ປະຖົມມະການ 24
24
ອີຊາກ ແລະ ເຣເບກາ
1ບັດນີ້ ອັບຣາຮາມກໍເຖົ້າແກ່ຫລາຍແລ້ວ ແລະ ພຣະເຈົ້າຢາເວໄດ້ອວຍພອນເພິ່ນໃນທຸກດ້ານ. 2ອັບຣາຮາມເວົ້າກັບຄົນຮັບໃຊ້ອາວຸໂສໃນຄົວເຮືອນຂອງເພິ່ນ, ຄືຜູ້ທີ່ຮັບຜິດຊອບສິ່ງທັງໝົດທີ່ເພິ່ນມີວ່າ, “ຈົ່ງເອົາມືຂອງເຈົ້າວາງໃສ່ຫວ່າງຂາຂອງເຮົາ. 3ເຮົາຢາກໃຫ້ເຈົ້າປະຕິຍານຕໍ່ພຣະເຈົ້າຢາເວ, ພຣະເຈົ້າແຫ່ງສະຫວັນ ແລະ ພຣະເຈົ້າແຫ່ງໂລກວ່າ, ເຈົ້າຈະບໍ່ຫາເມຍໃຫ້ລູກຊາຍຂອງເຮົາຈາກລູກສາວຂອງຊາວການາອານ ທ່າມກາງຜູ້ທີ່ເຮົາອາໄສຢູ່ນີ້, 4ແຕ່ຈະໄປຍັງບ້ານເກີດ ແລະ ຍາດພີ່ນ້ອງຂອງເຮົາເອງ ແລະ ຫາເມຍໃຫ້ອີຊາກລູກຊາຍຂອງເຮົາ”.
5ຄົນຮັບໃຊ້ນັ້ນຈຶ່ງຖາມເພິ່ນວ່າ, “ຖ້າຍິງນັ້ນບໍ່ເຕັມໃຈທີ່ຈະກັບມາກັບຂ້ານ້ອຍຍັງດິນແດນນີ້ເດ? ຂ້ານ້ອຍຄວນຈະພາລູກຊາຍຂອງທ່ານກັບໄປຍັງບ້ານເມືອງທີ່ທ່ານຈາກມາບໍ?”
6ອັບຣາຮາມກ່າວວ່າ, “ໃຫ້ໝັ້ນໃຈວ່າເຈົ້າຈະບໍ່ນຳເອົາລູກຊາຍຂອງເຮົາກັບໄປທີ່ນັ້ນ. 7ພຣະເຈົ້າຢາເວແຫ່ງສະຫວັນ, ຜູ້ນຳເຮົາອອກມາຈາກຄອບຄົວຂອງພໍ່ເຮົາ ແລະ ຈາກດິນແດນທີ່ເປັນບ້ານເກີດຂອງເຮົາ ແລະ ຜູ້ທີ່ໄດ້ກ່າວກັບເຮົາ ແລະ ໄດ້ສັນຍາກັບເຮົາໂດຍຄຳສາບານໄດ້ກ່າວວ່າ, ‘ເຮົາຈະມອບດິນແດນນີ້ແກ່ເຊື້ອສາຍ#24:7 ຫລື ເມັດພັນຂອງເຈົ້າ’ ພຣະອົງຈະໃຫ້ເທວະດາຂອງພຣະອົງນຳໜ້າເຈົ້າໄປ ເພື່ອວ່າເຈົ້າຈະສາມາດຫາເມຍໃຫ້ລູກຊາຍຂອງເຮົາຈາກທີ່ນັ້ນ. 8ຖ້າຍິງນັ້ນບໍ່ເຕັມໃຈຈະກັບມາກັບເຈົ້າ, ເຈົ້າກໍຈະພົ້ນຈາກຄຳສາບານນີ້ທີ່ມີຕໍ່ເຮົາ. ພຽງແຕ່ຢ່າພາລູກຊາຍຂອງເຮົາກັບຄືນໄປທີ່ນັ້ນ”. 9ດັ່ງນັ້ນ ຄົນຮັບໃຊ້ຈຶ່ງເອົາມືຂອງລາວວາງລົງທີ່ຫວ່າງຂາຂອງອັບຣາຮາມຜູ້ເປັນນາຍ ແລະ ໄດ້ປະຕິຍານຄຳສາບານຕໍ່ເພິ່ນກ່ຽວກັບເລື່ອງນີ້.
