ປະຖົມມະການ 25
25
ການຕາຍຂອງອັບຣາຮາມ
(1ຂຄ 1:32-33)
1ອັບຣາຮາມໄດ້ເອົາເມຍອີກຄົນໜຶ່ງທີ່ມີຊື່ວ່າເກຕູຣາ. 2ນາງເກີດລູກຊາຍໃຫ້ແກ່ເພິ່ນຄື: ຊິມຣານ, ໂຢກຊານ, ເມດານ, ມີດີອານ, ອີຊະບາກ ແລະ ຊູອາ. 3ໂຢກຊານເປັນພໍ່ຂອງເຊບາ ແລະ ເດດານ; ເຊື້ອສາຍຂອງເດດານມີຄື: ຊາວອັດຊູຣີມ, ຊາວເລຕູຊີມ ແລະ ຊາວເລອຸມມິມ. 4ລູກຊາຍຂອງມີດີອານມີຄື: ເອຟາ, ເອເຟ, ຮານົກ, ອາບີດາ ແລະ ເອນດາອາ. ທັງໝົດນີ້ແມ່ນເຊື້ອສາຍຂອງນາງເກຕູຣາ.
5ອັບຣາຮາມປະທຸກສິ່ງທີ່ເພິ່ນມີໄວ້ໃຫ້ອີຊາກ. 6ແຕ່ຂະນະທີ່ເພິ່ນຍັງມີຊີວິດຢູ່, ເພິ່ນກໍໄດ້ໃຫ້ຂອງຂວັນແກ່ບັນດາລູກຊາຍທີ່ເກີດຈາກບັນດາເມຍນ້ອຍຂອງເພິ່ນ ແລະ ສົ່ງພວກເຂົາໜີຈາກອີຊາກລູກຊາຍຂອງເພິ່ນໄປຍັງດິນແດນທາງທິດຕາເວັນອອກ.
7ອັບຣາຮາມມີຊີວິດຢູ່ໄດ້ 175 ປີ. 8ແລ້ວອັບຣາຮາມກໍໝົດລົມຫາຍໃຈ ແລະ ກໍໄດ້ຕາຍໄປເມື່ອມີອາຍຸແກ່ຫລາຍແລ້ວ, ຊາຍທີ່ເຖົ້າແກ່ຄົນໜຶ່ງ ແລະ ມີອາຍຸຍືນຍາວ; ແລະ ເພິ່ນກໍໄດ້ຖືກຮວບຮວມໄວ້ກັບຄົນຂອງເພິ່ນ. 9ລູກຊາຍຂອງເພິ່ນຄື ອີຊາກ ແລະ ອິດຊະມາເອນຈຶ່ງໄດ້ຝັງສົບຂອງເພິ່ນໄວ້ໃນຖ້ຳມັກເປລາໃກ້ກັບມຳເຣ, ໃນທົ່ງນາຂອງເອຟະໂຣນລູກຊາຍຂອງໂຊຮາຊາວຮິດຕີ, 10ຄືທົ່ງນາທີ່ອັບຣາຮາມໄດ້ຊື້ຈາກຊາວຮິດຕີ.#25:10 ຫລື ເຊື້ອສາຍຂອງເຣດ ທີ່ນັ້ນອັບຣາຮາມຖືກຝັງໄວ້ກັບຊາຣາເມຍຂອງເພິ່ນ. 11ຫລັງຈາກທີ່ອັບຣາຮາມໄດ້ຕາຍໄປແລ້ວ, ພຣະເຈົ້າໄດ້ອວຍພອນອີຊາກລູກຊາຍຂອງເພິ່ນ ຜູ້ທີ່ໄດ້ໄປອາໄສຢູ່ໃກ້ເບເອີລາໄຮຣອຍໃນເວລາຕໍ່ມາ.
ບັນດາລູກຊາຍຂອງອິດຊະມາເອນ
(1ຂຄ 1:29-31)
12ນີ້ແມ່ນເລື່ອງລາວຂອງເຊື້ອສາຍຂອງອິດຊະມາເອນ ລູກຊາຍຂອງອັບຣາຮາມ ເຊິ່ງນາງຮາກາຊາວເອຢິບ ທີ່ຄົນຮັບໃຊ້ຂອງນາງຊາຣາທີ່ໄດ້ເກີດໃຫ້ແກ່ອັບຣາຮາມ.
