂອງ​ຂ້ານ້ອຍ ກໍ​ຂໍ​ກະລຸນາ​ຟັງ​ຂ້ານ້ອຍ ແລະ ອ້ອນວອນ​ເອຟະໂຣນ​ລູກຊາຍ​ຂອງ​ໂຊຮາ​ແທນ​ຂ້ານ້ອຍ​ດ້ວຍ 9ເພື່ອ​ວ່າ​ລາວ​ຈະ​ຂາຍ​ຖ້ຳ​ມັກເປລາ ເຊິ່ງ​ເປັນ​ຂອງ​ລາວ ແລະ ຢູ່​ສົ້ນ​ທົ່ງນາ​ຂອງ​ລາວ​ໃຫ້​ແກ່​ຂ້ານ້ອຍ​ດ້ວຍ. ຂໍ​ໃຫ້​ລາວ​ຂາຍ​ໃຫ້​ຂ້ານ້ອຍ​ເຕັມ​ລາຄາ​ເພື່ອ​ເປັນ​ບ່ອນ​ຝັງສົບ​ຢູ່​ທ່າມກາງ​ພວກທ່ານ”.
10ເອຟະໂຣນ​ຊາວຮິດຕີ​ກໍ​ນັ່ງ​ຢູ່​ທ່າມກາງ​ປະຊາຊົນ ແລະ ລາວ​ຕອບ​ອັບຣາຮາມ​ໃຫ້​ຊາວ​ຮິດຕີ​ທຸກຄົນ​ທີ່​ມາ​ຊຸມນຸມ​ກັນ​ທີ່​ປະຕູ​ເມືອງ​ນັ້ນ​ໄດ້​ຍິນ​ດ້ວຍ. 11ລາວ​ກ່າວ​ວ່າ, “ຢ່າ​ເລີຍ, ນາຍ​ເອີຍ, ກະລຸນາ​ຟັງ​ຂ້ານ້ອຍ​ດ້ວຍ; ຂ້ານ້ອຍ​ໃຫ້#23:11 ຄຳ​ວ່າ ໃຫ້ ທັງສາມ​ບ່ອນ​ໃນ​ຂໍ້​ນີ້​ອາດ​ແປ​ວ່າ ຂາຍ ກໍ​ໄດ້​ທີ່ດິນ​ຕອນ​ນີ້​ແກ່​ທ່ານ ແລະ ຂ້ານ້ອຍ​ໃຫ້​ຖ້ຳ​ທີ່​ຢູ່​ໃນ​ດິນ​ຕອນ​ນີ້​ແກ່​ທ່ານ​ດ້ວຍ. ຂ້ານ້ອຍ​ໃຫ້​ທີ່ດິນ​ຕອນ​ນີ້​ແກ່​ທ່ານ​ຊ້ອງໜ້າ​ປະຊາຊົນ​ຂອງ​ຂ້ານ້ອຍ. ຈົ່ງ​ຝັງ​ຄົນ​ຕາຍ​ຂອງ​ທ່ານ”.
12ອັບຣາຮາມ​ຈຶ່ງ​ກົ້ມລົງ​ຄຳນັບ​ຕໍ່ໜ້າ​ປະຊາຊົນ​ຂອງ​ດິນແດນ​ນັ້ນ​ອີກ 13ແລ້ວ​ເພິ່ນ​ກ່າວ​ຕໍ່​ເອຟະໂຣນ​ໃຫ້​ຄົນ​ອື່ນໆ​ໄດ້​ຍິນ​ດ້ວຍ​ວ່າ, “ກະລຸນາ​ຟັງ​ຂ້ານ້ອຍ​ດ້ວຍ, ຖ້າ​ພວກທ່ານ​ຈະ​ກະລຸນາ. ຂ້ານ້ອຍ​ຈະ​ຈ່າຍ​ເງິນ​ຄ່າ​ທີ່ດິນ​ນັ້ນ. ກະລຸນາ​ຮັບ​ເງິນ​ນີ້​ຈາກ​ຂ້ານ້ອຍ​ດ້ວຍ ເພື່ອ​ວ່າ​ຂ້ານ້ອຍ​ຈະ​ໄດ້​ຝັງ​ຜູ້ຕາຍ​ຂອງ​ຂ້ານ້ອຍ​ທີ່​ນັ້ນ”.