10ແລ້ວຄົນຮັບໃຊ້ນັ້ນຈຶ່ງອອກໄປ, ໂດຍນຳອູດຂອງນາຍລາວສິບໂຕບັນທຸກສິ່ງຂອງມີຄ່າທຸກປະເພດຈາກນາຍຂອງລາວ. ລາວອອກເດີນທາງໄປທີ່ອາຣາມນາຫາຣາອິມ#24:10 ນັ້ນຄື ທາງທິດຕາເວັນຕົກສ່ຽງເໜືອຂອງເມໂຊໂປຕາເມຍ ແລະ ເດີນທາງໄປທີ່ເມືອງຂອງນາໂຮ. 11ລາວໃຫ້ອູດຄຸເຂົ່າລົງໃກ້ນ້ຳສ້າງຢູ່ນອກເມືອງ; ຂະນະນັ້ນໃກ້ຈະຄ່ຳແລ້ວ ເຊິ່ງເປັນເວລາທີ່ພວກແມ່ຍິງພາກັນອອກມາຕັກນ້ຳ.
12ແລ້ວລາວໄດ້ອະທິຖານວ່າ, “ຂ້າແດ່ພຣະເຈົ້າຢາເວຂອງອັບຣາຮາມນາຍຂອງຂ້ານ້ອຍ, ຂໍໃຫ້ຄວາມສຳເລັດແກ່ຂ້ານ້ອຍໃນວັນນີ້ດ້ວຍ ແລະ ຂໍສະແດງຄວາມເມດຕາຕໍ່ອັບຣາຮາມນາຍຂອງຂ້ານ້ອຍດ້ວຍ. 13ເບິ່ງແມ, ຂ້ານ້ອຍກຳລັງຢືນຢູ່ຂ້າງບໍ່ນ້ຳນີ້ ແລະ ບັນດາລູກສາວຂອງປະຊາຊົນໃນເມືອງກໍກຳລັງອອກມາຕັກນ້ຳ. 14ຂໍໃຫ້ເປັນດັ່ງນີ້ ຄືເມື່ອຂ້ານ້ອຍເວົ້າກັບຍິງສາວວ່າ, ‘ຂໍຈົ່ງປົງໄຫນ້ຳຂອງນາງລົງເພື່ອຂ້ອຍຈະໄດ້ດື່ມນ້ຳ,’ ແລ້ວນາງຕອບວ່າ, ‘ເຊີນດື່ມ ແລະ ຂ້ອຍຈະຕັກນ້ຳໃຫ້ອູດຂອງທ່ານດ້ວຍ’ ກໍຂໍໃຫ້ຖືວ່ານາງນັ້ນເປັນຜູ້ທີ່ພຣະອົງໄດ້ເລືອກໄວ້ໃຫ້ອີຊາກຜູ້ຮັບໃຊ້ຂອງພຣະອົງ. ໂດຍສິ່ງນີ້ ຂ້ານ້ອຍກໍຈະຮູ້ວ່າພຣະອົງໄດ້ສະແດງຄວາມເມດຕາຕໍ່ນາຍຂອງຂ້ານ້ອຍແລ້ວ”.
15ກ່ອນທີ່ລາວອະທິຖານຈົບ, ເຣເບກາກໍອອກມາພ້ອມກັບໄຫນ້ຳຢູ່ເທິງບ່າຂອງນາງ. ນາງເປັນລູກສາວຂອງເບທູເອນ ລູກຊາຍຂອງນາງມີລະກາ, ຜູ້ທີ່ເປັນເມຍຂອງນາໂຮນ້ອງຊາຍຂອງອັບຣາຮາມ. 16ຍິງນັ້ນງາມຫລາຍ, ເປັນສາວບໍລິສຸດ; ຜູ້ຊາຍບໍ່ເຄີຍຫລັບນອນກັບນາງຈັກເທື່ອ. ນາງໄດ້ລົງໄປທີ່ບໍ່ນ້ຳ, ຕັກນ້ຳໃສ່ເຕັມໄຫແລ້ວກໍຂຶ້ນມາອີກ.