13ຕໍ່ໄປນີ້ແມ່ນລາຍຊື່ຂອງບັນດາລູກຊາຍຂອງອິດຊະມາເອນ, ເຊິ່ງໄດ້ຈັດລຽງຕາມລຳດັບການເກີດຂອງພວກເຂົາຄື:
ເນບາໂຢດລູກຊາຍກົກຂອງອິດຊະມາເອນ,
ເກດາ, ອັດເບເອນ, ມິບຊາມ,
14ມີຊະມາ, ດູມາ, ມາສາ,
15ຮາດັດ, ເຕມາ, ເຢຕຸຣະ,
ນາຟີດ ແລະ ເກເດມາ.
16ຄົນເຫລົ່ານີ້ຄືລູກຊາຍຂອງອິດຊະມາເອນ ແລະ ຊື່ເຫລົ່ານີ້ເປັນຊື່ຂອງຫົວໜ້າເຜົ່າທັງສິບສອງເຜົ່າຕາມການຕັ້ງຖິ່ນຖານ ແລະ ຄ້າຍພັກຂອງພວກເຂົາ.
17ອິດຊະມາເອນມີຊີວິດຢູ່ໄດ້ 137 ປີ. ເພິ່ນໄດ້ໝົດລົມຫາຍໃຈ ແລະ ໄດ້ຕາຍໄປ, ແລ້ວເພິ່ນກໍໄດ້ຖືກຮວບຮວມໄວ້ກັບຄົນຂອງເພິ່ນ. 18ເຊື້ອສາຍຂອງອິດຊະມາເອນໄດ້ຕັ້ງຖິ່ນຖານຢູ່ໃນບໍລິເວນຈາກເມືອງຮາວີລາໄປເຖິງເມືອງຊູເຣ, ເຊິ່ງໃກ້ກັບເຂດຊາຍແດນທາງທິດຕາເວັນອອກຂອງເອຢິບ ຕາມເສັ້ນທາງໄປຍັງເມືອງອັດຊີເຣຍ. ແລະ ພວກເຂົາໄດ້ຢູ່ຢ່າງເປັນສັດຕູຕໍ່ເຜົ່າຕ່າງໆທີ່ກ່ຽວຂ້ອງກັບພວກເຂົາ.
ຢາໂຄບ ແລະ ເອຊາວ
19ນີ້ແມ່ນເລື່ອງລາວຂອງເຊື້ອສາຍຂອງອີຊາກລູກຊາຍຂອງອັບຣາຮາມ.
ອັບຣາຮາມໄດ້ເປັນພໍ່ຂອງອີຊາກ, 20ແລະ ອີຊາກມີອາຍຸໄດ້ 40 ປີເມື່ອເພິ່ນແຕ່ງງານກັບເຣເບກາລູກສາວຂອງເບທູເອນຊາວອາຣາມທີ່ມາຈາກປັດດານອາຣາມ#25:20 ນັ້ນຄື ທາງທິດຕາເວັນຕົກສຽງເໜືອຂອງເມໂຊໂປຕາເມຍ ແລະ ເປັນນ້ອງສາວຂອງລາບານຊາວອາຣາມ.
21ອີຊາກໄດ້ອະທິຖານຕໍ່ພຣະເຈົ້າຢາເວຕາງເມຍຂອງເພິ່ນ ເພາະນາງບໍ່ມີລູກ. ພຣະເຈົ້າຢາເວໄດ້ຕອບຄຳອະທິຖານຂອງເພິ່ນ, ແລ້ວນາງເຣເບກາເມຍຂອງເພິ່ນກໍໄດ້ຖືພາ. 22ເດັກນ້ອຍໃນທ້ອງຂອງນາງບຽດກັນ ແລະ ນາງເວົ້າວ່າ, “ເປັນຫຍັງເລື່ອງນີ້ຈຶ່ງເກີດຂຶ້ນກັບຂ້ອຍ?” ດັ່ງນັ້ນ ນາງຈຶ່ງໄປຖາມພຣະເຈົ້າຢາເວ.
23ພຣະເຈົ້າຢາເວໄດ້ກ່າວຕໍ່ນາງວ່າ,
“ສອງຊົນຊາດຢູ່ໃນມົດລູກຂອງເຈົ້າ,
ແລະ ສອງຄົນທີ່ຢູ່ພາຍໃນເຈົ້າຈະຖືກແຍກອອກຈາກກັນ;
ຄົນໜຶ່ງຈະແຂງແຮງກວ່າອີກຄົນໜຶ່ງ,
ແລະ ຜູ້ເປັນອ້າຍຈະຮັບໃຊ້ຜູ້ເປັນນ້ອງ”.