14ເອຟະໂຣນ​ໄດ້​ຕອບ​ອັບຣາຮາມ​ວ່າ, 15“ນາຍ​ຂອງ​ຂ້ານ້ອຍ, ກະລຸນາ​ຟັງ​ຂ້ານ້ອຍ​ດ້ວຍ, ທີ່ດິນ​ນັ້ນ​ລາຄາ​ເປັນ​ເງິນ 400 ເຊເຂວ#23:15 ຫລື ປະມານ 4,6 ກິໂລກຣາມ ແຕ່​ສິ່ງ​ນັ້ນ​ຈະ​ມີ​ຄວາມໝາຍ​ຫຍັງ​ລະຫວ່າງ​ຂ້ານ້ອຍ​ກັບ​ທ່ານ? ເຊີນ​ຝັງສົບ​ຄົນ​ຕາຍ​ຂອງ​ທ່ານ”.
16ອັບຣາຮາມ​ໄດ້​ຕົກລົງ​ຕາມ​ຂໍ້​ສະເໜີ​ຂອງ​ເອຟະໂຣນ ແລະ ຊັ່ງ​ເງິນ​ຈ່າຍ​ໃຫ້​ລາວ​ຕາມ​ລາຄາ​ທີ່​ລາວ​ບອກ​ໂດຍ​ທີ່​ຊາວ​ຮິດຕີ​ກໍ​ໄດ້​ຍິນ​ນຳ​ຄື: ເງິນ 400 ເຊເຂວ ຕາມ​ນ້ຳໜັກ​ທີ່​ພວກ​ພໍ່ຄ້າ​ໃຊ້​ກັນ​ໃນ​ເວລາ​ນັ້ນ.
17ດັ່ງນັ້ນ ທົ່ງນາ​ຂອງ​ເອຟະໂຣນ​ທີ່​ມັກເປລາ​ໃກ້​ມຳເຣ​ຄື ທັງ​ທົ່ງນາ ແລະ ຖ້ຳ​ທີ່​ຢູ່​ໃນ​ທີ່ດິນ​ຕອນ​ນັ້ນ ແລະ ຕົ້ນໄມ້​ທັງໝົດ​ທີ່​ຢູ່​ໃນ​ເຂດແດນ​ຂອງ​ທົ່ງນາ​ນັ້ນ​ກໍ​ໄດ້​ຖືກ​ໂອນ 18ໃຫ້​ແກ່​ອັບຣາຮາມ​ເພື່ອ​ເປັນ​ທີ່ດິນ​ຂອງ​ເພິ່ນ​ຊ້ອງໜ້າ​ຊາວ​ຮິດຕີ​ທັງໝົດ​ຜູ້​ທີ່​ໄດ້​ມາ​ທີ່​ປະຕູ​ເມືອງ. 19ຫລັງຈາກນັ້ນ ອັບຣາຮາມ​ກໍ​ໄດ້​ຝັງສົບ​ນາງ​ຊາຣາ​ເມຍ​ຂອງ​ເພິ່ນ​ໃນ​ຖ້ຳ​ທີ່​ຢູ່​ໃນ​ທົ່ງ​ມັກເປລາ​ໃກ້​ມຳເຣ (ທີ່​ເມືອງ​ເຮັບໂຣນ) ໃນ​ດິນແດນ​ການາອານ. 20ດັ່ງນັ້ນ ທົ່ງນາ ແລະ ຖໍ້າ​ທີ່​ຢູ່​ໃນ​ທົ່ງນາ​ນັ້ນ​ຈຶ່ງ​ໄດ້​ຖືກ​ໂອນ​ໃຫ້​ແກ່​ອັບຣາຮາມ​ໂດຍ​ຊາວ​ຮິດຕີ​ເພື່ອ​ເປັນ​ບ່ອນ​ຝັງສົບ.

Istaknuto

Podeli

Kopiraj

None

Želiš li da tvoje istaknuto bude sačuvano na svim tvojim uređajima? Kreiraj nalog ili se prijavi