17ຄົນຮັບໃຊ້ກໍຟ້າວໄປພົບນາງ ແລະ ເວົ້າວ່າ, “ກະລຸນາເອົານ້ຳໜ້ອຍໜຶ່ງຈາກໄຫຂອງເຈົ້າໃຫ້ຂ້ອຍດື່ມແດ່”.
18ນາງຕອບວ່າ, “ນາຍເອີຍ, ເຊີນດື່ມ”, ແລ້ວນາງກໍຟ້າວຍົກໄຫນ້ຳລົງໃສ່ມືຂອງນາງແລ້ວເອົາໃຫ້ລາວດື່ມ.
19ຫລັງຈາກທີ່ນາງໄດ້ເອົານ້ຳໃຫ້ລາວດື່ມແລ້ວ, ນາງໄດ້ເວົ້າວ່າ, “ຂ້ານ້ອຍຈະຕັກນ້ຳໃຫ້ອູດຂອງທ່ານດ້ວຍ ຈົນກວ່າອູດເຫລົ່ານັ້ນຈະໄດ້ດື່ມຢ່າງພຽງພໍ”. 20ດັ່ງນັ້ນ ນາງຈຶ່ງຟ້າວເທນ້ຳທັງໝົດຈາກໄຫລົງໃສ່ຮາງ, ແລ້ວແລ່ນກັບຄືນໄປທີ່ນ້ຳສ້າງເພື່ອຕັກນ້ຳຕື່ມອີກ ແລະ ໄດ້ຕັກມາພຽງພໍສຳລັບອູດຂອງລາວທຸກໂຕ. 21ຊາຍນັ້ນເຝົ້າສັງເກດເບິ່ງນາງຢ່າງໃກ້ຊິດ ໂດຍບໍ່ໄດ້ເວົ້າຫຍັງຈັກຄຳ ເພື່ອຈະຮູ້ວ່າພຣະເຈົ້າຢາເວໄດ້ເຮັດໃຫ້ການເດີນທາງຂອງລາວປະສົບຄວາມສຳເລັດແລ້ວ ຫລື ບໍ່.
22ເມື່ອອູດທຸກໂຕດື່ມນ້ຳອີ່ມແລ້ວ, ຊາຍຜູ້ນັ້ນກໍຈັບເອົາບ້ວງດັງຄຳ ໜັກປະມານ 1 ເບກາ#24:22 ຫລື ປະມານ 5,7 ກຣາມ ແລະ ປອກແຂນຄຳຄູ່ໜຶ່ງໜັກປະມານ 10 ເຊເຂວ#24:22 ຫລື ປະມານ 115 ກຣາມອອກມາ. 23ແລ້ວລາວໄດ້ຖາມວ່າ, “ເຈົ້າເປັນລູກສາວຂອງຜູ້ໃດ? ກະລຸນາບອກຂ້ອຍແດ່ວ່າ, ຢູ່ບ້ານພໍ່ຂອງເຈົ້າມີຫ້ອງໃຫ້ພວກເຮົາພັກຄ້າງຄືນບໍ?”
24ແລະ ນາງຕອບລາວວ່າ, “ຂ້ານ້ອຍເປັນລູກສາວຂອງເບທູເອນ, ຜູ້ທີ່ເປັນລູກຊາຍຂອງມີລະກາທີ່ໄດ້ເກີດໃຫ້ແກ່ນາໂຮ”. 25ແລະ ນາງໄດ້ເວົ້າຕື່ມອີກວ່າ, “ພວກຂ້ານ້ອຍມີເຟືອງ ແລະ ອາຫານສັດຈຳນວນຫລວງຫລາຍ ພ້ອມທັງມີຫ້ອງສຳລັບທ່ານພັກຄ້າງຄືນດ້ວຍ”.