24ເມື່ອເຖິງເວລາກຳນົດທີ່ນາງຈະເກີດລູກ, ກໍມີລູກຊາຍຝາແຝດຢູ່ໃນມົດລູກຂອງນາງ. 25ຄົນທຳອິດທີ່ເກີດມາແມ່ນຕົວແດງ ແລະ ທົ່ວຮ່າງກາຍຂອງລາວມີຂົນເໝືອນເສື້ອຂົນສັດ; ດັ່ງນັ້ນ ພວກເພິ່ນຈຶ່ງຕັ້ງຊື່ໃຫ້ລາວວ່າເອຊາວ.#25:25 ຄຳວ່າ ເອຊາວ ອາດຈະມີຄວາມໝາຍວ່າ ຂົນດົກ 26ຫລັງຈາກນັ້ນ ນ້ອງຊາຍຂອງລາວກໍເກີດອອກມາ ພ້ອມກັບມືຂອງລາວທີ່ຈັບສົ້ນໜ່ອງຂອງເອຊາວໄວ້; ດັ່ງນັ້ນ ລາວຈຶ່ງໄດ້ຊື່ວ່າຢາໂຄບ.#25:26 ຄຳວ່າ ຢາໂຄບ ມີຄວາມໝາຍວ່າ ລາວຈັບສົ້ນໜ່ອງ (ເປັນສຳນວນໃນພາສາເຮັບເຣີວ່າ ລາວຫລອກລວງ) ອີຊາກມີອາຍຸ 60 ປີ ເມື່ອເຣເບກາເກີດລູກຊາຍທັງສອງນັ້ນ.
27ລູກຊາຍທັງສອງກໍເຕີບໃຫຍ່ຂຶ້ນ ແລະ ເອຊາວກໍໄດ້ກາຍເປັນນາຍພານຜູ້ຊຳນານ, ເປັນຄົນມັກໃຊ້ຊີວິດຢູ່ໃນທົ່ງກວ້າງ, ຂະນະທີ່ຢາໂຄບກໍເປັນຄົນທີ່ມັກຢູ່ກັບເຮືອນຢູ່ຕາມເຕັນຕ່າງໆ. 28ອີຊາກເປັນຜູ້ທີ່ມັກກິນຊີ້ນສັດປ່າທີ່ລ່າມາໄດ້ ເພິ່ນຈຶ່ງຮັກເອຊາວ, ແຕ່ເຣເບກາຮັກຢາໂຄບ.
29ຄັ້ງໜຶ່ງເມື່ອຢາໂຄບກຳລັງຕົ້ມອາຫານຢູ່, ເອຊາວກັບມາຈາກທົ່ງກວ້າງ, ລາວຫິວຫລາຍ. 30ລາວຈຶ່ງໄດ້ເວົ້າກັບຢາໂຄບວ່າ, “ໄວໆແດ່, ໃຫ້ຂ້ອຍກິນອັນແດງໆທີ່ຕົ້ມຢູ່ນັ້ນຈຳນວນໜຶ່ງແດ່! ຂ້ອຍຫິວຫລາຍ!” (ນີ້ຄືເຫດຜົນທີ່ລາວຖືກເອີ້ນອີກຊື່ໜຶ່ງວ່າເອໂດມ.#25:30 ແປວ່າ ແດງ)
31ຢາໂຄບຕອບວ່າ, “ຂາຍສິດລູກກົກຂອງເຈົ້າໃຫ້ຂ້ອຍກ່ອນ”.
32ເອຊາວຕອບວ່າ, “ເບິ່ງແມ, ຂ້ອຍກຳລັງຈະຕາຍຢູ່ແລ້ວ. ສິດລູກກົກຈະມີປະໂຫຍດຫຍັງຕໍ່ຂ້ອຍ?”
33ແຕ່ຢາໂຄບເວົ້າວ່າ, “ປະຕິຍານກັບຂ້ອຍກ່ອນ”. ດັ່ງນັ້ນ ເອຊາວຈຶ່ງສາບານຕໍ່ລາວ ໂດຍການຂາຍສິດລູກກົກໃຫ້ແກ່ຢາໂຄບ.
34ແລ້ວຢາໂຄບຈຶ່ງແບ່ງເຂົ້າຈີ່ ແລະ ຕົ້ມໝາກຖົ່ວໃຫ້ເອຊາວຈຳນວນໜຶ່ງ. ລາວໄດ້ກິນ ແລະ ໄດ້ດື່ມ, ແລ້ວກໍລຸກຂຶ້ນ ແລະ ຈາກໄປ.
ເຫັນໄດ້ວ່າ, ເອຊາວໄດ້ດູຖູກສິດລູກກົກຂອງຕົນ.
Trenutno izabrano:
ປະຖົມມະການ 25: LCV
Istaknuto
Podeli
Kopiraj
Želiš li da tvoje istaknuto bude sačuvano na svim tvojim uređajima? Kreiraj nalog ili se prijavi
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.