26ແລ້ວຊາຍນັ້ນຈຶ່ງໄດ້ກົ້ມລົງ ແລະ ນະມັດສະການພຣະເຈົ້າຢາເວ, 27ໂດຍເວົ້າວ່າ, “ສັນລະເສີນພຣະເຈົ້າຢາເວ, ພຣະເຈົ້າຂອງອັບຣາຮາມນາຍຂອງຂ້ານ້ອຍ, ຜູ້ບໍ່ໄດ້ປະຖິ້ມຄວາມເມດຕາ ແລະ ຄວາມສັດຊື່ຂອງພຣະອົງຕໍ່ນາຍຂອງຂ້ານ້ອຍ. ສ່ວນຂ້ານ້ອຍນັ້ນ, ພຣະເຈົ້າຢາເວໄດ້ນຳຂ້ານ້ອຍໃຫ້ເດີນທາງມາເຖິງບ້ານພີ່ນ້ອງຂອງນາຍຂອງຂ້ານ້ອຍແລ້ວ”.
28ຍິງສາວນັ້ນຈຶ່ງແລ່ນກັບໄປບອກເລື່ອງນີ້ແກ່ຄົນທີ່ຢູ່ໃນຄົວເຮືອນແມ່ຂອງນາງ. 29ໃນເວລານັ້ນເຣເບກາມີອ້າຍຄົນໜຶ່ງຊື່ລາບານ, ແລ້ວລາບານກໍຟ້າວອອກມາພົບຊາຍນັ້ນທີ່ບໍ່ນ້ຳ. 30ທັນທີທີ່ເພິ່ນເຫັນບ້ວງດັງ ແລະ ປອກແຂນຢູ່ທີ່ແຂນຂອງນ້ອງສາວເພິ່ນ ແລະ ໄດ້ຍິນເຣເບກາເຫລົ່າສິ່ງທີ່ຊາຍຄົນນັ້ນໄດ້ເວົ້າກັບນາງ, ເພິ່ນກໍອອກໄປຫາຊາຍຄົນນັ້ນ ແລະ ເຫັນລາວຢືນຢູ່ກັບຝູງອູດໃກ້ບໍ່ນ້ຳ. 31ລາບານເວົ້າວ່າ, “ເຊີນມາ, ທ່ານຜູ້ທີ່ພຣະເຈົ້າຢາເວໄດ້ອວຍພອນ. ເປັນຫຍັງທ່ານຈຶ່ງຢືນຢູ່ທາງນອກບ່ອນນີ້? ເຮົາໄດ້ຈັດຕຽມເຮືອນ ແລະ ບ່ອນສຳລັບຝູງອູດແລ້ວ”.
32ດັ່ງນັ້ນ ຊາຍນັ້ນຈຶ່ງໄປທີ່ເຮືອນ ແລະ ຝູງອູດກໍໄດ້ຖືກປົດເຄື່ອງລົງຈາກຫລັງ. ເຟືອງ ແລະ ອາຫານສັດກໍໄດ້ຖືກນຳມາສຳລັບຝູງອູດ ແລະ ນ້ຳສຳລັບຊາຍນັ້ນພ້ອມກັບຄົນຂອງລາວເພື່ອໃຫ້ພວກເຂົາລ້າງຕີນ. 33ຫລັງຈາກນັ້ນ ອາຫານກໍຖືກຍົກມາຕັ້ງຕໍ່ໜ້າລາວ, ແຕ່ລາວໄດ້ເວົ້າວ່າ, “ຂ້າພະເຈົ້າຈະຍັງບໍ່ທັນກິນເທື່ອຈົນກວ່າຈະໄດ້ບອກໃຫ້ທ່ານຮູ້ເຖິງສິ່ງທີ່ຂ້າພະເຈົ້າຈະຕ້ອງເວົ້າ”.
ລາບານເວົ້າວ່າ, “ຖ້າຢ່າງນັ້ນ ຈົ່ງບອກພວກເຮົາມາ,”
34ດັ່ງນັ້ນລາວຈຶ່ງເວົ້າວ່າ, “ຂ້າພະເຈົ້າເປັນຄົນຮັບໃຊ້ຂອງອັບຣາຮາມ. 35ພຣະເຈົ້າຢາເວໄດ້ອວຍພອນນາຍຂອງຂ້າພະເຈົ້າຢ່າງອຸດົມສົມບູນ ແລະ ເພິ່ນກໍກາຍເປັນຄົນຮັ່ງມີ. ພຣະອົງໄດ້ໃຫ້ຝູງແກະ, ຝູງງົວ, ເງິນ ແລະ ຄຳ, ຄົນຮັບໃຊ້ຊາຍຍິງ, ຝູງອູດ ແລະ ຝູງລໍ. 36ນາງຊາຣາເມຍນາຍຂອງຂ້າພະເຈົ້າໄດ້ເກີດລູກຊາຍຄົນໜຶ່ງໃຫ້ເພິ່ນເມື່ອນາງ#24:36 ຫລື ເພິ່ນອາຍຸແກ່ແລ້ວ ແລະ ເພິ່ນໄດ້ຍົກທຸກໆສິ່ງທີ່ເພິ່ນມີໃຫ້ລູກຊາຍຄົນນີ້. 37ແລະ ນາຍຂອງຂ້າພະເຈົ້າກໍໃຫ້ຂ້າພະເຈົ້າສາບານ ແລະ ເວົ້າວ່າ, ‘ເຈົ້າຈະຕ້ອງບໍ່ຫາເມຍໃຫ້ລູກຊາຍຂອງເຮົາຈາກລູກສາວຂອງຊາວການາອານ, ຜູ້ຢູ່ໃນດິນແດນທີ່ເຮົາອາໄສຢູ່ນີ້. 38ແຕ່ຈົ່ງໄປຫາຄອບຄົວພໍ່ຂອງເຮົາ ແລະ ໄປຍັງເຜົ່າຂອງເຮົາເອງ, ແລ້ວຫາເມຍໃຫ້ລູກຊາຍຂອງເຮົາ’.
39“ແລ້ວຂ້າພະເຈົ້າກໍຖາມນາຍວ່າ, ‘ຖ້າຍິງນັ້ນບໍ່ຍອມຕາມຂ້າພະເຈົ້າກັບມາເດ?’
40“ນາຍຕອບວ່າ ‘ພຣະເຈົ້າຢາເວ ຜູ້ທີ່ເຮົາໄດ້ເດີນຕາມຢ່າງສັດຊື່ນັ້ນ ຈະສົ່ງເທວະດາຂອງພຣະອົງໄປກັບເຈົ້າ ແລະ ຈະເຮັດໃຫ້ການເດີນທາງຂອງເຈົ້າປະສົບຄວາມສຳເລັດ, ເພື່ອວ່າເຈົ້າຈະສາມາດຫາເມຍໃຫ້ລູກຊາຍຂອງເຮົາຈາກຕະກຸນຂອງເຮົາເອງ ແລະ ຈາກຄອບຄົວພໍ່ຂອງເຮົາ. 41ເຈົ້າຈະພົ້ນຈາກຄຳສາບານທີ່ໃຫ້ໄວ້ກັບເຮົາ, ເມື່ອເຈົ້າໄປຫາຕະກຸນຂອງເຮົາແລ້ວ, ຖ້າວ່າພວກເຂົາປະຕິເສດທີ່ຈະມອບນາງໃຫ້ແກ່ເຈົ້າ ແລ້ວເຈົ້າກໍຈະພົ້ນຈາກຄຳສາບານທີ່ໃຫ້ໄວ້ກັບເຮົາ’.
42“ເມື່ອຂ້າພະເຈົ້າມາເຖິງບໍ່ນ້ຳໃນວັນນີ້ຂ້າພະເຈົ້າກໍໄດ້ເວົ້າວ່າ, ‘ຂ້າແດ່ພຣະເຈົ້າຢາເວຂອງອັບຣາຮາມນາຍຂອງຂ້ານ້ອຍ, ຖ້າເປັນຄວາມປະສົງຂອງພຣະອົງ, ຂໍໃຫ້ການເດີນທາງຂອງຂ້ານ້ອຍຄັ້ງນີ້ປະສົບຄວາມສຳເລັດດ້ວຍ. 43ເບິ່ງແມ, ຂ້ານ້ອຍກຳລັງຢືນຢູ່ຂ້າງບໍ່ນ້ຳນີ້. ຖ້າວ່າຍິງສາວຄົນໜຶ່ງອອກມາຕັກນ້ຳ ແລະ ຂ້ານ້ອຍເວົ້າກັບນາງວ່າ, “ກະລຸນາໃຫ້ຂ້ອຍດື່ມນ້ຳຈາກໄຫຂອງເຈົ້າແດ່ໜ້ອຍໜຶ່ງໄດ້ບໍ,” 44ແລະ ຖ້ານາງຕອບວ່າ, “ເຊີນດື່ມ ແລະ ຂ້ານ້ອຍຈະຕັກນ້ຳໃຫ້ຝູງອູດຂອງທ່ານດ້ວຍ,” ກໍຂໍໃຫ້ນາງເປັນຜູ້ທີ່ພຣະເຈົ້າຢາເວໄດ້ເລືອກໄວ້ໃຫ້ລູກຊາຍຂອງນາຍຂ້ານ້ອຍ’.
45“ກ່ອນທີ່ຂ້າພະເຈົ້າຈະຈົບຄຳອະທິຖານໃນໃຈຂອງຂ້າພະເຈົ້ານັ້ນ, ເຣເບກາກໍອອກມາພ້ອມກັບແບກໄຫນ້ຳເທິງບ່າຂອງນາງ. ນາງຍ່າງໄປທີ່ບໍ່ນ້ຳ ແລະ ຕັກນ້ຳ, ແລ້ວຂ້າພະເຈົ້າກໍເວົ້າກັບນາງວ່າ, ‘ກະລຸນາເອົານ້ຳໃຫ້ຂ້ອຍດື່ມແດ່’.
46“ນາງກໍຟ້າວຍົກໄຫນ້ຳລົງມາຈາກບ່າຂອງນາງ ແລະ ເວົ້າວ່າ, ‘ເຊີນດື່ມ ແລະ ຂ້ານ້ອຍຈະຕັກນ້ຳໃຫ້ຝູງອູດຂອງທ່ານດ້ວຍ’. ດັ່ງນັ້ນ ຂ້າພະເຈົ້າຈຶ່ງດື່ມ ແລະ ນາງກໍໄດ້ຕັກນ້ຳໃຫ້ຝູງອູດດ້ວຍ.
47“ຂ້າພະເຈົ້າຖາມນາງວ່າ ‘ນາງເປັນລູກຂອງຜູ້ໃດ?’
“ນາງກໍຕອບວ່າ ‘ເປັນລູກສາວຂອງເບທູເອນ ຜູ້ເປັນລູກຊາຍຂອງນາໂຮ, ຜູ້ທີ່ມີລະກາເກີດໃຫ້ແກ່ເພິ່ນ’.
“ຫລັງຈາກນັ້ນ ຂ້າພະເຈົ້າຈຶ່ງສວມບ້ວງໃສ່ດັງຂອງນາງ ແລະ ສວມປອກແຂນໃສ່ທີ່ແຂນຂອງນາງ, 48ແລ້ວຂ້າພະເຈົ້າກໍກົ້ມກາບນະມັດສະການພຣະເຈົ້າຢາເວ. ຂ້າພະເຈົ້າສັນລະເສີນພຣະເຈົ້າຢາເວ, ພຣະເຈົ້າຂອງອັບຣາຮາມນາຍຂອງຂ້າພະເຈົ້າ, ພຣະອົງຜູ້ນຳຂ້າພະເຈົ້າມາຖືກທາງເພື່ອຈະໄດ້ຫລານສາວຂອງນ້ອງຊາຍນາຍຂອງຂ້າພະເຈົ້າໄປໃຫ້ແກ່ລູກຊາຍຂອງເພິ່ນ. 49ບັດນີ້ ຖ້າທ່ານຈະສະແດງຄວາມເມດຕາ ແລະ ຄວາມສັດຊື່ຕໍ່ນາຍຂອງຂ້າພະເຈົ້າ ກໍຂໍບອກຂ້າພະເຈົ້າດ້ວຍ; ແລະ ຖ້າທ່ານຈະປະຕິເສດ ກໍຂໍໃຫ້ບອກຂ້າພະເຈົ້າ, ເພື່ອວ່າຂ້າພະເຈົ້າຈະໄດ້ຮູ້ວ່າຄວນເຮັດຢ່າງໃດຕໍ່ໄປ”.
50ລາບານ ແລະ ເບທູເອນຈຶ່ງຕອບວ່າ, “ເລື່ອງນີ້ເປັນມາຈາກພຣະເຈົ້າຢາເວ, ພວກເຮົາບໍ່ສາມາດກ່າວສິ່ງໃດຕໍ່ທ່ານໄດ້ບໍ່ວ່າທາງໃດ ຫລື ທາງໜຶ່ງ. 51ເຣເບກາກໍຢູ່ນີ້, ຈົ່ງພານາງໄປ ແລະ ໃຫ້ນາງໄປເປັນເມຍລູກຊາຍຂອງນາຍຂອງທ່ານຕາມທີ່ພຣະເຈົ້າຢາເວໄດ້ນຳພາ”.
52ເມື່ອຄົນຮັບໃຊ້ຂອງອັບຣາຮາມໄດ້ຍິນສິ່ງທີ່ພວກເຂົາເວົ້ານັ້ນ, ລາວກໍກົ້ມກາບລົງເຖິງພື້ນຕໍ່ໜ້າພຣະເຈົ້າຢາເວ. 53ແລ້ວຄົນຮັບໃຊ້ນັ້ນຈຶ່ງເອົາເຄື່ອງປະດັບທີ່ເປັນຄຳ ແລະ ເຄື່ອງປະດັບທີ່ເປັນເງິນພ້ອມທັງເສື້ອຜ້າທັງໝົດອອກມາ ແລ້ວມອບສິ່ງເຫລົ່ານັ້ນໃຫ້ນາງເຣເບກາ; ລາວຍັງໃຫ້ຂອງຂວັນທີ່ມີຄ່າຕ່າງໆແກ່ອ້າຍ ແລະ ແມ່ຂອງນາງດ້ວຍ. 54ແລ້ວຄົນຮັບໃຊ້ພ້ອມກັບຄົນຂອງລາວກໍກິນ ແລະ ດື່ມ ແລ້ວກໍພັກຄ້າງຄືນຢູ່ທີ່ນັ້ນ.
ເມື່ອພວກເຂົາຕື່ນຂຶ້ນໃນຕອນເຊົ້າຂອງວັນຕໍ່ມາ, ຄົນຮັບໃຊ້ນັ້ນຈຶ່ງກ່າວວ່າ, “ຂໍໃຫ້ສົ່ງຂ້າພະເຈົ້າໄປຕາມທາງຂອງຂ້າພະເຈົ້າ ເພື່ອວ່າຂ້າພະເຈົ້າຈະກັບຄືນເມືອຫານາຍຂອງຂ້າພະເຈົ້າ”.
55ແຕ່ອ້າຍ ແລະ ແມ່ຂອງເຣເບກາຕອບວ່າ, “ຂໍໃຫ້ຍິງສາວຍັງຢູ່ກັບພວກເຮົາອີກຈັກສິບວັນ ຫລື ຫລາຍກວ່ານັ້ນ; ແລ້ວທ່ານ#24:55 ຫລື ນາງຈຶ່ງຄ່ອຍໄປ”.
56ແຕ່ຄົນຮັບໃຊ້ນັ້ນເວົ້າກັບພວກເຂົາວ່າ, “ຢ່າຫ້າມຂ້າພະເຈົ້າໄວ້ເລີຍ, ບັດນີ້ໃນເມື່ອພຣະເຈົ້າຢາເວໄດ້ປະທານຄວາມສຳເລັດແກ່ການເດີນທາງຂອງຂ້າພະເຈົ້າແລ້ວ. ຂໍໃຫ້ສົ່ງຂ້າພະເຈົ້າກັບໄປຕາມທາງຂອງຂ້າພະເຈົ້າ ເພື່ອວ່າຂ້າພະເຈົ້າຈະກັບໄປຫານາຍຂອງຂ້າພະເຈົ້າ”.
57ແລ້ວພວກເຂົາຈຶ່ງກ່າວວ່າ, “ໃຫ້ພວກເຮົາເອີ້ນຍິງສາວມາຖາມກ່ຽວກັບເລື່ອງນີ້ກ່ອນ”. 58ດັ່ງນັ້ນ ພວກເຂົາຈຶ່ງເອີ້ນເຣເບກາມາ ແລະ ຖາມນາງວ່າ, “ເຈົ້າຈະໄປກັບຊາຍຜູ້ນີ້ບໍ?”
ນາງຕອບວ່າ, “ຂ້ານ້ອຍຈະໄປ”.
59ດັ່ງນັ້ນ ພວກເຂົາຈຶ່ງສົ່ງເຣເບການ້ອງສາວຂອງພວກເຂົາໄປຕາມທາງຂອງນາງ ພ້ອມກັບເອື້ອຍລ້ຽງຂອງນາງ ແລະ ຄົນຮັບໃຊ້ຂອງອັບຣາຮາມກັບຄົນຂອງລາວ. 60ແລະ ພວກເຂົາກໍໄດ້ອວຍພອນເຣເບກາ ແລະ ເວົ້າກັບນາງວ່າ,
“ນ້ອງສາວຂອງພວກເຮົາ, ຂໍໃຫ້ລູກຫລານຂອງເຈົ້າທະວີຂຶ້ນ
ເປັນແສນເປັນລ້ານ;
ຂໍໃຫ້ເຊື້ອສາຍຂອງເຈົ້າຄອບຄອງ
ເມືອງຕ່າງໆຂອງບັນດາສັດຕູຂອງພວກເຂົາ”.
61ຫລັງຈາກນັ້ນ ເຣເບກາກັບບັນດາຄົນຮັບໃຊ້ຂອງນາງກໍຕຽມພ້ອມ ແລະ ຂຶ້ນອູດອອກເດີນທາງກັບໄປພ້ອມກັບຄົນຮັບໃຊ້ນັ້ນ. ດັ່ງນັ້ນ ຄົນຮັບໃຊ້ຈຶ່ງໄດ້ພາເຣເບກາຈາກໄປ.
62ໃນຂະນະນີ້ ອີຊາກກໍກັບມາຈາກເບເອີລາໄຮຣອຍ ເພາະເພິ່ນໄດ້ອາໄສຢູ່ໃນເນເກັບ. 63ແລງວັນໜຶ່ງເພິ່ນອອກໄປທີ່ທົ່ງນາເພື່ອຄິດໄຕ່ຕອງ#24:63 ຄວາມໝາຍຂອງພາສາເຮັບເຣີສຳລັບຄຳນີ້ບໍ່ແນ່ນອນ ແລະ ເມື່ອເພິ່ນເງີຍໜ້າຂຶ້ນກໍເຫັນບັນດາອູດກຳລັງເຄື່ອນເຂົ້າມາໃກ້. 64ເຣເບກາກໍເງີຍໜ້າຂຶ້ນເໝືອນກັນ ແລະ ເຫັນອີຊາກ. ນາງລົງມາຈາກອູດຂອງນາງ 65ແລະ ຖາມຄົນຮັບໃຊ້ນັ້ນວ່າ, “ຜູ້ຊາຍຢູ່ໃນທົ່ງທີ່ກຳລັງມາຫາພວກເຮົານັ້ນແມ່ນຜູ້ໃດ?”
ຄົນຮັບໃຊ້ນັ້ນໄດ້ຕອບວ່າ, “ເພິ່ນເປັນນາຍຂອງຂ້າພະເຈົ້າ”. ດັ່ງນັ້ນ ນາງຈຶ່ງເອົາຜ້າຄຸມໜ້າຂອງຕົນມາຄຸມຕົນເອງ.
66ແລ້ວຄົນຮັບໃຊ້ນັ້ນກໍເລົ່າທຸກສິ່ງທີ່ລາວເຮັດໃຫ້ອີຊາກຟັງ. 67ອີຊາກກໍໄດ້ນຳເຣເບກາເຂົ້າໄປໃນເຕັນຂອງຊາຣາແມ່ຂອງເພິ່ນ ແລະ ເພິ່ນກໍແຕ່ງງານກັບເຣເບກາ. ດັ່ງນັ້ນ ນາງຈຶ່ງກາຍເປັນເມຍຂອງເພິ່ນ ແລະ ເພິ່ນກໍຮັກນາງ; ແລະ ອີຊາກກໍໄດ້ຮັບການເລົ້າໂລມໃຈຫລັງຈາກທີ່ແມ່ຂອງເພິ່ນໄດ້ຕາຍໄປ.
Trenutno izabrano:
ປະຖົມມະການ 24: LCV
Istaknuto
Podeli
Kopiraj
Želiš li da tvoje istaknuto bude sačuvano na svim tvojim uređajima? Kreiraj nalog ili se prijavi
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.